ລົມເຣື້ອງຂ່າວ 12/18/16
2016.12.18

ການຫັນດິນ ເປັນທຶນ ຂອງ ຣັຖບານ ສປປລາວ ໂດຍ ເອົາທີ່ດິນ ໃຊ້ໜີ້ແທນ ໂຄງການ ພັທນາ ໂຄງລ່າງ ພື້ນຖານ.
ຕົວຢ່າງ: ການກໍ່ສ້າງ ສະໜາມກິລາແຫ່ງຊາດ ຫລັກ 16 ເພື່ອຮອງຮັບ ການແຂ່ງຂັນກິລາ ຊີເກມ ປີ 2009 ມູນຄ່າ 85 ລ້ານໂດລາ ໂດຍແມ່ນ ເງິນກູຢືມຈາກ ປະເທດຈີນ ແລ້ວ ຣັຖບານຕ້ອງໄດ້ ເອົາທີ່ດິນ ບຶງທາດຫຼວງ ເນື້ອທີ່ 360 ເຮັກຕາ ໃຊ້ໜີ້ແທນ ໃຫ້ຈີນ.
ການສ້າງບ້ານພັກ ໃຫ້ນັກກິລາ ຢູ່ມະຫາວິທຍາໄລ ແຫ່ງຊາດ ເພື່ອຮອງຮັບ ກິລາຊີເກມ ປີ 2009 ມູນຄ່າ 19 ລ້ານໂດລາ ທີ່ຣັຖບານ ກູ້ຢືມຈາກ ບໍຣິສັດ Huang Anh Gai Lai ຂອງວຽດນາມ ແລ້ວອະນຸມັດ ໃຫ້ບໍຣິສັດດັ່ງກ່າວ ໄດ້ສຳປະທານຕັດໄມ້ ແລະ ສຳປະທານທີ່ດິນ ເປັນເວລາ 90 ປີ ຢູ່ ເມືອງພູວົງ ແຂວງອັດຕະປື.
ການກໍ່ສ້າງຖະໜົນ 450 ປີ ຄວາມຍາວ ປະມານ 20 ກິໂລແມັດ ຊຶ່ງມີມູນຄ່າປະມານ 80 ລ້ານໂດລາ ໃນປີ 2011 ເພື່ອຕ້ອນຮັບ ການສເລີມສລອງ ວັນສ້າງຕັ້ງ ນະຄອນຫຼວງວຽງຈັນ ຄົບຮອບ 450 ປີ ແລ້ວເອົາທີ່ດິນ ສອງພາກທາງເບື້ອງລະ 200 ແມັດ ໃຊ້ ໜີ້ແທນ ນັກລົງທຶນ.
ນອກຈາກນີ້ ທີ່ຜ່ານມາ ຢູ່ ແຂວງຫຼວງພະບາງ ເຄີຍໃຫ້ບໍຣິສັດ ສໍາປະທານໂຮງແຊກ ບ່ອນຫລິ້ນບານບ້ວງ, ໃຫ້ສໍາປະທານ ເຂດຫາງເດີ່ນຍົນ ສ້າງສວນ ສາທາຣະນະ, ຜາມໄຊ ບ່ອນຈັດງານ ຊ່ວງເຮືອ ປະຈຳປີ ໃຫ້ແກ່ ບໍຣິສັດ ສີສັກກໍ່ສ້າງ ໄດ້ສໍາປະທານ.