ສັມພາດອະດີດນັກໂທດ ການເມືອງ ທ່ານ ບຸນທັນ ທັມມະວົງສ໌

ເປັນເວລາ 4 ປີ ເຕັມ ທີ່ ທ່ານ ບຸນທັນ ທັມມະວົງສ໌ ອະດີດ ນັກໂທສ ການເມືອງລາວ ເຊື້ອຊາຕລາວ ສັນຊາຕໂປແລນ ໄດ້ຖືກກັກຂັງ ໃນຄຸກ ທີ່ ປະເທສລາວ.

ທ່ານ ບຸນທັນ ທັມມະວົງສ໌, ອະດີດນັກໂທສການເມືອງ ທີ່ປະເທສລາວ ໃນຣະຫວ່າງທີ່ທ່ານຖືກກັງຂັງ ໃນຄຸກນັກໂທສຕ່າງປະເທສ ບ້ານໂພນຕ້ອງ, ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ (ຖ່າຍພາບເມື່ອ: 4 ປີຜ່ານມາ) ຖ່າຍໂດຍ: ທ່ານ ບຸນທັນ ທັມມະວົງສ໌

ທ່ານຜູ້ຟັງ, ນັ້ນແມ່ນສຽງເພງບາງຕອນ ທີ່ ທ່ານ ບຸນທັນ ທັມມະວົງສ໌ ແລະ ໝູ່ເພື່ອນໄດ້ຮ່ວມກັນຮ້ອງ ເມື່ອຄາວທີ່ທ່ານ ແລະ ໝູ່ເພື່ອນ ນັກສຶກສາລາວ ພາກັນປະທ້ວງ ຢູ່ຕໍ່ໜ້າສະຖານທູຕລາວ ທີ່ປະເທສໂປແລນ ໃນວັນທີ 19 ກໍຣະກະດາ ປີ 1990.

ສ່ວນໃນມື້ນີ້, ພູວົງສ໌ ຈະໄດ້ນຳເອົາບົດສັມພາດ ພິເສດ ກັບ ທ່ານ ບຸນທັນ ທັມມະວົງສ໌, ອະດີດນັກໂທສການເມືອງລາວ ເຊື້ອຊາຕລາວ ສັນຊາຕໂປແລນ ທີ່ໄດ້ຖືກກັກຂັງໃນຄຸກ ທີ່ປະເທສລາວ ເປັນເວລາ 4 ປີເຕັມ ໃນຂໍ້ຫາໂຄສະນາຕ້ານ ສປປລາວ ຜ່ານສື່ສັງຄົມອອນລາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org