ລົມເຣື້ອງຂ່າວ 07-17-2016
ອຸ່ນແກ້ວ ສຸກສະຫວັນ
2016.07.17
2016.07.17

ຣັຖບານ ມີການປັບຄ່າໄຟຟ້າ ຄັ້ງໃໝ່ນີ້ ຈະຊ່ວຍໃຫ້ ປະຊາຊົນ ປະຢັດຄ່າໃຊ້ຈ່າຍ ໄດ້ຫລືບໍ່ ແຕ່ກໍປະກົດວ່າ ສຽງຈົມ ສຽງວ່າ ເລື້ອງຄ່າ ໄຟຟ້າແພງ ມິດໄປແລ້ວ. ຫລັງຈາກ ທີ່ມີຄຳສັ່ງ ຂອງ ນາຍົກ ຣັຖມົນຕຼີ ໃຫ້ມີ ການກວດສອບ ແລະ ປັບລາຄາ ຫົວໜ່ວຍ ການໃຊ້ໄຟຟ້າ,
ໃນວັນທີ 7 ກໍຣະກະດາ ນີ້ ຣັຖມົນຕຼີ ກະຊວງ ພລັງງານ ແລະ ບໍ່ແຮ່ ໄດ້ມີແຈ້ງການ ເລື້ອງ ການປັບ ລາຄາໄຟຟ້າ ໂດຍສະເພາະ ລາຄາ ໄຟຟ້າ ໃຊ້ພາຍ ໃນຄົວເຮືອນ ຈາກ ແຕ່ກ່ອນ ມີສາມ ລະດັບ ປັດຈຸບັນ ຣັຖບານ ໄດ້ປັບ ມາເປັນ 6 ລະດັບ.