ລາວ ຍຶດໝັ້ນແນວທາງ ວຽດນາມ

ສົມເນ
2016.02.02
F-Lao-Viet ຜູ້ນໍາຊຸດໃໝ່ ຂອງ ສປປລາວ ຕ້ອງໄປຕາມແນວທາງ ຂອງ ວຽດນາມ ຕໍ່ໄປ ແລະຈະໜັກໄປໜ້າ ຂັດຂືນບໍ່ໄດ້
Citizen Journalist

ໃນທັນທີ ທີ່ການເລືອກຕັ້ງ ເອົາຄນະ ຜູ້ນໍາພັກ ປະຊາຊົນ ປະຕິວັດ ລາວ ຊຸດທີ່ 10 ທີ່ຫາກໍ ຈົບລົງ ເມື່ອວັນທີ່ 22 ມົກກະຣາ ປີ 2016 ນີ້ ໂດຍແມ່ນ ທ່ານ ບຸນຍັງ ວໍຣະຈິດ ເປັນ ເລຂາທິການ ພັກ ຄົນໃໝ່ ແທນ ທ່ານ ຈູມມາລີ ໄຊຍະສອນ.

ທູດຕາງໜ້າ ພິເສດ ຂອງ ທ່ານ Nguyen Phu Trong ເລຂາ ທິການ ພັກ ຄອມມູຍນິສ ວຽດນາມ, ທ່ານ Hoang Binh Quan ກໍໄດ້ ເດີນທາງມາ ນະຄອນຫຼວງ ວຽງຈັນ ນໍາເອົາ ສານຍ້ອງຍໍ ຄວາມສໍາເຣັດ ຂອງ ກອງປະຊຸມ ໃຫ່ຽ ພັກ ປະຊາຊົນ ປະຕິວັດ ລາວ ຄັ້ງທີ່ 10 ນັ້ນທັນທີ. ຄນະຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ ໄດ້ ຕ້ອນຮັບ ທ່ານ Hoang Binh Quan ດ້ວຍພິທີ ໃຫ່ຽໂຕ. ພິທີການ ໃຫ່ຽໂຕ ດັ່ງກ່າວ ເຄີຍ ປະຕິບັດ ກັນມາ ຕາມຮີດຄອງ ປະເພນີ ຂອງ ສອງພັກ ນີ້ ມາໄດ້ ຫຼາຍ ທົສວັດ ແລ້ວ.

ນັກວິເຄາະ ການເມືອງ ໃນລາວ ເຫັນວ່າ ຮູບການ ແບບນີ້ ມັນສະແດງ ເຖິງວ່າ ພັກ ປະຊາຊົນ ປະຕິວັດ ລາວ ແລະ ຣັຖບານ ລາວ ຈະສືບຕໍ່ ຢູ່ພາຍໃຕ້ ການຊີ້ນໍາ ຂອງ ວຽດນາມ ນັບມື້ ໜັກໜ້າ ຕາມເສັ້ນທາງ ກ້າວສູ່ ສັງຄົມ ນິຍົມ ທີ່ ວຽດນາມ ວາງອອກ ຫລັງຈາກ ຄວາມ ພຍາຍາມ ຂອງຄນະ ຜູ້ນໍາ ຊຸດເກົ່າ ທີ່ຢາກ ເອື່ອຍອີງ ຕໍ່ຈີນ ເພື່ອບໍ່ໃຫ້ ຕົກຢູ່ ພາຍໃຕ້ ອິດທິພົນ ຂອງ ວຽດນາມ ແຕ່ ຝ່າຍດຽວ ຖືກ ວຽດນາມ ດຶງແກ່ ຄືນມາ.

ກ່ຽວກັບ ການປ່ຽນ ຄນະຜູ້ນໍາ ຊຸດໃໝ່ ຂອງ ລາວ ນີ້ ບົດຄວາມ ຂອງ ໜັງສືພິມ ຕ່າງປະເທດ ຫຼາຍສະບັບ ລົງຂ່າວວ່າ ຄວາມສໍາເຣັດ ຂອງ ການເລືອກຕັ້ງ ເອົາຄນະ ຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ ຊຸດໃໝ່ ແມ່ນ ຄວາມສໍາເຣັດ ຂອງ ວຽດນາມ.

ບົດຄວາມ ກ່າວວ່າ ທ່ານ ບຸນຍັງ ອາຍຸ 78 ປີ, ແຕ່ຖືກເລືອກ ໃຫ້ເປັນ ເລຂາ ທິການ ຂອງພັກ ເຮັດໃຫ້ ນັກວິເຄາະ ການເມືອງ ວິພາກ ວິຈານ ວ່າ ມັນບໍ່ ສົມເຫດ ສົມຜົນ ທັ້ງໆທີ່ ທ່ານ ສົມສະຫວາດ ເລັງສະຫວັດ, ທ່ານ ທອງສິງ ທັມມະວົງ, ທ່ານ ອາຊາງ ລາວລີ, ແລະ ທ່ານ ບຸນປອນ ມີ ອາຍຸ ຫລຸດທ່ານ ບຸນຍັງ ເຖິງ 8 ຫາ 12 ປີ, ທັງໝົດ ມີສະພາບ ສະຕິ ປັນຍາ ມັນສະໝອງ ປະສົພການ ການສຶກສາ ຣະດັບສູງ ແລະ ຄ່ອງແຄ້ວ ໃນການ ເຮັດວຽກ ແຕ່ບໍ່ຖືກ ເລືອກໃຫ້ ຢູ່ໃນຄນະ ກັມມະການ ກົມການເມືອງ ຕໍ່ໄປ.

ນັກວິເຄາະ ການເມືອງ ຢູ່ລາວ ຫຼາຍຄົນ ເບິ່ງໃນມຸມນຶ່ງ ອີກວ່າ ພາຍໃຕ້ ຄນະຜູ້ນໍາ ຊຸດເກົ່ານັ້ນ ອິດທິພົນ ທາງ ການເມືອງ ແລະ ເສຖກິດ ຂອງຈີນ ແລະ ວຽດນາມ ຢູ່ ລາວ ມີຄວາມ ກໍ້າເກິ່ງກັນ ຫຼາຍຂື້ນ ຫລັງຈາກ ຣັຖບານ ຕັດສີນໃຈ ອະນຸຍາດ ໃຫ້ ຈີນ ເຂົ້າມາ ລົງທຶນ ໃນລາວ ຢ່າງ ຫຼວງຫຼາຍ ແລະ ມີການ ລົງນາມ ສັນຍາ ຫຼາຍ ສະບັບ ຮ່ວມທັງ ການຝຶກ ອົບໂຮມ ພະນັກງານ ພັກແລະຣັຖ ຊຶ່ງ ປະກົດວ່າ ສັນຍານີ້ ບໍ່ຖືກຈັດຕັ້ງ ປະຕິບັດ ພໍເທົ່າໃດ ໃນ ຣະຍະ ສອງສາມປີ ຫລັງໆມານີ້.

ແຕ່ນັ້ນມາ ຄວາມສັມພັນ ທາງການເມືອງ ໄດ້ຮັບການ ຍົກລະດັບ, ເຮັດໃຫ້ ນານາຊາຕ ເບິ່ງວ່າ ອະທິປະຕັຍ ຂອງ ສປປປ ລາວ ມີການ ຮັບປະກັນ ສູງຂຶ້ນ ເຖິງແມ່ນ ວ່າ ອິດທິພົນ ທາງ ເສຖກິດ ຂອງຈີນ ຈະຫລັ່ງໄຫລ ເຂົ້າມາ ກໍຕາມ.

ນັກວິເຄາະ ວ່າ ຈີນ ເປັນປະເທດ ມະຫາອໍານາດ ທາງ ເສຖກິດ ອັນດັບ ສອງ ຂອງໂລກ ແລະ ມີເຂດແດນ ຕິດກັບ ລາວ ມີແຕ່ ທຶນຮອນ ຈາກ ປະເທດຈີນ ຫຼາຍກວ່າ ໝູ່ ທີ່ ຈະສ້າງສາ ພັທນາ ປະເທດ ໃຫ້ຈະເຣີນ ຮຸ່ງເຮືອງ ທັນກັບ ປະເທດ ເພື່ອນບ້ານ ໄດ້.

ນັກປັນຍາຊົນ ຢູ່ລາວ ບາງຄົນ ໃຫ້ ຄໍາເຫັນວ່າ ເຣື້ອງ ເສຖກິດ ມັນ ບໍ່ແມ່ນພີ່ ແມ່ນນ້ອງໃຜ ລາວ ກໍຕ້ອງ ສແວງຫາ ຜົນປະໂຫຍດ ແລະວ່າ ຄນະຜູ້ນໍາ ຊຸດເກົ່າ ມີຄວາມ ກ້າຫານ ພໍ ໃນການ ຮັບເອົາ ການຊ່ວຍເຫລືອ ຈາກ ຈີນ ເຖິງແມ່ນວ່າ ຈະມີ ຜົນກະທົບ ທາງການເມືອງ ກັບ ວຽດນາມ ໃນ ຣະດັບໃດ ຣະດັບນຶ່ງ ກໍຕາມ.

ສໍາລັບ ການເລືອກຕັ້ງ ເອົາຜູ້ນໍາ ຊຸດໃໝ່ ເທື່ອນີ້ ທ່ານ ຈູມມາລີ ໄຊຍະສອນ ເລຂາ ທິການ ພັກ ປະຊາຊົນ ປະຕິວັດ ລາວ ກ່າວ ໃນຕອນນຶ່ງ ວ່າ ລາວ ໝັ້ນໝາຍ ກ້າວ ໄປສູ່ ສັງຄົມ ນິຍົມ ຢ່າງ ໜັ້ນໃຈ:

"ກອງປະຊຸມ ໃຫ່ຽ ຄັ້ງທີ່ 10 ຂອງພັກ ເຮົາໄຂຂຶ້ນ ຄັ້ງນີ້ ແມ່ນເຫດການ ການເມືອງ ທີ່ ມີຄວາມໝາຍ ສໍາຄັນ ຍິ່ງ ທັງເປັນ ບາດລ້ຽວ ປະຫວັດສາດ ໃນການ ກໍານົດ ທິດທາງ ໜ້າທີ່ ສໍາລັບ ການພັທນາ ປະເທດຊາຕ ຂອງ ພວກເຮົາ ເພື່ອກ້າວໄປ ສູ່ຈຸດໝາຍ ທີ່ວາງໄວ້ ດ້ວຍ ທ່ວງທ່າໃໝ່ ແນໃສ່ ເສີມຂບາຍ ຜົນສໍາເຣັດ ແລະ ຕັ້ງໜ້າ ຈໍາກັດ ແກ້ໄຂ ຂໍ້ຄົງຄ້າງ ເພື່ອສືບຕໍ່ ນໍາເອົາ ພາລະກິດ ປະຕິວັດ ຂອງພວກເຮົາ ກ້າວຂຶ້ນສູ່ ຈຸດໝາຍ ສັງຄົມ ນິຍົມ ຢ່າງ ໜັກແໜ້ນ".

ນັກວິເຄາະ ຫຼາຍຄົນ ເວົ້າວ່າ ວຽດນາມ ມີສ່ວນ ປະກອບ ສໍາຄັນ ໃນການ ຕັດສີນ ໃນການ ເລືອກເອົາ ຄນະຜູ້ນໍາ ຈໍານວນນຶ່ງ ທີ່ ວຽດນາມ ຕ້ອງການ. ກອງປະຊຸມ ການເລືອກຕັ້ງ ເອົາຄນະ ນໍາພາພັກ ປະຊາຊົນ ປະຕິວັດ ລາວ ຊຸດໃໝ່ ເປັນໄປຕາມ ຈຸດປະສົງ ແລະ ຄາດໝາຍ ທີ່ ພັກ ກໍານົດ ອອກ ຊຶ່ງ ໝາຍຄວາມ ວ່າ ບຸກຄົນ ທີ່ຖືກ ຄັດເລືອກ ໃຫ້ເຂົ້າຢູ່ ໃນຄນະ ບໍຣິຫານ ວຽກງານ ເລຂາພັກ ແຕ່ລະຂັ້ນ ເປັນໄປຕາມ ການຊີ້ນໍາ ຂອງຄນະ ບໍຣິຫານ ສູນກາງພັກ ໝົດ ທຸກຢ່າງ ແລະ ການຊີ້ນໍາ ຂອງ ວຽດນາມ.

ກ່ອນໜ້າ ກອງປະຊຸມ ໃຫ່ຽ ຄັ້ງທີ່ 10 ຂອງພັກ ຫຼາຍເດືອນ ຄນະ ຈັດຕັ້ງ ພັກ ປະຊາຊົນ ປະຕິວັດ ລາວ ໄດ້ລົງຈັດຕັ້ງ ປະຕິບັດ ແຜນການ ຊັບຊ້ອນ ແລະ ຄັດເລືອກ ເອົາ ພະນັກງານ ຫລັກແຫລ່ງ ນັບແຕ່ ຂັ້ນເມືອງ ຂັ້ນແຂວງ ຂັ້ນ ກະຊວງ ຂັ້ນອົງການ ອ້ອມຂ້າງ ພັກ ຕລອດຮອດ ຂັ້ນ ສູນກາງພັກ ໄວ້ ໝົດແລ້ວ. ຍິ່ງ ໄປກວ່ານັ້ນ ພັກ ຄອມມູຍນິສ ວຽດນາມ ກໍມາຊີ້ນໍາ ແກ່ ພັກ ປະຊາຊົນ ປະຕິວັດ ລາວ ເປັນ ລະຍະໆ ພາຍໃຕ້ ການປະຕິບັດ ສັນຍາ ການຮ່ວມມື ຊ່ວຍເຫລືອ ຊຶ່ງກັນ ແລະກັນ.

ໃນດ້ານ ການຝຶກແອບ ພະນັກງານ ຂັ້ນສູງ ແລະ ຂັ້ນນໍາພາ ຂອງລາວ. ຍົກໂຕຢ່າງ ເມື່ອປະມານ ທ້າຍເດືອນ ຕຸລາ ປີ 2015 ເຈົ້າໜ້າທີ່ ການນໍາພາ ວຽກງານ ຣະດັບ ສູນກາງພັກ ຫຼາຍສິບ ຄົນ ໄດ້ເດີນທາງ ໄປ ຝຶກອົບຮົມ ຢູ່ ນະຄອນຫຼວງ ຮາໂນ່ຍ ພາຍໃຕ້ ການເປັນ ປະທານ ຮ່ວມ ຂອງ ທ່ານ ຕາ ງອກ ຕັນ Ta Ngoc Tan ຜູ້ ອໍານວຍການ ວິທຍາຄານ ການເມືອງ ແລະ ການປົກຄອງ ແຫ່ງຊາຕ ໂຮ່ຈິມິນ ແລະ ທ່ານ ບຸນຄົງ ຫລ້າຄໍາໄສ ຮອງຜູ້ ອໍານວຍການ ວິທຍາຄານ ການເມືອງ ແລະ ການ ປົກຄອງ ແຫ່ງຊາຕ ລາວ ກ່ຽວກັບ ເງື່ອນໄຂຕ່າງໆ ເພື່ອນໍາພາ ການພັທນາ ປະເທດຊາຕ ໄປສູ່ ຍຸກສະໄໝ ອຸດສາຫະກັມ ທັນສະໄໝ ແລະ ການ ໂຮມຕົວ ເຂົ້າກັບ ພູມີພາກ ແລະ ສາກົນ. ວິຊາ ຄວາມຮູ້ ທີ່ຮໍ່າຮຽນ ຈາກ ການມາຝືກກ ແອບ ລະຍະສັ້ນ ນີ້ ຈະນໍາໄປ ເຜີຍແຜ່ ໃຫ້ ພະນັກງານ ພັກແລະຣັຖ ເພື່ອເປັນ ການຊີ້ນໍາ ແກ່ວຽກງານ ຢູ່ໃນຂແນງການ ຕ່າງໆຕໍ່ໄປ.

ເມື່ອວັນທີ 5 ເດືອນ ມົກກະຣາ ປີ 2015 ຜ່ານມາ ວິທຍາຄານ ການເມືອງ ແລະ ການປົກຄອງ ແຫ່ງຊາຕ ໂຮ່ຈິມິນ ແຫ່ງນີ້ ກໍໄດ້ສໍາເຣັດ ການຝຶກ ອົບຮົມ ທິສດີ ການ ເມືອງ ຄັ້ງທີ່ 13 ໃຫ້ແກ່ ເຈົ້າໜ້າທີ່ ທາງການ ພັກ ປະຕິວັດ ລາວ. ຍານາງ Truong Thi Thong ຮອງ ຜູ້ ອໍານວຍການ ວິທຍາຄານ ກ່າວໃນ ພິທີປິດ ການຝຶກ ອົບຮົມ ໃນຕອນນຶ່ງ ວ່າ, ສອງພັກ ສອງຣັຖ ຖືເປັນເຣື້ອງ ສໍາຄັນ ໃນ ການຝຶກ ອົບຮົມ ຄວາມສາມາດ ຂອງ ສະມາຊິກ ພັກ ແລະ ຫວັງວ່າ ຈະນໍາເອົາ ຄວາມຮູ້ ທີ່ ຮຽນຈາກ ສະຖາບັນ ນີ້ ໄປໃຊ້ເຂົ້າ ກັບວຽກງານ ໃນລາວ ຢ່າງມີ ປະສິດທິພາບ.

ໃນລະຍະ ການຝຶກ ອົບຮົມ ເປັນເວລາ 5 ເດືອນ ນັ້ນ ເຈົ້າໜ້າທີ່ ທາງການ ຂອງລາວ ໄດ້ຮຽນຮູ້ ເຖິງ ສະຖານະການ ປ່ຽນແປງ ຂອງໂລກ ໃນ ປັດຈຸບັນ ຮຽນ ທິສດີ ການ ປົກຄອງ ປະເທດ ດ້ວຍ ຣະບຽບ ກົດໝາຍ ຮຽນ ທິສດີ ການນໍາພາ ແລະ ຄຸ້ມຄອງ ແບບ ສັງຄົມນິຍົມ ຕາມແນວຄິດ ຂອງ ວຽດນາມ.

ພັກ ປະຊາຊົນ ປະຕິວັດ ລາວ ກັບ ພັກຄອມມູຍນິສ ວຽດນາມ ຍາມໃດ ກໍຢໍ້າເຖິງ ຄວາມສໍາຄັນ ໃນການ ສ້າງ ພະນັກງານ ພັກແລະຣັຖ ຂອງ ສອງປະເທດ ນີ້ໃຫ້ມີ ແນວຄິດ ສັງຄົມນິຍົມ ທີ່ ວຽດນາມ ເປັນ ຜູ້ຄິດຄົ້ນ ອອກມາ ຈັດຕັ້ງ ປະຕິບັດ ເຊັ່ນວ່າ ເມື່ອປີ 2014 ຜ່ານມາ ພັກ ຄອມມູຍນິສ ວຽດນາມ ສໍາເຣັດ ການເລືອກຕັ້ງ ສະພາ ປະຊາຊົນ ຣະດັບ ທ້ອງຖິ່ນ ໃນ ທົ່ວປະເທດ. ຕໍ່ມາ ຄນະຜູ້ນໍາ ຂອງລາວ ຫຼາຍຂັ້ນ ທີ່ກ່ຽວຂ້ອງ ໄດ້ໄປຮັບເອົາ ບົດຮຽນ ຈາກ ວຽດນາມ ແລ້ວ ກອງປະຊຸມ ສະພາ ແຫ່ງຊາຕ ຂອງລາວ ເມື່ອເດືອນ ທັນວາ ປີ 2015 ກໍໄດ້ຜ່ານ ກົດໝາຍ ການເລືອກຕັ້ງ ສະມາຊິກ ສະພາ ຣະດັບ ແຂວງ ຊຶ່ງ ການເລືອກຕັ້ງ ກໍານົດມີຂຶ້ນ ໃນ ເດືອນ ມິນາ ປີ 2016 ນີ້.

ອີກອັນນຶ່ງ ວຽດນາມ ໄດ້ ປະກາດວ່າ ຈະຊ່ວຍເຫລືອ ລາວ ທຸກຢ່າງ ໃນເວລາ ລາວ ເປັນ ປະທານ ວຽນ ອາຊຽນ ໃນປີ 2016 ນີ້. ແນວທາງ ປະຕິບັດ ຈັ່ງຊີ້ ນັກວິເຄາະ ວ່າ ມັນເຂົ້າກັບ ສູຕ ທີ່ເອີ້ນວ່າ ຫົວສະໝອງ ຕ້ອງເປັນ ວຽດນາມ ຮ່າງກາຍ ເປັນພຽງແຕ່ ລາວ.

ເຖິງຢ່າງໃດ ກໍດີ ນັກວິເຄາະ ຍັງມີ ຄວາມຫວັງ ຢູ່ວ່າ ຄວາມກໍ້າເກິ່ງ ຣະຫ່ວາງ ອິດທິພົນ ວຽດນາມ ກັບຈີນ ໃນລາວ ຍັງມີຢູ່ ຣະດັບນຶ່ງ ດັ່ງ ຈະເຫັນໄດ້ ຈາກ ຮູບການ ການເດີນທາງ ຂອງ ທູດ ພິເສດ ຂອງ ທ່ານ ຈີຊິນປິງ ເລຂາທິການ ໃຫ່ຽ ພັກ ຄອມມູຍນິສ ຈີນ, ທ່ານ ຊົ້ງ ທາວ ໄດ້ເດີນທາງ ມາ ພົບປະ ກັບ ທ່ານ ບຸນຍັງ ໃນ ວັນທີ 26 ມົກກະຣາ ຕໍ່ມາ ເພື່ອນໍາເອົາ ສານ ຍ້ອງຍໍ ສັລເສີນ ຂອງ ທ່ານ ຈິຊິນປິງ ໃນ ຄວາມສໍາເຣັດ ຂອງ ກອງປະຊຸມ ໃຫ່ຽ ຄັ້ງທີ່ 10 ຂອງພັກ ປະຕິວັດ ລາວ ແລະ ສັລເສີນ ທ່ານ ບຸນຍັງ ທີ່ຖືກ ແຕ່ງຕັ້ງ ໃຫ້ເປັນ ເລຂາທິການ ພັກ ຄົນໃໝ່.

ການຕ້ອນຮັບ ທ່ານ ຊົ້ງ ທາວ ເປັນພິທີ ການທູດ ຕາມ ມາຕຖານ ສາກົນ ຂອງ ປະເທດ ເອກກະຣາດ, ຄນະຜູ້ແທນ ສອງຝ່າຍ ມີການ ພົບປະກັນ ເພື່ອຣາຍງານ ບັນຫາ ແລະ ທ່າທີ ທາງການເມືອງ ຂອງກັນ ແລະກັນ ໃຫ້ກັນຊາບ, ບໍ່ໄດ້ມີການ ກ່າວ ພັນລະນາ ເຖິງຄວາມ ສັມພັນ ແບບຍືດຍາວ ຄືກັນກັບ ວຽດນາມ ຊຶ່ງ ມີການ ມອບ ຊໍ່ດອກໄມ້ ທຸງພິເສດ ສີແດງ ຂອບ ສີເຫລືອງ ສລັກດ້ວຍ ຄໍາຂັວນ ຊຶ່ງ ເປັນສັນຍາລັກ ຂອງ ຊາຕ ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.