ສາກົນວ່າສິດທິມະນຸດ ຢູ່ລາວ ບໍ່ດີຂຶ້ນ
2017.08.03
ອົງການສີ້ງຊອມດ້ານສິດທິມະນຸດ ເວົ້າວ່າ ທາງການລາວ ຍັງກົດຂີ່ຂົ່ມເຫັງ ຈັບກຸມແລະລົງໂທດ ນັກເຄື່ອນໄຫວ ເພື່ອ ປະຊາທິປະຕັຍ ສິດທິມະນຸດ ແລະ ສິດທິ ຂັ້ນພື້ນຖານ ປະເພດຕ່າງໆ ໃນລາວຢູ່. ອີງຕາມຄຳເວົ້າຂອງ ຍານາງ ELAINE PEARSON ຜູ້ອຳນວຍການ ອົງການສີ້ງຊອມ ດ້ານສີດທິມະນຸດ ທີ່ ປະເທດ ອອສເຕຣເລັຽ ຊື່ງເປັນ ປະເທດນຶ່ງ ໃນບັນດາ ປະເທດຄູ່ຮ່ວມ ພັທນາ ໃນ ສປປລາວ ທີ່ໃຫ້ການຊ່ອຍເຫລືອ ຣັຖບານລາວ ໃນຫລາຍດ້ານ. ຍານາງໄດ້ຮຽກຮ້ອງ ໃຫ້ຣັຖບານ ອອສເຕຣເລັຽ ກົດດັນຣັຖບານລາວ ໃຫ້ເຄົາຣົບ ນັບຖື ສີດທິມະນຸດ ໃນລາວ ໃຫ້ຫລາຍຂຶ້ນ. ດັ່ງຍານາງກ່າວໃນຕອນນື່ງວ່າ:
"ທາງການລາວກຳຫຼາບປາບປາມ ນັກການເມືອງ ທີ່ບໍ່ເຫັນດີເຫັນພ້ອມ ກັບຝ່າຍຣັຖບານ ແລະບໍ່ມີຄວາມ ຮັບຜິດຊອບ ກ່ຽວກັບ ການລ່ວງ ລະເມີດ ຂອງເຈົ້າໜ້າທີ່ ທາງການ".
ອົງການສິ້ງຊອມສິດທິມະນຸດ ໄດ້ອອກບົດລາຍງານ ໃນມື້ວັນທີ 17 ກໍຣະກະດາ ປີ 2017 ວ່າ ທາງການລາວ ຍັງຈຳກັດສິດທິພົລເມືອງ ສິດທິ ທາງການເມືອງ ແລະ ສິດທິ ຂັ້ນພື້ນຖານ ໃນລາວ ຫລາຍຢູ່ໃນນັ້ນ ຮ່ວມດ້ວຍ ສິດທິການປາກເວົ້າ ການສະແດງອອກ ການປະ ທ້ວງ ແລະ ການຊຸມນຸມ ແບບສັນຕິ ຍັງຖືກຄວບຄຸມ ຢ່າງເຄັ່ງຄັດ.
ອົງການສີ້ງຊອມດ້ານສິດທິມະນຸດ ເວົ້າວ່າ ການຂາດການດຳເນີນຄະດີ ແບບຍຸທຕິທັມ ໃນສານ ການຊື້ຈ້າງຈອບອອຍ ໃນການວ່າຄວາມ ແລະການລົງໂທດ ຜູ້ຕ້ອງຫາ ປາສຈາກ ທະນາຍຄວາມ ຍັງສືບຕໍ່ປະຕິບັດ ກັນຢູ່ໃນລາວ ຕົວຢ່າງ ການລົງໂທດ ຄົນງານລາວ ຈາກ ປະເທດໄທ ສາມຄົນ, ສີ່ງດັ່ງກ່າວ ທັງຫມົດນີ້ ເປັນການຣະເມີດ ສິດທິ ຂັ້ນພື້ນຖານ ໃນລາວ ໃນທຸກມື້ນີ້.
ສື່ມວນຊົນລາວ ບໍ່ວ່າການອອກຂ່າວ ຜ່ານ ໂທລະທັດ ວິທຍຸ ແລະ ຫນັງສືພີມ ຫລື ສື່ສັງຄົມອອນລາຍ ຍັງຖືກຄວບຄຸມ ຈາກທາງການ ລາວ ຢ່າງເຂັ້ມງວດ ກົດຫມາຍ ຣັຖທັມມະນູນ ລາວ ຫ້າມອອກຂ່າວ ທີ່ໂຈມຕີ ພັກຣັດ ຫລື ສ້າງກະແສ ທັບມ້າງ ການປົກຄອງ ຂອງ ຣັຖບານ.
ອົງການສິີ້ງຊອມດ້ານສິດທິມະນຸດ ລາຍງານຕໍ່ໄປວ່າ ຣັຖບານລາວ ຍັງຈັບກຸມ ລົງໂທດ ຜູ້ຕໍ່ຕ້ານ ຣັຖບານ ແລະ ກຸ່ມນັກເຄື່ອນໄຫວ ເພື່ອສິດທິ ພົລເຮືອນ ບໍ່ວ່າ ໃນເຄືອຂ່າຍ ອີນເຕີແນັດ ຫລື ການອອກຂໍ້ຄວາມ ທາງສື່ສັງຄົມ ປະເພດອື່ນໆ. ຕົວຢ່າງການຈັບກຸມ ແລະ ລົງໂທດຄົນງານລາວ ສາມຄົນ ບາງຄົນເຖີງ 20 ປີ ຍ້ອນການ ສະແດງອອກ ເພື່ອຮຽກຮ້ອງ ຄວາມເປັນທັມ ໃນລາວ ເທົ່ານັ້ນ ກຸ່ມດັ່ງ ກ່າວ ບໍ່ໄດ້ ປຸກຣະດົມ ປະຊາຊົນ ໃຫ້ຕໍ່ຕ້ານ ຣັຖບານລາວ ມີແຕ່ຂໍ ຄວາມເປັນທັມ ໃຫ້ແກ່ຄົນລາວ ໃນປະເທດ ເທົ່ານັ້ນ. ຍານາງ Pearson ກ່າວຕື່ມວ່າ:
“ຫລັງຈາກການປະຊຸມ ອອສເຕຣເລັຽ ຄວນອອກຖແລງການ ເພື່ອໃຫ້ ຊຸມຊົນລາວ ແລະ ຊາວໂລກຮູ້ວ່າ ສະພາບການ ສິທທິມະນຸສ ໃນລາວ ຍັງໜ້າເປັນຫ່ວງ, ທາງການລາວ ໄດ້ບັງຄັບໃຊ້ ກົດຫມາຍ ຄວບຄຸມ ການໃຊ້ ອີນເຕີແນັດ ໂດຍຈະມີ ການລົງໂທດ ຜູ້ຝ່າຝຶນ ແຕ່ກົດຫມາຍ ດັ່ງກ່າວ ເປັນພຽງເຄື່ອງມື ເພື່ອໃຫ້ ເຈົ້າຫນ້າທີ່ລາວ ໃຊ້ໃນການ ຈັບກຸມ ແລະປາບປາມ ນັກເຄື່ອນໄຫວ ເທົ່ານັ້ນ".
ອົງການດັ່ງກ່າວລາຍງານວ່າ ຣັຖບານລາວ ນອກຈາກ ບໍ່ປະຕິບັດ ຕາມກົດຣະບຽບ ຂອງອົງການ ສິດທິມະນຸດ ສາກົນ ແລ້ວຍັງບີບບັງຄັບ ໃຫ້ຄົນ ຫາຍສາບສູນ ນຳອີກຊື່ງໃນ ປັດຈຸບັນ ກໍຣະນີ ຄົນຖືກບັງຄັບ ໃຫ້ຫາຍສາບສູນ 10 ກວ່າ ກໍຣະນີ ໃນນັ້ນ ຮ່ວມດ້ວຍ ທ່ານ ສົມບັດ ສົມພອນ ຍັງບໍ່ຖືກ ແກ້ໄຂເລີຍ.
ກຸ່ມນັບຖືສາສນາໃນລາວ ກໍເຫມືອນກັນ ເປັນຕົ້ນກຸ່ມ ນັບຖືສາສນາ ຄຣິສຕຽນໃນລາວ ຍັງຖືກກົດຂີ່ ຂົ່ມເຫັງ ຖືກຈັບກຸມ ແລະຖືກໄລ່ ອອກຈາກບ້ານ ໃນຫລາຍເຂດ ເປັນຕົ້ນ ທີ່ບ້ານທາດ ເມືອງສຸຂຸມາ ແຂວງຈຳປາສັກ ຊາວຄຣິສຕຽນລາວ ຈຳນວນ 10 ຄອບຄົວ ຖືກໄລ່ຫນີ ຈາກບ້ານ ຍ້ອນເຜີຍແຜ່ ສາສນາຄຣິສ ໃນບ້ານ. ດັ່ງ ເຈົ້າຫນ້າທີ່ ທ້ອງຖີ່ນ ທ່ານນຶ່ງເວົ້າວ່າ:
"ຂະເຈົ້າວ່າມີ ແຕ່ກ່ອນດຽວນີ້ ອຳນາດປົກຄອງທ້ອງຖີ່ນ ປາບປາມ ປະມານ 10 ຄອບຄົວ ນີ້ແຫລະ".
ໃນເດືອນທັນວາ ປີ 2016 ກໍແມ່ນຄອບຄົວ ຊາວຄຣິສຕຽນ ຢູ່ແຂວງຫລວງພຣະບາງ ຖືກໄລ່ຫນີ ຈາກບ້ານ ຄຸນພໍ່ຄຣິສຕຽນ ຄົນລາວ ບ້ານເຮືອນ ຖືກໄຟໄຫມ້ ຍ້ອນເຜີຍແຜ່ ສາສນາຄຣິສ ໃນບ້ານ ແລະໃນຫລາຍແຂວງ ໃນລາວ ກຸ່ມນັບຖື ສາສນາຄຣິສ ຍັງຖືກຕິດຕາມ ຢູ່ຕຣອດເປັນຕົ້ນ ແຂວງ ບໍຣິຄຳໄຊ ສວັນນະເຂດ ແລະ ຈຳປາສັກ ແລະ ບາງ ແຂວງທາງພາກ ເຫນືອ.
ອົງການດັ່ງກ່າວເວົ້າວ່າ ທາງການລາວ ຍັງສືບຕໍ່ ຈັບກຸມ ຄຸມຂັງ ຜູ້ໃຊ້ ແລະເສບ ຢາເສບຕິດ ໃນລາວ ຕຣອດ ແທນທີ່ຈະ ບຳບັດ ຂະເຈົ້າ, ຕົວຢ່າງ ກຸ່ມເສບຢາເສບຕິດ ທີ່ ສູນບຳບັດ ສົມສງ່າ ຢູ່ນະຄອນຫລວງ ວຽງຈັນ ຖືກກັກຂັງ ແບບນັກໂທດ ປາສຈາກ ການບຳບັດ ຜູ້ໃດລັກອອກ ຖ້າຖືກຈັບ ຈະໄດ້ຮັບໂທດ ຢ່າງຫນັກ ແຕ່ຄະດີ ຜູ້ຄ້າ ຢາເສບຕິດ ລາຍໃຫຍ່ ຫລາຍຄະດີ ກໍມີດງຽບ ໄປເລີຍ.
ອົງການສີ້ງຊອມ ດ້ານສິດທິມະນຸດ ແລະ ນິຣະໂທດກັມສາກົນ ໄດ້ຮຽກຮ້ອງໃຫ້ ສາກົນ ກົດດັນ ຣັຖບານລາວ ໃຫ້ແກ້ໄຂບັນຫາ ດັ່ງກ່າວ ຮ່ວມດ້ວຍ ສະມາຊີກ ສະພາອາຊຽນ ຈາກປະເທດ ມາເລເຊັຽ ທ່ານ Santiago.
ທ່ານ Charles Santiago ເວົ້າວ່າ ຣັຖບານ ອອສເຕເຣັຽ ຄວນກົດດັນ ຣັຖບານລາວ ໃຫ້ປະຕິບັດ ສິດທິມະນຸດ ໃນລາວ ໃຫ້ດີຂື້ນ ໃນເວລາ ພົບພໍ້ກັບ ເຈົ້າຫນ້າທີ່ລາວ ຢູ່ ນະຄອນຫລວງ ວຽງຈັນ, ທ່ານເປັນຫ່ວງສ່ວນໃຫຍ່ ກໍແມ່ນ ບັນຫາ ການບີບບັງຄັບ ໃຫ້ຄົນ ຫາຍສາບສູນ ໃນລາວ ເປັນຕົ້ນ ທ່ານ ສົມບັດ ສົມພອນ ແລະ ກໍຣະນີ ອື່ນໆ ຮ່ວມທັງ ບັນຫາ ສີດທິມະນຸດ ຂັ້ນພື້ນຖານ ໂດຍທົ່ວໄປ ໃນລາວ.
ນອກຈາກນັ້ນກໍຍັງມີຫລາຍປະເທດ ແລະ ອົງການ ຈັດຕັ້ງທາງສັງຄົມ ໃນຂົງເຂດ ປະນາມລາວ ໃນບັນຫານີ້ ກຸ່ມດັ່ງກ່າວ ເວົ້າວ່າ ສິດທິມະນຸດ ແລະ ສິດທິ ການນັບຖື ສາສນາ ໃນລາວ ຍັງບໍ່ຄືບຫນ້າ ເລີຍ.
ທ່ານ PHIL ROBERTSON ຮອງຜູ້ອຳນວຍການ ອົງການ ສີ້ງຊອມ ດ້ານ ສິດທິມະນຸດ ປະຈຳຂົງເຂດ ເອເຊັຽ ປາຊີຟີກ ເວົ້າວ່າ ສປປລາວ ຍັງຈຳກັດ ສິດທິ ຂັ້ນພື້ນຖານ ຂອງ ປະຊາຊົນລາວ ຫລາຍຢູ່ໃນ ທຸກມື້ນີ້ ດັ່ງທ່ານ ກ່າວຕໍ່ ເອເຊັຽ ເສຣີ ໃນມື້ວັນທີ 25 ກໍຣະກະດາ ນີ້ວ່າ:
"ຍັງບໍ່ມີຫຍັງຄືບຫນ້າ ເວົ້າຕົງໆ ຍັງເຫມືອນເດີມ ລາວ ດ້ານສິດທິມະນຸດ ຂີ້ຮ້າຍລົງ ເລື້ອຍໆ ຍັງມີການ ປິດເສຣີ ທາງການສື່ ນຳອີກ".
ແຕ່ເຖີງຢ່າງໃດກໍຕາມ ທາງການລາວ ເວົ້າວ່າ ບັນຫາ ດັ່ງກ່າວ ເປັນບັນຫາ ຄວາມປອດພັຍ ຂອງຊາດ ທາງການລາວ ຕ້ອງໄດ້ ຈັບກຸມ ບຸກຄົນ ຜູ້ທີ່ປຸກຣະດົມ ຊັກຊວນ ໃຫ້ ສັງຄົມລາວ ແຕກແຍກ ຫລື ຮ່ວມຫົວກັນ ທັບມ້າງ ການປົກຄອງ ພັກຣັດ.
ເຈົ້າຫນ້າທີ່ລາວ ເວົ້າວ່າ ຜູ້ທີ່ຖືກຈັບນັ້ນ ເປັນກຸ່ມຄົນ ບໍ່ຫວັງດີ ຕໍ່ຣັຖບານລາວ ຜູ້ທີ່ຍົວະຍົງ ສົ່ງເສີມ ໃຫ້ເກີດຄວາມ ແຕກແຍກ ໃນສັງຄົມລາວ ຈຳເປັນ ຕ້ອງໄດ້ ຈັບກຸມ.
ກ່ຽວກັບສິດທິການນັບຖື ສາສນາ ທາງການລາວ ເວົ້າວ່າ ກົດຫມາຍລາວ ໄດ້ຣະບຸ ຢ່າງຈະແຈ້ງວ່າ ປະຊາຊົນລາວ ສາມາດນັບຖື ຫລື ບໍ່ນັບຖື ສາສນາໃດ ກໍໄດ້ ແຕ່ຫ້າມ ເຜີຍແຜ່ ແລະ ຍົວະຍົງ ສົ່ງເສີມວ່າ ສາສນາ ນັ້ນດີ ຫລືບໍ່ດີ. ດັ່ງ ເຈົ້າຫນ້າທີ່ລາວ ທ່ານນື່ງ ກ່າວໃນຣະຍະ ທີ່ຜ່ານມາວ່າ:
"ອຳນາດການປົກຄອງ ກໍສະກັດກັ້ນ ບໍ່ຢາກໃຫ້ ແຜ່ຜາຍ ເພາະສາສນາ ດັ້ງເດີມ ເຮົາກໍມີ ແມ່ນ ສາສນາພຸດ ມັນບໍ່ເຄີຍ ມີຫັ້ນຫນ່າ ເພີ່ນບໍ່ຢາກໃຫ້ ແຜ່ຜາຍ".
ນັກວິເຄາະ ຜູ້ທີ່ບໍ່ປະສົງອອກຊື່ ທ່ານນື່ງເວົ້າວ່າ ບັນຫາ ດ້ານສິດທິມະນຸດ ໃນລາວ ຈະບໍ່ຖືກ ແກ້ໄຂ ຍ້ອນຣະບອບ ການປົກຄອງ ໃນລາວ ນັ້ນເອງ.