ການເລືອກຕັ້ງແບບ ຈັດສາກ

ນັກ ວິຊາການ ລາວ ເວົ້າວ່າ ການເລືອກຕັ້ງ ຜູ້ແທນ ຣາສດອນ ແລະ ຜູ້ແທນ ທ້ອງຖິ່ນ ໃນລາວ ເປັນພຽງ ສາກບັງຫນ້າ ແທ້ຈິງແລ້ວ ສູນກາງພັກ ເລືອກໄວ້ ລ່ວງຫນ້າ ແລ້ວ.

ການປ່ອນບັດເລືອກຕັ້ງ ຢູ່ ສປປລາວ ປີ 2011 Courtesy of people.cn

ນັກ ວິຊາການ ລາວ ເວົ້າວ່າ ການເລືອກຕັ້ງ ຜູ້ແທນ ຣາສດອນ ແລະ ຜູ້ແທນ ທ້ອງຖິ່ນ ໃນລາວ ເປັນພຽງ ສາກບັງຫນ້າ ແທ້ຈິງແລ້ວ ສູນກາງພັກ ເລືອກໄວ້ ລ່ວງຫນ້າ ແລ້ວ.

ການເລືອກຕັ້ງ ຜູ້ແທນ ຣາສດອນ ຂອງ ສະພາ ແຫ່ງຊາດ ຊຸດທີ 8 ແລະ ສະພາ ທ້ອງຖິ່ນ ຊຸດທຳອິດ ໃນລາວ ຈະມີຂຶ້ນ ໃນ ວັນທີ 20 ມິນາ ປີ 2016 ຄາດວ່າ ຈະມີຜູ້ເຂົ້າ ແຂ່ງຂັນ ເຖິງ 700 ຄົນ ໃນນັ້ນ ຈະເລືອກເອົາ ພຽງແຕ່ 150 ຄົນ. ຕາມ ການຣາຍງານ ຂອງ ຫນັງສືພິມ ທາງການລາວ ແລະ ແຈ້ງການ ຂອງ ເຈົ້າຫນ້າທີ່ ສະພາ ແຫ່ງຊາດລາວ ຕໍ່ ເອເຊັຽເສຣີ ໃນວັນທີ 8 ມົກກະຣາ 2016.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org