ພັກເກົ່າເລືອກຜູ້ເຮັດວຽກ ໃໝ່

ສົມເນ
2016.01.18
F-Flag ທຸງ ພັກຄອມມິວນິສ ຄູ່ກັບ ທຸງ ສປປລາວ ກໍບອກຢ່າງຈົ່ງແຈ້ງແລ້ວວ່າ ສະພາຊຸດໃດ ກໍຄືເກົ່າ
Citizen Journalist

ໃນວັນທີ 18 ມົກກະຣາ ນີ້ ຈະເປັນມື້ ເລີ້ມຕົ້ນ ຂອງ ກອງປະຊຸມໃຫ່ຽ ເປັນເວລາ 5 ວັນ ຂອງ ພັກ ປະຊາຊົນ ປະຕິວັດລາວ ຊຶ່ງ ຈະດໍາເນີນ ໄປຮອດ ວັນທີ 22 ທີ່ ສໍານັກງານ ສູນກາງພັກ ນະຄອນຫຼວງ ວຽງຈັນ.

ກອງປະຊຸມ ໃຫ່ຽນີ້ ມີຂຶ້ນທຸກໆ 5 ປີ ເພື່ອເລືອກ ຜູ້ນໍາພັກ ຊຸດໃໝ່. ຣາຍການ ກອງປະຊຸມ ຄາດວ່າ ຈະບໍ່ມີຫຍັງ ແຕກຕ່າງ ກັບ ກອງປະຊຸມໃຫ່ຽ ຄັ້ງທີ 9 ທີ່ຈັດຂຶ້ນ ໃນເດືອນ ມິນາ ປີ 2011 ຊຶ່ງ ມີຜູ້ແທນ ສະມາຊິກ ພັກ ທົ່ວປະເທດ ເຂົ້າຮ່ວມ ທັງໝົດ ກວ່າ 570 ຄົນ ໃນຈໍານວນ ສະມາຊິກ ທັງໝົດ ກວ່າ 191,000 ຄົນ. ສໍາຫຼັບ ປີນີ້ ກໍຄາດວ່າ ຈໍານວນ ຜູ້ແທນ ທັງໝົດ ທີ່ເຂົ້າຮ່ວມ ກອງປະຊຸມ ຈະເພີ້ມຂຶ້ນ.

ກອງປະຊຸມ ໃນປີນັ້ນ ແມ່ນຫົວຂໍ້ ສ້າງຄວາມ ສາມັກຄີ ປຶກແຜ່ນ ພາຍໃນພັກ, ປົກປັກຮັກສາ ການນໍາພາ ແລະສ້າງ ຄວາມສາມາດ ຂອງ ພະນັກງານ ພາຍໃນ ພັກ, ຈັດຕັ້ງ ປະຕິບັດ ນະໂຍບາຍ ການປ່ຽນແປງ ໃໝ່, ສ້າງເງື່ອນໄຂ ພື້ນຖານ ເພື່ອໃຫ້ ປະເທດຊາດ ຫລຸດພົ້ນ ຈາກການເປັນ ປະເທດ ດ້ອຍ ພັທນາ ພາຍໃນ ປີ 2020 ເພື່ອ ກ້າວຂຶ້ນສູ່ ສັງຄົມ ນິຍົມ.

ສໍາລັບ ກອງປະຊຸມ ຄັ້ງນີ້ ຈຸດໝາຍ ກໍບໍ່ແຕກຕ່າງ ຈາກ ປີຜ່ານມາ ຫຼາຍປານໃດ ເພາະວ່າການ ຈັດຕັ້ງ ປະຕິບັດ ແຜນການ ພັທນາ ເສຖກິດ-ສັງຄົມ 5 ປີທີ່ ພັກ ກໍານົດ ແລະ ຊີ້ນໍາ ບໍ່ໄດ້ ຄາດໝາຍ ຫມົດທຸກຢ່າງ ໝາຍຄວາມວ່າ ພະນັກງານ ປະຕິວັດ ຕັ້ງແຕ່ ຣະດັບສູງສຸດ ຮອດຕໍ່າສຸດ ຍັງບໍ່ ເອົາໃຈໃສ່ ນໍາການ ປັບປຸງ ຕົນເອງ ໃຫ້ເປັນ ຕົວຢ່າງ ໃນການເປັນ ຜູ້ເສັຽສຣະ ຕໍ່ ປະເທດຊາຕ ແລະ ສັງຄົມ, ແຕ່ ກົງກັນຂ້າມ ພຍາດຕິດແປດ ການສໍ້ຣາສ ບັງຫຼວງ ຣະບົບ ຫຼີ້ນເສັ້ນ ຫຼິ້ນສາຍ ເກື້ອກຸນ ຄອບຄົວ ແລະ ພັກພວກ ຊຶ່ງ ເປັນສັຕຣູ ຕົວຮ້າຍກາດ ຂອງ ພັກ ພັດແຜ່ລາມ ຢ່າງບໍ່ຢຸດຢັ້ງ.

ເມື່ອເຮົາຖາມ ຄວາມເຫັນ ຂອງ ຊາວລາວ ທີ່ຫາເຊົ້າ ກິນຄໍ່າ ວ່າມີຄວາມ ກະຕືລືລົ້ນ ແນວໃດ ກັບ ກອງປະຊຸມ ຄັ້ງນີ້ ທ່ານ ກໍຕອບວ່າ:

(ເຊີນທ່ານ ຕິດຕາມ ຟັງສຽງ ຕໍ່ໄປໄດ້)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.