ຜູ້ນໍາລາວຂໍຄວາມຊ່ອຍເຫຼືອ ຈາກ ຈີນ
2014.07.30
ການຢ້ຽມຢາມ ສປຈີນ ຄັ້ງທີ 2 ຂອງ ທ່່ານ ຈູມມະລີ ໄຊຍະສອນ ເລຂາທິການ ໃຫຍ່ ຄນະ ບໍຣິຫານ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ມີຂຶ້ນແຕ່ ວັນທີ 27 ເຖິງ ວັນທີ 29 ກໍຣະກະດາ 2014 ນີ້. ທ່ານ ໄດ້ ຫາລືກັນ ໃນຫລາຍ ບັນຫາ ທີ່ ພົວພັນ ກັບ ສອງພັກ ສອງຣັຖ ບັນຫາ ຂົງເຂດ ແລະ ສາກົນ ກັບ ທ່ານ ສີຈິນປິງ ເລຂາທິການ ໃຫຍ່ ຄນະ ບໍຣິຫານ ສູນກາງ ພັກ ຄອມມິວນິວສ ຈີນ ປະທານ ປະເທສຈີນ ຢູ່ ຫໍ ສະພາ ປະຊາຊົນ ທີ່ ກຸງປັກກິ່ງ ໃນວັນທີ 28 ກໍຣະກະດາ.
ການຢ້ຽມຢາມ ມີຂຶ້ນ ພາຍຫຼັງ ກອງປະຊຸມ ສມັຍ ສາມັນ ເທື່ອທີ 7 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ປິດລົງພຽງ 2 ວັນ ຊຶ່ງຫລາຍ ຄົນເວົ້າວ່າ ເປັນ ການຢ້ຽມຢາມ ທີ່ຟ້າວຟັ່ງ ເພື່ອ ຂໍຄວາມ ຊ່ວຍເຫລືອ ໃນຂນະທີ່ ສະພາບ ເສຖກິດສັງຄົມ ຂອງ ສປປລາວ ກໍາລັງ ຮ້ອນຮົນ ການພັທນາ ບໍ່ເປັນໄປ ຕາມ ແຜນການ ຄາດໝາຍ ການເງິນ ຂັດສົນ, ງົບປະມານ ບໍ່ພຽງພໍ, ສັງຄົມ ປັ່ນປ່ວນ.
ຄວາມ ຫຍຸ້ງຍາກ ຕ່າງໆ ທີ່ ຜູ້ນໍາລາວ ໄດ້ຜະເຊີນ ຜ່ານມາ ເຊັ່ນໃນປີ 1997 ຈີນ ໄດ້ຊ່ວຍ ກອບກູ້ ເສຖກິດ ຂອງລາວ ອອກຈາກ ວິກິດການ ໂດຍເພີ່ມ ການຊ່ວຍເຫລືອ ທາງດ້ານ ການຄ້າ ແລະ ການລົງທຶນ ຜ່ານ ຂໍ້ຕົກລົງ ຣະຫວ່າງ 2 ຝ່າຍ ຫລາຍສະບັບ ເພື່ອການ ຮ່ວມມື ທາງເສຖກິດ ແລະ ເທັກນິກ ການລົງທຶນ ການ ທະນາຄານ ແລະ ການພັທນາ ໂຄງຮ່າງ ພື້ນຖານ ຈົນວ່າ ສປປລາວ ຜ່ານພົ້ນ ວິກິດການ ນັ້ນ ໄປໄດ້.
ພ້ອມກັນນັ້ນ ຈີນ ກໍໄດ້ໃຫ້ ການສນັບສນູນ ແບບໃຈກວ້າງ ເພື່ອການ ສົ່ງອອກ ແລະ ໃຫ້ເງິນກູ້ຢືມ ແບບບໍ່ຄິດ ດອກເບັ້ຽ ເປັນເງິນ ທັງໝົດ 1 ພັນ 7 ຮ້ອຍລ້ານ ໂດລາ ສະຫະຣັຖ ຊຶ່ງສາມາດ ຊ່ວຍໃຫ້ ຄ່າເງິນຕຣາ ຂອງລາວ ມີ ສະເຖັຽຣະພາບ ໃນຊ່ວງເກີດ ວິກິດການ ໃນປີ 1998-1999. ຕາມຂ່າວ ທາງການ ຈີນ.
ການພົວພັນ ແບບໃໝ່ນີ້ ແໜ້ນແຟ້ນ ຂຶ້ນພ້ອມໆກັບ ການເດີນທາງ ໄປຢ້ຽມຢາມ ສປປລາວ ຂອງ ທ່ານ ຈຽງເຊິມິນ (Jiang Zemin) ປະທານ ປະເທດ ຈີນ ໃນເດືອນ ພຶສຈິກາ ປີ 2000 ຊຶ່ງ ເປັນເທື່ອ ທໍາອິດ ທີ່ ປະມຸກຣັຖ ຈີນ ໄປຢ້ຽມຢາມ ລາວ ແລະ ທາງການຈີນ ກໍໄດ້ຕົກລົງ ລົບລ້າງ ໜີ້ສິນ ແກ່ລາວ ໃນປີ 2003.
ແລະຕໍ່ໆມາ ກໍມີການ ແລກປ່ຽນ ການຢ້ຽມຢາມ ຊຶ່ງກັນ ແລະກັນ ຣະຫວ່າງ ຜູ້ນໍາຂອງ ສອງ ປະເທສ ລາວ-ຈີນ. ໃນການໄປ ຢ້ຽມຢາມ ຈີນ ຄັ້ງນີ້ ສປປລາວ ແລະ ຈີນ ໄດ້ລົງນາມ ໃນສັນຍາ ຮ່ວມມື 7 ສະບັບ ໃນວັນຈັນ ຊຶ່ງຈີນ ໃຫ້ເງິນກູ້ຢືມ ແກ່ ສປປລາວ ສໍາລັບ ໂຄງການ ຂຍາຍ ຕາໜ່າງ ໄຟຟ້າ ໂຄງການ ເຂື່ອນໄຟຟ້າ ແລະ ການປ້ອງກັນ ອາສຍາກັມ ທາງ Internet ຢູ່ ສປປລາວ.
ທ່່ານ ຈູມມະລີ ສະແດງ ຄວາມ ປຣາຖນາ ຂອງ ສປປລາວ ທີ່ ຈະຮຽນຮູ້ ປະສົບການ ໃນການ ພັທນາ ທັງພັກ ແລະຣັຖ ຂອງຈີນ. ທ່ານວ່າ ໃນ ຂ້າງໜ້າ ຈີນ ຈະໃຫ້ການ ສນັບສນູນ ຢ່າງຕໍ່ເນື່ອງ ໃນໂຄງການ ສ້າງ ທາງຣົດໄຟ ຄວາມໄວສູງ ອຸດສາຫະກັມ ດ້ານ ກະສິກັມ ແລະ ໂຄງການ Internet ແກ່ລາວ.
ທາງຝ່າຍລາວ ສົນໃຈຮຽນຮູ້ ນໍາຈີນ ໃນວຽກງານ ກວດກາ ພັກ ກວດກາຣັຖ ວຽກງານ ສະກັດກັ້ນ ຕ້ານການ ສໍ້ຣາດ ບັງຫລວງ ແລະ ເສີມຂຍາຍ ສາຍພົວພັນ ແບບຄູ່ຮ່ວມ ຍຸທສາດ ຮອບດ້ານ ຣະຫວ່າງ ສປປລາວ ແລະ ຈີນ ໃນຕໍ່ໜ້າ ຊຶ່ງທ່ານ ຈູມມະລີ ໄດ້ກ່າວ ຢູ່ໃນ ກອງປະຊຸມ ໃຫຍ່ຄັ້ງທີ 9 ຂອງ ພັກ ວ່າ:
"ພັກແລະຣັຖ ເຮົາໄດ້ ຕັ້ງໜ້າ ເພີ່ມ ທະວີ ມິຕພາບ ຄວາມ ສາມັກຄີ ອັນເປັນ ມູນເຊື້ອ ຣະຫວ່າງ ປະຊາຊົນ ສອງຊາດ ລາວ-ຈີນ ໄດ້ຊຸກຍູ້ ສົ່ງເສີມ ການຮ່ວມມື ຮອບດ້ານ ຣະຫວ່າງ ສອງປະເທສ ໃຫ້ຂຍາຍຕົວ ຢ່າງແຂງແຮງ ບົນພື້ນຖານ ການພົວພັນ ແບບຄູ່ຮ່ວມມື ຍຸທສາດ ຮອບດ້ານ ທີ່ໝັ້ນຄົງ ຍາວນານ".
ພ້ອມກັນນັ້ນ ທັງສອງຝ່າຍ ຍັງເຫັນດີ ສົ່ງເສີມ ການຮ່ວມມື ໃນຂົງເຂດ ກະສິກັມ ທັນສມັຍ ການກໍ່ສ້າງ ພື້ນຖານ ໂຄງຮ່າງ ເພີ່ມທະວີ ການຮັກສາ ຄວາມປອດພັຍ ແລະ ການ ລາດຕະເວນ ຮ່ວມ ຕາມລໍາ ແມ່ນໍ້າ ຂອງ ແລະ ການຄຸ້ມຄອງ ຊາຍແດນ ຮ່ວມກັນ ປາບປາມ ອາສຍາກັມ ຂ້າມຊາດ ຊຸກຍູ້ ເຂດຊາຍແດນ ຣະຫວ່າງ ສອງປະເທສ ໃຫ້ມີການ ພັທນາ ໄປພ້ອມໆກັນ ຕລອດເຖິງ ການແລກປ່ຽນ ທາງດ້ານ ວັທນະທັມ ການສຶກສາ ວັຍໜຸ່ມ ນໍາກັນ ອີກດ້ວຍ.
ທາງດ້ານ ສາກົນ ຝ່າຍຈີນ ກໍຍິນດີ ຮ່ວມກັບ ຝ່າຍລາວ ສືບຕໍ່ ຮັກສາ ການຕິດຕໍ່ ແລະ ປະສານງານ ກັນຢ່າງ ແໜ້ນແຟ້ນ ໃນພາກພື້ນ ແລະໃນໂລກ ພ້ອມກັນ ຊຸກຍູ້ ສາຍພົວພັນ ຈີນ-ອາຊຽນ ໃຫ້ຂຍາຍຕົວ ຢ່າງ ແຂງແຮງ ເພື່ອ ສັນຕິພາບ ຄວາມໝັ້ນຄົງ ແລະ ການພັທນາ ຂນະທີ່ຈີນ ມີຄວາມຂັດແຍ່ງ ຢ່າງຮຸນແຮງ ກັບ ວຽດນາມ ແລະ ຟີລິບປິນ ກ່ຽວກັບ ບັນຫາ ອະທິປະຕັຍ ເໜືອເຂດນໍ້າ ດິນແດນ ຢູ່ ທະເລຈີນໃຕ້ ຊຶ່ງ ຜູ້ນໍາຈີນ ອ້າງວ່າ ເປັນກັມສິດ ຂອງຕົນ ເກືອບວ່າ ທັງໝົດ.
ບັນຫານີ້ ສ້າງຄວາມ ໜັກໃຈ ເປັນຢ່າງຍິ່ງ ໃຫ້ຜູ້ນໍາ ສປປລາວ ຊຶ່ງ ທີ່ຜ່ານມາ ຍາມໃດ ກໍເຂົ້າຂ້າງ ວຽດນາມ ແລະ ຖືວຽດນາມ ມີຄວາມ ສໍາຄັນກວ່າຈີນ ຢູ່ສເມີ ດັ່ງຈະຮູ້ໄດ້ ຈາກຄໍາເຫັນ ຂອງ ທ່ານ ຈູມມະລີ ຢູ່ໃນ ບົດຣາຍງານ ການເມືອງ ຕໍ່ ກອງປະຊຸມ ໃຫຍ່ ຄັ້ງທີ 9 ຂອງ ພັກທີ່ວ່າ:
"ພັກແລະຣັຖ ເຮົາໄດ້ຍຶດໝັ້ນ ຢ່າງສເມີຕົ້ນ ສເມີປາຍ ສາຍພົວພັນ ມິຕພາບ ອັນຍິ່ງໃຫຍ່ ຄວາມ ສາມັກຄີ ພິເສດ ແລະ ການຮ່ວມມື ຮອບດ້ານ ກັບ ສສວຽດນາມ".
ຢ່າງໃດກໍຕາມ ໃນເມື່ອ ເສຖກິດ ສັງຄົມ ຂອງ ປະເທສ ຜະເຊີນກັບ ຄວາມ ຫຍຸ້ງຍາກ ສັບສົນ ທີ່ ຕົນບໍ່ສາມາດ ທີ່ ຈະແກ້ໄຂ ໃຫ້ຕົກ ໄປໄດ້ ຄືຢູ່ໃນ ປັດຈຸບັນນີ້ ຫລາຍໆຄົນ ເວົ້າວ່າ ຜູ້ນໍາ ສປປລາວ ຈໍາເປັນຕ້ອງ ໄດ້ອາສັຍ ພັຍເພິ່ງ ການຊ່ວຍເຫລືອ ຂອງຈີນ ຄືດັ່ງທີ່ ຜ່ານໆມາ. ຄວາມຫຍຸ້ງຍາກ ທີ່ ສປປລາວ ຜະເຊີນຢູ່ນີ້. ຕາມຣາຍງາຍ ຂອງ ທາງການລາວ ເອງ ແລ້ວແມ່ນວ່າ ຄາດໝາຍ ຂອງ ແຜນພັທນາ ເສຖກິດ ສັງຄົມ ສົກ ປີ 2013-2014 ທີ່ວ່າຈະ ເຮັດໃຫ້ ລວມຍອດ ມູນຄ່າ ຜລິຕພັນ ພາຍໃນ ຫລື GDP ໄດ້ 8.3% ນັ້ນ ກໍໄດ້ພຽງ ແຕ່ປະມານ 7.6%. ງົບປະມານ ບໍ່ພຽງພໍ ການເງິນ ພຽງແຕ່ ໃນຕົ້ນປີນີ້ ຣັຖກໍເສັຍ ຣາຍຮັບ ຫລາຍກວ່າ 447 ຕື້ ກີບ ອັນເປັນເຫດ ໃຫ້ຫລາຍ ໂຄງການພັທນາ ຖືກຍົກເລີກ ແມ່ນແຕ່ ພະນັກງານ ຣັຖກອນ ໃນທົ່ວປະເທສ ກໍຍັງບໍ່ໄດ້ ຮັບເງິນເດືອນ ຕາມ ປົກກະຕິ ເຮັດໃຫ້ຊີວິດ ການເປັນຢູ່ ຂອງ ພວກເຂົາເຈົ້າ ຫຍຸ້ງຍາກ ສັບສົນ ຂຶ້ນຕື່ມອີກ.
ແມ່ນແຕ່ ງົບປະມານ ທີ່ ສະພາ ແຫ່ງຊາດ ອະນຸມັດ ໃຫ້ກະຊວງ ສຶກສາທິການ ແລະ ກິລາ ແລ້ວ ກໍຍັງ ເອົາອອກມາ ໃຊ້ບໍ່ໄດ້. ຢູ່ໃນ ສັງຄົມລາວ ໂດຍ ທົ່ວໄປແລ້ວ ບໍ່ມີ ຄວາມສງົບ ອັນແທ້ຈິງ ພໍເທົ່າໃດ. ມີຫຼາຍ ບັນຫາ ທີ່ ທາງການ ແກ້ບໍ່ຕົກ ແລະ ຍັງຈະແກ້ບໍ່ຕົກ ອີກຫລາຍໆຢ່າງ ເປັນຕົ້ນ ກໍແມ່ນ ບັນຫາທີ່ດິນ ປະຊາຊົນ ຖືກບັງຄັບ ໃຫ້ອອກຈາກ ຖິ່ນຖານ ບ້ານເດີມ ຂອງ ພວກເຂົາເຈົ້າ ຍ້ອນ ຣັຖບາລ ອະນຸມັດ ໃຫ້ພວກ ສໍາປະທານ ໃນໂຄງການ ຕ່າງໆ ໄປກວມເອົາ ບັນຫາ ຢາເສບຕິດ ການ ຄ້າມະນຸດ ພັຍຫວ່າງງານ ຕລອດ ເຖິງບັນຫາ ກ່ຽວກັບ ສິດທິພື້ນຖານ ຕ່າງໆ ຂອງ ພົລເມືອງລາວ ສິດ ເສຣີພາບ ໃນ ການປາກເວົ້າ ຂີດຂຽນ ໂຮມຊຸມນຸມ ຈັດຕັ້ງ ສະມາຄົມ ການເຊື່ອຖື ສາສນາ ແລະ ສິດທິອື່ນໆ ຂອງ ພົລເມືອງ.
ກ່ຽວກັບ ບັນຫາ ທີ່ວ່ານັ້ນ ຈະຮູ້ໄດ້ ຈາກ ການຣາຍງານ ຂອງ ປະທານ ສານ ປະຊາຊົນ ສູງສຸດ ສປປລາວ ທີ່ວ່າ 1 ປີ ຜ່ານມາ ມີຄະດີ ເຂົ້າມາສານ ປະຊາຊົນ ທຸກຂັ້ນ 7,769 ເຣຶ່ອງ ຮວມໃສ່ ຄະດີ ຄ້າງມາແຕ່ ປີກ່ອນ ເປັນ 9,382 ເຣຶ່ອງ ທຽບໃສ່ ຣະຍະດຽວກັນ ຂອງ ປີຜ່ານມາ ເພີ່ມຂຶ້ນ 847 ເຣຶ່ອງ. ພຽງແຕ່ ຄໍາຮ້ອງ ຂໍຄວາມເປັນທັມ ແລະ ຂໍ້ຂັດຂ້ອງ ຂອງ ປະຊາຊົນ ຕໍ່ ສະພາ ແຫ່ງຊາດ ກໍນັບເປັນ ພັນເຣຶ່ອງ ແລ້ວ.
ບັນຫາ ທັງໝົດ ທີ່ວ່າມານັ້ນ ມີການ ວິພາກວິຈານ ກັນວ່າ ຈະຕ້ອງໄດ້ ຮັບການ ແກ້ໄຂ ຊຶ່ງຜູ້ນໍາ ພັກ-ຣັຖ ສປປລາວ ຕ້ອງມີຄວາມ ຮັບຜິດຊອບ ຈະອາສັຍແຕ່ ຄວາມສາມາດ ຂອງ ຜູ້ນໍາລາວ ແລະ ການຊ່ວຍ ເຫລືອ ຂອງ ວຽດນາມ ເທົ່ານັ້ນ ແມ່ນເປັນ ໄປບໍ່ໄດ້ ເຖິງແມ່ນ ຜູ້ນໍາພັກ ຈະສືບຕໍ່ ເພິ່ມທະວີ ການຊີ້ນໍາ ຊຸກຍູ້ ວຽກງານ ການກໍ່ສ້າງ ຮາກຖານ ການເມືອງ ພັທນາ ຊົນນະບົດ ຕິດພັນ ກັບການ ປະຕິບັດ ວຽກງານ 3 ສ້າງ ຢ່າງແຂງແຮງ ແນວໃດກໍຕາມ.
ດັ່ງນັ້ນ ຈຶ່ງຈໍາເປັນ ຕ້ອງໄດ້ໄປ ຂໍ ຄວາມຮ່ວມມື ແລະ ການຊ່ວຍເຫລືອ ຈາກຈີນ ຕື່ມອີກ ຊຶ່ງເປົ້າໝາຍ ຂອງການ ໄປຢ້ຽມຢາມ ຈີນ ຂອງ ທ່່ານ ຈູມມະລີ ໄຊຍະສອນ ທີ່ ຫາກໍ ສິ້ນສຸດລົງ ໃນວັນທີ 29 ກໍຣະກະດາ ນີ້ ກໍເປັນຄື ແນວນັ້ນ ແທ້.