5 ປະເທສ ນໍາຮອຍ ມາກ-ເລນິນ

ຈໍາປາທອງ
2017.12.12
F-communist ສປປລາວ ເປັນເຈົ້າພາບກອງປະຊຸມ ກ່ຽວກັບສັງຄົມນິຍົມ ຄັ້ງທີ 5 ຢູ່ນະຄອນຫລວງວຽງຈັນ ເມື່ອທ້າຍເດືອນ ທີ່ຜ່ານມາ ປະກອບດ້ວຍ ຜູ້ນໍາປະເທສ ຈີນ, ວຽດນາມ, ເກົາຫລີເໜືອ ແລະຄິວບາ
Public Domain

ກອງປະຊຸມກ່ຽວກັບສັງຄົມນິຍົມ ຄັ້ງທີ 5 ພາຍໃຕ້ຫົວຂໍ້; “ການໝູນໃຊ້ທິສດີມາກ-ເລນິນ ໃນການສ້າງສັງຄົມນິຍົມ” ຊຶ່ງໄດ້ຈັດຂຶ້ນ ຢູ່ ນະຄອນຫລວງວຽງຈັນ ໃນມື້ວັນທີ 22 - 23 ພຶສຈິກາ 2017 ໂດຍມີ ທ່ານ ສຸກກົງແສງ ໄຊຍະເລີດ ປະທານສະຖາບັນ ວິທຍາສາດ ສັງຄົມແຫ່ງຊາດ ສປປລາວ, ທ່ານ ຟາມ ວັນ ດຶກ ຮອງປະທານສະຖາບັນວິທຍາສາດສັງຄົມ ວຽດນາມ, ທ່ານ ຟານຈຽນ ຊິນ ຮອງປະທານ ສະຖາບັນລັດທິ ມາກ-ເລນິນ, ສະຖາບັນວິທຍາສາດສັງຄົມຈີນ, ຜູ້ຕາງໜ້າສະຖານທູດ ສປປເກົາຫຼີ ຫລື ເກົາຫລືເໜືອ ແລະທູດຄິວບາ ປະຈໍາ ສປປລາວ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມສາກົນຄັ້ງນີ້ ໄດ້ມີການສເນີບົດຄວາມ ແລະແລກປ່ຽນຄວາມເຫັນກັນ ຫລາຍຢ່າງ ທີ່ກ່ຽວຂ້ອງກັບບັນຫາ, “ການໝູນໃຊ້ທິສດີ ມາກ-ເລນິນ ໃນການສ້າງສັງຄົມນິຍົມ” ແລະຖືວ່າທິສດີ ມາກ-ເລນິນ ເປັນເຂັມທິດເຍືອງທາງ ໃຫ້ແກ່ການສ້າງ ສັງຄົມນິຍົມ ຂອງແຕ່ລະ ປະເທສ ທີ່ໝູນໃຊ້ ຢ່າງມີຫົວຄິດປະດິດສ້າງ ແລະອີງໃສ່ຈຸດພິເສດ, ສະພາບຄວາມເປັນຈິງ ຂອງປະເທສຕົນ. ທັສນະດັ່ງກ່າວ ຜູ້ນໍາພັກ ປະຊາຊົນປະຕິວັດລາວ ຖືເອົາເປັນຄ່ານິຍົມໃນການສຶກສາ ອົບຮົມຄົນໃນຊາດ ຊຶ່ງຫລາຍຄົນເວົ້າວ່າ ບໍ່ພຽງແຕ່ສະມາຊິກພັກ ເທົ່ານັ້ນ ແຕ່ຫາກຍັງກວມໄປເຖິງປະຊາຊົນ ເປັນຕົ້ນຊາວໜຸ່ມ ເຍົາວະຊົນລາວ ໃຫ້ຫຼົງເຊື່ອໄປນໍາກັນ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ສະແດງອອກຢູ່ໃນຄໍາເວົ້າຂອງ ດຣ. ຄໍາເຜີຍ ປານມະໄລທອງ ຜູ້ສໍາເຣັດການສຶກສາຄົ້ນຄວ້າດ້ານວິທຍາສາດສັງຄົມ ຈາກສະຖາບັນ ການສຶກສາຂັ້ນສູງ ຂອງ ສະຫະພາບໂຊວຽດ, ເປັນນັກທິສດີການເມືອງ ທິສດີ ມາກ-ເລນິນ ທີ່ ຫາຜູ້ທຽບໄດ້ຍາກ ຢູ່ ສປປລາວ ແລະເປັນກັມການສູນກາງພັກ ປະຊາຊົນປະຕິວັດລາວ ສມັຍທີ 9, ສະມາຊິກສະພາແຫ່ງຊາດຊຸດທີ 7 ແລະທັງເປັນອາດີດ ປະທານ ສະຖາບັນ ວິທຍາສາດສັງຄົມ ແຫ່ງຊາດ ສປປລາວ ທີ່ຖືກຜູ້ນໍາ ພັກ-ຣັຖ ສປປລາວ ປົດອອກຈາກຕໍາແໜ່ງ ພາຍຫລັງທີ່ທ່ານ ໄດ້ປະກອບຄໍາເຫັນ ຊຶ່ງຫລາຍຄົນເວົ້າວ່າ ແບບກົງໄປກົງມາ ຕາມຄວາມເປັນຈິງ ຢູ່ໃນກອງປະຊຸມ ສະພາແຫ່ງຊາດ ຊຸດທີ 7 ກ່ຽວກັບວ່າ ການນໍາໃຊ້ ທິສດີ ມາກ-ເລນິນ ໃນການສ້າງ ສັງຄົມນິຍົມ ຢູ່ສປປລາວ ແມ່ນບໍ່ສອດຄ່ອງ ແລະບໍ່ຖືກກັບຍຸກສມັຍ ດັ່ງທີ່ທ່ານກ່າວວ່າ:

"ເຮົາເຮັດ ສຶກສາໃຫ້ຄົນນີ້ວ່າ ຄ່ານິຍົມມັນບໍ່ຖືກ ຄັນວ່າເວົ້າຈົ່ງຮັກພັກດີ ຕໍ່ຜູ້ນັ້ນຜູ້ນີ້ ຈົ່ງຮັກພັກດີ ຕໍ່ຣັດທິນັ້ນຣັດທິນີ້ ແມ່ນການເມືອງ ໜັກແໜ້ນ ແຕ່ວ່າຣັດທິອັນນັ້ນ ມັນແມ່ນອິສັງຫວະ ຕົວຢ່າງຣັດທິ ມາກ-ເລນິນ ວ່າຊັ້ນ ກະແມ່ນແນວຄິດ ຂອງທ່ານມາກ ທ່ານເລນິນ ເພິ່ນສ້າງສັງຄົມນິຍົມ ຢູ່ເອີຣົບພຸ້ນ ສັດຕະວັດທີ 19 ຢູ່ ຣັດເຊັຍ ສັດຕະວັດທີ 20 ເຮົາສ້າງສັງຄົມນິຍົມ ສ້າງຢູ່ບ້ານເຮົານີ້ ຄົນລາວ ສັງຄົມລາວ ເປັນຫຍັງຈະຕ້ອງເອົາແນວທາງ ການເມືອງຂອງຜູ້ນັ້ນ ມາເປັນພື້ນຖານ ໃຫ້ແນວທາງການເມືອງ ຂອງເຮົາ ຄັນເຮົາຮຽນນໍາໝູ່ ພັດວ່າລອກແບບ ບາດວ່າເວົ້າຣັດທິ ມາກ-ເລນິນ ພັດວ່າຖືກ ເປັນສິ່ງແຕະຕະຕ້ອງບໍ່ໄດ້ ອັນນີ້ແມ່ນຫຍັງ ໝາຍຄວາມວ່າ ເຮົາສັ່ງສອນກັນ ແມ່ນບໍ ທີ່ວ່າເຮັດໃຫ້ຄົນຫລົງໃຫຼ ໄປໃນສິ່ງທີ່ວ່າຢູ່ໃສໆພຸ້ນ."

ແຕ່ເຖິງຢ່າງໃດ ກອງປະຊຸມຄັ້ງທີ 5 ນີ້ກໍຍັງຢືນຢັນວ່າ ມາຮອດປັດຈຸບັນ ຊຶ່ງເປັນຍຸກເຊື່ອມໂຍງສາກົນ ທິສດີມາກ-ເລນິນ ກໍຍັງຖືກຕ້ອງຢູ່ ແລະໄດ້ເວົ້າກັນ ເຖິງບົດບາດຂອງທິສດີນີ້ ໃນການພັທນາຣະບົບການເມືອງ, ສ້າງຄວາມໝັ້ນຄົງ ໃຫ້ແກ່ຣັຖ, ພັທນາເສຖກິດ-ສັງຄົມ ໄປຕາມທິດສັງຄົມນິຍົມ ແລະທັງວ່າສ້າງສັງຄົມນິຍົມ ແມ່ນພາລະກິດ ປະຕິວັດອັນຍິ່ງໃຫຍ່ ແລະອື່ນໆອີກຫລາຍຢ່າງ.

ທີ່ປະຊຸມໄດ້ມີການເວົ້າວ່າ ບົດຮຽນດ້ານທິສດີແລະພຶດຕິກັມ ທີ່ໄດ້ຮັບຈາກກອງປະຊຸມຄັ້ງນີ້ ຈະເປັນປໂຍດຫລາຍ ໃນການຮຽນຮູ້ບົດຮຽນ ຂອງແຕ່ລະປະເທສທີ່ໝູນໃຊ້ທິສດີ ມາກ-ເລນິນ ເຂົ້າໃນການສ້າງສັງຄົມນິຍົມ ຢູ່ປະເທສຂອງຕົນ. ເຖິງແມ່ນວ່າ ສະຫະພາບໂຊວຽດ ຊຶ່ງເປັນຕົ້ນແບບ ຂອງການສ້າງສັງຄົມນິຍົມ ຢູ່ໃນໂລກ ຕາມທິສດີ ມາກ-ເລນິນ ຈົນວ່າສ້າງໄດ້ ຄ້າຍສັງຄົມນິຍົມນັ້ນພັງທະລາຍໄປ ແລ້ວກໍຕາມ.

ເມື່ອເບິ່ງກັບຄືນຕັ້ງແຕ່ຕົ້ນ ຂອງການແພ່ຂຍາຍຣັດທິ ມາກ-ເລນິນ ເຂົ້າມາລາວ ຫລາຍຄົນເວົ້າວ່າ ແມ່ນພາຍຫລັງ ພວກຄອມມິວນິສ ວຽດນາມ ນຳພາໂດຍ ຫງວຽນ ອ້າຍ ກວັກ ຊຶ່ງຕໍ່ມາປ່ຽນຊື່ເປັນ ໂຮຈິມິນ ໄດ້ນໍາເອົາທິສດີ ມາກ-ເລນິນ ມາໂຄສະນາ ຂົນຂຍາຍ ຫລອກລວງພວກນັກເຄື່ອນໄຫວ ລາວ ທີ່ຕໍ່ສູ້ຕ້ານຣະບອບ ລ່າເມືອງຂຶ້ນ ຝຣັ່ງເສສ ເປັນເວລາ ບໍ່ພໍເທົ່າໃດປີ, ມາເຖິງປີ 1930 ພວກ ຄອມມິວນິສວຽດນາມ ກໍໄດ້ຈັດຕັ້ງ ກອງປະຊຸມ ຂຶ້ນທີ່ຮົງກົງ ຊຶ່ງເປັນເມືອງຂຶ້ນ ຂອງອັງກິດ ຕາມສັນຍາເຊົ່າ ນຳຈີນ 99 ປີ ມາແຕ່ປີ 1898 ໂດຍຮຽກໂຮມເອົາຕົວແທນ ຂອງພວກນັກເຄື່ອນໄຫວລາວ ແລະທັງກຳພູຊາ ເຂົ້າຮ່ວມ ແລະໄດ້ມີການສ້າງຕັ້ງ ພັກຄອມມິວນິສ ຂຶ້ນຮ່ວມກັນ ໂດຍໃຫ້ຊື່ວ່າ, “ພັກຄອມມິວນິສວຽດນາມ” ຊຶ່ງຕັ້ງ ຫງວຽນອ້າຍກວັກ ເປັນ ຫົວໜ້າ ແລະຕໍ່ມາພຽງ 10 ເດືອນ ກໍໄດ້ມີ ການຮຽກປະຊຸມ ຄະນະບໍຣິຫານງານ ສູນກາງພັກຂຶ້ນ ຍ້ອນມີການຂັດແຍ່ງກັນ ພາຍໃນພັກ ເພາະພວກຄອມມິວນິສວຽດນາມ ວາງແນວ ນະໂຍບາຍ ແລະຈັດຕັ້ງການເຄື່ອນໄຫວ ໄປຕາມຍຸທສາດ ສະຫະພັນ ອິນດູຈີນຂອງຕົນ ໃນການນຳພາການຕໍ່ສູ້ຕ້ານ ການປົກຄອງຂອງ ຝຣັ່ງເສສ ຢູ່ 3 ປະເທສ ຊຶ່ງປາກົດວ່າມີຄົນລາວ 2 ຄົນເຂົ້າຮ່ວມ ຕາມເອກກະສານ ຂອງທາງການລາວ ແລະໄດ້ມີການປ່ຽນຊື່ພັກ ຈາກ “ພັກຄອມມິວນິສວຽດນາມ" ມາເປັນ "ພັກຄອມມິວນິສ ອິນດູຈີນ” ທີ່ວ່າ ຍຶດໝັ້ນຢູ່ໃນທິສດີ ມາກ-ເລນິນ ນັ້ນ.

ເຖິງຈະປ່ຽນຊື່ມາເປັນພັກຄອມມິວນິສອິນດູຈີນ ແຕ່ເນື້ອແທ້ກໍຍັງແມ່ນພັກຄອມມິວນິສວຽດນາມ ເປັນຜູ້ກໍາບັງຫຽງຢູ່ ເຮັດໃຫ້ການຂັດແຍ່ງ ພາຍໃນພັກ ທີ່ວ່ານັ້ນ ຍັງມີຢູ່ຕໍ່ໄປ ຍ້ອນພວກຄອມມິວນິສ ວຽດນາມຄຸມເຂັມ ການເຄື່ອນໄຫວ ຕໍ່ສູ້ໃນລາວ ເຮັດໃຫ້ຝ່າຍລາວ ເກີດມີ ຄວາມບໍ່ພໍໃຈ ຈົນເຖິງຂັ້ນຈັດຕັ້ງ ອົງການຕໍ່ສູ້ຂອງຕົນເອງຂຶ້ນ ໃນປີ 1934 ໂດຍໃຫ້ຊື່ວ່າ “ອົງຄະນະພັກແຄວ້ນລາວ” ແຕ່ເຖິງຢ່າງໃດ ພັກນີ້ ກໍຍັງຢູ່ພາຍໃຕ້ອິດທິພົນ ຂອງພັກຄອມມິວນິສວຽດນາມ ມາໂດຍຕລອດ.

ຕາມການບອກເລົ່າຂອງນັກປະຕິວັດອາວຸໂສ ຮວມທັງຄໍາເວົ້າເມື່ອຕົ້ນຊຸມປີ 1970 ຂອງນາຍພົນ ບຸນ ພົມມະຫາໄຊ ໃນຂະນະທີ່ ທ່ານ ແວ່ຢ້ຽມຢາມ ນະຄອນຫຼວງມົສກູ ສະຫະພາບໂຊວຽດ ແລ້ວແມ່ນວ່າ ຄວາມຂັດແຍ່ງ ທີ່ເກີດຂຶ້ນນັ້ນ ແມ່ນເປັນຍ້ອນ ພວກກອມມິວນິສ ວຽດນາມ ຢາກຄວບຄຸມໝົດທຸກ ການເຄື່ອນໄຫວຕໍ່ສູ້ ຂອງຄະນະອົງຄະນະພັກແຄວ້ນລາວ ຂະນະທີ່ພັກນີ້ ກໍຢາກມີຄວາມເປັນອິສຣະ ຂອງຕົນເອງຊຶ່ງສມັຍນັ້ນແມ່ນ ທ່ານ ຄຳແສງ ເປັນຫົວໜ້າພັກ ແລະໃນທີ່ສຸດ ທ່ານກໍຖືກປັດເຂັ່ຽ ອອກໄປ ໂດຍເຮັດໃຫ້ ທ່ານເຈັບປ່ວຍ, ເອົາໄປປິ່ນປົວຢູ່ວຽດນາມ ແລ້ວກໍຈັດກອງປະຊຸມ ສ້າງຕັ້ງພັກ ປະຊາຊົນລາວ ແລະກາຍມາເປັນພັກ ປະຊາຊົນປະຕິວັດລາວ ທີ່ພັກ ຄອມມິວນິສວຽດນາມ ເອົາທ່ານ ໄກສອນ ພົມວິຫານ ຜູ້ທີ່ຕົນປັ້ນຂຶ້ນມາ ໃຫ້ ເຊື່ອຟັງ, ໄວ້ໃຈໄດ້ ແລະທັງຫລົ້ມຫົວ ຈົມທ້າຍນຳຕົນ ຂຶ້ນເປັນຫົວໜ້າພັກ ໃນປີ 1955 ແລະເອີ້ນຕົນເອງວ່າ ເປັນຜູ້ສືບທອດພາຣະກິດ ຂອງພັກອິນດູຈີນ ແລະເດີນຕາມເສັ້ນທາງຣັດ ທິ ມາກ-ເລນິນ ກ້າວຂຶ້ນສັງຄົມນິຍົມ ໂດຍບໍ່ຜ່ານ ການຂຍາຍຕົວ ຂອງທຶນນິຍົມ ຂະນະທີ່ນັກຮຽນຮູ້ ປັນຍາຊົນລາວ ຢູ່ພາຍໃນປະເທສ ເວົ້າເຖິງການສືບທອດ ອໍານາດຢູ່ ສປປລາວ ວ່າເປັນໄປແບບຕະກູນ ຕະກູນໃດແດ່ ໄດ້ຄອງອໍານາດ ກໍຄອງຕໍ່ກັນໄປ:

"ຂໍ້ຈໍາກັດທີ່ວ່າມັນມີຜົລກະທົບຫລາຍ ຄືສົມມຸດວ່າມັນຄ້າຍໆຄືແບບ ຕະກູນດຽວລະຄອງອໍານາດ ໄປເລື້ອຍຫັ້ນນະ."

ທ່ານກ່າວຕໍ່ໄປວ່າ ຖ້າເຮົາວິພາກວິຈານ ຫລືເຫັນວ່າມັນບໍ່ຖືກຕ້ອງ ມັນກໍເປັນການຍາກ ເພາະວ່າມັນເກງໃຈກັນ ຄົນໃນຣະບອບນີ້ ເຮັດໃຫ້ບັນຫາຕ່າງໆເກີດຂຶ້ນ ຄືການສໍ້ຣາດບັງຫລວງ ການສວຍໃຊ້ອໍານາດ ແລະເອົາລັດເອົາປຽບກັນ ແລະຄົນທັງຫລາຍ ກໍເວົ້າໄປ ໃນທໍານອງດຽວກັນ ກັບທີ່ວ່ານັ້ນ ຕລອດຣະຍະ 42 ປີ ທີ່ພວກຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ກໍາອໍານາດມານີ້ ກໍມີແຕ່ການຜູກຂາດ ໃນການໂອນອໍານາດ ໃຫ້ເຊື້ອສາຍຕາມແບບຣາຊວົງ ເປັນຜູ້ສືບທອດ ອັນເປັນການກະທໍາ ທີ່ກົງກັນຂ້າມ ກັບຄໍາເວົ້າຂອງພັກທີ່ວ່າ ພະນັກງານທີ່ຈະເປັນຜູ້ສືບທອດ ແມ່ນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ ສິລທັມປະຕິວັດ ຮວມທັງເຄົາຣົບແລະປະຕິບັດ ກົດໝາຍ ແລະກົດຣະບຽບ ຂອງພັກຢ່າງເຂັ້ມງວດ ເທົ່ານັ້ນ.

ເຣຶ່ອງ “ການໝູນໃຊ້ທິສດີ ມາກ-ເລນິນ ໃນການສ້າງສັງຄົມນິຍົມ” ຢູ່ 5 ປະເທສຊຶ່ງເປັນຫົວຂໍ້ຂອງກອງປະຊຸມ ກ່ຽວກັບສັງຄົມນິຍົມຄັ້ງທີ 5 ທີ່ໄດ້ຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນ ໃນມື້ວັນທີ 22 ແລະ 23 ພຶສຈິກາ 2017 ໂດຍມີ ທ່ານ ສຸກກົງແສງ ໄຊຍະເລີດ ປະທານ ສະຖາບັນວິທຍາສາດສັງຄົມ ແຫ່ງຊາດ ສປປລາວ, ທ່ານ ຟາມ ວັນ ດຶກ ຮອງປະທານສະຖາບັນວິທຍາສາດສັງຄົມ ວຽດນາມ, ທ່ານ ຟານຈຽນ ຊິນ ຮອງປະທານສະຖາບັນລັດທິ ມາກ-ເລນິນ, ສະຖາບັນວິທຍາສາດສັງຄົມ ຈີນ, ຜູ້ຕາງໜ້າສະຖານທູດ ສປປເກົາຫລີ ຫລື ເກົາຫລືເໜືອ ແລະທູດຄິວບາ ປະຈໍາ ສປປລາວ ເຂົ້າຮ່ວມນັ້ນຫລາຍຄົນເວົ້າວ່າ.

ເວົ້າເຖິງການໝູນໃຊ້ທິສດີ ມາກ-ເລນິນ ໃນບົດຣາຍງານກ່ຽວກັບການປັບປຸງ, ດັດແປງກົດຣະບຽບ ຂອງພັກປະຊາຊົນປະຕິວັດລາວ ຊຶ່ງປະກອບດ້ວຍ 14 ໝວດ 58 ມາດຕຣາ ທີ່ທ່ານ ຈັນສີ ໂພສີຄໍາ ກັມການກົມການເມືອງ ສູນກາງພັກ, ຫົວໜ້າ ຄະນະຈັດຕັ້ງ ສູນກາງພັກ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກເວົ້າຕອນນຶ່ງວ່າ ສືບຕໍ່ຢືນຢັນບັນດາບັນຫາ ທີ່ມີລັກສນະຫລັກການ ກ່ຽວກັບພັກ ແລະວຽກງານກໍ່ສ້າງພັກ ຕາມຫລັກມູນທິສດີ ມາກ-ເລນິນ..

ປັບປຸງ, ເພີ້ມທະວີຄວາມເປັນເອກກະພາບ ທາງດ້ານແນວຄິດແລະການກະທໍາ ໃນທົ່ວພັກ, ສ້າງໃຫ້ບັນດາການຈັດຕັ້ງພັກ ແລະ ສະມາຊິກພັກ ມີຄວາມປອດໃສ, ໜັກແໜ້ນ ແລະເຂັ້ມແຂງໃນທຸກດ້ານ ໃນຂະນະທີ່ທ່ານ ຈູມມາລີ ໄຊຍະສອນ ຜູ້ເປັນຫົວໜ້າພັກ ກ່າວຢູ່ໃນກອງປະຊຸມໃຫຍ່ ຄັ້ງທີ 9 ຂອງພັກວ່າ...

ກໍາຈັດປັດເປົ່າພະຍາດໃນຕົວ, ບົ່ງການອ້າຍດຽວ, ຂາດປະຊາທິປະໄຕ ກໍຄືປະຊາທິປະໄຕ ແບບຮູບການ ແລະການລ່ວງອໍານາດ ໂດຍ ບຸກຄົນແລະກຸ່ມຄົນ... ກໍາຈັດປັດເປົ່າໃຫ້ໄດ້ແບບແຜນອາຍາສິດ, ມີແຕ່ເວົ້າ, ມີແຕ່ອອກມະຕິ ແຕ່ບໍ່ເຮັດ ຫລືເຮັດກໍບໍ່ແທດກັບຕົວຈິງ, ເຮັດແບບມະລຸ້ມມະລ້ວຍ, ອັຕວິໄສ ແລະພໍໄດ້ແຕ່ຮູບການ ຊຶ່ງເຈົ້າໜ້າທີ່ ທາງການລາວ ເວົ້າເຖິງການວ່າ....

ພັກປະຊາຊົນປະຕິວັດລາວ ຍາມໄດ້ກໍເອກອ້າງຕົນເອງວ່າ ເປັນຜູ້ສືບທອດພາຣະກິດ ຂອງພັກອິນດູຈີນ, ໝຸນໃຊ້ທິສດີ ມາກ-ເລນິນ ເຂົ້າໃນການປັບປຸງບູຣະນະ ແນວທາງນະໂຍບາຍຂອງພັກ, ກໍ່ສ້າງພັກຕາມຫລັກມູນທິສດີ ມາກ-ເລນິນ,ຕາມ ແນວຄິດ ໄກສອນ ພົມວິຫານ, ຍຶດໝັ້ນຫຼັກການລວມສູນ ປະຊາທິປະໄຕ ຄືຫລັກການທີ່ບົ່ງການມາແຕ່ເທິງ ມາແຕ່ຜູ້ນໍາສູງສຸດ ຂອງພັກທີ່ກໍາອໍານາດ ແລະຜູກຂາດອໍານາດ ເຊັ່ນດຽວກັນກັບປະເທສອື່ນໆ ທີ່ປົກຄອງດ້ວຍຣະບອບ ຄອມມິວນິສຜະເດັດການ ທີ່ມີແຕ່ແຍກພາລະບົດບາດ ຂອງແຕ່ລະອົງການຈັດຕັ້ງຣັຖ ແຕ່ບໍ່ແຍກອໍານາດ  ຍ້ອນວ່າອໍານາດທັງໝົດຂຶ້ນຢູ່ກັບພັກ ດັ່ງຈະຮູ້ໄດ້ຈາກຄໍາ ເວົ້າຂອງທ່ານ ຈູມມາລີ ໄຊຍະສອນ ທີ່ວ່າ:

ປະຕິບັດລະບອບການແບ່ງຄວາມຮັບຜິດຊອບ, ແຍກພາລະບົດບາດ ໃຫ້ຈະແຈ້ງຣະຫວ່າງ ອົງການນິຕິບັນຍັດ, ອົງການບໍຣິຫານ ແລະ ອົງການຕຸລາການ ບົນພື້ນຖານຫລັກການລວມສູນ ປະຊາທິປະໄຕ ຂອງອໍານາດແຫ່ງຣັຖ ພາຍໃຕ້ການນໍາພາ ຂອງພັກ.

ແລະຈະຮູ້ໄດ້ແຈ້ງອີກຕື່ມຢູ່ໃນມະຕິ 10 ຂອງພັກ ທີ່ເວົ້າວ່າ ພັກປະຊາຊົນປະຕິວັດລາວ ຍາມໃດກໍຕ້ອງຮັບປະກັນ ທາດແທ້ທີ່ເປັນ ກອງນໍາໜ້າ…

ກ່ອນອື່ນໝົດແມ່ນຍືດໝັ້ນຣັດທິ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ເປັນພື້ນຖານແນວຄິດ ແລະ ທິສດີຂອງພັກ, ໝູນໃຊ້ ຢ່າງປະດິດສ້າງ, ສອດຄ່ອງກັບເງື່ອນໄຂຕົວຈິງ ຂອງປະເທສ ແລະຈຸດພິເສດ ຂອງສັງຄົມລາວ.

ເວົ້າເຖິງທິສດີ ມາກ-ເລນິນ

ແຕ່ເຖິງຢ່າງໃດກໍຕາມ ຜູ້ນໍາພັກກໍຍັງໃນທິສດີ ມາກ-ເລນິນ ແລະອຸດົມການສັງຄົມນິຍົມ ຢ່າງເດັດດ່ຽວ, ເອົາໃຈໃສ່ຄົ້ນຄວ້າ, ກໍາແໜ້ນ ແລະໝູນໃຊ້ບັນດາຫຼັກມູນພື້ນຖານ ຂອງຣັດທິ ມາກ-ເລນິນ ເຂົ້າໃນສະພາບການຕົວຈິງ ຂອງລາວຢ່າງປະດິດສ້າງ ແລະແທດເໝາະ... ແລະທັງວ່າ ເດັດດ່ຽວປົກປ້ອງທິສດີ ມາກ-ເລນິນ ແລະແນວທາງນະໂຍບາຍ ຂອງພັກ.

ຊຶ່ງກົງກັນຂ້າມກັບຫລັກການປະຊາທິປະໄຕລວມສູນ ຢູ່ປະເທສປະຊາທິປະໄຕທັງຫລາຍ ຢູ່ໃນໂລກເພີ່ນພາກັນ ປະຕິບັດ ຄືປະຊາຊົນ ເປັນເຈົ້າ, ອໍານາດຂອງປະຊາຊົນ, ມາຈາກປະຊາຊົນ ແລະເພື່ອສິດ ຜົລປໂຍດ ຂອງປະຊາຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.