ສໍາພາດ ບຸນທອນ ຈັນທະລາວົງ ວີເຊີ

ດຣ. ບຸນທອນ ຈັນທະລາວົງ-ວີເຊີ
ດຣ. ບຸນທອນ ຈັນທະລາວົງ-ວີເຊີ (Bounthone)

0:00 / 0:00

ນັບຕັ້ງແຕ່ ມີການ ສ້າງຕັ້ງ ສປປ ລາວ ເມື່ອປີ 1975 ມາຮອດປີ 2015 ນີ້ ກໍແມ່ນໄດ້ 40 ປີ ແລ້ວ. ກ່ອນທີ່ຈະ ໄດ້ມາພົບ ແສງສວ່າງ ມາເປັນ ທ່ານໝໍ ປົວພຍາດ ພາຍໃນ, ທ່ານໝໍ ສໍາລັບ ຜູ້ ສູງ ອາຍຸ ທີ່ ປະເທດ ເຢັຽຣະມັນ ແລະ ເປັນ ຜູ້ນໍາພາ ອົງການ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ. ດຣ. ບຸນທອນ ຈັນທະລາວົງ ວີເຊີ ຕ້ອງໄດ້ ອົດທົນ ຜ່ານຜ່າ ອຸປສັກ ຕ່າງໆນາໆ ນັບຕັ້ງແຕ່ ກ່ອນ ຈະຖືກສົ່ງ ມາສຶກສາ ຕໍ່ ຢູ່ ປະເທດ ເຊັກໂກ ສະໂລວັກເກັຽ ໃນປີ 1983 ພາຍຫລັງ ຮຽນຈົບ ອຸດົມ ວຽງຈັນ ສມັຍ ນັ້ນ. ດຣ. ບຸນທອນ ໃຫ້ ສັມພາດ ຕໍ່ RFA ເມື່ອ ມໍ່ໆມານີ້.