ການຫາສຽງຄືການເຜີຍແຜ່ ແນວທາງ ພັກ-ຣັຖ
2016.03.01
ນະຄອນຫຼວງ ວຽງຈັນ ເປັນສູນກາງ ການເມືອງ, ເສຖກິດ-ການຄ້າ ແລະ ວັທນະທັມ, ເປັນໂສມໜ້າ ຂອງ ປະເທສ ແລະ ເປັນເຂດ ເລືອກຕັ້ງ ສໍາຄັນ ທີ່ສຸດ ຄືເປັນເຂດ 1 ຊຶ່ງ ການເລືອກຕັ້ງ ຊຸດ ທີ່ຜ່ານມາ ກໍເອົາບຸກຄົນ ສໍາຄັນ ຂອງພັກ ເປັນຜູ້ນໍາພາ ຄື ດຣ. ຄໍາເຜີຍ ປານມາລັຍທອງ ກັມການ ສູນກາງພັກ ປະຊາຊົນ ປະຕິວັດລາວ, ຫົວໜ້າ ສະຖາບັນ ວິທຍາສາດ ສັງຄົມ, ນັກ ທິສດີ ການເມືອງ ທີ່ ຫຼາຍຄົນ ຖືວ່າສູງສົ່ງ ຢູ່ ສປປລາວ ແລະ ໃນ ການເລືອກຕັ້ງ ຊຸດນີ້ ກໍເອົາ ດຣ. ໄຊສົມພອນ ພົມວິຫານ ກຳມະການ ກົມການເມືອງ ສູນກາງພັກ, ຮອງປະທານ ສະພາ ແຫ່ງຊາດ ເປັນ ຜູ້ນໍາພາ ຊຶ່ງມີຜູ້ສມັກ ຮັບເລືອກຕັ້ງ 24 ຄົນ.
ແລະ ເມື່ອວັນທີ 25 ກຸມພາ 2016 ຜູ້ສະໝັກ ຮັບເລືອກຕັ້ງ ເປັນ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ VIII ແລະ ສະມາຊິກ ສະພາ ປະຊາຊົນ ນະຄອນຫຼວງ ວຽງຈັນ ເຂດ 1 ກໍໄດ້ໄປຟັງ ການເຜີຍແຜ່ ມະຕິ ກອງປະຊຸມ ໃຫຍ່ ຄັ້ງທີ x ຂອງພັກ ແລະ ກອງປະຊຸມ ໃຫຍ່ ຄັ້ງທີ VI ຂອງ ອົງຄນະພັກ ນະຄອນຫຼວງ ຈາກ ເຈົ້າຄອງ ນະຄອນຫຼວງ ທີ່ເປັນ ກຳມະການ ກົມການເມືອງ ສູນກາງພັກ ຄືກັນກັບ ດຣ. ໄຊສົມພອນ ແລະ ຄນະ ເພື່ອໃຫ້ ຖືເອົາເປັນ ບ່ອນອີງ ໃນການ ໂຄສະນາ ຫາສຽງ ໄປພ້ອມໆກັບ ເອກກະສານ ໂຄສະນາ ທີ່ ທາງຄນະ ກຳມະການ ເລືອກຕັ້ງ ຣະດັບຊາດ ໃຫ້ມາ. ເຊີນທ່ານ ຮັບຟັງ ບົດຄວາມ ຕໍ່...