ບ້ານປອດຄະດີຢູ່ ສປປລາວ

ອຸ່ນແກ້ວ ສຸກສະຫວັນ
2014.06.13
F-vientiane ບ້ານປອດຄະດີຢູ່ ສປປລາວ
Citizen Journalist

 

ການສ້າງ ບ້ານ ໃຫ້ເປັນ ບ້ານ ປອດ ຄະດີ ຢູ່ ປະເທດລາວ ກໍເປັນ ແນວທາງນຶ່ງ ໃນການ ແກ້ໄຂ ບັນຫາ ຄະດີ ຄວາມຕ່າງ. ຫາກ ເບິ່ງ ໃນແງ່ບວກ ກໍຄື ເຮັດໃຫ້ ບ້ານເມືອງ ສງົບ ເພາະ ຄະດີ ຕ່າງໆ ຖືກ ໄກ່ເກັ່ຍ ຢູ່ ຂັ້ນບ້ານ ແຕ່ຖ້າ ເບິ່ງ ໃນແງ່ລົບ ກໍຄື ຄະດີ ຄວາມ ຕ່າງໆ ຖືກ ປົກປິດໄວ້ ໃນຂັ້ນບ້ານ ບໍ່ຖືກສົ່ງ ຟ້ອງສານ ແລ້ວ ຜົນຮ້າຍ ທີ່ ຈະຕາມມາ ຄືຫຍັງ?

ປັດຈຸບັນ ທາງການ ລາວ ກຳລັງ ເລັງໃສ່ ການສ້າງບ້ານ ປອດຄະດີ ແລະ ຄົນ ສ່ວນໃຫຍ່ ເຂົ້າໃຈວ່າ ບ້ານປອດ ຄະດີ ຕ້ອງເປັນບ້ານ ທີ່ ບໍ່ມີ ຄະດີ ຫຍັງເລີຍ. ໃນອາທິດ ຜ່ານມາ ຜແນກ ຍຸຕິທັມ ນະຄອນ ຫລວງ ວຽງຈັນ ໄດ້ ປະກາດ ວ່າ ຢູ່ ນະຄອນ ຫລວງ ວຽງຈັນ ມີບ້ານປອດ ຄະດີ ແລ້ວ ຫລາຍກວ່າ 300 ບ້ານ ຂອງ 9 ຕົວເມືອງ ໃນ ນະຄອນ ຫລວງ ວຽງຈັນ.

ອັນນີ້ ແມ່ນ ຕົວເລກ ສະຖິຕິ ຂອງ ຜແນກ ຍຸຕິທັມ ນະຄອນ ຫລວງ ວຽງຈັນ ໄດ້ລົງ ເກັບກຳ ໃນ 6 ເດືອນ ຕົ້ນປີ 2014 ອີງຕາມ ການ ບອກເລົ່າ ຂອງ ເຈົ້າໜ້າທີ່ ກະຊວງ ຍຸຕິທັມ ທ່ານນຶ່ງ ໄດ້ຮູ້ວ່າ ບ້ານປອດ ຄະດີ ແມ່ນ ໝາຍເຖີງ ບ້ານທີ່ ບໍ່ມີຄະດີ ຄວາມ ສົ່ງເຖີງສານ. ໃນນັ້ນ ຕະຫລອດ 6 ເດືອນ ຂອງ ການລົງ ເກັບກຳ ຂໍ້ມູນ ປະມານ 100 ຄະດີ ເກີດຂຶ້ນ ແຕ່ໜ່ວຍ ໄກ່ເກັ່ຍ ຂັ້ນບ້ານ ສາມາດ ແກ້ໄຂໄດ້ ຊຶ່ງຄະດີ ສ່ວນຫລາຍ ແມ່ນ ກ່ຽວກັບ ໜີ້ສິນ, ກຳມະສິດ ທີ່ດິນ, ສາຍພົວພັນ ຜົວເມັຍ ແລະ ຄະດີ ທຳຮ້າຍ ຮ່າງກາຍ ທັງໝົດ ແມ່ນ ສາມາດ ໄກ່ເກັ່ຍ ໄດ້ 90 ຄະດີ ແລະ ທີ່ເຫລືອ ກຳລັງ ໄກ່ເກັ່ຍ ກັນຢູ່.

ອີງຕາມ ການລາຍງານ ຂອງ ໝັງສືພິມ ວຽງຈັນ ໃໝ່ ຂອງລາວ ສະບັບ ວັນທີ 9 ມິຖຸນາ ທີ່ຜ່ານມາ. ການສ້າງບ້ານ ປອດຄະດີ ຈຸດເປົ້າໝາຍ ອັນນຶ່ງ ກໍຄື ເພື່ອໃຫ້ ປະຊາຊົນ ທົ່ວໄປ ເຂົ້າໃຈວ່າ ບ້ານເມືອງ ມີ ຄວາມສງົບ ຮຽບຮ້ອຍ ແລະ ປອດໄພ. ເຈົ້າໜ້າທີ່ ຕຳຫຣວດ ທ່ານນຶ່ງ ທີ່ ໄປ ປະຕິບັດ ໜ້າທີ່ ກ່າວວ່າ:

"ລັກສນະ ບ້ານປອດ ຄະດີ ນີ້ ສ້າງເປັນບ້ານ ບໍ່ໃຫ້ ມີຄະດີ ເນາະ ຖ້າວ່າ ມີຄະດີ ຫຍັງເກີດຂຶ້ນ ຢູ່ໃນບ້ານ ຖືວ່າ ບ້ານຫັ້ນ ກະແບບວ່າ ຈະດຳເນີນ ການ ຫັ້ນແຫລະ ແປວ່າ ຄັນມີ ເຫດການ ເກີດຂຶ້ນ ມີ ບັນຫາ ຫຍັງເກີດຂຶ້ນ ກໍ ພຍາຍາມ ກຳຈັດໃຫ້ ມັນອອກ ຫັ້ນນ່າ ມີບັນຫາ ຫຍັງເກີດຂຶ້ນ ກໍກຳຈັດ ໃຫ້ມັນອອກ ໃຫ້ມັນເປັນ ບ້ານ ປອດຄະດີ ຫັ້ນມັນຈະ ມັນແຈ້ງ ມັນແລ້ວໄປ ບໍ່ໃຫ້ ມີບັນຫາ ຫັ້ນ".

ຕາມ ຫລັກການແລ້ວ ຄະດີ ທີ່ສາມາດ ໄກ່ເກັ່ຍ ກັນໄດ້ ແມ່ນຄະດີ ແພ່ງຄື ການຕິດໜີ້ ຕິດສິນ, ແລະ ຂໍ້ຂັດແຍ່ງ ຜົວເມັຍ ເປັນຕົ້ນ. ແຕ່ວ່າ ຫລາຍຄົນ ກໍມີຄວາມ ເປັນ ຫ່ວງ ກ່ຽວກັບ ການປະກາດ ເປັນປບ້ານ ປອດຄະດີ ມີເກີດມີ ຊ່ອງວ່າງ ໃນການ ປະຕິບັດ ເພາະຈະເຮັດ ໃຫ້ຄະດີ ບາງຢ່າງ ບໍ່ຖືກ ສົ່ງຟ້ອງສານ ເພາະ ອຳນາດ ການ ປົກຄອງບ້ານ ບາງບ້ານ ບໍ່ຢາກໃຫ້ ຄະດີ ໄປຮອດສານ ຢ້ານມີ ຈຸດອ່ອນ ສະນັ້ນ ບາງຄະດີ ທີ່ຈະສົ່ງ ຟ້ອງສານ ແຕ່ກັບມາ ໄກ່ເກັ່ຍ ກັນຢູ່ ຂັ້ນບ້ານ. ຕົວຢ່າງ ຄະດີ ຄູ່ຜົວ ເມັຍ ຢ່າຮ້າງກັນ ແມ່ນຄະດີ ແພ່ງ ສາມາດ ໄກ່ເກັ່ຍ ຂັ້ນບ້ານໄດ້ ກ່ອນທີ່ ຈະສົ່ງຟ້ອງ ເຖີງສານ, ແຕ່ຖ້າມີ ການຜິດພ້ຽນ ໄປກວ່ານັ້ນ ກໍຄື ຖ້າກໍຣະນີ ເມັຍ ຂໍຢ່າຮ້າງ ຜົວ ຍ້ອນວ່າ ຜົວທູບຕີ ຫລື ທໍາຮ້າຍ ຮ່າງກາຍ ອັນນັ້ນມັນ ກໍກາຍເປັນ ຄະດີ ອາດຍາດ ໄປ ເຊິ່ງສາມາດ ສົ່ງຟ້ອງສານ ໄດ້ເລີຍ ອີງຕາມ ຫລັກການ. ເຈົ້າໜ້າທີ່ ຊ່ຽວຊານ ທ່ານນຶ່ງ ຜູ້ບໍ່ປະສົງ ອອກຊື່ເວົ້າວ່າ:

"ບາດນີ້ ຄະດີ ຢ່າຮ້າງ ຕ້ອງໄປ ໄກ່ເກັ່ຍ ຢູ່ບ້ານ ຫັ້ນແຫຼະ ຕາມທີ່ເພີ່ນ ເຄີຍເຮັດ ມາເນາະ ແຕ່ຄະດີ ຢ່າຮ້າງ ຖ້າເບິ່ງ ໄປເລິກໆ ມັນອາດມີ ຄະດີ ຄວາມຮຸນແຮງ ລະຫວ່າງ ຜົວ ເມັຍ ຈັ່ງຊີ້ ເນາະ".

ບາງກໍຣະນີ ເມື່ອເກີດ ຄວາມ ຮຸນແຮງ ຢູ່ໃນ ຄອບຄົວ ແລ້ວ -ຜົວທຳຮ້າຍ ຮ່າງກາຍເມັຍ ສ່ວນຫລາຍ ມັກມີ ແຕ່ມາ ໄກ່ເກັ່ຍກັນ ຢູ່ຂັ້ນບ້ານ ໂດຍ ເອີ້ນກັນ ມາເວົ້າ ຊ້ອງໜ້າ ເຖົ້າແກ່ ແນວໂຮມບ້ານ ແລະ ນາຍບ້ານ. ອີງຕາມ ການປະຕິບັດ ທີ່ ຜ່ານມາ.

ສິ່ງດັ່ງກ່າວ ນີ້ ຈະຖືກໃຊ້ ເປັນຊ່ອງວ່າງ ເມື່ອມີການ ສ້າງບ້ານ ປອດຄະດີ ຂຶ້ນ ເປັນບ້ານ ຕົວຢ່າງ ໝາຍຄວາມວ່າ ເມື່ອບ້ານໃດ ບ້ານນຶ່ງ ຖືກປະກາດ ເປັນບ້ານ ປອດ ຄະດີ ນັ້ນ ກໍສະແດງວ່າ ບ້ານນັ້ນ ເປັນບ້ານ ຕົວຢ່າງ.

ອຳນາດ ການປົກຄອງ ບ້ານ ເມື່ອບ້ານ ຂອງຕົນເອງ ຖືກ ປະກາດ ແລ້ວ ກໍບໍ່ຕ້ອງ ການຢາກໃຫ້ ຄະດີ ທີ່ ເກີດຂຶ້ນ ຢູ່ບ້ານ ຂອງຕົນເອງ ສົ່ງຟ້ອງສານ ເພາະ ສະນັ້ນ ຈະຕ້ອງ ໄກ່ເກັ່ຍ ຢູ່ຂັ້ນບ້ານ ຂອງ ຕົນເອງ ໃຫ້ ຮຽບຮ້ອຍ ຫລື ບາງຄັ້ງ ຄະດີ ຄວາມເກີດຂຶ້ນ ແຕ່ ກໍບໍ່ມີ ການຣາຍງານ. ດັ່ງທ່ານກ່າວ ອີກວ່າ:

"ຜູ້ໄດໄດ້ ບ້ານ ປອດຄະດີ ມັນກະຊິ ເປັນບ້ານ ແບບຢ່າງ ມີຫຍັງຫັ້ນ ລະເນາະ ແຕ່ວ່າ ໃນຕົວຈິງ ຫັ້ນນ່າ ຄັນມັນ ປອດຄະດີ ເນາະ ກະບໍ່ຮູ້ວ່າ ເປັນຍ້ອນ ສາເຫດ ຍ້ອນ ປະຣິມານ ບໍ ຫລື ຄຸນນະພາບ ເຮົາກະບໍ່ຮູ້ ແຫລະ ສົມມຸດວ່າ ບ້ານ ປອດຄະດີ ເນາະ ໃນຕົວຈິງ ມັນມີຢູ່ ແຕ່ມັນ ບໍ່ຣາຍງານ ເດ໋ຊັ້ນນ່າ ມັນກະ ປອດຄະດີ ຄືກັນ ເນາະ
ແລະ ຍິ່ງຮ້າຍແຮງ ໄປກວ່ານັ້ນ ບາງຄະດີ ທີ່ ເປັນຄະດີ ອາດຍາ ທີ່ ເກີດຂຶ້ນ ຢູ່ບ້ານ ເປັນຕົ້ນວ່າ ຄະດີ ຂົ່ມຂືນ ກໍຍັງມີ ການໄກ່ເກັ່ຍ ກັນຢູ່ ຂັ້ນບ້ານ ໂດຍ ຜູ້ ກະທຳຜິດ ກໍພຽງແຕ່ ຖືກປັບໄໝ ເປັນເງິນ, ແຕ່ ຄວາມຜິດ ນັ້ນບໍ່ໄດ້ ຖືກສານ ຕັດສິນ ຫຍັງໝົດ.

ອີກ ຕົວຢ່າງນຶ່ງ ຄະດີ ທຳຮ້າຍ ຮ່າງກາຍ ຢູ່ບ້ານ ສ່ວນຫລາຍ ກໍມີການ ໄກເກັ່ຍ ກັນປັບໄໝ ເປັນເງິນ ເຊັ່ນດຽວກັນ ກັບ ຄະດີ ຂົ່ມຂືນ ແລະ ໃນທີ່ສຸດ ຜູ້ທີ່ໃຊ້ ຄວາມ ຮຸນແຮງ ກໍບໍ່ໄດ້ ຖືກລົງໂທດ ຫຍັງອີກ ພຽງແຕ່ ຈ່າຍເງີນຄ່າ ປິ່ນປົວ ແລະ ຄ່າປ່ວຍການ ກໍສິ້ນສຸດ.

ອີກຕົວຢ່າງ ນຶ່ງ ກໍຄື ຄະດີ ຄ້າ ຢາເສບຕິດ ຢູ່ ຕາມບ້ານ ກໍເຊັ່ນ ດຽວກັນ ຜູ້ທີ່ຄ້າ ຢາເສບຕິດ ທີ່ ຖືກ ເຈົ້າໜ້າທີ່ ເຂດ ຫລື ເຈົ້າໜ້າທີ່ ຕຳຫຣວດ ຢູ່ບ້ານ ຈັບກຸມໄດ້ ກໍບໍ່ມີ ການ ສົ່ງຟ້ອງສານ ບາງ ກໍລະນີ ຜູ້ຕ້ອງຫາ ຄະດີຄ້າ ຢາເສບຕິດ ກໍຖືກເຈົ້າໜ້າທີ່ ຈັບໃສ່ຄຸກ ໂດຍ ບໍ່ມີການ ສົ່ງຟ້ອງສານ ກໍມີ. ອີງຕາມ ການ ບອກເລົ່າ ຂອງ ເຈົ້າໜ້າທີ່ ຕຳຫຣວດ.

ສິ່ງ ດັ່ງກ່າວ ນັ້ນ ຫລາຍຄົນ ກໍໃຫ້ ທັສນະວ່າ ອຳນາດ ການປົກຄອງ ບ້ານ ບາງບ້ານ ບໍ່ໄດ້ ຣາຍງານ ແລະ ສົ່ງຟ້ອງ ຄະດີ ດັ່ງກ່າວ ເຖີງສານ ຍ້ອນວ່າ ຖ້າ ສົ່ງໄປແລ້ວ ຈະເສັຍ ບົດບາດ ແລະ ຊື່ສຽງ ຂອງ ບ້ານຕົນເອງ ໃນຖານະທີ່ ໄດ້ປະກາດ ວ່າເປັນບ້ານ ປອດຄະດີ. ໃນທີ່ສຸດ ຄະດີ ກໍຖືກປິດ ໃຫ້ ມິດມຽບໄປ ອຳນາດ ການປົກຄອງ ບ້ານ ຫລື ຜູ້ທີ່ເຮັດວຽກ ເປັນໜ່ວນໄກ່ ເກັ່ຍ ຂໍ້ຂັດແຍ່ງ ຂັ້ນບ້ານ ຍັງບໍ່ທັນ ເຂົ້າໃຈ ຮະບົບ ກົດໝາຍ ເທົ່າທີ່ຄວນ ຈຶ່ງເປັນເຫດ ໃຫ້ບັນຫາ ດັ່ງກ່າວ ຖືກປົກປິດ ໄວ້.

ອີກສາເຫດ ນຶ່ງ ທີ່ ຄະດີຕ່າງໆ ບໍ່ສາມາດ ໄປເຖີງສານ ກໍຄື ປະຊາຊົນ ຍັງຂາດ ຄວາມເຊື່ອໝັ້ນ ຕໍ່ສານ ສະນັ້ນ ປະຊາຊົນ ຈຶ່ງເລືອກ ໃຊ້ແນວທາງ ໄກ່ເກັ່ຍ ແກ້ໄຂ ຂໍ້ຂັດແຍ່ງ ຂັ້ນບ້ານ ຫລາຍກວ່າ ການຟ້ອງຮ້ອງ ກັນ ຂຶ້ນສານ ເຖີງວ່າ ຈະເປັນ ຄະດີ ອາດຍາ ກໍຕາມ.

ສິ່ງ ດັ່ງກ່າວ ແມ່ນສັງເກດ ມາຈາກ ແຜນ ແມ່ບົດ ກ່ຽວກັບ ການພັທນາ ຣັຖ ແຫ່ງ ກົດໝາຍ ຂອງ ສປປລາວ ແຕ່ນີ້ ຮອດປີ 2020 ຊຶ່ງ ໜ້າທີ່ 64 ໄດ້ມີຫົວຂໍ້ ນຶ່ງ ທີ່ຂຽນ ວ່າການພັທນາ ຄວາມເຊື່ອໝັ້ນ ຈາກສັງຄົມ ຕໍ່ສານ ປະຊາຊົນ ຊຶ່ງຖືວ່າ ເປັນນຶ່ງ ໃນຫລາຍໆ ກິດຈະກັມ.

ສາເຫດ ທີ່ ມີກິຈກັມ ວ່າດ້ວຍ ການພັທນາ ຄວາມເຊື່ອໝັ້ນ ຈາກສັງຄົມ ຕໍ່ ສານ ປະຊາຊົນ ກໍຍ້ອນວ່າ ທີ່ຜ່ານມາ ປະຊາຊົນ ຍັງຂາດ ຄວາມເຊື່ອ ໝັ້ນ ຕໍ່ສານ ປະຊາ ຊົນ ຈຶ່ງ ເປັນເຫດຜົນ ນຶ່ງ ທີ່ເຮັດໃຫ້ ເຂົາບໍ່ເລືອກ ໃຊ້ຂະບວນ ການສານ ໃນເວລາ ທີ່ ມີຂໍ້ຂັດແຍ່ງ ຫລື ຖ້າເກີດ ຄະດີ ຄວາມກັນຂຶ້ນ. ບໍ່ວ່າ ຈະເປັນຍ້ອນ ປະຊາຊົນ ບໍ່ມີຄວາມ ເຊື່ອໝັ້ນ ຕໍ່ສານ ແລະ ການສ້າງບ້ານ ໃຫ້ເປັນບ້ານ ປອດຄະດີ ກໍເປັນ ສາເຫດ ທີ່ເຮັດໃຫ້ ຄະດີຄວາມ ແລະ ຄະດີ ອາດຍາ ຖືກ ປົກປິດໄວ້ ແລະ ບໍ່ໄປ ຮອດສານ.

ບ້ານ ປອດຄະດີ ຜົນບວກ ກໍຄື ເຮັດໃຫ້ ສັງຄົມ ເບິ່ງຄືວ່າ ມີຄວາມສງົບ ແຕ່ ຜົນລົບ ກໍຄື ຄະດີຄວາມ ບໍ່ຖືກ ແກ້ໄຂ ຕາມຂະບວນ ການ ຍຸຕິທັມ. ແລ້ວ ເມື່ອ ເປັນແນວ ນັ້ນ ການສ້າງ ບ້ານ ປອດຄະດີ ບໍ່ຈະເປັນ ອຸປສັກ ໃຫ້ການ ສ້າງຣັຖ ແຫ່ງ ກົດໝາຍ ແຕ່ນີ້ເຖີງປີ 2020 ບໍ ທ່ານ?.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.