ຣັຖບານ ຮຽກຮ້ອງ ບໍ່ໃຫ້ມີ ການສໍ້ຣາສບັງຫຼວງ

ມະນີຈັນ
2018.02.13
F-corruption ທ່ານ ພັນຄຳ ວິພາວັນ ຮອງປະທານປະເທສ ກ່າວຕໍ່ກອງປະຊຸມສລຸບວຽກງານປະຈຳປີ 2017 ວ່າ “ການຄຸ້ມຄອງຣັຖ ຄຸ້ມຄອງສັງຄົມເຮົາ ບໍ່ມີຜົລສັກສິທ ຕາມກົດໝາຍ ແຕ່ໃດມາແລ້ວ, ແບບວ່າບໍ່ເຂັ້ມງວດ, ບໍ່ເດັດຂາດ, ບໍ່ສັກສິທ.
RFA/LX

ໃນໄລຍະ 4-5 ເດືອນທີ່ຜ່ານມານີ້, ຜູ້ນຳພັກ ແລະ ຣັຖບານລາວ ຫລາຍຄົນ, ເປັນຕົ້ນ ກໍແມ່ນທ່ານ ບຸນຍັງ ວໍຣະຈິດ, ຫົວໜ້າພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ, ທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີ, ຍານາງ ປານີ ຢ່າທໍ່ຕູ້, ປະທານສພາແຫ່ງຊາຕລາວ ໄດ້ພາກັນ ເຄື່ອນໄຫວ ຕາມເຂດທ້ອງຖິ່ນຕ່າງໆ ຂອງລາວ ເພື່ອຂໍໃຫ້ພາກສ່ວນຕ່າງໆ ໃນກົງຈັກ ການຈັດຕັ້ງ ພັກ ແລະ ຣັຖ ຍຸຕິ ການສໍ້ຣາສບັງຫຼວງ ຍ້ອນເຫັນວ່າ ບັນຫານີ້ ຍັງສືບຕໍ່ ​ຮຸນ​ແຮງຫຼາຍຂຶ້ນ ແລະ ຍັງ ບໍ່ມີສັນຍານວ່າ ຈະຫຼຸດລົງ ຖ້າບໍ່ແກ້ໄຂ ກໍຈະເຮັດໃຫ້ ປະເທດຊາຕຫລົ້ມຈົມ ໃນທີ່ສຸດ.

ທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດ, ໄດ້ເນັ້ນໃຫ້ ພະນັກງານ ຣັຖກອນ ໃນທົ່ວປະເທດ ຮັບຮູ້ກ່ຽວກັບ ເຣື່ອງທີ່ວ່ານັ້ນ ຢູ່ໃນກອງປະຊຸມ ສລຸບວຽກງານ ປະຈຳປີ 2017 ຂອງກະຊວງ ແລະ ຫ້ອງການ ຕ່າງໆວ່າ ການສໍ້ຣາສບັງຫຼວງ ໃນລາວ ຍັງສືບຕໍ່ໜັກໜ່ວງ ໃນໄລຍະ 5-10 ປີ ຫຼັງມານີ້ ເນື່ອງຈາກ ຄວາມອ່ອນແອ ໃນການປະຕິບັດກົດໝາຍ ເຮັດໃຫ້ເຈົ້າໜ້າທີ່ ຣັຖທຸກຣະດັບ ໃນຂແນງການຕ່າງໆ ບໍ່ຢໍາເກງ ແລະ ຢ້ານກົວ ກົດໝາຍ, ມັກສວາຍໃຊ້ ໜ້າທີ່ຕຳແໜ່ງ ສໍ້ຣາສບັງຫລວງ ຢ່າງແຜ່ຫຼາຍ ເຮັດໃຫ້ປະຊາຊົນ ອັບປໂຍດ. ທ່ານໄດ້ກ່າວຕໍ່ ກອງປະຊຸມ ສລຸບ ວຽກງານປະຈຳປີ 2017 ຂອງກະຊວງພາຍໃນ ເມື່ອກາງເດືອນມົກຣາ 2018 ຕອນນຶ່ງວ່າ:

"ການຄຸ້ມຄອງຣັຖ, ຄຸ້ມຄອງສັງຄົມເຮົາ ບໍ່ມີຜົລສັກສິທ ຕາມກົດໝາຍ ແຕ່ໃດມາແລ້ວ, ແບບວ່າ ບໍ່ເຂັ້ມງວດ, ບໍ່ເດັດຂາດ, ບໍ່ສັກສິທ. ຈາກອັນນີ້, ກະພາໃຫ້ເກີດຫຍັງ? ພະຍາດອາຍາສິທ, ລະເມີດ ສິທເປັນເຈົ້າ ຂອງປະຊາຊົນ ສວາຍໃຊ້ໜ້າທີ່ຕຳແໜ່ງ ສໍ້ຣາສບັງຫຼວງ."

ທ່ານກ່າວຕື່ມວ່າ ໃນໄລຍະ 5 ປີ 10 ປີຜ່ານມາ ການສໍ້ຣາສບັງຫລວງ ຂອງເຈົ້າໜ້າທີ່ຣັຖ ແມ່ນມີຫຼາຍ ມັນສະແດງອອກ ໃນຫຼາຍຮູບການ ບໍ່ວ່າຈະເປັນ ການໂກງ ເອົາທີ່ດິນ ທັງຂອງຣັຖ ແລະ ຂອງປະຊາຊົນ, ລັກລອບຕັດໄມ້ ແລະ ອື່ນໆ ຈົນເຮັດໃຫ້ ການເກັບລາຍຮັບ ເຂົ້າງົບປະມານ ບໍ່ໄດ້.

"ເຈົ້າໜ້າທີ່ຣັຖນີ້ ສວາຍໃຊ້ໜ້າທີ່ຕຳແໜ່ງ ສໍ້ໂກງ ເອົາຊັພສົມບັດ ຂອງຊາຕ ເອົາດິນ, ເອົາໄມ້, ເອົາເງິນ, ເອົາຄຳ ອັນນີ້ໂຕຈິງ ບໍ່ທັນໄດ້ຮັບ ການແກ້ໄຂ ພໍເທົ່າໃດ. ຈາກອັນນີ້ແຫຼະ, ເກັບລາຍຮັບ ກະບໍ່ໄດ້. ສະນັ້ນ, ທັງໝົດເຫຼົ່ານີ້ ຈະຕ້ອງ ໄດ້ສືບຕໍ່ ໄດ້ຮັບການແກ້ໄຂອີ່ຫຼີໄດ໋."

ກ່ຽວກັບບັນຫາທີ່ວ່ານັ້ນ, ຊາວລາວທ່ານນຶ່ງ ໃນແຂວງພາກໃຕ້ ຂອງລາວ ກໍໄດ້ໃຫ້ທັສນະວ່າ ບັນຫາ ການສໍ້ຣາສບັງຫຼວງ ໃນລາວ ຍັງເປັນ ບັນຫາໜັກໜ່ວງ ຍ້ອນ ເງິນເດືອນ ພະນັກງານ ຣັຖກອນ ໜ້ອຍຫຼາຍ ແລະ ບໍ່ກຸ້ມກິນ ໃນແຕ່ລະເດືອນ ເຮັດໃຫ້ຕ່າງຄົນ ຕ່າງຕ້ອງ ດີ້ນຮົນ ຊອກຫາເງິນ ເພື່ອຄວາມຢູ່ລອດ ຊຶ່ງໃນນັ້ນ ຮວມທັງ ການສໍ້ຣາສບັງຫຼວງ.

"ມັນເຣື້ອງນີ້ ມັນເຣື້ອງໜັກໄດ໋ ເງິນເດືອນ ບໍ່ພໍກິນເຮົາກໍຮູູ້, ແຕ່ລະຄົນກະດີ້ນຮົນ ສັງຄົມ ພັດອວດອ້າງກັນ ມີຣົຖມີລາງ ຈັ່ງມີຖານະ. ຜູ້ໃດມືຍາວ ສາວໄດ້ສາວເອົາ, ຖືກບ່ອນດີກະລ້ຳຣວຍ ບໍ່ມີໃຜຕຳນິ ບໍ່ມີໃຜກວດກາ ມັນກະເຮັດໄປຕະພຶດຕະພື. ບ່ອນໃດ ມີຊ່ອງຫວ່າງ ມັນເຂົາກະຈົກ ເຂົ້າໄປ ບ່ອນຫັ້ນແຫຼະ."

ການສໍ້ຣາສບັງຫລວງ ໃນລາວ ມີທຸກຮູບແບບ ມີຢູ່ໃນທຸກຣະດັບ ຮວມທັງ ການກົດໜ່ວງຖ່ວງດຶງເອກສານ ແລະ ປອມແປງເອກສານ ເພື່ອໃຫ້ ໄດ້ມາ ເຊິ່ງຜົລປໂຍດ ສ່ວນໂຕ ແລະ ພັກພວກ. ດັ່ງຍານາງ ປານີ ຢ່າທໍ່ຕູ້, ປະທານສພາແຫ່ງຊາຕ, ໄດ້ກ່າວຕັກເຕືອນ ໃນກອງປະຊຸມສລຸບ ວຽກງານ ປະຈຳປີ 2017 ຂອງຫ້ອງວ່າການ ສະພາແຫ່ງຊາຕລາວ ໃນທ້າຍເດືອນ ມົກຣາ 2018 ນີ້:

"ສມາຊິກພັກ ພະນັກງານ ຈຳນວນນຶ່ງ ຢູ່ໃນຫ້ອງວ່າການນີ້ ກະຍັງບໍ່ທັນມີ ທັສນະຫຼັກໝັ້ນ ການເມືອງຢ່າງໜັກແໜ້ນ, ຍັງບໍ່ທັນມີ ຄວາມເປັນ ແບບຢ່າງ ໃນການເຮັດວຽກ. ຍັງເກີດມີປະກົດການຫຍໍ້ທໍ້ ເກີດມີຫາງສຽງຈົ່ມວ່າ ຂອງສັງຄົມ ຕໍ່ກັບການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ ຫ້ອງວ່າການ ພະນັກງານ ຢູ່ຫ້ອງວ່າການໃນບາງຂັ້ນ. ໂດຍສເພາະ ແມ່ນຢູ່ບ່ອນໃດຍິ່ງສຳຄັນນັ້ນ ກະຖືວ່າ ຍັງມີປະກົດການຫຍໍ້ທໍ້, ໂດຍສເພາະ ບັນຫາການກົດໜ່ວງທ່ວງດຶງ ບັນດາ ເອກະສານ.”

ເວົ້າເຖິງ ການກົດໜ່ວງຖ່ວງເອກະສານ ຊາວລາວທ່ານນຶ່ງ ກໍເຄີຍຢືນຢັນ ກັບ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ (RFA) ເມື່ອໄວໆມານີ້ວ່າ ບັນຫານີ້ ແມ່ນມີແທ້ ເພາະທຸກຄັ້ງ ທີ່ທ່ານໄດ້ໄປ ແລ່ນເອກສານ ຕາມຫ້ອງການ ຂອງຣັຖໃນຂັ້ນຕ່າງໆ ມັກຈະຊັກຊ້າ ຖ້າບໍ່ປ້ອນເງິນນໍາ ຈົນກາຍເປັນ ປະເພນີ ທີ່ຊາວລາວ ໃນ ທົ່ວປະເທດ ຮູ້ກັນດີ.

"ສຳລັບເຮົາ ເຮົາຄິດວ່າ ມັນກະບໍ່ຍາກປານໃດ ເພາະວ່າ ແຕ່ລະເທື່ອ ທີ່ເຮົາໄປຍື່ນເອກສານ ເຮົາຫັ້ນນ່າ ເຮົາກະຊິມີ ການໃຫ້ ພະນັກງານ ກິນນ້ຳກິນໃນ ໂຕ​ຢ່າງວ່າ ເອກສານສຳຄັນ ເຮົາໄປຍື່ນ ມັນສຳຄັນສ່ຳໃດ? ຄັນເອກສານບໍ່ສຳຄັນ ມັນກະກິນເຝີ 50 ຫຼື 40 ພັນກີບໄປ, ຄັນ ມັນສຳຄັນແດ່ ກະແສນນຶ່ງ ແສນຫ້າ ຫ້າຮ້ອຍບາທ ໄປຊັ້ນນ່າ."

ໜັກໄປກວ່ານັ້ນ ແມ່ນການສໍ້ຣາສບັງຫລວງ ໃນໂຄງການໃຫຍ່ໆ ຂອງຣັຖບານ ຮວມທັງ ໂຄງການນອກແຜນ, ໂຄງການຜີ  ຫຼື ໂຄງການບໍ່ມີ ໂຕຕົນ ທີ່ໃຊ້ງົບ​ປະມານ ຫຼາຍ. ເວົ້າເຖິງຄວາມເສັຽຫາຍ ທີ່ເກີດຈາກ ການສໍ້ຣາສບັງຫຼວງນີ້, ຍານາງ ວາລີ ເວດ​ສະພົງ, ສມາຊິກສພາແຫ່ງຊາຕ ເຂດ 1, ນະຄອນຫຼວງວຽງຈັນ, ກໍໄດ້ສແດງຄວາມເປັນຫ່ວງ ແລະ ສເນີ ໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂ ເປັນຕົ້ນບັນຫາ ການຮົ່ວໄຫຼ ຂອງ ງົບປມານ ຈຳນວນ ມະຫາສານ ຍ້ອນການສົມຮູ້ຮ່ວມຄິດ ສໍ້ໂກງ ຂອງກຸ່ມຄົນ ຈໍານວນນຶ່ງ ໃນກົງຈັກ ການຈັດຕັ້ງຣັຖ ກັບພວກ ນັກທຸຣະກິຈ. ບໍ່ດັ່ງນັ້ນ ມັນຈະເຮັດໃຫ້ປະເທດຊາຕ ເສັຽຫາຍໜັກ ແລະ ເປັນພັຍ ຕໍ່ການສ້າງສາ ແລະ ພັທນາປະເທດຊາຕ.

"ເຊິ່ງກຸ່ມຄົນເຫຼົ່ານີ້ ກຸ່ມຄົນບໍ່ດີອັນນີ້, ຜູ້ດີກະຫຼາຍເນາະ, ຂ້າພະເຈົ້າ ເວົ້າສະເພາະ ກຸ່ມຄົນທີ່ສ້າງເຫຕການເຫຼົ່ານີ້ຂຶ້ນມານີ້. ມັນສາມາດ ສ້າງຜົລກະທົບ ອັນຮ້າຍແຮງ ຕໍ່ບັນຫາສັງຄົມ ເສຖກິຈການເມືອງ ແລະ ມີຜົລອັນຕະຣາຍທີ່ສຸດ ຕໍ່ການສ້າງສາພັທນາ ປະເທດຊາຕ."

ຕາມການຣາຍງານ ຂອງອົງການກວດກາຣັຖບານ ຕໍ່ກອງປະຊຸມສພາແຫ່ງຊາຕລາວ ສມັຍສາມັນ ເທື່ອທີ 4 ຂອງສພາແຫ່ງຊາຕ ເມື່ອເດືອນ ພຶສຈິກາ ທີ່ ຜ່ານມາວ່າ ໃນໄລຍະເວລາ 5 ປີ ຜ່ານມາ ມີການສໍ້ຣາສບັງຫຼວງ ໃນໂຄງການພັທນາຕ່າງໆ ທັງໃນແຜນ ແລະ ນອກແຜນ ຂອງຣັຖບານ ຄິດເປັນມູລຄ່າ ຫຼາຍເຖິງ 5 ພັນປາຍ ຕື້ກີບ.

ແລະ ທ່ານ ບຸນຍັງ ວໍຣະຈິດ, ຫົວໜ້າພັກ ປະຊາຊົນປະຕິວັດລາວ, ກໍໄດ້ຍອມຮັບ ຢູ່ໃນກອງປະຊຸມ ສລຸບວຽກງານ ປະຈຳປີ 2017 ຂອງ ຫ້ອງວ່າການ ຄະນະຈັດຕັ້ງສູນກາງພັກ ເມື່ອເດືອນມົກຣາ 2018 ນີ້ວ່າ ການນຳໃຊ້ອຳນາດ ຢ່າງບໍ່ຖືກຕ້ອງ ຕາມຣະບຽບກົດໝາຍ ຂອງ ບັນດາ ພະນັກງານ ພັກ ແລະ ຣັຖ ທີ່ເພີ່ມຂຶ້ນ ເລື້ອຍໆນັ້ນ ໄດ້ກໍ່ ໃຫ້ເກີດບັນຫາຫຍໍ້ທໍ້ ພາຍໃນພັກ ແລະ ຣັຖບານ ເພີ້ມຂຶ້ນນັບມື້, ໂດຍ ສເພາະແມ່ນ ການນຳໃຊ້ງົບປມານ ຂອງຣັຖບານ ໄປໃນທາງທີ່ ສແວງຫາຜົລປໂຍດ ສ່ວນໂຕນັ້ນ ຈະເຮັດໃຫ້ເກີດບັນຫາ ລົ້ມລະລາຍ ແລະ ສ້າງຄວາມຫາຍະນະ ທາງດ້ານການເງິນ ຂອງຣັຖບານ ຂອງປະເທດຊາຕ ໃນໄລຍະຍາວ ອີກດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.