ເຈົ້າແຂວງອັດຕະປືວ່າຂ່າວ RFA ບໍ່ຖືກຕ້ອງ

ເຈົ້າແຂວງອັດຕະປື ອອກມາ ປະຕິເສດ ການລາຍງານຂ່າວ ຂອງ ວິທຍຸ ເອເຊັຽ ເສຣີ ເລື້ອງລາຄາ ບ້ານພັກ ຊົ່ວຄາວ.

ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ອອກມາຕອບໂຕ້ ຂ່າວວິທຍຸເອເຊັຽເສຣີ ທີ່ຣາຍງານກ່ຽວກັບ ບ້ານພັກຊົ່ວຄາວ ໃຫ້ຜູ້ປະສົບພັຍ Public domain

ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ຕອບໂຕ້ ຂ່າວວິທຍຸເອເຊັຽເສຣີ ທີ່ຣາຍງານກ່ຽວກັບ ບ້ານພັກຊົ່ວຄາວ ໃຫ້ຜູ້ປະສົບພັຍ ເຂື່ອນເຊປຽນແຕກ ແລະລາຄາບຸກເບີກທີ່ດິນ ທີ່ມີລາຄາແພງ ນັ້ນ ບໍ່ເປັນຄວາມຈິງ.

ຄຳເວົ້າຂອງທ່ານ ທີ່ໃຫ້ສຳພາດຕໍ່ ວິທຍຸກະຈາຍສຽງແຫ່ງຊາດ ທີ່ອອກອາກາດໄປນັ້ນ ແມ່ນຂັດກັບສິ່ງທີ່ ທ່ານ ໄດ້ໃຫ້ສຳພາດຕໍ່ ວິທຍຸເອເຊັຽເສຣີ ໄປກ່ອນໜ້ານີ້ ແລະ ຂັດກັບຂໍ້ມູນຢູ່ ໃນຂໍ້ຕົກລົງທີ່ ທ່ານໄດ້ເຊັ່ນອອກໄປ.

ກ່ອນໜ້ານີ້ ໃນວັນທີ 4 ຕຸລາ ວິທຍຸເອເຊັຽເສຣີ ໄດ້ຣາຍງານຂ່າວ ໂດຍອີງໃສ່ຂໍ້ມູນ ເຈົ້າໜ້າທີ່ພາຍໃນ ແຂວງອັດຕະປື ທ່ານນຶ່ງ ຜູ້ຮູ້ເລື້ອງລາຄາ ການຊື້ ບ້ານພັກຊົ່ວຄາວ ໃນມູນຄ່າ 70 ລ້ານກີບ ຕໍ່ 1 ຫລັງ ຊຶ່ງໄດ້ສັ່ງຊື້ຈາກ ບໍຣິສັດຢູ່ປະເທດໄທ ແລະ ລາຄາບຸກເບີກທີ່ດິນ ບຸກເຮືອນຖາວອນ ໃນລາຄາ 28 ລ້ານກີບ ຕໍ່ 1 ເຮັດຕາ.

ເຈົ້າໜ້າທີ່ທ່ານນີ້ ຍັງກ່າວວ່າ ລາຄາບ້ານ ຖ້າໃຊ້ວັສດຸພາຍໃນ ແລະຈ້າງຊ່າງພາຍໃນ ຈະມີລາຄາພຽງແຕ່ 45 ລ້ານກີບ ຕໍ່ 1 ຫລັງ, ສ່ວນວ່າ ຄ່າບຸກເບີກທີ່ດິນນັ້ນ ແມ່ນບໍ່ເກີນ 5 ລ້ານກີບ ຕໍ່ 1 ເຮັກຕາ.

ແລະ ໃນວັນທີ 11 ຕຸລາ, ເອເຊັຽເສຣີ ກໍໄດ້ຣາຍງານຂ່າວອີກ ກ່ຽວກັບ ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຼີ ໄດ້ກ່າວ ໃນເວລາທີ່ປະຊຸມ ກັບທາງການ ແຂວງອັດຕະປື ໃນຕອນນຶ່ງວ່າ:

"ຄວນໃຊ້ເງິນບໍຣິຈາກ ໃຫ້ມີປະສິດທິຜົນສູງສຸດ ແລະຄວນດຳເນີນການຢ່າງໂປ່ງໃສ. Dr Sonexay said donations should be used in the most effective way and their use and distribution should be carried out in a transparent manner.

ຄຳກ່າວຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຼີ ແມ່ນຢູ່ໃນຂ່າວຂອງ ໜັງສືພິມວຽງຈັນທາມສ ທີ່ເປັນພາສາອັງກິດ ສະບັບ ວັນທີວັນທີ 11 ຕຸລາ.

ອີງຕາມຂ່າວຈາກໜັງສືພິມວຽງຈັນທາມສ, ທ່ານ ສອນໄຊ ໄດ້ຮຽກຮ້ອງໃຫ້ ເຈົ້າໜ້າທີ່ [ແຂວງອັດຕະປື] ສ້າງແຜນການທີ່ເໝາະສົມ ໃນການພັທນາ ຊຸມຊົນໃໝ່ ແລະການກໍ່ສ້າງບ້ານພັກຖາວອນ ໃຫ້ແກ່ຜູ້ປະສົບພັຍນ້ຳຖ້ວມ.

He called on the officials to make proper plans for the development of new communities and the construction of permanent homes for flood victims.

ປະເດັນໃນເລື້ອງນີ້ ກໍຄື ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ອອກມາປະຕິເສດ ລາຍງານຂ່າວຂອງ ວິທຍຸເອເຊັຽເສຣີ ນັ້ນວ່າບໍ່ແມ່ນຄວາມຈິງ.

ທ່ານໄດ້ໃຫ້ສຳພາດ ຕໍ່ ນັກຂ່າວວິທຍຸກະຈາຍສຽງ ແຫ່ງຊາດ ອອກອາກາດ ໃນວັນທີ 16 ຕຸລາ ຕອນນຶ່ງວ່າ:

“ທາງແຂວງກະໄດ້ຕິດຕາມຢູ່ ຂ່າວເອເຊັຽເສຣີ ຂ່າວອອກມາຫັ້ນ ມັນກະບໍ່ແມ່ນຄວາມຈິງ ອັນນີ້ ມັນແມ່ນບັນຫາທີ່ວ່າ ຄັນເວົ້າລວມແລ້ວ ວິທຍຸເອເຊັຽເສຣີ ເພິ່ນກະກຳຂໍ້ມູນບໍ່ລະອຽດ ໂດຍສະເພາະ ລະແມ່ນ ການບຸກເບີກເນື້ອທີ່ ຢູ່ເມືອງສະໜາມໄຊ ວ່າ 28 ລ້ານ ຫັ້ນ ຄວາມຈິງ ການບຸກເບີກເນື້ອທີ່ ມັນກະບໍ່ເຖິງ 28 ລ້ານ.”

ປະເດັນໃນຈຸດນີ້ ກໍຄື ທ່ານ ເຈົ້າແຂວງອັດຕະປື ໄດ້ປະຕິເສດ ການບຸກເບີກທີ່ດິນ ໃນລາຄາ 28 ລ້ານ ກີບ ຕໍ່ 1 ເຮັກຕາ ວ່າ ບໍ່ແມ່ນຄວາມຈິງ.

ແຕ່ວ່າ ວິທຍຸເອເຊັຽເສຣີ ໄດ້ຣາຍງານ ໂດຍອີງໃສ່ຂໍ້ຕົກລົງ ທີ່ ທ່ານເຈົ້າແຂວງອັດຕະປື ໄດ້ເຊັນອອກໄປ ໃນວັນທີ 5 ກັນຍາ ປີ 2018 ວ່າດ້ວຍການອະນຸມັດບຸກເບີກ ເນື້ອທີ່ພັກອາໃສແບບຖາວອນ ເຂດດົງບາກ ເມືອງສະໜາມໄຊ ແຂວງອັດຕະປື.

ເຈົ້າແຂວງອັດຕະປື ຕົກລົງ:

ມາດຕາ 1: ເຫັນດີອະນຸມັດໂຄງການບຸກເບີກເນື້ອທີ່ ພັກອາໃສ ແບບຖາວອນເຂດດົງບາກ ເມືອງສະໜາມໄຊ ແຂວງອັດຕະປື ໃນເນື້ອທີ່ 60 ເຮັກຕາ ດ້ວຍມູນຄ່າ ທັງໝົດ1,705,702,680 ກີບ (ນຶ່ງຕື້ ເຈັດຮ້ອຍຫ້າລ້ານ ເຈັດແສນສອງພັນ ຫົກຮ້ອຍແປດສິບກີບຖ້ວນ)

ມາດຕາ 2: ມອບໃຫ້ຜແນກໂຍທາທິການ ແລະຂົນສົ່ງ ແຂວງອັດຕະປື ສົບທົບກັບບໍຣິສັດດັ່ງກ່າວ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ສຳເລັດ. ສ່ວນຄ່າຊຳລະສະສາງ ແມ່ນໃຊ້ບ້ວງເງິນບໍຣິສັດ ເຂື່ອນໄຟຟ້າ ເຊປຽນ ເຊນ້ຳນ້ອຍ ຫລື PNPC 10.128 ຕື້ ກີບ.

ມາດຕາ 3: ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ອັນນີ້ ເປັນຂໍ້ຕົກລົງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ກ່ຽວການບຸກເບີກເນື້ອທີ່ດິນ ສ້າງບ້ານພັກຖາວວອນ ເປັນຈຳນວນເງິນ 1.7 ຕື້ກີບ ຄິດໄລ່ເປັນຈຳນວນເລກຖ້ວນ. ແລ້ວຖ້າເອົາ 1.7 ຕື້ ກີບ ມາຫານ 60 ເຮັກຕາ ຄືເນື້ອທີ່ດິນ ຈະຕ້ອງບຸກເບີກ ຜົນອອກມາ ກໍຈະເທົ່າກັນກັບ 28 ລ້ານກີບ ຕໍ່ 1 ເຮັກຕາ.

ນອກຈາກນີ້ ວິທຍຸກະຈາຍສຽງແຫ່ງຊາດ ຍັງໄດ້ອ້າງຄຳໃຫ້ ສຳພາດ ຂອງທ່ານ ເລັດໄຊຍະພອນ ເຈົ້າແຂວງອັດຕະປື ຕື່ມອີກວ່າ: ການຊື້ເຮືອນສຳເລັດຮູບ ຈາກຕ່າງປະເທດ ລາຄາ 70 ລ້ານກີບ ຕໍ່ 1 ຫລັງ ຕາມທີ່ ວິທຍຸເອເຊັຽເສຣີ ນຳສະເໜີຂ່າວນັ້ນ ແມ່ນບໍ່ມີມູມ ຄວາມເປັນຈິງ ເພາະຕາມລາຄາຕົວຈິງ ບໍ່ສູງຂະໜາດນັ້ນ ເນື່ອງຈາກພວກເຮົານຳເຂົ້າ ຈຳນວນຫລາຍ ຈະເຮັດໃຫ້ລາຄາຖືກລົງ.

ແຕ່ວ່າ ໃນເວລາ ທີ່ ທ່ານ ເຈົ້າແຂວງອັດຕະປື ໄດ້ໃຫ້ສໍາພາດ ຕໍ່ວິທຍຸເອເຊັຽເສຣີ ກໍບໍ່ໄດ້ປະຕະເສດ ເລື້ອງລາຄາເຮືອນ 70 ລ້ານກີບ ຕໍ່ 1 ຫລັງ ວ່າ “ບໍ່ເປັນຄວາມຈິງ” ດັ່ງທ່ານ ໃຫ້ສໍາພາດຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 1 ຕຸລາ ຕອນນຶ່ງວ່າ:

ເອເຊັຽເສຣີ: ມັນມີບັນຫາຈັ່ງຊີ້ນ່າ ທ່ານ ເຈົ້າແຂວງ ລາຄາການຊື້ເຮືອນນີ້ ມັນຄືມາສູງແທ້ ທ່ານເຈົ້າແຂວງ, ໄດ້ຍິນວ່າ 70 ລ້ານ ພຸ້ນໂຕນີ້ ມັນເປັນຈັ່ງໃດທ່ານ?

ເຈົ້າແຂວງອັດຕະປື: ອັນສູງ, ບໍ່ສູງຈັ່ງໃດ, ຖືກ ຜູ້ໃດຊິຂາຍໃຫ້ ດຽວນີ້

ເອເຊັຽເສຣີ: ມັນ 70 ລ້ານ ກີບພຸ່ນໃດ?

ເຈົ້າແຂວງ: ມີຢູ່ບ່ອນໃດເບາະ ຢູ່ບ່ອນໃດ ມັນຖືກກ່ອນນັ້ນຫັ້ນນ່າ ແຈ້ງມາໃຫ້ເບິ່ງ.

ອັນນັ້ນ ເປັນຄຳໃຫ້ສຳພາດ ຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື.

ບັນດາທ່ານ ຢູ່ໃນຄຳເວົ້າທີ່ໃຫ້ສຳພາດ, ທ່ານ ເຈົ້າແຂວງ ອັດຕະປື ກໍບໍ່ໄດ້ຕິເສດເລື້ອງລາຄາ ບ້ານ 70 ລ້ານກີບ ຕໍ່ 1 ຫລັງ ໃນເວລາທີ່ໃຫ້ສຳພາດ ຕໍ່ວິທຍຸເອັຽເສຣີ. ແລະເລື້ອງລາຄາບຸກເບີກທີ່ດິນ ຢູ່ເຂດດົງບາກ ໃນລາຄາ 28 ລ້ານ ກີບ ຕໍ່ 1 ຫລັງ ກໍແມ່ນຂໍ້ມູນທີ່ຢູ່ໃນຂໍ້ຕົກລົງ ທີ່ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື  ເປັນຜູ້ເຊັນເອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org