ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
2014.09.17

ສປປລາວ ໄດ້ເຊັນ ສົນທິ ສັນຍາ ວ່າດ້ວຍ ການລົບລ້າງ ການໃຊ້ ຄວາມ ຮຸນແຮງ ທຸກ ຮູບແບບ ຕໍ່ແມ່ຍິງ ແລະ ເດັກນ້ອຍ ແຕ່ ກໍ ຍັງມີ ເຫດການ ທີ່ ແມ່ຍິງ ຖືກ ຕົກເປັນ ຜູ່ເຄາະຮ້າຍ ຈາກ ການ ໃຊ້ ຄວາມ ຮຸນແຮງ ແລະ ແບບ ບໍ່ເປັນທັມ ຕົວຢ່າງ ການຖືກ ຈັບ ຂັງຄຸກ ໂດຍບໍ່ມີ ໝາຍຈັບ ຈາກສານ.
ບັນຫາ ການໃຊ້ ຄວາມ ຮຸນແຮງ ຕໍ່ ແມ່ຍິງ ຢູ່ໃນ ປະເທດລາວ ຍັງເກີດຂຶ້ນ ໃຫ້ເຫັນຢູ່ ຊຶ່ງ ເຄີຍມີ ແມ່ຍິງ ຄົນນຶ່ງ ມີການ ຟ້ອງ ຮ້ອງ ຢ່າຮ້າງ ກັບຜົວ ທີ່ ເປັນຄົນ ຕ່າງຊາດ ແລ້ວ ຜູ້ເປັນ ຜົວ ໄດ້ແຈ້ງໃຫ້ ເຈົ້າໜ້າທີ່ ຕຳຫລວດ ໄປຈັບ ຜູ່ເປັນ ເມັຽ ເຂົ້າຄຸກ ໂດຍບໍ່ມີ ໝາຍສານ. ບົດສຳພາດ
ຜົນການ ຕໍ່ສູ້ ຄະດີກັນ ຢູ່ ໃນສານ ຣະຫວ່າງ ຜົວ-ເມັຽ ຄູ່ນີ້ ປະກົດ ວ່າ ສານໄດ້ ຕັດສິນ ໃຫ້ລູກ ສອງຄົນ ໄປ ຢູ່ນຳຜົວ.
ແຕ່ ສຳລັບ ກໍຣະນີ ນີ້ ບັນຫາ ຫລັກ ກໍຄືວ່າ ການຈັບກຸມ ຜູ້ຍິງ ຄົນນີ້ ເຂົ້າຄຸກ ເປັນ ເວລາ 4 ເດືອນ ໂດຍ ບໍ່ມີ ໝາຍສານ ແລະ ລາວເອງ ກໍບໍ່ມີ ພຶດຕິກັມ ທີ່ ເປັນ ອັນຕະລາຍ ຕໍ່ສັງຄົມ ແລະ ຍິ່ງ ໄປກວ່ານັ້ນ ລາວ ກໍຍັງເປັນ ແມ່ລູກອ່ອນ ຢູ່ ໃນ ເວລານັ້ນ.
ສະນັ້ນ ມັນຈຶ່ງ ເກີດມີ ຄຳຖາມ ຂຶ້ນມາວ່າ ການຈັບ ຄົນຜູ່ໃດ ຜູ່ນຶ່ງ ເຂົ້າຄຸກ ອີງໃສ່ ມາຕຖານໃດ ຂອງ ຂະບວນ ການຍຸຕິທັມ ເພາະ ຖ້າບໍ່ມີ ຄຳຕອບ ທີ່ ກະຈ່າງແຈ້ງ ແລ້ວ ຄຳວ່າ ຄົນຮັ່ງ ບໍ່ໄດ້ເຂົ້າຄຸກ ຄົນທຸກ ບໍ່ໄດ້ເຂົ້າ ໂຮງໝໍ ກໍຍັງຄົງ ບໍ່ໝົດໄປ ຈາກ ສັງຄົມ ລາວ.