ສປປລາວ-ຣັດເຊັຍ ຂຍາຍ ສໍາພັນ
2017.10.03

ໃນຣະຫວ່າງການຢ້ຽມຢາມຣັດເຊັຍ ໃນມື້ວັນທີ 26 ແລະ 27 ກັນຍາ 2017 ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ ໄດ້ ພົບພໍ້ກັບ ທ່ານ ດີມີຕຼີ ເມດເວເດບ ນາຍົກຣັຖມົນຕຣີ ຣັດເຊັຍ, ເພື່ອທົບທວນຄືນ ແລະຕີລາຄາ ຕໍ່ສາຍພົວພັນ ມິຕພາບ ແລະ ການຮ່ວມມື ບົນພື້ນຖານແຫ່ງຄວາມ ໄວ້ເນື້ອເຊື່ອໃຈ, ການຊ່ວຍເຫຼືອ ຊຶ່ງກັນແລະກັນ ແລະການເປັນຄູ່ຮ່ວມມື ຍຸທສາດນຳກັນໃນຂົງເຂດ ເອເຊັຽ-ປາຊີ ຟິກ ແລະ ພ້ອມກັນຕີຣາຄາ ວ່າ ການພົວພັນ ຮ່ວມມື ດັ່ງກ່າວ ໄດ້ຮັບການເສີມ ຂຍາຍ ແລະສືບຕໍ່ເຕີບໃຫຍ່ ຂະຫຍາຍຕົວ ຊຶ່ງສະແດງ ອອກ ໃນການຢ້ຽມຢາມ ຊຶ່ງກັນແລະກັນ ຢ່າງເປັນປົກກະຕິ ຂອງຄະນະຜູ້ແທນ ສອງປະເທສ ໃນທຸກລະດັບ ໃນຣະຍະ ທີ່ຜ່ານມາ.
ນາຍົກຣັຖມົນຕຣີຂອງ 2 ປະເທສ ຕົກລົງພົວພັນແລະຮ່ວມມືກັນ ຫຼາຍດ້ານ ແລະໄດ້ລົງນາມໃນສັນຍາ ແລະຂໍ້ຕົກລົງ ນໍາກັນໃໝ່ຕື່ມອີກ 7 ສະບັບຄື ສົນທິສັນຍາ ຣະຫວ່າງ ສປປ ລາວ ແລະສະຫະພັນ ຣັດເຊັຍ ວ່າດ້ວຍການ ໂອນນັກໂທດ, ສັນຍາ ວ່າດ້ວຍການ ຂົນສົ່ງ ທາງ ອາກາດ, ຂໍ້ຕົກລົງ 3 ສະບັບວ່າດ້ວຍການຮ່ວມມື ໃນຂແນງການ ພລັງງານແລະບໍ່ແຮ່, ຂໍ້ຕົກລົງວ່າດ້ວຍ ການສ້າງຄວາມ ອາດສາມາດ ໃຫ້ແກ່ພະນັກງານ ໃນວຽກງານ ການຕ້ານ ການຟອກເງິນ ແລະຕ້ານການ ສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະຂໍ້ຕົກລົງວ່າດ້ວຍ ການຮ່ວມມື ທາງດ້ານ ເຕັກນິກ ການທະຫານ.
ພ້ອມກັນນັ້ນທ່ານ ທອງລຸນ ສີສຸລິດ ແລະທ່ານ ດີມີຕຼີ ເມດເວເດບ ຍັງໄດ້ຕົກລົງກັນວ່າ ໃນອະນາຄົດ ສປປລາວ ແລະສະຫະພັນ ຣັດເຊັຍ ຈະເພີ່ມທະວີ ການພົວພັນ ຮ່ວມມື ທີ່ດີຢູ່ແລ້ວນັ້ນ ໃຫ້ດີຍິ່ງໆຂຶ້ນ ແລະ ມີໝາກຜົນລື່ນເກົ່າ ເພື່ອຍົກຣະດັບ ການພົວພັນສອງຝ່າຍ ໃຫ້ຂຶ້ນສູ່ ຣະດັບສູງ ໃນຣະຍະໃໝ່, ຈະສືບຕໍ່ໃຫ້ ການຊ່ວຍເຫຼືອ ຊຶ່ງກັນແລະກັນ ດ້ວຍການຊຸກຍູ້ ການຮ່ວມມື ໃນຂົງເຂດ ການທະຫານ, ເສຖກິດ- ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັທນະທັມ, ສາທາລະນະສຸກ, ວິທຍາສາດ-ເຕັກໂນໂລຊີ, ການທ່ອງທ່ຽວ, ໂທລະຄົມມະ- ນາຄົມ ແລະຂະແໜງການອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະຄວາມສົນໃຈຮ່ວມກັນ ແລະທັງວ່າ ຈະສືບຕໍ່ແລກປ່ຽນ ການຢ້ຽມຢາມ ຊຶ່ງກັນ ແລະກັນ ແຕ່ຣະດັບສູງ ເຖິງຣະດັບ ວິຊາການ, ລວມທັງ ຣະຫວ່າງ ສອງສະພາ ແຫ່ງຊາດ ແລະ ສອງນະຄອນຫຼວງ ເພື່ອຜັນຂະຫຍາຍ ຜົນການຢ້ຽມຢາມ ແລະຊຸກຍູ້ສັນຍາ ຮ່ວມມືຕ່າງໆ ໃຫ້ໄດ້ຮັບ ການຈັດຕັ້ງ ປະຕິບັດ ເປັນຮູປທັມ.
ແລະເມື່ອກ່ອນນັ້ນ ຄືມື້ວັນທີ 18 ກັນຍາ 2016 ໃນຣະຫວ່າງ ກອງປະຊຸມ ສຸດຍອດອາຊຽນ-ຣັດເຊັຍ ທີ່ພາກໃຕ້ ປະເທສຣັດເຊັຍ ທ່ານ ທອງລຸນ ສິສຸລິດ ກໍໄດ້ພົບພໍ້ກັບ ທ່ານ ວະລາດິເມັຍ ປູຕິນ ປະທານາທິບໍດີ ຣັດເຊັຍ ຊຶ່ງທ່ານ ໄດ້ກ່າວເຖິງ ການພົວພັນ ຮ່ວມມື ຣະຫວ່າງ ສປປລາວ ແລະຣັດເຊັຍ ຕອນນຶ່ງວ່າ:
ແລະທ່ານ ວະລາດິເມັຍ ປູຕິນ ກໍໄດ້ກ່າວເຖິງ ການພົວພັນ ຮ່ວມມື ຣະຫວ່າງ ສອງປະເທສ ຄືກັນນັ້ນ ຕອນນຶ່ງວ່າ:
ໃນໂອກາດການຢ້ຽມຢາມ ຣັດເຊັຍ ຄັ້ງນີ້, ນອກຈາກພົບພໍ້ ເຈຣະຈາກັບ ທ່ານ ດີມີຕຼີ ເມດເວເດບ ນາຍົກຣັຖມົນຕຣີ ຣັດເຊັຍ ແລ້ວ, ທ່ານ ທອງລຸນ ຍັງໄດ້ພົບພໍ້ ກັບ ມາດາມ ວາເລັນຕີນາ ມັດວຽນໂກ ປະທານ ສະພາສູງ ສະພາ ສະຫະພັນ ຣັດເຊັຍ, ກັບ ປະທານ ສະມາຄົມ ມິດຕະພາບ ຣັດເຊັຍ-ລາວ ແລະ ໄດ້ຢ້ຽມຊົມ ສະຖານທີ່ ວັທນະທັມ ຂອງຣັດເຊັຍ ຈຳນວນໜຶ່ງ ແລະ ທ່ານໄດ້ຕາງໜ້າ ໃຫ້ ຣັຖບາລ ສປປລາວ ຂອບໃຈຕໍ່ການ ສະໜັບສະໜູນ ແລະການຊ່ວຍເຫຼືອ ທີ່ຣັຖບາລຣັດເຊຍ ໃຫ້ແກ່ ສປປລາວ ທີ່ຜ່ານມາ ແລະໃນປັດຈຸບັນ.
ແຕ່ຄາວສົງຄາມວຽດນາມ ສມັຍສະຫະພາບໂຊວຽດ ເຮືອງອໍານາດ ຈົນຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ໃຫ້ສັນຍານາມວ່າເປັນກໍາແພງ ເພັດ ທີ່ໄວ້ໃຈໄດ້ຂອງຄ້າຍ ສັງຄົມນິຍົມ ນັ້ນໃນການສູ້ຣົບ ທີ່ເອີ້ນກັນວ່າກໍາລັງຂອງຝ່າຍ ປະເທສລາວ ແມ່ນເກືອບເວົ້າໄດ້ວ່າ ລ້ວນແຕ່ໃຊ້ ອາວຸດຍຸດໂທປະກອນ ຂອງສະຫະພາບໂຊວຽດ. ດັ່ງອາດີດນາຍທະຫານ ກອງທັບແຫ່ງ ພຣະຣາຊອານາຈັກລາວ ທີ່ສະຫະຣັຖ ອະເມຣິກາ ກ່າວວ່າ:
ດັ່ງນັ້ນ ເຖິງແມ່ນວ່າສົງຄາມ ສິ້ນສຸດມາໄດ້ 40 ປາຍປີແລ້ວ ກໍດີ ແຕ່ກໍມີຄວາມ ຈໍາເປັນ ທີ່ຣັຖບາລ ສປປລາວ ຕ້ອງໄດ້ອາສັຍໄພເພິ່ງ ຣັດເຊັຍ ທີ່ເປັນຜູ້ສືບທອດ ສະຫະພາບໂຊວຽດ ເປັນຕົ້ນທາງດ້ານ ການທະຫານ ຮວມທັງ ປືນໃຫຍ່, ຣົດຖັງ ແລະ ຍົນ ຂົນສົ່ງ ແລະຍົນ ສູ້ຮົບ ຊຶ່ງຕ້ອງໄດ້ ສ້ອມແປງ ແລະ ຊື້ໃໝ່ຕື່ມ ບໍ່ແມ່ນວ່າຈະໄດ້ລ້າ ຄືສມັຍສົງຄາມ.
ຕາມຂ່າວມື້ວັນທີ 21 ພຶສພາ 2016 ຣັຖເຊັຍ ໄດ້ລົງນາມ ໃນສັນຍາກັບ ກະຊວງ ປ້ອງກັນປະເທສ ສປປລາວ ວ່າດ້ວຍການສ້ອມແປງ Helocopters ຣັດເຊັຍ ກໍານົດ 4 ປີ ຊຶ່ງເປັນພາກສ່ວນນຶ່ງ ຂອງການຮ່ວມມື ຂອງ ບໍຣິສັດຂອງ ຣັຖ- Rostec. ໃນນັ້ນມີ MI-17-1B ສອງລໍາ ແລະ MI-17 ສອງລໍາ.
ທາງດ້ານເສຖກິດ-ການຄ້າ 2 ປະເທສໄດ້ ຈັດກອງປະຊຸມ ຄະນະກຳມາທິການ ຮ່ວມມືດ້ານ ເສຖກິດ-ການຄ້າ ແລະ ວິທຍາສາດ ເຕັກນິກ ລາວ-ຣັດເຊັຍ ຄັ້ງທີ XIII ຂຶ້ນທີ່ ນະຄອນຫຼວງ ມົດສະກູ ໃນມື້ວັນທີ 10 ແລະ 11 ກໍຣະກະດາ 2017.
ໃນກອງປະຊຸມ ຂັ້ນວິຊາການ ທັງສອງຝ່າຍ ໄດ້ປຶກສາຫາລືກັນ ຫຼາຍບັນຫາ ທີ່ພົວພັນເຖິງ ການຮ່ວມມື ດ້ານການຄ້າ ແລະການລົງທຶນ, ດ້ານອຸດສາຫະກັມ, ພະລັງງານ, ໄອທີ ແລະ ການສື່ສານ ຮວມທັງການຮ່ວມມື ທາງດ້ານ ວິທຍາສາດ, ການສຶກສາ, ການຄົມມະນາຄົມ ຂົນສົ່ງ, ດ້ານກະສິກັມ ແລະການຮ່ວມມື ທາງດ້ານ ການນຳໃຊ້ ພະລັງງານ ນິວເຄລັຍ ຊຶ່ງ ສປປລາວ ໄດ້ລົງນາມ ໃນບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບ ການຮ່ວມມື ດ້ານພະລັງງານ ນິວເຄລັຍ ເພື່ອ ຄວາມສັນຕິ ກັບບໍຣິສັດ ນິວເຄລັຍ Rosaton ຂອງ ຣັດເຊັຍ.
ເວົ້າເຖິງການຄ້າ ໃນປີ 2016 ມູນຄ່າການຄ້າ 2 ຝ່າຍຣະຫວ່າງ ສປປລາວ ແລະ ຣັດເຊັຍມີ 16,3 ລ້ານໂດລາ ສະຫະຣັຖ ແລະ ຣັດເຊັຍ ລົງທຶນໂດຍກົງ ຢູ່ລາວ ເປັນມູນຄ່າ 52,7 ລ້ານ ໂດລາ. ໃນກອງປະຊຸມ ວົງແຄບ ໄດ້ປຶກສາຫາລືກັນ ບາງບັນຫາຄື ການຈັດຕັ້ງ ປະຕິບັດ ໂຄງການເຊກອງ 5, ການຈັດຕັ້ງ ປະຕິບັດ ວຽກງານ ຂອງບໍລິສັດ ບີລາຍ, ຄວາມ ຄາດຫວັງ ໃນການສົ່ງນ້ຳມັນ ຈາກຣັດເຊັຍ ມາ ສປປລາວ, ການສຳຫຼວດ ດ້ານທໍຣະນີສາດ ຢູ່ແຂວງໄຊສົມບູນ ໃນພື້ນທີ່ 300 ເຮັກຕາ ແລະ ການຊົດເຊີຍ ໂຄງການເສຖກິດ ພິເສດ ວັງເຕົ່າ.
ເວົ້າເຣຶ່ອງການສຶກສາ ນັບແຕ່ປີ 2014 ເປັນຕົ້ນມາ ຣັຖບາລຣັດເຊັຍ ໃຫ້ການຊ່ວຍເຫລືອ ດ້ານການພັທນາ ຊັພຍາກອນມະນຸດ ແກ່ ສປປລາວ ຄືນໃໝ່. ສະເພາະປີ 2016 ໃຫ້ທຶນ ການສຶກສາ ຂັ້ນມະຫາວິທຍາລັຍ ຢູ່ຣັດເຊັຍ 87 ທຶນ ແລະປີ 2017 ໃຫ້ທຶນ ໄປຮຽນຕໍ່ ຈຳນວນ 81 ຄົນ ຊຶ່ງໃນນັ້ນມີ ຜູ້ຍິງ 35 ຄົນ. ມີທັງຂັ້ນ ປຣິນຍາເອກ 3 ຄົນ ໃນສາຂາພົວພັນ ຕ່າງປະເທດ ແລະໄຟຟ້າ. ຣະດັບ ປຣິນຍາໂທ 20 ຄົນ; ທີ່ເຫຼືອນັ້ນແມ່ນຂັ້ນ ປຣິນຍາຕຣີ. ວິຊາຮຽນຫຼັກ ແມ່ນການພົວພັນ ຕ່າງປະເທດ, ບໍຣິຫານທຸຣະກິດ, ການເມືອງ- ການປົກຄອງ, ສະຖາປານິກ, ການແພດ ແລະວິຊາເຕັກນິກຕ່າງໆ ແລະໃນປີຕໍ່ໄປ ຣັຖບາລ ຣັດເຊັຍ ກໍຈະເພີ່ມທຶນ ການສຶກສາ ໃຫ້ເປັນ 90 ທຶນ ຕໍ່ປີ.
ເຣຶ່ອງການທ່ອງທ່ຽວ ປີ 2015 ນັກທ່ອງທ່ຽວ ຣັດເຊັຍ ມາທ່ຽວ ປະເທສລາວ 12,000 ປາຍຄົນ. ປະເທດລາວ ໄດ້ສ້າງຕັ້ງສາຍພົວພັນ ການທູດກັບ ສະຫະພາບ ໂຊວຽດ ໃນມື້ວັນທີ 7 ຕຸລາ 1960 ຊຶ່ງໃນ ມື້ວັນເສົາ ທີ 7 ຕຸລາ 2017 ນີ້ ກໍແມ່ນ ຄົບຮອບ 57 ປີ ແລະ ຣັຖບາລ ສປປລາວ ຮັບຮູ້ ສະຫະພັນ ຣັດເຊັຍ ເປັນຜູ້ສືບທອດ ສະຫະພາບ ໂຊວຽດ ທີ່ໄດ້ພັງທະລາຍ ໄປນັ້ນ ໃນມື້ວັນທີ 31 ທັນວາ 1991.