ລົມເຣື້ອງຂ່າວ 10/02/16
ອຸ່ນແກ້ວ ສຸກສະຫວັນ
2016.10.02
2016.10.02

ໃນວັນທີ 30 ກັນຍາ ທີ່ຜ່ານມາ ກໍເກີດ ຂົວອູນໍ້າ ແຂວງ ຫຼວງພຣະບາງ ຂາດ ເຮັດໃຫ້ ບັນດາ ນັກຮຽນ 57 ຄົນ ທີ່ທຽວຂົວ ນັ້ນຕົກນໍ້າ ແລະ ມີຜູ້ເສັຽ ຊີວິດ 2 ຄົນ ເປັນຍິງນຶ່ງ ຊາຍນຶ່ງ. ຂ່າວຄືບໜ້າ ຫລ້າສຸດ ກໍຄື ໃນຕອນເຊົ້າ ມື້ນີ້ ທາງອຳນາດ ການປົກຄອງ ເມືອງ, ຍາດພີ່ນ້ອງ ແລະ ປະຊາຊົນ ເມືອງວຽງຄຳ ໄດ້ພ້ອມກັນ ສົ່ງສະການ 2 ຄົນ ທີ່ເສັຽຊີວິດ ແລະ ຍັງມີຜູ້ ທີ່ໄດ້ຮັບ ບາດເຈັບ 55 ຄົນ.