ລົມເຣື້ອງຂ່າວ-Laotalk-01-10-2016
2016.01.10

ໃນ ກໍຣະນີ ກ່ຽວກັບ ເສັ້ນທາງ ຣົດໄຟ ຄວາມໄວສຸງ ລາວ- ຈີນ ຫລັງຈາກ ທີ່ ມີການ ວາງ ສີລາລຶກ ໃນ ມື້ວັນທີ 2 ທັນວາ ຜ່ານມາ, ໃນມູນຄ່າ ເບື້ອງຕົນ 7 ຕື້ ໂດລາ ແຕ່ ໄດ້ຫລຸດລົງ ປະມານ 6 ຕື້ ກວ່າໂດລາ. ປະຊາຊົນ ລາວ ສ່ວນໃຫຍ່ ບໍ່ເຫັນພ້ອມ ນຳ ໂຄງການ ດັ່ງກ່າວ.
ທາງການ ລາວ-ຈີນ ໄດ້ລົງນາມ ການກໍ່ສ້າງ ເສັ້ນທາງ ຣົດໄຟ ຣະຍະ ທີ 6 ຢ່າງ ເປັນທາງການ ໃນ ມື້ວັນທີ 23 ທັນວາ ປີ 2015 ທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ສປປລາວ, ຜູ້ເຂົ້າຮ່ວມ ການລົງນາມ ມີ ດຣ. ບຸນຈັນ ສິນທະວົງ ຣັຖມົນຕຣີ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ພ້ອມດ້ວຍ ບັນດາ ຣັຖມົນຕຣີ ຊ່ອຍ, ຮອງ ເຈົ້າຄອງ ກຳແພງ ນະຄອນຫຼວງ ວຽງຈັນ ຮອງ ເຈົ້າແຂວງໆ ວຽງຈັນ ແລະ ບັນດາ ແຂກ ຮັບເຊີນ ຫຼາຍທ່ານ.
ການກໍ່ສ້າງ ເສັ້ນທາງ ຣົດໄຟ ລາວ-ຈີນ ຣະຍະ ທີ 6 ມີຄວາມຍາວ ປະມານ 67.7 ກິໂລແມັດ ຣະຫວ່າງ ເມືອງ ໂພນໂຮງ ຫາ ນະຄອນຫຼວງ ວຽງຈັນ ຊຶ່ງ ຫລັງຈາກ ລົງນາມ ແລ້ວ ບໍຣິສັດ ຜູ້ຮັບເຫມົາ ກໍຈະເລີ້ມ ລົງມື ການກໍ່ສ້າງ ຢ່າງເປັນ ທາງການ.