ຈີນຈະບິດເບືອນການເລືອກຕັ້ງ ຢູ່ ຮົງກົງ

ຈໍາປາທອງ
2014.10.14
F-hongkong ການເລືອກຕັ້ງ ຜູ້ນໍາ ຮົງກົງ ຈະບໍ່ເປັນໄປແບບ ປະຊາທິປະຕັຍ ຕາມທີ່ຜູ້ນໍາຈີນ ສັນຍາ ເອົາໄວ້ ຈຶ່ງເກີດມີການ ປະທ້ວງ ຢ່າງຮຸນແຮງ.
RFA

 

ຍ້ອນ ການເລືອກຕັ້ງ ເອົາ ຜູ້ນໍາ ຮົງກົງ ຈະ ບໍ່ເປັນໄປ ຕາມແບບ ປະຊາທິປະຕັຍ ດັ່ງທີ່ ຜູ້ນໍາ ຈີນ ໄດ້ ສັນຍາ ເອົາໄວ້ ຈຶ່ງ ເກີດມີ ການ ປະທ້ວງ ຢ່າງ ຮຸນແຮງ. ການກໍານົດ ການເລືອກຕັ້ງ ນັ້ນ ຄ້າຍຄືກັນ ກັບ ການ ເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ຂອງລາວ ແຕ່ຢູ່ ສປປ ລາວ ປະຊາຊົນ ຍັງບໍ່ມີ ໂອກາດ ປະທ້ວງ ແບບ ເປີດເຜີຍ ໄດ້.

ການເລືອກຕັ້ງ ຕົວແທນ ປະຊາຊົນ ບໍ່ວ່າຈະຢູ່ ປະເທສ ຄອມມິວນິສ ໃດໆ ໃນໂລກ  ກໍ ລ້ວນແລ້ວແຕ່ ຢູ່ພາຍໃຕ້ ການຈັດຕັ້ງ ຊີ້ນໍາ ນໍາພາ ຂອງ ຜູ້ນໍາພັກ ຄອມມິວນິສ ທີ່ ກໍາອໍານາດ ຜູກຂາດ ໃນປະເທດ ນັ້ນໆ.

ສໍາລັບ ການ ເລືອກຕັ້ງ ເອົາຜູ້ນໍາ ຮົງກົງ ທີ່ ຢູ່ພາຍໃຕ້ ອໍານາດ ການປົກຄອງ ຂອງ ພັກ ຄອມມິວນິສ ຈີນ ກໍແມ່ນ ຜູ້ນໍາພັກ ຄອມມິວນິສ ຈີນ ເປັນ ຜູ້ບົ່ງການ ຊຶ່ງ ເມື່ອ ເດືອນ ພຶສພາ ຜ່ານມາ ກໍໄດ້ ປະກາດ ວ່າ ຈະໃຫ້ ຄນະ ກັມການ ເລືອກຕັ້ງ ຢູ່ ຮົງກົງ ທີ່ ສນັບສນູນ ຕົນ ເປັນຜູ້ ເລືອກເອົາ ຜູ້ທີ່ ຈະລົງ ສມັກຮັບ ເລືອກຕັ້ງ 2-3 ຄົນ ລົງ ສມັກເປັນ ຜູ້ນຳ ຮົງກົງ ຄົນ ຕໍ່ໄປ ຊຶ່ງຈະເປັນ ຄົນທຳອິດ ທີ່ ຈະຖືກ ເລືອກຕັ້ງໂດຍ ກົງ ໃນປີ 2017 ພາຍລັງ ທີ່ ປະເທສ ອັງກິດ ໄດ້ສົ່ງຄືນ ໃຫ້ຈີນ ເມື່ອ 17 ປີກ່ອນ.

ເບິ່ງແລ້ວ ການ ຕັດສິນໃຈ ຂອງ ຜູ້ນໍາ ຈີນ ກ່ຽວກັບ ການ ເລືອກຕັ້ງ ຜູ້ນໍາ ຮົງກົງ ທີ່ວ່ານັ້ນ ກໍຄ້າຍຄື ກັນກັບ ການເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ຂອງລາວ ທີ່ ເປັນໄປ ແບບ ທີ່ວ່າ ແມ່ນ ຜູ້ນໍາພັກ ປະຊາຊົນ ປະຕິວັດ ລາວ ເປັນ ຜູ້ຈັດຕັ້ງ ຄນະ ກັມການ ເລືອກຕັ້ງ ຣະດັບຊາດ ທີ່ ເປັນ ຜູ້ເລືອກເອົາ ຜູ້ສມັກ ຮັບ ເລືອກຕັ້ງ ເປັນ ສະມາຊິກ ສະພາ ແຫ່ງຊາດ. ໃນ ພາກຕົວຈິງ ຜູ້ສມັກ ຮັບເລືອກຕັ້ງ ນັ້ນ ລ້ວນແລ້ວ ແຕ່ເປັນ ບຸກຄົນ ທີ່ ຜູ້ນໍາພັກ ຄັດເລືອກເອົາ ໄວ້ແລ້ວ. ບຸກຄົນ ທີ່ວ່ານັ້ນ ຈະເປັນຜູ້ ມີ ຕໍາແໜ່ງສູງ ພາຍໃນ ພັກແລະຣັຖ ຫລື ອົງການ ຈັດຕັ້ງ ມະຫາຊົນ ຕລອດເຖິງ ແນວລາວ ສ້າງຊາດ ຫລື ຈະເປັນ ສະມາຊິກ ພັກ ຂັ້ນຕ່່າງໆ ແລະ ບໍ່ໄດ້ເປັນ ສະມາຊິກ ພັກ ທີ່ ມີຈໍານວນ ບໍ່ພໍ ເທົ່າໃດ ຄົນ ຊຶ່ງ ພັກ ຖືເອົາ ເປັນແນວໂຮມ ນັ້ນ ທັງໝົດ ລ້ວນແລ້ວ ແຕ່ແມ່ນ ຜູ້ນໍາພັກ ເປັນຜູ້ ເຫັນພ້ອມນໍາ ນັບຕັ້ງແຕ່ ສະພາ ແຫ່ງຊາດ ຊຸດ ທໍາອິດ ເຖິງຊຸດທີ 7 ໃນ ປັດຈຸບັນ ນີ້ ກໍເຊັ່ນ ດຽວກັນ.

ດັ່ງນັ້ນ ຈຶ່ງ ເວົ້າໄດ້ວ່າ ການເລືອກຕັ້ງ ຜູ້ນໍາ ຮົງກົງ ທີ່ ຈະມີຂຶ້ນ ໃນປີ 2017 ທີ່ ຈະມາເຖິງ ນີ້ ກັບການ ເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ຂອງລາວ ແມ່ນ ຄ້າຍຄືກັນ ແລະ ບໍ່ເປັນ ໄປຕາມ ແບບ ປະຊາທິປະຕັຍ ຈຶ່ງ ເກີດມີການ ຮ້ອງຂໍ ຕໍ່ວ່າ, ມີການ ປະທ້ວງ ຄັດຄ້ານ ຂອງມວນຊົນ ຢ່າງ ຮຸນແຮງ ຢູ່ ຮົງກົງ ເຖິງແມ່ນວ່າ ຢູ່ ສ. ປ.ປ.ລາວ ປະຊາຊົນ ຍັງບໍ່ມີ ໂອກາດ ປະທ້ວງ ໄດ້ແບບ ເປີດເຜີຍ ຄືກັນກັບ ຢູ່ ຮົງກົງ, ມີແຕ່ ການຂຽນ ໃສ່ບັດ ລົງຄະແນນ ສຽງ ເຖິງຄວາມ ບໍ່ເຫັນພ້ອມ ຂອງຕົນ, ການເຮັດ ບັດຕາຍ ແລະ ການກະທໍາ ສິ່ງອື່ນໆ ທີ່ສະແດງ ເຖິງການ ຄັດຄ້ານ ການ ເລືອກຕັ້ງ ນັ້ນ ກໍຕາມ.

ສໍາລັບ ຢູ່ ຮົງກົງ ກູ່ມນັກ ສຶກສາ ເພື່ອ ປະຊາທິປະຕັຍ ຮວມຕົວກັນ ຊຸມນຸມ ປະທ້ວງ ຄັດຄ້ານ ທາງການ ຈີນ ຢ່າງ ກວ້າງຂວາງ ຢູ່ສູນກາງ ທຸຣະກິດ ການເງິນ ໂດຍຖືວ່າ ການ ຕັດສິນ ໃຈ ຂອງຈີນ ທີ່ ວ່ານັ້ນ ເປັນການບໍ່ ປະຕິບັດ ຕາມຂໍ້ ສັນຍາ ທີ່ວ່າ ຈະໃຫ້ມີ ການເລືອກຕັ້ງ ຜູ້ນຳ ຮົງກົງ ໂດຍຜ່ານ ການ ເລືອກຕັ້ງ ທີ່ໄດ້ ມາຕຖານ ສາກົລ ຄືການ ເລືອກຕັ້ງ ແບບ ປະຊາທິປະຕັຍ; ໃຫ້ ປະຊາຊົນ ຮົງກົງ ມີສິດ ເລືອກເອົາ ຜູ້ສມັກ ຮັບເລືອກຕັ້ງ ເປັນຜູ້ນໍາ ຮົງກົງ ໂດຍ ຕົນເອງ, ບໍ່ໃຫ້ ຜູ້ນໍາ ພັກ ຄອມມິວນິວ ຈີນ ເປັນຄົນ ບົ່ງການ, ບໍ່ດັ່ງນັ້ນ ມັນກໍ ເປັນ ປະຊາທິປະຕັຍ ແບບ ຈອມປອມ.

ບັນດາ ຜູ້ປະທ້ວງ ແບບ ສັນຕິ ຮຽກຮ້ອງ ໃຫ້ ຣັຖບາລ ຈີນ ຮັບປະກັນ ໃຫ້ ຮົງກົງ ມີ ປະຊາທິປະຕັຍ ຢ່າງ ເຕັມສ່ວນ ແລະ ທວງໃຫ້ ທ່ານ Leung Chun-ying ຜູ້ນໍາ ຮົງກົງ ທີ່ ສນັບ ສນູນ ຈີນ ນັ້ນ ລາອອກ ຈາກ ຕໍາແໜ່ງ. ແຕ່ ຖືກ ທາງການ ຈີນ ປະຕິເສດ ອັນເຮັດໃຫ້ ຄວາມຂັດແຍ່ງ ກັນນັ້ນ ຮຸນແຮງ ຂຶ້ນ ຢ່າງໄວວາ ແລະ ການ ປະທ້ວງ ດໍາເນີນ ມາເປັນ ອາທິດ ທີ 3 ໂດຍການ ຕັນຖນົນ ຫົນທາງ ຫລາຍສາຍ, ໃຫ້ປິດ ໂຮງຮຽນ ແລະ ຫ້ອງການ ຣັຖບາລ ຈໍານວນ ນຶ່ງ ເຮັດໃຫ້ ທາງການຈີນ ຕົກລົງ ໃຫ້ ເຈົ້າໜ້າທີ່ ຮົງກົງ ຊຶ່ງ ຣັຖບາລ ຈີນ ຢູ່ ເບື້ອງຫລັງ ນັ້ນ ຈະ ເຈຣະຈາ ຢ່າງ ເປັນ ທາງການນໍາ ໃນມື້ວັນ ສຸກ ທີ 10 ຕຸລາ 2014. ແຕ່ແລ້ວ ກໍຖືກ ປະກາດ ໃຫ້ ຍົກເລີກ ໃນມື້ວັນທີ 9 ພາຍຫລັງ ທີ່ ທາງການ ຮົງກົງ ໄດ້ ປະກາດ ໂທດ ແລະ ກ່າວຫາ ພວກ ປະທ້ວງ ວ່າ ຂົ່ມຂູ່ ທີ່ ຈະຂຍາຍ ການປະທ້ວງ ອອກໄປ ຕື່ມອີກ.

ທ່ານ Alex Chow ເລຂາທິການ ສະຫະພັນ ນັກສຶກສາ ຮົງກົງ ຊຶ່ງ ເປັນຜູ້ ຈັດຕັ້ງ ການຄັດຄ້ານ ການ ເຂົ້າຮຽນ ຢູ່ ມະຫາວິທຍາລັຍ ແລະ ເປັນຜູ້ ນໍາພາ ການ ປະທ້ວງ ຢູ່ຕາມທ້ອງ ຖນົນ ນັ້ນ ເຊື່ອວ່າ ຈະມີ ປະຊາຊົນ ອອກມາ ປະທ້ວງ ຕາມ ທ້ອງຖນົນ ຫລາຍຂຶ້ນ ຢ່າງ ແນ່ນອນ.

ທ່ານ ກ່າວວ່າ ບັນດາ ນັກສຶກສາ ໄດ້ ພິຈາຣະນາ ຫາ ທາງເລືອກ ຕ່າງໆ ຮວມທັງ ຂຍາຍ ວົງກວ້າງ ຂອງ ການປະທ້ວງ, ຊຸກຍູ້ ໃຫ້ ກັມກອນ ຢຸດງານ ແລະ ຖ້າ ເປັນໄປໄດ້ ແມ່ນຍຶດ ໂຮງການ ຣັຖບາລ ໃນ ຮົງກົງ ເຖິງຈະມີ ການ ປະເຊີນໜ້າ ກັນ ຣະຫວ່າງ ພວກ ປະທ້ວງ ແລະ ກຸ່ມສນັບ ສນູນ ທາງການຈີນ ຊຶ່ງ ຂະບວນ ນັກສຶກສາ ເວົ້າວ່າ ທາງການຈີນ ກໍາລັງ ພຍາຍາມ ທີ່ ຈະທໍາລາຍ ການປະທ້ວງ ໂດຍການ ຍຸຍົງ ສົ່ງເສີມ ໃຫ້ເກີດ ຄວາມ ຮຸນແຮງ.

ພາຍຫລັງ ການ ເຈຣະຈາ ກັບ ຣັຖບາລ ຮົງກົງ ຖືກ ຍົກເລີກ ພວກ ຜູ້ນໍາພາ ການ ປະທ້ວງ ກໍໄດ້ ຮຽກຮ້ອງ ໃຫ້ ພວກ ນັກສຶກສາ ທໍາການ ປະທ້ວງ ແບບຍາວນານ ຕໍ່ໄປ. ການເດີນ ຂະບວນ ປະທ້ວງ ຂນາດໃຫຍ່ ນັ້ນ ດຶງດູດ ຝູງຊົນໄດ້ ປະມານ 15,000 ຄົນ ຊຶ່ງເປັນ ຈໍານວນ ຫລວງຫລາຍ ໃນຄືນ ຂອງວັນສຸກ ອັນເປັນ ຄໍ່າຄືນ ທີ່ ມີຄົນ ເຂົ້າຮ່ວມ ຫລາຍ ທີ່ສຸດ ແລະ ຜູ້ເຂົ້າຮ່ວມ ການ ປະທ້ວງ ບາງສ່ວນ ກໍຖື ອາຫານ ການກິນ, ຜ້າເຕັນ ເປັນທີ່ພັກ ແລະ ເຄື່ອງຢູ່ ຂອງນອນ ໄປນໍາ.

ເວົ້າເຖິງ ການ ປະທ້ວງ ຂອງ ເຫລົ່າ ນັກສຶກສາ ເພື່ອ ປະຊາທິປະຕັຍ ຮົງກົງ ທ່ານ ຖາວອນ ອໍານາດວົງ ຜູ້ຕາງໜ້າ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ປະຈໍາຣັຖ ເວິຈີເນັຍ ສະຫະຣັຖ ອະເມຣິກາ ກ່າວວ່າ: ...ສຽງ..

ແລະ ທ່ານ ອະຣິຍະພອນ ຈັນທະລາ ຈາກຣັຖ Connecticut ຊຶ່ງ ເປັນນຶ່ງ ໃນຄນະນໍາ ຂະບວນ ນັກສຶກສາ ລາວ ເພື່ອ ປະຊາທິປະຕັຍ 26 ຕຸລາ ທີ່ ໄດ້ນໍາພາ ການປະທ້ວງ ຢູ່ຕໍ່ໜ້າ ສໍານັກງານ ປະທານ ປະເທສ ຫລື ຕໍ່ໜ້າ ຫໍຄໍາ ທີ່ ນະຄອນ ຫລວງ ວຽງຈັນ ເມື່ອປີ 1999 ແຕ່ຖືກ ຕໍາຣວດ ທັງໃນ ເຄື່ອງແບບ ແລະ ນອກ ເຄື່ອງແບບ ປາບປາມ ກ່ອນນັ້ນ ກໍໄດ້ ກ່າວ ເຖິງ ອຸດົມການ ຂອງ ນັກສຶກສາ ຮົງກົງ ແລະ ນັກສຶກສາ ລາວ ວ່າ ແມ່ນ ຄ້າຍໆກັນ, ຊຸກຍູ້ໃຫ້ ຣັຖບາລ ມີການ ປ່ຽນແປງ ໄປສູ່ ປະຊາທິປະຕັຍ:..ສຽງ..

ເວົ້າເຖິງ ຣັຖທັມນູນ ສປປ ລາວ ມາດຕຣາ 36 ຮັບປະກັນ ເອົາໄວ້ວ່າ ພົລເມືອງ ລາວ ຜູ້ ມີອາຍຸ 21 ປີ ຂຶ້ນໄປ ມີສິດ ສມັກຮັບ ເລືອກຕັ້ງ ເວັ້ນເສັຍແຕ່ ຜູ້ ເປັນບ້າ, ເສັຍຈິດ ແລະ ຜູ້ທີ່ ຖືກສານ ຕັດສິນ ປົດສິດ ສມັກຮັບ ເລືອກຕັ້ງ. ແຕ່ໃນ ພາກ ປະຕິບັດຕົວ ຈິງແລ້ວ ຜູ້ທີ່ ສັນທັດ ກໍຣະນີ ໃນເຣຶ່ອງນີ້ ເວົ້າວ່າ ມັນບໍ່ເປັນ ໄປຄື ແນວນັ້ນ.

ຜູ້ທີ່ຈະ ຖືກລົງ ສມັກຮັບ ເລືອກຕັ້ງ ເປັນ ສະມາຊິກ ສະພາ ແຫ່ງຊາດ ໃນແຕ່ລະ ຊຸດ ໂດຍທົ່ວໄປ ແລ້ວ ແມ່ນ ບໍ່ຮູ້ຮອດວ່າ ຈະໄດ້ລົງ ສມັກ. ພາຍຫລັງຖືກ ຄນະພັກ ແລະ ອໍານາດ ການ ປົກຄອງ ຂແນງການ ຂອງຕົນ ເອີ້ນໄປ ທາບທາມ ແລະ ໃຫ້ ລົງສມັກ ແລ້ວຈຶ່ງ ຈະຮູ້ວ່າ ຕົນຖືກ ບົ່ງຕົວ ໃຫ້ລົງ ສມັກຮັບ ເລືອກຕັ້ງ, ຈະຖືກ ລົງສມັກ ໃນເຂດ ເລືອກຕັ້ງ ໃດ ກໍແມ່ນ ຜູ້ນໍາພັກ ເປັນຄົນ ບົ່ງໃຫ້, ຈະໄປ ໂຄສະນາ ຫາສຽງ ກໍຕ້ອງ ໂຄສະນາ ໄປຕາມ ການຊີ້ນໍາ ຂອງພັກ ຊຶ່ງ ສະພາ ແຫ່ງຊາດ ເປັນຜູ້ ຈັດແຈງ ແລະ ແຈກຢາຍ ເອກສານ ຄູ່ມືໃຫ້ ແລະ ໄປກໍໄປ ເປັນຈຸ ເປັນໜ່ວຍ.

ເຖິງແມ່ນ ກົດໝາຍ ວ່າດ້ວຍ ການເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ມາດຕຣາ 2 ບົ່ງ ໄວ້ວ່າ ການ ເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ແມ່ນ ຂະບວນການ ປະຕິບັດ ປະຊາ ທິປະຕັຍ ຂອງ ພົລເມືອງ ລາວ ໃນການ ເລືອກເອົາ ບຸກຄົນ ທີ່ ມີມາຕຖານ ຄົບຖ້ວນ ຊຶ່ງ ມາຕຖານ ທີ່ ທາງການລາວ ວ່ານັ້ນ ກໍານົດໄວ້ ຢູ່ ໃນ ມາດຕຣາ 12 ທີ່ວ່າ ຜູ້ສມັກຮັບ ເລືອກ ຕັ້ງ ເປັນ ສະມາຊິກ ສະພາ ແຫ່ງຊາດ ຕ້ອງມີ ມາຕຖານ 6 ຢ່າງ ຊຶ່ງ ໃນນັ້ນມີ ທັງວ່າ ມີຄວາມ ຈົງຮັກ ພັກດີ ຕໍ່ ແນວທາງ ປ່ຽນແປງ ໃໝ່ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ກໍາແໜ້ນ ແນວທາງ ແຜນ ນະໂຍບາຍ ຂອງພັກ, ຮູ້ປຸກ ຣະດົມ ຊວນເຊື່ອ ແລະ ອື່ນໆ ທີ່ ຮັບໃຊ້ ຜົລປໂຍດ ຂອງ ຜູ້ນໍາພັກ.

ການທີ່ ກົດໝາຍ ວ່າດ້ວຍ ສະພາ ແຫ່ງຊາດ ມາດຕຣາ 18 ເວົ້າວ່າ ສະມາຊິກ ສະພາ ແຫ່ງຊາດ ເປັນຕົວແທນ ແຫ່ງ ມານະຈິດ, ສິດ, ຜົລປໂຍດ ແລະ ຄວາມ ມຸ້ງມາດ ປາຖນາ ຂອງ ປະຊາຊົນ ບັນດາ ເຜົ່າ ຊຶ່ງແມ່ນ ພົລເມືອງ ລາວ ເປັນ ຜູ້ເລືອກ ແລະ ຢູ່ໃຕ້ ການ ກວດກາ ຂອງ ປະຊາຊົນ ນັ້ນ ເປັນພຽງ ການໂຄສະນາ ຊວນເຊື່ອ ຂອງ ຜູ້ກໍາ ອໍານາດ ໃນລາວ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.