ລາວ ສລອງວັນແມ່ຍິງ ສາກົລ
2017.03.08

ໃນຂນະທີ່ ສປປລາວ ສເລີມສລອງ ວັນແມ່ຍິງ ສາກົລ ຄົບຮອບ 107 ປີ ຢ່າງ ກວ້າງຂວາງນີ້, ແມ່ຍິງລາວ ບາງຄົນ ກໍໄດ້ຮຽກຮ້ອງໃຫ້ ພາກສ່ວນ ກ່ຽວຂ້ອງ ເອົາໃຈໃສ່ ເພີ້ມຕື່ມ ໃນດ້ານການ ສຶກສາ, ສົ່ງເສີມ ຄວາມສເມີພາບ ລະຫວ່າງ ຍິງ-ຊາຍ ແລະ ສ້າງວຽກເຮັດ ງານທຳ ໃຫ້ແມ່ຍິງ ຫຼາຍຂຶ້ນ ເພື່ອ ຫລຸດຜ່ອນ ການໄປເຮັດວຽກ ໃນຕ່າງປະເທດ ແລະ ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ.
ວັນແມ່ຍິງສາກົລ ວັນທີ 8 ມິນາ ກໍວຽນມາຄົບຮອບອີກຕື່ມ ຊຶ່ງໃນປີ 2017 ນີ້ກໍເປັນປີທີ 107, ແລະມີການ ສເລີມສລອງກັນ ຢູ່ປະເທດ ຕ່າງໆ ໃນໂລກ ບໍ່ວ່າຈະເປັນ ປະເທດທີ່ ຈະເຣີນ ທາງດ້ານ ອຸດສາຫະກັມ ຫຼືປະເທດ ທີ່ກໍາລັງພັທນາ, ປະເທດ ທີ່ດ້ອຍພັທນາ ຫຼືກຳລັງ ຈະຫລຸດພົ້ນ ອອກຈາກການ ດ້ອຍພັທນາ.
ສ່ວນໃນ ສປປລາວ ໄດ້ມີການຕຣຽມ ການສເລີມສລອງ ວັນດັ່ງກ່າວ ຢ່າງກວ້າງຂວາງ, ຊຶ່ງໄດ້ເຣີ່ມສົ່ງ ໃບແຈ້ງການ ໃຫ້ພາກສ່ວນກ່ຽວ ຂ້ອງ ມາແຕ່ກາງ ເດືອນກຸມພາ, ເປັນຕົ້ນແມ່ນ ຄນະ ບໍຣິຫານງານ, ຄນະປະທານ ສະຫະພັນ ແມ່ຍິງແຂວງ, ນະຄອນຫຼວງວຽງຈັນ, ກະຊວງ ແລະ ຂັ້ນສູນກາງ.
ກ່ຽວກັບຫົວຂໍ້ ໃນການສເລີມສລອງ ປີນີ້, ຍານາງ ອິນລາວັນ ແກ້ວບຸນພັນ, ກັມມະການ ສູງກາງພັກ, ປະທານສູນກາງ ສະຫະພັນ ແມ່ຍິງລາວ ກ່າວຜ່ານ ສື່ມວນຊົນລາວ ໃນຕອນນຶ່ງວ່າ:
“ໃນຫົວຂໍ້ ປີນີ້ ຈະເນັ້ນໃສ່ ການສ້າງ ຄວາມເຂັ້ມແຂງ ໃຫ້ແມ່ຍິງ ໃນຍຸກທີ່ ເສຖກິຈ ມີການປ່ຽນແປງ. ກະຊັ້ນລະ ເພິ່ນກະສ້າງ ຄວາມ ສົນໃຈ ໃຫ້ພວກເຮົາ, ພວກເຮົາ ຈະເຮັດຄື ຈັ່ງໃດເນາະ. ອັນນີ້ ທີ່ວ່າ ທີ່ຕິດພັນ. ສະນັ້ນ ຈຶ່ງເວົ້າວ່າ ຄວາມສົນໃຈ ແຜນພັທນາ ຕໍ່ໜ້າ ຈະເປັນແນວໃດ. ຣາຍລະອຽດ ຄື ຂ້າພະເຈົ້າ ໄດ້ເວົ້າເນາະ, ພວກເຮົາ ມີ 19 ແຜນງານ. ແຕ່ລະປີ ພວກເຮົາ ຈະມາພ້ອມກັນ ທົບທວນ ວ່າຮວມກັບ ສາກົນ ຈະມີຈັກແຜນງານ, ຢູ່ພາຍໃນທ້ອງຖິ່ນ ຈະມີຈັກແຜນງານ ຫຼືໂຄງການ ໄປສ້າງຄວາມເຂັ້ມແຂງ, ໂຕແມ່ຍິງພວກເຮົາ ເອງ ຈະເຮັດຫຍັງແດ່.”
ພ້ອມດຽວກັນນັ້ນ, ກິຈກັມການສລອງ ໃນປີນີ້ ຮວມມີ ການໂຄສນາ, ການຈັດປາຖະກະຖາ ຫວນຄືນ ປວັດສາດ ຄວາມເປັນມາ ຂອງ ວັນແມ່ຍິງສາກົລ ວັນທີ 8 ມີນາ, ທົບທວນ ການເຄື່ອນໄຫວ 1 ປີ ຜ່ານມາ ແລະ ທິດທາງຕໍ່ໜ້າ ຂອງສະຫະພັນ ແມ່ຍິງ ແຕ່ລະຂັ້ນ ໂດຍຜ່ານ ສື່ມວນຊົນ ໃຫ້ກວ້າງຂວາງ ແລະ ເຂົ້າເຖິງ ທຸກກຸ່ມເປົ້າໝາຍ, ຈັດກອງປະຊຸມ ກ່ຽວກັບ ກົດໝາຍ, ສົນທິສັນຍາ ສາກົລ ທີ່ພົວພັນ ເຖິງການພັທນາ ແລະ ປົກປ້ອງສິດ ຜົລປໂຍດ ອັນຊອບທັມ ຂອງແມ່ຍິງ, ກົດໝາຍພັທນາ ປົກປ້ອງແມ່ຍິງ, ການຈັດຕັ້ງ ປະຕິບັດຄຳຂວັນ ຂອງແມ່ຍິງສາກົລ ປະຈຳປີ 2017 ຄື ການສ້າງຄວາມເຂັ້ມແຂງ ທາງດ້ານເສຖກິຈໃຫ້ແມ່ຍິງ, ຍຸກທີ່ມີການປ່ຽນແປງ ຂອງວຽງກງານ, ຈັດກິຈກັມ ການຍ່າງ ເພື່ອສຸຂພາບຄອບຄົວ ທີ່ເດີ່ນພຣະທາດຫລວງ ແລະ ອື່ນໆ.
ເຖິງຢ່າງໃດກໍດີ, ໃນໂອກາດວັນແມ່ຍິງສາກົລ ທີ່ສຳຄັນດັ່ງກ່າວ ແມ່ຍິງຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວວ່າ ຢາກໃຫ້ພາກສ່ວນ ກ່ຽວຂ້ອງ ເອົາໃສ່ເຣື່ອງການສຶກສາ ແລະ ສົ່ງເສີມສິດທິ ຂອງແມ່ຍິງ ຂຶ້ນຕື່ມ:
“ຕໍ່ໜ້ານີ້ ເນາະ, ກະຄືຢາກໃຫ້ ແມຍິງລາວ ທຸກຄົນເນາະ ໄດ້ເຂົ້າເຖິງ ການສຶກສາ ຫັ້ນແຫລະ, ຄັນວ່າ ແມ່ຍິງ ຢູ່ໃນໂຕເມືອງ ທີ່ວ່າ ເຂົ້າເຖິງ ການສຶກສາແລ້ວ, ຢາກໃຫ້ ຂະເຈົ້າ ໄດ້ວຽກເຮັດ ງານທຳ ທີ່ດີ, ລະຄັນ ສົມມຸດວ່າ ຜູ່ທີ່ວ່າ ມີວຽກເຮັດງານທຳ ທີ່ດີແລ້ວ, ກໍຢາກໃຫ້ ຂະເຈົ້າມີບົດບາດ ໃນເວທີຕ່າງໆ, ບໍ່ວ່າເວທີສາກົນ ຫຼືເວທີ ຢູ່ພາຍໃນ ຫັ້ນນະ, ໃຫ້ທາງສັງຄົມເບິ່ງ ລະກະຕະໜັກ ເຖິງວ່າ ບົດບາດ ຂອງຜູ່ຍິງ ໃນຜູ່ຍິງລາວ ໃນທຸກມື້ນີ້ ຫັ່ນນ່າ ມັນກະພົ້ນເດັ່ນ ກໍບໍ່ໄດ້ ແພ້ [ນ້ອຍໜ້າ] ຈາກເພດຊາຍຫລາຍ.”
ນອກຈາກນັ້ນເດ້, ຢາກໃຫ້ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ ຫຍັງຕື່ມ?
“ຢາກໃຫ້ ເອົາໃຈໃສ່ ຫຍັງຕື່ມ, ໂຕນີ້ ໜ້າຈະເປັນ ເວົ້າລວມ ກະຄື ບໍ່ແມ່ນແຕ່ເພດຍິງນໍ້, ກະຢາກໃຫ້ເອົາໃຈໃສ່ ສະເພາະ ອັນນ່າ ປະຊາຊົນ ຜູ່ທີ່ຢູ່ ຫ່າງໄກສອກຫລີກ ຫັ້ນແຫລະ ໃຫ້ຂະເຈົ້າ ເຂົ້າເຖິງ ເຣື່ອງການສຶກສາ ໃຫ້ມັນຫລາຍ ຫັ້ນນ່າ, ເພາະວ່າ ມັນຈະເປັນ ຜົນກະທົບ ທີ່ວ່າ ກວມລວມ ເປັນມະຫາພາກ ຫັ້ນນ່າ, ຖ້າສົມມຸດວ່າ ເວົ້າເຖິງ ການສຶກສາ ມັນໄດ້ດີແລ້ວເນາະ, ບໍ່ວ່າ ເພດຍິງ ຫຼືວ່າ ເພດຊາຍ ຫັ້ນນ່າ, ມັນກະຈະເຮັດໃຫ້ ບ້ານເຮົາຫັ້ນແຫລະ ມັນດີຂຶ້ນ, ລະມັນກະ ຈະເຣີນຂຶ້ນ, ເວົ້າເຖິງ ເຮື່ອງການສຶກສາ ເປັນສຳຄັນ.”
ມີຫຍັງເພີ່ມຕື່ມ ກ່ຽວກັບ ບົດບາດ ຂອງແມ່ຍິງ?
“ລະອີກອັນນຶ່ງ, ເນື່ອງວັນແມ່ຍິງສາກົນ ກະຢາກໃຫ້ເພິ່ນເບິ່ງ ເຣື່ອງການຫລຸດຜ່ອນ ການໃຊ້ຄວາມຮຸນແຮງ ຕໍ່ເດັກນ້ອຍ ລະກະຜູ່ຍິງ, ແຕ່ວ່າ ດຽວນີ້, ກະຖືວ່າ, ທຽບໃສ່ແຕ່ກ່ອນ ເນາະ, ດຽວນີ້ຫັ້ນ ຜູ່ຍິງລາວ ເຣີ່ມມີການສະແດງອອກດີ, ດີກວ່າແຕ່ກີ້ຫັ້ນນ່າ, ແຕ່ກີ້ຈະເປັນ ແບບວ່າ ເອີ໋ ຄ່ອນຂ້າງ ຈະວ່າ ເຣື່ອງປະເພນີ, ເຣື່ອງອີຫຍັງຫັ້ນນ່າ, ມັນກະສິເປັນ… ຂະເຈົ້າ ເອີ້ນວ່າຫຍັງ [gender equality] ຄວາມບໍ່ສມີພາບ ຍິງ-ຊາຍ ມັນຍັງບໍ່ໄດ້ເນາະ. ດຽວນີ້ ຜູ່ຍິງ ກະມີເຣື່ອງສັງຄົມ, ຕໍ່ໍ່ກັບສັງຄົມ ກໍມີການຕື່ນໂຕຫລາຍ, ລະກະຜູ່ຍິງ ກະໄດ້ສະແດງ ສັກກະຍະພາບ ຂອງໂຕອອກມາວ່າ ເອີໂຕເອງ ກະບໍ່ໄດ້ແພ້ [ນ້ອຍໜ້າ] ເພດຊາຍ ໃນທຸກໆຂົງເຂດ ວຽກງານຫັ້ນນ່າ. ມີແຕ່ຢາກໃຫ້ທາງພາກສັງຄົມ ເພິ່ນຕະໜັກ ເຖິງຈຸດນີ້.”
ໃນຂນະດຽວກັນ ແມ່ຍິງລາວ ອີກທ່ານນຶ່ງ ຢູ່ທາງພາກເໜືອ ຂອງລາວ ກໍຢາກໃຫ້ ພາກສ່ວນກ່ຽວຂ້ອງ ຫາທາງແກ້ໄຂ ແມ່ຍິງ ທີ່ຖືກ ຕົວະຍົວະ ໄປເຮັດວຽກ ຢູ່ຕ່າງປະເທດ ແລະ ຕົກເປັນເຫຍື່ອ ຂອງການຄ້າມະນຸດ:
“ສະເພາະ ໂຕນີ້ ກະຢາກໃຫ້ ພາກຣັຖ ຫັ້ນ ເອົາໃຈໃສ່ ຕິດຕາມ ເອົາຂະເຈົ້າ ກັບຄືນມາ ບ້ານເກີດເມືອງນອນ ຫັ້ນແຫລະ, ກະເຮັດໃຫ້ ມັນຖືກກົດໝາຍ ຫັ້ນລະ, ລົງໂທດ ຜູ່ກະທຳຜິດ, ຜູ່ທີ່ວ່າ ຫລອກລວງຕົວະຍົວະ ໄປຫັ້ນເນາະ, ເພື່ອວ່າ ຮັດກຸມເຂົາ ເພື່ອວ່າ ບໍ່ໃຫ້ ມີໂອກາດ ເຮັດແບບນັ້ນອີກ ທີ່ວ່າ ເປັນແບບຢ່າງ ໃຫ້ຜູ່ຕໍ່ໄປ. ຄັນວ່າ ເຮົາບໍ່ມີລະບຽບ ຕໍ່ຜູ່ກະທຳຜິດຫັ້ນນ່າ, ກະຊິມີແບບນີ້ ເກີດຂຶ້ນ ເລື້ອຍໆ. ສອງມາ ກໍຕ້ອງຊອກຫາ ວຽກເຮັດງານທຳ ໃຫ້ແມ່ຍິງລາວເຮົາ ຢູ່ໃນປະເທດເຮົາ ມີວຽກເຮັດຫລາຍຂຶ້ນ, ມີວຽກເຮັດງານທຳ ຫລາຍຂຶ້ນ ວ່າຊັ້ນຊ່າ, ບໍ່ຕ້ອງໄປຂາຍແຮງງານ ຢູ່ຕ່າງປະເທດ, ລະກະ ຈະບໍ່ຖືກຕົວະຍົວະໄປ ໃນແບບນີ້ເນາະ, ຄ່າແຮງງານ ກະຢາກ ໃຫ້ເບິ່ງ ຢາກໃຫ້ ປັບປຸງກ່ວານີ້, ຄ່າແຮງງານ ຂອງຜູ່ອອກແຮງງານ ຢູ່ພາຍໃນປະເທດ ວ່າຊັ້ນຊະ, ມີວຽກເຮັດ, ຫາວຽກເຮັດງານທຳ, ສ້າງອາຊີບ ໃຫ້ແມ່ຍິງລາວເຮົາ, ເຮັດວຽກ ລະກະ ພັທນາຢູ່ບ້ານເຮົາຫລາຍໆ ວ່າຊັ້ນຊະ.”
ຢາກເຫັນ ແມ່ຍິງລາວ ມີບົດບາດແນວໃດ ໃນສັງຄົມ?
“ຢູ່ສັງຄົມບ້ານເຮົາ ວະ, ກະຢາກເຫັນຜູ່ຍິງລາວ ຢູ່ໃນຖັນແຖວ ພະນັກງານ, ກະຢາກໃຫ້ຂະເຈົ້າ ກ້າວໜ້າ ມີສິດເທົ່າທຽມຜູ່ຊາຍ, ຜູ່ຊາຍ ມີຕຳແໜ່ງສູງໆໄດ້, ຜູ່ຍິງ ກະສາມາດເປັນໄດ້ ແບບນັ້ນ ຄືກັນ ເຖິງວ່າ ຈະບໍ່ໄດ້ຢູ່ໃນ ຂົງເຂດວຽກງານ ກໍຕາມ, ຢາກໃຫ້ເຫັນເນາະ ໂຕມັນພົ້ນເດັ່ນ ຫັ້ນນ່າ. ສົມມຸດວ່າ ຫົວໜ້າຜແນກ ມີຜູ່ຊາຍ, ບາງຜແນກການ ກໍຢາກໃຫ້ເປັນຜູ່ຍິງແບບນັ້ນ, ອັນທີນຶ່ງ. ອັນທີສອງ ຢູ່ໃນເວທີສາກົນຕ່າງໆ ກະຄືແບບທີ່ເຮົາເຫັນ ຜ່ານມາ. ສ່ວນຫລາຍ ດຽວນີ້ ແມ່ຍິງບ້ານເຮົາ ກໍກ້າວໜ້າຫລາຍແລ້ວເນາະ, ບໍ່ເວົ້າແຕ່ວ່າ ຢູ່ໃນຖັນແຖວ ພະນັກງານ ຫຼື ນັກທຸຣະກິຈຍິງ ອີ່ຫຍັງ ກະໄດ້ເຫັນຜູ່ຍິງລາວ ມີບົດບາດ ຂຶ້ນຫລາຍເນາະ, ກ້າວໜ້າຫລາຍກ່ວາແຕ່ກ່ອນ ຫັ້ນລະໄປ໋, ໃນປັດຈຸບັນນີ້ເດີ, ຄັນເວົ້າ, ຄັນທຽບໃສ່ ແຕ່ກ່ອນ ຖືວ່າ ເຮົາເກັ່ງຂຶ້ນຫລາຍ ແມ່ຍິງລາວເຮົາ, ຕົວຢ່າງ ຍັງສາມາດ ຂັບຍົນໄດ້ ອີ່ຫຍັງ ແບບຊີ້ນະ, ອັນນີ້ ກໍເປັນໃບໜ້າໃໝ່ ຂອງແມ່ຍິງລາວເຮົາ.”
ຢາກໃຫ້ ພາກສ່ວນກ່ຽວຂ້ອງ ປັບປຸງຫຍັງຕື່ມ?
“ກະເຣື່ອງສິດທິ ຂອງແມ່ຍິງຫັ້ນລະ, ກະຢາກໃຫ້ ຜູ່ເພິ່ນເບິ່ງເອື້ອຍນ້ອງແມ່ຍິງ ເຮົາຫັ້ນນ່າ ຫຼືວ່າ ໃຫ້ສິດໃຫ້ນະໂຍບາຍ ພິເສດອີ່ຫຍັງ ຫັ້ນນ່າ. ກະໃຫ້ສິດຫລາຍອັນຂຶ້ນ, ມີສິດເທົ່າທຽມເພດຊາຍ ກະແຕ່ວ່າ ຢາກໃຫ້ເພິ່ນ ມີນະໂຍບາຍ ແບບນີ້ ໄປຕລອດ ລະກະພັທນາ ຂຶ້ນໄປເລື້ອຍໆ ໃຫ້ມັນດີໆຂຶ້ນໄປ ກ່ວານີ້ເລື້ອຍໆ ໃຫ້ສິດແມ່ຍິງ ວ່າຊັ້ນຊະ. ຢູ່ໃນສັງຄົມ, ກະບໍ່ຢາກໃຫ້ ລັງກຽດ ຫຼື ດູຖູກ ແມ່ຍິງ ວ່າ ເປັນເພດອ່ອນແອ ແນວນີ້ແນວນັ້ນ, ກໍບໍ່ຢາກໃຫ້ ແບ່ງສັນປັນສ່ວນ ແບບຊັ້ນ, ຢາກໃຫ້ມີສິດ ເທົ່າທຽມ ກັບຜູ່ຊາຍ, ຜູ່ຊາຍເຮັດໄດ້ ຜູ່ຍິງ ກະເຮັດໄດ້.”
ໃນຕອນທ້າຍ ຍາງນາງ ອິນລາວັນ ແກ້ວບຸນພັນ ໄດ້ຮຽກຮ້ອງ ແມ່ຍິງລາວ ເຂົ້າໃຈ ກ່ຽວກັບ ຄວາມໝາຍຄວາມສຳຄັນ ຂອງວັນແມ່ຍິງ ສາກົນ ວ່າ:
“ເນື່ອງໃນໂອກາດ ມີຄວາມໝາຍຄວາມສຳຄັນ ດັ່ງກ່າວ, ພວກເຮົາ ພ້ອມກັນ ມາຫວນຄືນ ມູນເຊື້ອ ປວັດສາດ ຫຼື ການເສັຽສຣະ ຂອງ ແມ່ຍິງ ໃນເມື່ອກ່ອນນັ້ນ ຈຶ່ງມີພວກເຮົາ ໃນມື້ນີ້ຫັ້ນ. ຂ້າພະເຈົ້າ ກະຮຽກຮ້ອງ ມາຍັງແມ່ຍິງ ທຸກພາກສ່ວນ, ການຈັດຕັ້ງ ທຸກພາກສ່ວນ ຈົ່ງໄດ້ຮ່ວມກັນ ສ້າງກິຈກັມ ໂຕນີ້ໃຫ້ມີຄວາມໝາຍຄວາມສຳຄັນ ຫລາຍຂຶ້ນ. ເຮົາຈະບໍ່ເນັ້ນໃສ່ວ່າ ການເສັຽງົບປະມານ ໂດຍທີ່ ພວກເຮົາ ບໍ່ຮູ້ຈັກວ່າ ມູນເຊື້ອ ອັນແທ້ຈິງ ວັນສຳຄັນ ວັນແທ້ຈິງ ຂອງວັນທີ 8 ເດືອນ 3 ຫັ້ນແມ່ນຫຍັງ. ສະນັ້ນ ຖ້າຫາກວ່າ ຍາມໃດ ມີໂອກາດ ມາຮ່ວມນຳ ພວກເຮົາ, ພວກເຮົາ ກະກຽມພ້ອມ, ລະກະເຊີນ ເຂົ້າຮ່ວມກັບພວກເຮົາ, ຂໍໃຫ້ແຕ່ລະຄອບຄົວ ມີສ່ວນຮ່ວມພ້ອມກັບລູກ ກັບຫລານ.”
ວັນແມ່ຍິງສາກົລ ເກີດຂຶ້ນ ເມື່ອວັນທີ 8 ມີນາ ປີ 1857 ໂດຍມີ ກັມມະກອນແມ່ຍິງ ໃນໂຮງງານແຜ່ນແພ ຢູ່ຣັຖນິວຢັອກ (New York), ສະຫະຣັຖອາເມຣິກາ ໄດ້ພາກັນລຸກຂຶ້ນປະທ້ວງ ທວງໃຫ້ນາຍຈ້າງ ເພີ່ມຄ່າແຮງງານ ແລະ ຮຽກຮ້ອງ ເອົາສິດທິຕ່າງໆ ຂອງພວກເຂົາເຈົ້າ. ມາໃນປີ 1907 ກັມມະກອນແມ່ຍິງ ໃນໂຮງງານ ແຜ່ນແພ ຢູ່ນະຄອນ ຊີກາໂກ້ (Chicago) ຂອງສະຫະຣັຖ ທີ່ທົນຕໍ່ ການຖືກກົດຂີ່ ຂອງນາຍຈ້າງ ຊຶ່ງໃຫ້ເຮັດວຽກໜັກ ມື້ນຶ່ງມື້ນຶ່ງ 16-17 ຊົ່ວໂມງ ໂດຍບໍ່ມີມື້ພັກ ບໍ່ມີປະກັນພັຍ ເຮັດໃຫ້ລົ້ມປ່ວຍ ແລະ ຕາຍ ໂດຍທີ່ ໄດ້ຮັບຄ່າແຮງງານ ພຽງໜ້ອຍດຽວ ແລະ ເມື່ອຖືພາມານ ກໍຖືກໄລ່ອອກ ນັ້ນບໍ່ໄດ້, ກໍພາກັນ ລຸກຮືຂຶ້ນປະທ້ວງ ຢ່າງເປັນປວັດການ.
ຄວາມທຸກທໍຣະມານ ທີ່ພວກແມ່ຍິງ ໃນທົ່ວໂລກ ໄດ້ຮັບນັ້ນ ເຮັດໃຫ້ແມ່ຍິງ ຢູ່ປະເທດຕ່າງໆ ລຸກ ຂຶ້ນຕໍ່ສູ້ ຢ່າງເປັນຂະບວນ, ໃນນັ້ນ ຮວມທັງ ແມ່ຍິງເຢັຽຣະມັນ ຊື່ ຄລາຣາ ເຊັດຄີນ (Clara Zetkin), ຊຶ່ງເປັນນັກການເມືອງ ທີ່ມີແນວຄິດ ສນັບສນູນ ຄວາມສເມີພາບ ຍິງຊາຍ ຕັດສິນໃຈ ຊຸກຍູ້ແມ່ຍິງ ພ້ອມກັນໃຫ້ ນັດຢຸດງານປະທ້ວງ ໃນວັນທີ 8 ມີນາ ປີ 1907 ແລະ ທວງໃຫ້ນາຍຈ້າງ ຫລຸດເວລາ ການເຮັດວຽກລົງ ມາຍັງເຫລືອ ມື້ລະ 8 ຊົ່ວໂມງ ໃຫ້ປັບປຸງ ສວັດດີການສັງຄົມ ແລະໃຫ້ຜູ້ຍິງ ມີສິດອອກສຽງເລືອກຕັ້ງ. ຕໍ່ມາອີກນຶ່ງປີຄື ໃນວັນທີ 8 ມີນາ ປີ 1908 ກໍມີ ກັມມະກອນແມ່ຍິງ ຫລາຍກວ່າ 15 ພັນຄົນ ຮ່ວມກັນ ເດີນຂບວນປະທ້ວງ ທົ່ວນະຄອນນິວຢັອກ ຮຽກຮ້ອງໃຫ້ຢຸດ ການໃຊ້ ແຮງງານເດັກນ້ອຍ. ແລະ 2 ປີຕໍ່ມາອີກຄື ໃນວັນທີ 8 ມີນາ ປີ 1910 ຄວາມພະຍາຍາມ ຂອງພວກແມ່ຍິງ ກໍໄດ້ຂຍາຍໄປ ໃນວົງກວ້າງ ໄປສູ່ປະເທດຕ່າງໆ, ເຮັດໃຫ້ເກີດ ມີການຮ່ວມມືກັນຂຶ້ນ ເມື່ອມີຜູ້ຕາງໜ້າແມ່ຍິງ ຈາກ 17 ປະເທດໃນໂລກ ເຂົ້າຮ່ວມ ກອງປະຊຸມແມ່ຍິງສາກົນ ທີ່ນະຄອນ ໂຄເພັນຮາເກັນ (Copenhagen) ປະເທດ ເດັນມາຣ໌ຄ (Denmark). ໃນກອງປະຊຸມນັ້ນ ໄດ້ມີການປະກາດ ຮັບຮອງເອົາ ຂໍ້ຮຽກຮ້ອງ ຂອງບັນດາ ກັມມະກອນຍິງ ທີ່ໃຫ້ຫລຸດເວລາ ເຮັດວຽກລົງເຫລືອ ມື້ລະ 8 ຊົ່ວໂມງ, ໃຫ້ເວລາ ໃນການສຶກສາ ຫາຄວາມຮູ້ ໃຫ້ເວລາພັກຜ່ອນ ຂຶ້ນຄ່າແຮງງານ ໃຫ້ເທົ່າທຽມ ກັບເພດຊາຍ ແລະ ໃຫ້ມີການຄຸ້ມຄອງ ທາງດ້ານ ສວັດດີການສັງຄົມ ແກ່ແມ່ຍິງ ແລະ ຄຸ້ມຄອງ ແຮງງານເດັກນ້ອຍ ນໍາດ້ວຍ. ພ້ອມກັນນັ້ນ ທີ່ປະຊຸມ ຍັງໄດ້ຮັບຮອງ ເອົາຂໍ້ສເນີ ຂອງ ຍານາງ ຄລາຣາ ເຊັດຄີນ (Clara Zetkin) ທີ່ກໍານົດເອົາວັນທີ 8 ມີນາ ຂອງທຸກໆປີ ເປັນວັນແມ່ຍິງສາກົລ. ນັ້ນ ຄືຄວາມເປັນມາ ໂດຍຫຍໍ້ ຂອງວັນແມ່ຍິງ ສາກົລ ຊຶ່ງເປັນວັນສົ່ງເສີມສິດທິ ຂອງແມ່ຍິງ ແລະ ເປີດໂອກາດ ໃຫ້ພວກເຂົາເຈົ້າ ມີສ່ວນຮ່ວມໃນວຽກງານ ຕ່າງໆ ທັງທາງດ້ານເສຖກິຈ, ການເມືອງ ແລະ ວັທນະທັມ-ສັງຄົມ ຂອງຊາດ.