40 ປີ ທີ່ຜູກຂາດອໍານາດ
ຈໍາປາທອງ
2015.12.03
2015.12.03
ນັບຕັ້ງແຕ່ ຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ໄດ້ ກຳອໍານາດ ໃນປີ 1975 ແລະ ສ້າງຕັ້ງ ສປປລາວ ມານີ້ ກໍໄດ້ 40 ປີ ທີ່ມີການ ຜູກຂາດ ອຳນາດ ແບບ ຜະເດັດການ ເຄົ້າດຽວ ພັກດຽວ.
ຜູ້ນຳພັກ ບັງຄັບ ໃຫ້ ປວງຊົນ ຊາວລາວ ປະຕິບັດ ຕາມ ແນວທາງ ນະໂຍບາຍ, ແຜນພັທນາ ເສຖກິດ-ສັງຄົມ ແຫ່ງຊາດ ແລະ ຢູ່ພາຍໃຕ້ ການຈັດຕັ້ງ, ຊີ້ນຳ, ນຳພາ ຂອງ ຕົນ ພຽງຜູ້ດຽວ ໂດຍໃຊ້ ກຳລັງ ປະກອບ ອາວຸດ: ຕຳຣວດ, ທະຫານ, ນັກສືບ ສອດແນມ, ໃຊ້ຄຸກ, ໃຊ້ສານ ເປັນເຄື່ອງມື ອັນແຫລມຄົມ ຂອງຕົນ ໃນການ ປາບປາມ ພະນັກງານ ຣັຖກອນ ຕລອດເຖິງ ປະຊາຊົນ ລາວ ຜູ້ສະແຫວງຫາ ຄວາມ ຍຸຕິທັມ ທີ່ ຕໍ່ສູ້ເພື່ອສິດ, ເສຣີພາບ ແລະ ປະຊາທິປະຕັຍ ທີ່ໄດ້ ເຄື່ອນໄຫວ ໃນຣະຍະ ຜ່ານມາ ແລະ ໃນ ປັດຈຸບັນ.
ຈຳປາທອງ ມີ ຣາຍງານ ມາ ສເນີທ່ານ ເຊີນ ຮັບຟັງໄດ້.