ດໍາຣັດປົກປ້ອງຂໍ້ມູນ ຫຼື ດໍາຣັດ ປິດບັງ ຂໍ້ມູນ
2014.09.24

ການ ອອກດຳຣັດ ຂອງ ທາງການ ລາວ ເພື່ອ ຈຳກັດ ສື່ສັງຄົມ ອອນລາຍ ມັນເປັນ ພຽງຄວາມ ຕ້ອງການ ຂອງ ບຸກຄົນ ແລະ ກຸ່ມຄົນ ເທົ່ານັ້ນ ແຕ່ບໍ່ ແມ່ນ ຄຳຕອບ ໃນການ ແກ້ໄຂ ບັນຫາ ຫຼື ຄວາມ ຕ້ອງການ ຂອງ ສັງຄົມ ໃນຊາດ ລາວ.
ຣັຖບານ ລາວ ໄດ້ອອກ ດຳຣັດ ຄວບຄຸມ ສື່ສັງຄົມ ອອນລາຍ ແລ້ວ ໃນວັນທີ 16 ກັນຍາ ຜ່ານມາ ຖ້າມກາງ ສຽງວິພາກ ວິຈານ ວ່າ ການອອກ ດຳຣັດ ເທື່ອນີ້ ເປັນ ການຈຳກັດ ສິດທິ ໃນການ ສະແດງ ຄຳຄິດເຫັນ ຈາກ ມວນຊົນ. ຜູ້ໃຊ້ ສື່ສັງຄົມ ອອນລາຍ ທ່ານນຶ່ງ ກ່າວວ່າ:
"ເບິ່ງ ຣັຖທັມມະນູນ ມັນ ກໍຂັດແຍ່ງ ກັນເອງ ຍົກຕົວຢ່າງ ສິດທິ ທາງດ້ານ ການປາກເວົ້າ ແລະ ສິດທິ ທາງດ້ານ ການຖື ສາສນາ ຫັ້ນນ່າ ຣັຖທັມມະນູນ ມັນຂຽນໄວ້ ແຕ່ວ່າ ແຕ່ໃນ ຄວາມເປັນຈິງ ມັນ ປະຕິບັດ ບໍ່ໄດ້ ຈັ່ງຊີ້ນ່າ ມັນກະຊິ ເປັນຂອດ ນຶ່ງທີ່ເປັນ ການ ຍາກ ຈັ່ງຊີ້ນ່າ ເລື້ອງປິດ ກັ້ນ ມັນກໍປິດກັ້ນ ຫັ້ນແຫລ ແຕ່ວ່າ ມັນ ຊິປິດ ກັ້ນ ໄດ້ບໍ່".
ນອກນີ້ ນັກຂ່າວ ເອເຊັຽ ເສຣີ ໄດ້ຕິດຕໍ່ ຂໍສໍພາດ ທ່ານ ພົນປະສິດ ພິດສະໄໝ ເຈົ້າໜ້າທີ່ ຂັ້ນສູງ ຂອງກະຊວງ ໄປສະນີ ໂທລະຄົມ ມະນາຄົມ ແລະ ການສື່ສານ ກ່ຽວກັບ ຄຳຖາມ ທີ່ວ່າ: “ການອອກ ດຳຣັດ ນັ້ນ ຈະບໍ່ເປັນ ການປິດ ການສະແດງ ຄຳຄິດເຫັນ ຂອງ ປະຊາຊົນ ລາວ ຫຼືບໍ?” ແຕ່ ທ່ານ ພົນປະສິດ ກໍ ປະຕິເສດ ທີ່ ຈະຕອບ ຄຳຖາມ.
ໃນ ປັດຈຸບັນ ທີ່ ຜູ້ຄົນ ຢູ່ໃນ ປະເທດລາວ ນິຍົມໃຊ້ ສື່ສັງຄົມ ອອນລາຍ ກັນ ຢ່າງ ກວ້າງຂວາງ ຊຶ່ງ ມີຜູ້ນຳໃຊ້ ສື່ອອນລາຍ ເກືອບ 600,000 ຄົນ ແລະ ເລີ່ມມີ ທ່າອຽງວ່າ ຈະ ມີຜູ້ໃຊ້ ກັນຢ່າງ ກວ້າງຂວາງ ຂຶ້ນອີກ ເຖີງວ່າ ຈະມີ ທັງຈຸດດີ ແລະ ຈຸດອ່ອນ ກໍຕາມ.
ຈຸດດີກໍຄື ເປັນສື່ ທີ່ ສົ່ງໄດ້ໄວ ແລະ ທັນ ເຫດການ ຍົກຕົວຢ່າງ ມີການ ແຈ້ງເຕືອນ ວ່າພະຍຸ ນາຣີ ຈະພັດເຂົ້າ ປະເທດ ລາວ ຫລາຍ ຄົນ ກໍຍົກເລີກ ການເດີນທາງ ດ້ວຍ ເຄື່ອງບິນ, ມີຄວາມເປັນ ອິສຣະເພາະ ບໍ່ ຂຶ້ນ ກັບໃຜ, ບໍ່ມີ ຂອບເຂດ, ບຸກຄົນ ທົ່ວໄປ ທັງ ຫ້ອງລ້າ ຫ້ອງການ ຂອງ ຣັຖບານ ກໍໃຊ້ກັນ ຢ່າງແຜ່ຫລາຍ ແຕ່ລະ ກະຊວງ ທະບວງກົມ ກໍມີ ເຟັສບຸກ ເປັນ ຂອງຕົນເອງ ຊຶ່ງສິ່ງນີ້ ເອງເປັນຕົວ ຊີ້ວັດໄດ້ ຢ່າງດີ ວ່າ ສື່ສັງຄົມ ອອນລາຍ ມີບົດບາດ ສຳລັບ ຄົນ ຫລາຍຂຶ້ນ, ການແຈ້ງເຕືອນ ເຫດ ກໍສົງໃຫ້ ກັນ ໄດ້ງ່າຍ.
ແຕ່ຈຸດເສັຽ ກໍຄື ການລົງ ຂໍ້ຄວາມ ບໍ່ໄດ້ຜ່ານ ການກັ່ນຕອງ ແລະ ບໍ່ໄດ້ຜ່ານ ການກວດແກ້ ຈາກ ບັນນາທິການ ຂໍ້ມູນ ອາດ ຈະຜິດພ້ຽນ ໄດ້ ເປັນເຫດ ເຮັດໃຫ້ຄົນ ເຂົ້າໃຈຜິດ. ອີກບັນຫາ ນຶ່ງ ກໍຄື ການໂພັສ ຮູບ ພາບ ຂອງຄົນ ທີ່ ເສັຽຊີວິດ ແບບບໍ່ມີ ການ ເຊັ່ນເຊີ ນັ້ນ ກໍ ເຮັດໃຫ້ ເກີດຄວາມ ຮູ້ສຶກແບບ ຫົດຫູ່ ຕໍ່ຍາດຕິ ພີ່ນ້ອງ ຜູ້ເສັຽ ຊີວິດ.
ທາງການລາວ ໄດ້ອອກ ມາຖແລງຂ່າວ ກ່ຽວກັບ ການຮ່າງ ດຳຣັດ ດັ່ງກ່າວ ຫລັງຈາກ ເຫດການ ສາເຫດ ເກີດມາຈາກ ທີ່ບັນດາ ຜູ້ໃຊ້ ເຟັສບຸກ ພາກັນ ບັນຈຸພາບ ເຫດການ ຍົນຕົກ ຢູ່ເມືອງ ໂພນທອງ ແຂວງ ຈຳປາສັກ ໃນ ວັນທີ 16 ຕຸລາ ທີ່ຜ່ານມາ ເປັນເຫດ ເຮັດໃຫ້ ມີຜູ້ ເສັຽ ຊີວິດ ທັງໝົດ 49 ຄົນ ມີທັງ ຄົນລາວ ແລະ ຄົນ ຕ່າງປະເທດ ຊຶ່ງຜູ້ໃຊ້ Facebook ພາກັນສົ່ງ ຮູບພາບ ສົບ ຂອງ ຜູ້ເສັຽ ຊີວິດ, ຊາກເຄື່ອງບິນ ແລະ ການເຮັດວຽກ ຂອງ ເຈົ້າໜ້າທີ່ ກູ້ໄພຕ່າງໆ ບາງພາບ ເຫັນວ່າ ບໍ່ເໝາະສົມ ໂດຍສະເພາະ ພາບສົບ ຂອງ ຜູ້ເສັຽ ຊີວິດ.
ໃນການ ອອກດຳຣັດ ຄັ້ງນີ ທາງການລາວ ກໍອ້າງວ່າ ເພື່ອເປັນການ ຕິດຕາມ ກວດກາ ການເຄື່ອນໄຫວ ຕ້ານ ແລະ ສະກັດກັ້ນ ການ ນຳໃຊ້ ຂໍ້ມູນ ຂ່າວສານ ຜ່ານ ອິນເຕີເນັດ ທີ່ເປັນໄພ ຕໍ່ສັງຄົມ ແລະ ຄວາມ ໝັ້ນຄົງ ຂອງຊາດ.
ຂ່າວ ທີ່ເປັນໄພ ຕໍ່ສັງຄົມ ແລະ ຄວາມໝັ້ນຄົງ ຂອງຊາດ ກໍຄືຂ່າວ ລື ທີ່ບໍ່ມີ ຂໍ້ມູນ ຄວາມຈິງ ໂດຍ ຈະຖືກສ້າງ ຂຶ້ນມາ ເພື່ອໃສ່ຮ້າຍ ປ້າຍສີ ຝ່າຍໃດ ຝ່າຍນຶ່ງ ຊຶ່ງ ປັດຈຸບັນ ເຂົາຈະໃຊ້ ຜ່ານສື່ ສັງຄົມ ອອນລາຍ ຊຶ່ງ ທີ່ຜ່ານມາ ກໍມີຂ່າວ ປະເພດນີ້ ແຕ່ ໃນທີ່ສຸດ ສັງຄົມ ກໍ ສາມາດ ກວດສອບ ໄດ້ເອງ ເພາະວ່າ ປັດຈຸບັນ ຜູ້ຄົນ ສ່ວນຫລາຍ ສາມາດ ເຂົ້າເຖິງ ແລະ ກວດສອບ ຂໍ້ມູນ ໄດ້ເອງ. ແຕ່ ໃນ ກໍຣະນີ ທີ່ ສື່ສັງຄົມ ອອນລາຍ ລົງຂ່າວ ທີ່ ເປັນຄວາມຈິງ ແລະ ເປັນປໂຍດ ຕໍ່ສັງຄົມ ແລະ ປະເທດຊາດ ແລ້ວ ຄວນມີການ ສົ່ງເສີມ ໃຫ້ຫລາຍ ກວ່າເກົ່າ ບໍ່ຄວນ ທີ່ຈະຖືກ ປິດກັ້ນ.
ເຊັ່ນວ່າ ຂ່າວເຣື້ອງ ການຕັດໄມ້ ຢູ່ ປະເທດລາວ ໄປຂາຍ ຢູ່ ຕ່າງປະເທດ ແລ້ວເງິນ ບໍ່ເຂົ້າ ງົບປະມານ ຕາມ ຣະບຽບ ການ ຕົວຢ່າງ: ໃນປີ 2013 ກະຊວງ ການເງິນ ຣາຍງານ ວ່າ ມີການສົ່ງ ໄມ້ອອກ ໄປຂາຍ ຕ່າງປະເທດ ມູນຄ່າ ຫລາຍຮ້ອຍ ລ້ານ ໂດລາ ສະຫະຣັດ ແຕ່ ເກັບເງິນເຂົ້າ ງົບປະມານ ລວມ ໄດ້ພຽງແຕ່ 20 ໂດລາ ເທົ່ານັ້ນ. ຂ່າວ ດັ່ງກ່າວ ເປັນຄວາມຈິງ, ແລ້ວ ຊິເຮັດແນວ ໃດ?
ຂ່າວ ກ່ຽວກັບ ປະຊາຊົນ ຢູ່ ເຂດ ບ້ານ ສີບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ຖືກບຸກລຸກ ທີ່ ດິນນາ ເພື່ອສ້າງ ເຂດ ເສຖກິດ ພິເສດ ເຮັດໃຫ້ ປະຊາຊົນ ເດືອດຮ້ອນ ບໍ່ມີທີ່ດິນ ທຳກິນ ຄ່າຊົດເຊີຍ ທີ່ເຂົາເຈົ້າ ໄດ້ຮັບ ຕ່ຳກວ່າ ຣາຄາ ທີ່ດິນ ປົກກະຕິ. ເຂົາເຈົ້າ ໄດ້ຮັບຄ່າ ຊົດເຊີຍ ໄຣ່ ນຶ່ງ ປະມານ 100,000 ບາດ ແຕ່ ໃນເວລາ ທີ່ໄປຊື້ ທີ່ດິນ ບ່ອນ ໃໝ່ ລາຄ່າ ພັດ ບໍ່ຕ່ຳກວ່າ 150,000 ບາດ. ອີງຕາມ ການບອກເລົ່າ ຂອງ ຊາວບ້ານ. ຂ່າວຢູ່ ເຟັສບຸກ ຍັງ ຣາຍງານ ອີກວ່າ ການຈ່າຍ ຄ່າຊົດເຊີຍ ບໍ່ເປັນໄປ ຕາມດຳຣັດ 192 ຊຶ່ງ ເປັນດຳຣັດ ທີ່ເວົ້າ ກ່ຽວກັບ ຄ່າຊົດເຊີຍ ທີ່ ເປັນທັມ ໃຫ້ ແກ່ ປະຊາຊົນ ຜູ້ທີ່ຖືກ ຍົກຍ້າຍ ຈາກ ໂຄງການ ພັທນາ. ນີ້ກໍຖືກ ວ່າ ຂ່າວນີ້ ກໍເປັນ ຄວາມຈິງ ແລ້ວ ຊິເຮັດ ແນວໃດ?
ຂ່າວທີ່ລົງ ຢູ່ເຟັສບຸກ ວ່າ ພະນັກງານ ຣັຖກອນ ຢູ່ຕ່າງແຂວງ ບໍ່ໄດ້ ເງິນເດືອນ ມາ ເປັນເວລາ ຫລາຍເດືອນ ເຂົາເຈົ້າ ຕ້ອງກູ້ຢືມ ເງິນ ນອກຣະບົບ ມາໃຊ້ຈ່າຍ ແລະ ຕ້ອງ ເສັຽດອກເບັ້ຽ ບໍ່ຕຳກວ່າ 10 ເປີເຊັນ ເປັນ ຢ່າງໜ້ອຍ. ຂ່າວດັ່ງກ່າວ ກໍເປັນ ຄວາມຈິງ ແລ້ວ ຊິເຮັດ ແນວໃດ?
ເມື່ອມີການ ປຽບທຽບ ຂ່າວລື ແລະ ຂ່າວ ທີ່ ເປັນຈິງ ຜູ້ຄົນ ໄດ້ພາກັນ ເຜີຍແພ່ ຜ່ານທາງ ສື່ສັງຄົມ ອອນລາຍ ແລ້ວຈະເຫັນ ໄດ້ວ່າ ທັງສອງຂ່າວ ມີຄວາມ ແຕກຕ່າງກັນ. ຄວາມ ແຕກຕ່າງ ນັ້ນກໍຄື: ບິດເບືອນ ກໍເປັນຂ່າວ ມີ ຄົນສ້າງຂຶ້ນ ແລະ ຕໍ່ມາມັນ ກໍງຽບໄປ ເພາະວ່າ ຄົນສ່ວນຫລາຍ ກວດສອບ ທີ່ໄປ ທີ່ມາໄດ້, ແຕ່ ສ່ວນວ່າ ຂ່າວທີ່ ສື່ສັງຄົມ ອອນລາຍ ນຳສະເໜີ ຂ່າວ ທີ່ ເປັນຄວາມຈິງ ຍິ່ງເຮັດໃຫ້ ສັງຄົມ ຢາກຮູ້ເຖີງ ທີ່ໄປທີ່ມາ ຂອງມັນ ແລະ ຍາກ ທີ່ຈະມິດ ງຽບໄປ.
ການອອກ ດຳຣັດ ເພື່ອຈຳກັດ ສື່ ສັງຄົມ ອອນລາຍ ມັນເປັນພຽງ ຄວາມຕ້ອງການ ບຸກຄົນ ຫຼື ກຸ່ມ ບຸກຄົນ ໃດນຶ່ງ ເທົ່ານັ້ນ, ແຕ່ບໍ່ແມ່ນ ຄຳຕອບ ແລະ ຄວາມ ຕ້ອງການ ຂອງ ສັງຄົມລາວ. ເພາະວ່າ ສິ່ງທີ່ ສັງຄົມ ລາວ ຕ້ອງການ ກໍຄື ການໃຊ້ ສື່ສັງຄົມ ອອນລາຍ ເພື່ອ ກວດສອບ ແລະ ຕິດຕາມ ພຶດຕິກັມ ການສໍ້ຣາສ ບັງຫລວງ ຂອງ ພະນັກງານ ຣັດ ບາງຄົນ ເພື່ອ ໃຫ້ສັງຄົມ ເກີດ ຄວາມໂປ່ງໄສ, ສີວິໄລ, ປອດໄສ ຂາວ ສະອາດ ແລ້ວ ມັນບໍ່ແມ່ນ ສິ່ງນີ້ບໍ ທີ່ ຈະເຮັດໃຫ້ ຊາດລາວ ເກີດ ຄວາມໝັ້ນຄົງ ຢ່າງ ຖາວອນ.