ລາວກໍາລັງປັບປຸງຣັຖທັມນູນ (ຕໍ່)
2014.09.10
ການປັບປຸງ ຣັຖທັມນູນ ໃນແຕ່ລະ ຣະຍະ ແມ່ນ ມີຄວາມ ຈໍາເປັນ ເພື່ອໃຫ້ ສອດຄ່ອງ ກັບ ສະພາບ ຄວາມເປັນຈິງ ຢູ່ພາຍໃນ ປະເທສ. ສໍາລັບ ສປປ ລາວ ທີ່ ທາງການ ລາວ ກໍາລັງ ຈະປັບປຸງ ຢູ່ໃນ ຂນະນີ້ ຫລາຍໆຄົນ ຍັງສົນໃຈ ຢູ່ວ່າ ພາກທີ 4 ຂອງ ຣັຖທັມນູນ ສະບັບ ປັດຈຸບັນ ທີ່ ກໍານົດ ສິດ ເສຣີພາບ ຂອງ ພົລເມືອງ ລາວນັ້ນ ຈະມີການ ປັບປ່ຽນ ແນວໃດ ແດ່ບໍ ເພື່ອ ເປີດໂອກາດ ໃຫ້ ພົລເມືອງ ລາວ ໄດ້ຊົມໃຊ້ ສິດ ເສຣີພາບ ໃນ ພາກຕົວຈິງ ເພື່ອ ການພັທນາ ເສຖກິດ ສັງຄົມ ຂອງຊາດ ໃຫ້ ເປັນໄປ ດ້ວຍດີ.
ແຕ່ເທົ່າທີ່ ຜ່ານມາ ແລະ ໃນ ປັດຈຸບັນ ທ່ານ ວັນລັງ ຄໍາສຸກ ຜູ້ຕາງໜ້າ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ປະຈໍາ ສະຫະຣັຖ ອະເມຣິກາ ເຫັນວ່າ ສິດ ເສຣີພາບ ຕ່າງໆ ຂອງ ພົລເມືອງ ລາວ ກໍໄດ້ຖືກ ກໍານົດ ເອົາໄວ້ ແລ້ວ ຢູ່ໃນ ຣັຖທັມນູນ ນັ້ນ ແຕ່ບໍ່ໄດ້ ນໍາອອກ ມາຈັດຕັ້ງ ປະຕິບັດ ໃນ ພາກ ຕົວຈິງ: ...ສຽງ...
ການປັບປຸງ ຣັຖທັມນູນ ສະບັບປີ 2003 ທີ່ຈະເລິ່ມ ຂຶ້ນ ໃນປີ 2014 ນີ້ ມີ ຍານາງ ປານີ ຢາທໍ່ຕູ້ ກັມການ ກົມການເມືອງ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ປະທານ ສະພາ ແຫ່ງຊາດ ເປັນ ປະທານ ຄນະ ກັມການ ຣະດັບຊາດ. ຍ ນາງ ເປັນ ແມ່ຍິງ ລາວ ຄົນທໍາອິດ ທີ່ ໄດ້ຮັບ ຜິດຊອບ ວຽກງານ ອັນ ສໍາຄັນນີ້ ຊຶ່ງມີ ການວິພາກ ວິຈານ ກັນ ຢ່າງ ກວ້າງຂວາງ ວ່າ ຖ້າ ຍານາງ ຫາກສາມາດ ນໍາໃຊ້ ທິສດີ ທີ່ ໄດ້ຮຽນມາ ແລະ ປະສົພການ ທີ່ມີຢ່າງ ເດັດດ່ຽວ ກໍ ຈະຮັບໃຊ້ ສິດ ແລະ ຜົລປະໂຫຍດ ອັນ ຊອບທໍາ ຂອງຊາດ ແລະ ປະຊາຊົນ ລາວ.
ຜ່ານມາ ທ່ານ ຄໍາເຜີຍ ປານມະໄລທອງ ນັກຮຽນຮູ້ ປັນຍາຊົນ ຂັ້ນສູງ ຜູ້ ດີເດັ່ນ ທາງດ້ານ ວິທຍາສາດ ສັງຄົມ ທີ່ ຫາຄົນທຽບໄດ້ ຍາກ ຢູ່ ສປປ ລາວ ນັ້ນ ເປັນຜູ້ ກ້າຫານ ຄົນທໍາອິດ ໃນຂັ້ນນໍາ ຂອງລາວ ທີ່ໄດ້ ເວົ້າຢູ່ໃນ ກອງປະຊຸມ ສະພາ ແຫ່ງຊາດ ຄັ້ງທີ່ ຜ່ານໆມາ ເຖິງການ ນໍາໃຊ້ ທິສດີ ຂອງ ຄົນ ຊາດອື່ນ ຮວມທັງ ທິສດີ ມາກ-ເລນິນ ທີ່ ລ້າສມັຍ ແລະ ການອົບຮົມ ສັ່ງສອນ ຄົນລາວ ແບບ ບໍ່ສອດຄ່ອງ ກັບ ວັທນະທັມ ຮີດຄອງ ປະເພນີ ອັນດີງາມ ຂອງລາວ ທີ່ ສັ່ງສອນ ໃຫ້ ຄົນມີຄວາມ ສາມັກຄີ ເອື້ອເຟື້ອ ອາຣີ ແລະ ຊ່ວຍເຫລືອ ຊຶ່ງກັນ ແລະກັນ ເປັນຢ່າງດີ ຕລອດມາ.