ອ໊ອດ ໄຊຍະວົງ ຫາຍສາບສູນ ສາກົນ ກັງວົນ

ອະວາຣີ
2019.09.16
F-OD ທ້າວ ອ໊ອດ ໄຊຍະວົງ ພ້ອມໝູ່ຄນະ ແລະ ຜູ້ສນັບສນູນ ຢາກໃຫ້ມີ ສິດທິມະນຸດ ແລະ ສິດເສຣິພາບ ຢ່າງແທ້ຈິງ ຢູ່ ສປປ ລາວ
ນັກຂ່າວພົລເມືອງ

ເມື່ອບໍ່ດົນມານີ້ ສຳນັກຂ່າວສາກົນຫຼາຍແຫ່ງ ໄດ້ຣາຍງານຂ່າວການຫາຍສາບສູນ ຂອງ ທ້າວ ອ໊ອດ ໄຊຍະວົງ, ຄົນງານລາວຢູ່ໄທອາຍຸ 34 ປີ ແລະ ທັງເປັນນັກເຄື່ອນໄຫວ ເພື່ອສິທທິມະນຸສ ໃນລາວ ພາຍຫຼັງຂາດການຕິດຕໍ່ຫາໝູ່ເພື່ອນ ເມື່ອຕອນແລງ ວັນທີ 26 ສິງຫາ 2019 ໃນໃຈກາງນະຄອນຫຼວງບາງກອກ, ປະເທສໄທ. ຈົນຮອດປະຈຸບັນ ກໍຍັງບໍ່ມີຂ່າວຄາວ ວ່າ ຜູ້ກ່ຽວຢູ່ໃສ ແລະ ຍັງປອດພັຍຢູ່ຫຼືບໍ່.

ອົງການສິ້ງຊອມ ການນັບຖືສິທທິມະນຸສ Human Rights Watch ອອກຖແລງການກ່ຽວກັບ ການຫາຍສາບສູນ ເທື່ອນີ້ວ່າ ທ້າວ ອ໊ອດ ໄຊຍະວົງ ເປັນຄົນງານລາວ ໃນໄທ ທີ່ເຄື່ອນໄຫວ ຮຽກຮ້ອງ ໃຫ້ມີສິທທິເສຣີພາບ ແລະ ປະຊາທິປະຕັຍໃນລາວ ຢ່າງສັນຕິ ແລະ ທາງ ອົງການສິທທິມະນຸສ ກໍກັງວົນໃຈ ຢ່າງສູງຕໍ່ຄວາມປອດພັຍ ຂອງຜູ້ກ່ຽວ.

ທ່ານ Brad Adams, ຜູ້ອຳນວຍການອົງການສິ້ງຊອມ ການນັບຖືສິທທິມະນຸສ ຖແລງວ່າ ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງຂອງໄທ ຄວນໃຫ້ ຂໍ້ມູນກ່ຽວກັບການຫາຍສາບສູນ ຂອງ ທ້າວ ອ໊ອດ ໄຊຍະວົງ ໂດຍດ່ວນ. ຖນົນຫົນທາງຢູ່ບາງກອກຄວນເປັນ ສະຖານທີ່ປອດພັຍປາສຈາກ ການລັກພາໂຕ ແລະ ການຈັບກຸມທີ່ນອກເໜືອ ກົດໝາຍ.

ໃນຂນະດຽວກັນ, ທ່ານ ດຣ. ສຸນັຍ ພາສຸຂ, ທີ່ປຶກສາອົງການສິ້ງຊອມ ການນັບຖືສິທທິມະນຸສ ປະຈຳປະເທສໄທ ກໍໄດ້ໃຫ້ສັມພາດ ແກ່ ສື່ມວນຊົນ ຂອງໄທ ເມື່ອວັນທີ 12 ກັນຍາ ກ່ຽວກັບ ກໍຣະນີນີ້ວ່າ:

“ໄທຄືກັບວ່າເປັນສະຖານທີ່ ມີການລັກພາໂຕຜູ້ລີ້ພັຍ ລັກພາໂຕ ຜູ້ທີ່ມີຄຳຄິດຄຳເຫັນຕ່າງ ຜູ້ໜີຮ້ອນມາເພິ່ງເຢັນ ຈຳນວນຫຼາຍ ລັກພາໂຕ ແລ້ວ ຄົນເຫຼົ່ານີ້ກໍຖືກສົ່ງໄປດຳເນີນຄະດີ ຖືກສົ່ງກັບໄປຕິດຄຸກ ຖືກສົ່ງໄປປະສົພກັບຊະຕາກັມ ທີ່ໜ້າກັງວົນ. ເຮົາຈຶ່ງເຫັນວ່າ ສິ່ງທີ່ມັນ ເກີດຂຶ້ນ ມາກ່ອນນີ້ແລ້ວບວກກັບສະຖານະຂອງ ທ້າວ ອ໊ອດ, ເຊິ່ງເປັນຜູ້ລີ້ພັຍ ບໍ່ສາມາດກັບເມືອບ້ານໄດ້ມັນເລີຍ ເຮັດໃຫ້ຄວາມປອດພັຍ ຂອງ ທ້າວ ອ໊ອດ ນີ້ ຢູ່ໃນຈຸດທີ່ເອີ້ນວ່າ ມີຄວາມສ່ຽງສູງ.”

ທ່ານໄດ້ໃຫ້ຂໍ້ມູນຕື່ມວ່າ ຫຼ້າສຸດນີ້ ເທົ່າທີ່ໄດ້ກວດສອບຂໍ້ມູນ ຈາກພາກສ່ວນຕ່າງໆແລ້ວ ຍັງບໍ່ປະກົດເຫັນວ່າ ມີຣາຍງານການສົ່ງໂຕ ທ້າວ ອ໊ອດ ກັບຄືນໄປປະເທສ ຕົ້ນທາງເທື່ອ:

“ບໍ່ມີຫຼັກຖານອັນໃດເລີຍ. ເທົ່າທີ່ເຮົາກວດສອບມານີ້ ທາງການໄທ ຫ້ອງການກວດຄົນເຂົ້າເມືອງຕ່າງໆ ຢືນຢັນເປັນສຽງດຽວກັນວ່າ ບໍ່ມີ ບັນທຶກການສົ່ງໂຕ ທ້າວ ອ໊ອດ ຂ້າມແດນ. ຖ້າຫາກວ່າທ້າວ ອ໊ອດ ຖືກເອົາໂຕສົ່ງກັບໄປລາວແທ້ ກໍສະແດງວ່າບໍ່ໄດ້ ໃຊ້ຊ່ອງທາງ ທີ່ ຖືກຕ້ອງຕາມກົດໝາຍ ອັນເປັນຊ່ອງທາງພິເສດ, ເຊິ່ງມັນເປັນຕາຢ້ານ.”

ທີ່ປຶກສາອົງການສິ້ງຊອມ ການນັບຖືສິທທິມະນຸສ ປະຈຳປະເທສໄທ ຍັງກ່າວຕື່ມວ່າ ຖ້າມີການສົ່ງໂຕໄປຢ່າງລຶກລັບ ເຣື່ອງນີ້ກໍຄົງເປັນສິ່ງ ທີ່ໜ້າກັງວົນໃຈຫລາຍ ເພາະໃນພາຍໜ້າ ອາຈມີການປະຕິບັດການ ຕໍ່ນັກເຄື່ອນໄຫວ ເພື່ອສິທທິມະນຸສ ຫຼືຜູ້ເຫັນ ຕ່າງທາງການເມືອງ ອື່ນໆອີກ.

ນາງ DEBBIE STOTHARD, ເລຂາທິການນານາຊາຕ ວ່າດ້ວຍສິທທິມະນຸສ ທີ່ເປັນໂຕແທນຈາກປະເທດມາເລເຊັຽ ກໍເວົ້າເຖິງການຫາຍ ສາບສູນຂອງ ທ້າວ ອອ໊ດ ໄຊຍະວົງ ໃນເວລາມາຮ່ວມກອງປະຊຸມ ພາກປະຊາສັງຄົມອາຊຽນ 2019 ທີ່ບາງກອກ ໃນວັນທີ 10 ເຖິງວັນທີ່ 12 ກັນຍາ ວ່າ:

“ປັດຈຸບັນ ພວກເຮົາມີກໍຣະນີໃໝ່ອີກ ຄືເຣື້ອງ ທ້າວ ອ໊ອດ ໄຊຍະວົງ, ຜູ້ທີ່ຖືກບັງຄັບໃຫ້ຫາຍສາບສູນ ຢູ່ໃຈກາງນະຄອນຫຼວງບາງກອກ ຫວ່າງສອງສັປດາຜ່ານມາ. ນີ້ເປັນກໍຣະນີການບັງຄັບ ໃຫ້ບຸກຄົນຫາຍສາບສູນ, ເຊິ່ງໝາຍຄວາມວ່າພວກເຮົາຍັງ ບໍ່ຮູ້ວ່າ ລາວຖືກລັກພາ ໂຕໄປ ຖືກຂ້າ ຫລື ຖືກກັກຂັງຢູ່. ແລະ ພວກເຮົາຕ້ອງເຂົ້າໃຈນຳກັນວ່າ ພາຍໃຕ້ກົດໝາຍສິທທິມະນຸສ ສາກົນນັ້ນ, ການບັງຄັບໃຫ້ບຸກຄົນ ຫາຍສາບສູນ ຖືເປັນອາຊຍາກັມ ທີ່ຮ້າຍແຮງທີ່ສຸດ ຕໍ່ມວນມະນຸສ.”

ນາງຍັງກ່າວຕື່ມວ່າ ສປປລາວ ຍັງບໍ່ປະຕິບັດສິທທິມະນຸດ ຢ່າງຈິງຈັງ ແລະ ເຈົ້າໜ້າທີ່ຣັຖ ຍັງຄວບຄຸມພາກປະຊາສັງຄົມ ໃນລາວຫຼາຍຢູ່. ກຸ່ມດ່ັງກ່າວບໍ່ກ້າ ທີ່ຈະເຂົ້າມາຮ່ວມປະຊຸມ ແລະ ອອກຄວາມຄິດຄວາມເຫັນ.

ໃນຕອນແລງຂອງວັນທີ 12 ກັນຍານີ້ ຜູ້ສື່ຂ່າວຈາກສຳນັກຂ່າວ (ເບນານິວສ໌) ກໍໄດ້ຮັບຄຳຕອບຈາກ ນາງ ບຸດສະດີ ສັນຕິພິທັກ, ຫົວໜ້າ ກົມການຂ່າວ ແລະ ທັງເປັນໂຄສົກກະຊວງ ການຕ່າງປະເທສໄທ ທີ່ໄດ້ສົ່ງເປັນຂໍ້ຄວາມມາວ່າ

“ກະຊວງການຕ່າງປະເທສຂອງໄທ ຍັງບໍ່ມີຂໍ້ມູນໃດໆກ່ຽວກັບ ທ້າວ ອ໊ອດ”.

ມາຮອດວັນທີ 13 ກັນຍາ ເຈົ້າໜ້າທີ່ຈາກອົງການນິຣະໂທສກັມ ສາກົນ ຫຼື Amnesty International ປະຈຳປະເທດໄທ ກໍໄດ້ຢືນຢັນວ່າ:

“ສະຫຼຸບກໍຄື ເຂົາຮູ້ເຣື້ອງນີ້ແລ້ວ ແຕ່ວ່າ ຈະອອກຖແລງອັນໃດນັ້ນ ທາງພຸ້ນກໍຈະເປັນຜູ້ຕັດສິນໃຈ. ໝາຍຄວາມວ່າທາງລອນດອນ ທາງທີມ ເຄື່ອນໄຫວ ທາງທີມນັກວິຈັຍ ກໍກຳລັງເຮັດວຽກຢູ່.”

ໃນຕອນບ່າຍຂອງວັນສຸກ ວັນທີ 13 ກັນຍາ ຜູ້ສື່ຂ່າວພວກເຮົາໄດ້ໂທຣະສັບຕິດຕໍ່ສອບຖາມ ໄປຍັງຫ້ອງການກົມໃຫຍ່ ສັນຕິບານ ກະຊວງ ປ້ອງກັນຄວາມສງົບ ຂອງລາວ ເພື່ອສອບຖາມເຖິງ ການຫາຍສາບສູນຂອງ ທ້າວ ອ໊ອດ ໄຊຍະວົງ, ແຕ່ເຈົ້າໜ້າທີ່ ຜູ້ຮັບສາຍກ່າວພຽງ ສັ້ນໆວ່າ ບໍ່ທັນຮູ້ເຣື້ອງນີ້ເທື່ອ ແລະ ຖ້າມີຫຍັງຕື່ມ ກໍໃຫ້ເຂົ້າມາພົວພັນ ທີ່ຫ້ອງການ.

ທ້າວ ອ໊ອດ ໄຊຍະວົງ ເກີດເມື່ອປີ 1985 ທີ່ແຂວງສວັນນະເຂດ ແລະ ໄດ້ມາເຮັດວຽກ ທີ່ປະເທສໄທ ເປັນເວລາດົນນານ ເຂົ້າຮ່ວມກຸ່ມ ເຄື່ອນໄຫວຮຽກຮ້ອງສິທທິເສຣີພາບ ແລະ ປະຊາທິປະຕັຍໃນລາວ ຢ່າງສັນຕິວິທີ ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ. ຕົກມາປີ 2017, ທ້າວ ອ໊ອດ ໄດ້ຮັບສະຖານະພາບເປັນຜູ້ລີ້ພັຍ ທາງການເມືອງ ຈາກອົງການຂ້າຫຼວງໃຫຍ່ ສະຫະປະຊາຊາຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.