ຣັຖບາລລາວສັ່ງໃຫ້ ປະຢັດ
2017.05.29
ຣັຖບານສປປລາວ ອອກຄໍາສັ່ງໃຫ້ ກະຊວງແລະອົງການທຽບເທົ່າກະຊວງ ຕລອດເຖິງອົງການຈັດຕັ້ງ ມະຫາຊົນ, ເຈົ້າຄອງນະຄອນຫຼວງ, ເຈົ້າແຂວງ ແລະ ຣັຖວິສາຫະກິດ ໃນທົ່ວປະເທສ ປະຢັດ ຣາຍຈ່າຍ ງົບປະມານ ຂອງຣັຖ ນັບແຕ່ວັນທີ 19 ພຶສພາ 2017 ພາຍຫລັງທີ່ ກອງປະຊຸມ ເທື່ອທີ 3 ຂອງສະພາ ແຫ່ງຊາດຊຸດທີ 8 ໄດ້ປິດລົງ ພຽງມື້ດຽວນັ້ນ ເປັນຕົ້ນໄປ.
ນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ໄດ້ອອກຄໍາສັ່ງ ເລກທີ 9 ລົງວັນທີ 19 ພຶສພາ ວ່າດ້ວຍການປະຢັດ ຣາຍຈ່າຍງົບປະມານ ຂອງຣັຖ ໂດຍໃຫ້ທຸກຂແນງການ ຂອງຣັຖ ຈັດຕັ້ງ ປະຕິບັດ ນະໂຍບາຍ ປະຢັດແຫ່ງຊາດ, ໃຫ້ໃຊ້ງົບປະມານ, ທຶນ, ຊັພສິນ ແລະເວລາທາງ ຣັຖການ ຢ່າງປະຢັດ, ປະຕິບັດ ແຜນງົບປະມານ ແຫ່ງຣັຖ ຕາມທີ່ສະພາ ແຫ່ງຊາດ ຮັບຮອງເອົາ ຢ່າງມີຈຸດສຸມ.
ພ້ອມກັນນັ້ນ ກໍໃຫ້ທຸກຂແນງການເອົາໃຈໃສ່ກວດກາຄືນ ຈໍານວນພະນັກງານ-ຣັຖກອນ ຕົວຈິງຂອງຕົນ, ການຈ່າຍເງິນອຸດໜູນ ແລະເງິນ ນະໂຍບາຍຕ່າງໆ ເປັນຕົ້ນ ເງິນອຸດໜູນ ເຂດຫ່າງໄກ, ເງິນນະໂຍບາຍລູກ, ເງິນນະໂຍບາຍເມັຍ, ບໍ່ໃຫ້ມີການ ຈ່າຍຊໍ້າຊ້ອນ, ຈ່າຍເກີນ ແລະຫ້າມບໍ່ໃຫ້ ຈ່າຍເງິນເດືອນ ໃຫ້ບຸກຄົນ ທີ່ບໍ່ມີໜ້າຕົວຈິງ ໂດຍໃຫ້ຂແນງການເງິນ ກວດກາຣາຍຈ່າຍ ຂອງບັນດາ ຫົວໜ່ວຍງົບປະມານ ນໍາດ້ວຍ.
ຄໍາສັ່ງສະບັບນີ້ ກວມໄປເຖິງການຫລຸດຜ່ອນຣາຍຈ່າຍ, ການຊຶ້ຣົດໃໝ່ ຮັບໃຊ້ການບໍຣິຫານ ຂອງຣັຖ ກໍໃຫ້ຈໍາກັດ ສໍາລັບປີ 2018 ໂດຍ ໃຫ້ອົງການຂອງຣັຖ ນໍາໃຊ້ຣົດເກົ່າ ທີ່ມີແລ້ວຢ່າງເໝາະສົມ.
ພ້ອມດຽວກັນນັ້ນ ກໍແນະນໍາໃຫ້ຂແນງການຕ່າງໆຂອງຣັຖ ຕັດຣາຍຈ່າຍ ຄ່າເຊົ່າສະຖານທີ່ ສໍາລັບກອງປະຊຸມຕ່າງໆ ໂດຍໃຫ້ໃຊ້ ສໍານັກ ງານ ອົງການຂອງ ແຕ່ລະອົງການ ເປັນບ່ອນຈັດ ແທນທີ່ຈະເຊົ່າຫ້ອງປະຊຸມ ຢູ່ໂຮງແຮມຕ່າງໆ. ເຣຶ່ອງຂອງຂັວນ ຕ້ອນກໍໃຫ້ຊື້ເຄື່ອງ ທີ່ຜລິດຢູ່ພາຍໃນລາວ ແລະຫ້າມບໍ່ໃຫ້ໃຊ້ ງົບປະມານ ຣັຖ ຊື້ເຄື່ອງດື່ມ ເຊັ່ນເຫລົ້າ ຣາຄາແພງ ຊຶ່ງຫລາຍຄົນ ເວົ້າວ່າມີຜູ້ນໍາ ສປປລາວ ຈໍານວນນຶ່ງ ມັກດື່ມເປັນປະຈໍາ ໃນງານກິນລ້ຽງ ຫລືງານຕ້ອນຮັບຕ່າງໆ.
ເພື່ອເຮັດໃຫ້ເປັນຕົວຢ່າງ ໃນການປະຢັດ ໃນເບື້ອງຕົ້ນ ຣັຖບານຊຸດໃໝ່ນີ້ ໄດ້ປະມູນຂາຍຣົດຫລູຫລາ ຣາຄາແພງ 14 ຄັນ ທັງຣົດ BMW 730 Li ແລະຣົດ Benz ຊຶ່ງຫລາຍຄົນ ເວົ້າວ່າ ຜູ້ນໍາພັກປະຊາຊົນ ປະຕິວັດລາວ ຣັຖສປປລາວ ຊື້ມາຂີ່ຢ່າງຟຸມເຟືອຍ ໃນຂນະທີ່ປະຊາ ຊົນລາວ ຈໍານວນຫລວງຫລາຍ ຍັງທຸກຍາກຂາດເຂີນ ຫາເຊົ້າ ກິນຄໍ່າ ຢູ່ນັ້ນ ໄດ້ເງິນມາພຽງ 1 ຕື້ 330 ລ້ານກີບ ຫລື 166,000 ໂດລາ ສະຫະຣັຖ ຂນະທີ່ທາງການ ສປປລາວ ບໍ່ເປີດເຜີຍ ເຖິງຣາຄາຊື້ຣົດ ຈໍານວນດັ່ງກ່າວ ໃຫ້ສາທະຣະນະຊົນ ຮູ້.
ກ່ຽວກັບຄໍາສັ່ງຂອງ ນາຍົກຣັຖມົນຕຣີ ທີ່ວ່ານີ້ ຍານາງ ບົວເຄືອ ແລະ ທ່ານສະໄຫວ ຊະນະນິຄົມ ທີ່ປະເທດ ການາດາ ໃຫ້ສັມພາດ ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ພຶສພາ 2017 ນີ້ ໂດບທີ່ຍານາງ ບົວເຄືອ ກ່າວວ່າ: ສຽງ ...
ແລະ ທ່ານສະໄຫວ ຊະນະນິຄົມ ກໍເວົ້າເຖິງຄໍາສັ່ງ ດຽວກັນນັ້ນ ໂດຍເນັ້ນໃສ່ຫລາຍບັນຫາ ຮວມທັງການຈໍາກັດ ການຊື້ຣົດໃໝ່ ຮັບໃຊ້ ການບໍຣິຫານ ຂອງຣັຖ ຊຶ່ງທ່ານເວົ້າວ່າ: ສຽງ ..
ໃນຫລາຍປີຜ່ານມານີ້ ພັກແລະຣັຖບານ ສປປລາວ ກໍໄດ້ກໍານົດມາຕການຕ່າງໆມາແລ້ວ ຫລາຍຄັ້ງໃນການປະຕິບັດ ນະໂຍບາຍປະຢັດ ແຫ່ງຊາດ ແລະຕໍ່ຕ້ານການ ຟຸມເຟືອຍ.
ເມື່ອປີ 2014 ຄືກ່ອນຣັຖບາລຊຸດປັດຈຸບັນນີ້ 2 ປີ ຣັຖບາລກໍໄດ້ຕັດຄ່າໃຊ້ຈ່າຍ ໃນໂຄງການພັທນາຕ່າງໆ ເພື່ອໃຫ້ສາມາດຮັກສາ ສະພາບຄ່ອງຕົວ ທາງການເງິນໄວ້ ເນຶ່ອງຈາກວ່າ ໃນຫລາຍປີຜ່ານມານີ້ ໂຄງການການລົງທຶນ ຂອງຣັຖ ຮວມທັງໂຄງການ ທີ່ບໍ່ມີຕົວຕົນ ເຕັມໄປດ້ວຍຂໍ້ກ່າວຫາ ກ່ຽວກັບຄວາມບໍ່ເໝາະສົມ ໃນການລົງທຶນ ແລະການໃຊ້ ຈ່າຍງົບປະມານຂອງຣັຖ ກໍບໍ່ມີປະສິດທິພາບ.