ອາຊຽນພົບບັນຫາສິດທິມະນຸສ
2014.03.13

ການ ເຈຣະຈາ ເພື່ອ ຈັດຕັ້ງ ປະຕິບັດ ສິດທິມະນຸສ ອາຊຽນ ຫລັງຈາກ ຕັ້ງມາໄດ້ ເກືອບ 5 ປີ ແລ້ວ ມາຮອດ ທຸກມື້ນີ້ ຍັງ ປະເຊີນ ກັບ ບັນຫາ ທ້າທາຍ ຫລາຍຢ່າງ ແລະ ບໍ່ສາມາດ ຕົກລົງ ຫຍັງໄດ້ ຫລາຍ ເພື່ອ ຈະນໍາໄປ ຈັດຕັ້ງ ປະຕິບັດ.
ໃນວັນທີ່ 8 ຫາ 9 ມີນາ ຜ່ານມານີ້ ກັມມາທິການ ສິດທິມະນຸດ ອາຊຽນ ຫລື AICHR ໄດ້ເປີດ ກອງປະຊຸມ ພິເສດ ຂື້ນ ຢູ່ທີ່ ສໍານັກງານ ເລຂາທິການ ອາຊຽນ ກຸງ ຈາກາຕ້າ ນັບ ຕັ້ງແຕ່ AICHR ໄດ້ ເປີດ ກອງປະຊຸມ ຄັ້ງທໍາອິດ ຂຶ້ນ ສໍາລັບ ປີ 2014 ຢູ່ທີ່ ນະຄອນ ຢ້າງກຸ້ງ ເມື່ອວັນທີ່ 8-11 ກຸມພາ ຜ່ານມາ. ໃນ ກອງປະຊຸມ ໂດຍ ການເປັນ ປະທານ ຂອງ ທ່ານ U Kyaw Tint Swe ຜູ້ຕາງໜ້າ ຣັຖບານ ພະມ້າ ແລະ ເປັນ ປະທານ ກັມມາທິການ ສິດທິມະນຸດ ອາຊຽນ.
ກອງປະຊຸມ ເທື່ອນີ້ ໄດ້ ສົນທະນາ ກ່ຽວກັບ ການ ປະກອບສ່ວນ ຂອງ ກັມມາທິການ ສິດທິມະນຸດ ອາຊຽນ ຕໍ່ຂັ້ນຕອນ ຂອງ ເອກສານ ທີ່ເວົ້າເຖິງ ຈຸດໝາຍ ປາຍທາງ ຂອງ ໂຄງການ, ການຕີ ຄວາມໝາຍ, ວິທີການ ຈັດຕັ້ງ ປະຕິບັດ ພາລະ ໜ້າທີ່ ແລະ ຄວາມ ຮັບຜິດຊອບ ສະເພາະ ຂອງ ປະເທດ ສະມາຊິກ ແລະ ສິດໜ້າທີ່ ພາຍໃນ AICHR ທີ່ມີ ຊື່ຫຍໍ້ວ່າ TOR (Term of Reference.) ພ້ອມກັນນັ້ນ ຍັງໄດ້ ສົນທະນາ ການ ກະຕຣຽມ ການປຶກສາ ຫາລື ກັບ ພາກສ່ວນ ກ່ຽວຂ້ອງ ທີ່ຈະ ເຊື້ອເຊີນ ມາຮ່ວມ ສົນທະນາ ປຶກສາ ຫາລືກັນ ໃນ ວາຣະ ປີ 2014. ການປຶກສາ ຫາລື ຄັ້ງທໍາອິດ ຄາດວ່າ ຈະມີຂຶ້ນ ຣະຫ່ວາງ ວັນທີ່ 28-29 ເມສາ ປີ 2014 ນີ້ ໃນນັ້ນ ຈະປຶກສາ ຫາລື ກັບພາກສ່ວນ ຕ່າງໆ ຂອງ ການຈັດຕັ້ງ ອາຊຽນ, ປຶກສາ ຫາລື ກັບ ບັນດາ ອົງການ ຈັດຕັ້ງ ທາງສັງຄົມ ແລະ ພາກສ່ວນ ກ່ຽວຂ້ອງ ຕ່າງໆ, ແຕ່ບໍ່ໄດ້ ແຈ້ງ ໂດຍຣະອຽດ ວ່າການ ຈັດຕັ້ງ ທາງສັງຄົມ ນັ້ນ ຮ່ວມທັງ ອົງການ ອິສຣະ ຫລື ອົງການ ທີ່ບໍ່ຂຶ້ນ ກັບ ຣັຖບານ ຫລືບໍ່.
ຣາຍງານວ່າ ຜ່ານມາ ກັມມາທິການ ສິດທິມະນຸດ ອາຊຽນ ຫລື AICHR ໄດ້ເຮັດ ຣາຍງານ ສົກປີ 2013 2014 ຊຶ່ງຈະສົ່ງ ໃຫ້ ຣັຖມົນ ຕຣີ ໃນ ກອງປະຊຸມ ປະຈໍາປີ ຣັຖມົນຕຣີ ຕ່າງ ປະເທດ ອາຊຽນ ກໍານົດຂຶ້ນ ໃນ ເດືອນ ກັນຍາ ທີ່ ຈະມາເຖິງ ນີ້.
ນັກວິເຄາະ ສິດທິມະນຸດ ຫລາຍໆ ອົງການ ເວົ້າວ່າ ກອງປະຊຸມ ນັດ ພິເສດ ໄດ້ຜ່ານໄປ ແລ້ວ ກໍ ປາກົດວ່າ ບໍ່ທັນ ສາມາດ ຕົກລົງ ກັນແນວໃດໄດ້ ມີແຕ່ວ່າ ຈະມີການ ປະຊຸມກັນ ຕໍ່ ຫລາຍຮອບ ອີກ ພາຍໃນ ວາຣະປີ 2014 ນີ້. ມາຮອດ ປັດຈຸບັນ ກໍຖືວ່າ ເກືອບ 5 ປີ ແລ້ວທີ່ ກັມມາທິການ ສິດທິມະນຸດ ອາຊຽນ aichr ຖືກ ຕັ້ງຂຶ້ນ, ມີແຕ່ ເວົ້າກັນໄປ ເວົ້າກັນມາ ໃນບົດບາດ ແລະ ພາລະ ໜ້າທີ່ຢູ່, ກັມມາທິການ ນີ້ຍັງບໍ່ ສາມາດ ນໍາໄປ ປະຕິບັດ ຫຍັງໄດ້ ຫລາຍ.
ບົດຄວາມ ຂອງ ຍານາງ Emerlynne Gil ປະຈໍາ ກັມມາທິການ ນັກກົດໝາຍ ສາກົນ ICJ ຢູ່ໃນ ໜັງສືພິມ Jakarta Post ລົງວັນທີ່ 5 ມີນາ ຜ່ານມາ ກ່ອນ ກອງປະຊຸມ ພິເສດ ມີຂຶ້ນ ພາດ ຫົວເຣື້ອງວ່າ ການ ເຈຣະຈາ ກ່ຽວກັບ ສິດທິມະນຸດ ຂອງ ອາຊຽນ ປະເຊີນ ກັບບັນຫາ ທ້າທາຍ ຫລາຍຢ່າງ. ບັນຫາ ທີ່ຮີບດ່ວນ ຫລື ດໍາເນີນ ວຽກງານ ກັບ ອົງການ ຈັດຕັ້ງ ທາງສັງຄົມ ຕ່າງໆ ໃນເອເຊັຽ ຕະເວັນອອກ ສ່ຽງໃຕ້ ແລະ ຕອບສນອງ ຂໍ້ຂ້ອງໃຈ ບັນຫາ ສິດທິມະນຸດ ແບບໃດ.
ການຈັດຕັ້ງ ທາງສັງຄົມ ອາຊຽນ ຕາງໜ້າ ພົລເມືອງ 500 ລ້ານ ກ່ວາຄົນ ຈາກ ພູມີພາກ ນີ້ ໄດ້ສະແດງ ຄວາມກະຕື ລືລົ້ນ ຢາກ ສວຍໃຊ້ ສັກກະຍະພາບ ຂອງ ກັມມາທິການ ສິດທິມະນຸດ ອາຊຽນ AICHR, ແຕ່ວ່າ ກັມມາທິການ ນີ້ ຖືກຕໍານິ ຕິຕຽນ ຢ່າງ ກວ້າງ ຂວາງ ວ່າ “ບໍ່ມີແຂ້ວ” ຫລື ຈະວ່າ ບໍ່ມີ ອໍານາດ ກໍວ່າໄດ້ ແລະ ທັງຂາດ ພາລະ ບົດບາດ ທີ່ແຈ່ມແຈ້ງ ນັບແຕ່ ຖືກຕັ້ງ ຂຶ້ນມາ ໃນປີ 2009. ຫລາຍ ອົງການ ສິດທິມະນຸດ ວ່າ ບັນຫາ ສິດທິມະນຸດ ຢູ່ພາຍໃນ ປະເທດ ສະມາຊິກ ຕ້ອງຖືເປັນ ບັນຫາ ບຸຣິມະສິດ ແລະ ຕ້ອງຍົກຂຶ້ນ ມາເວົ້າ ແລະ ເພື່ອ ແກ້ໄຂ.
ດຽວນີ້ ມີ ປະເທດ ສະມາຊິກ ຈໍານວນນຶ່ງ ໂດຍສະເພາະ ອິນໂດເນເຊັຽ ແລະ ຟີລລິປປິນ ໄດ້ສະແດງ ເຈດຈໍານົງ ຣະດັບໃດ ລະດັບນຶ່ງ ອອກມາແລ້ວ ເພື່ອ ຍົກບັນຫາ ນີ້ຂຶ້ນມາ ເວົ້າກັນ, ແຕ່ ໃນຂະນະ ດຽວກັນ ປະເທດ ອື່ນໆ ບໍ່ປາກົດ ຢາກອອກມາ ສະແດງໂຕ ເລີຽ. ຄັນຈະໄດ້ ຜົນປໂຍດ ຈຶ່ງ ຢາກອອກ ມາເວົ້າ, ຄັນຂັດກັບ ຜົນປໂຍດ ກໍມັກ ຈະເວົ້າວ່າ ບໍ່ສາມາດ ເຂົ້າໄປ ແຊກແຊງ ກິຈການ ພາຍໃນ ຂອງ ປະເທດ ສະມາຊິກ. ເປັນອັນວ່າ ກັມມາທິການ ສິດທິມະນຸດ ຂອງ ແຕ່ລະ ປະເທດ ບໍ່ມີຄວາມ ຈິງຈັງ ໃນການ ເຮັດໃຫ້ ສິດທິມະນຸດ ອາຊຽນ ກ້າວເດີນ ໄປໄກໄດ້.
ຍົກໂຕຢ່າງ ກ່ຽວກັບ ບົດບາດ ຂອງ ກັມມາທິການ ສິດທິມະນຸດ ອາຊຽນ ນີ້ ເອເຊັຽເສຣີ ໄດ້ມີ ໂອກາດ ສໍາພາດ ທ່ານ Phil Robertson ຮອງປະທານ ຜູ້ ອໍານວຍການ ອົງການ ສິ້ງຊອມ ສິດທິມະນຸດ Human Rights Watch ພູມີພາກ ເອເຊັຽ ໃນຄໍາຖາມ ວ່າ ອົງການ ຂອງ ພວກທ່ານ ໄດ້ຕິດຕໍ່ ໄປຍັງ ກັມມາທິການ ສິດທິມະນຸດ ອາຊຽນ ວ່າ ຄວນກົດດັນ ຣັຖບານ ລາວ ຊ່ວຍເຫລືອ ຕິດຕາມ ຊອກຫາ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ລາວ ທີ່ ຖືກບັງຄັບ ໃຫ້ ຫາຍສາບສູນ ເມື່ອເດືອນ ທັນວາ ປີ 2012 ນັ້ນ ແນວໃດບໍ່, ທ່ານກໍວ່າ ແມ່ນແລ້ວ ຄວນ ກົດດັນ:
"ເຮົາກໍເລີຍ ເອົາເຣື້ອງ ໄປໃຫ້ ຄະນະ ກັມມາທິການ ສິດທິມະນຸສ ອາຊຽນ ໃຫ້ຕິດຕາມ ນໍາດ້ວຍ, ລະກະ ເຈົ້າໜ້າທີ່ ຂອງລາວ commissioners ຂອງລາວ ແລະ ຄະນະ ກັມມາທິການ ເພິ່ນ ກໍ ປະຕິເສດ ແລະ ບໍ່ຍອມ ໃຫ້ ອາຊຽນ ເຂົ້າໄປ ຕິດຕາມ. ຄວາມຈິງແລ້ວ ມັນກໍເປັນ ການພິສູດ ຂອງອາຊຽນ ວ່າອາຊຽນ ພ້ອມທີ່ ຈະຕິດຕາມ ຫາ ກໍຣະນີ ຕ່າງໆ ໃນການ ຣະເມີດ ສິດທິມະນຸສ ທີ່ເກີດຂຶ້ນ ໃນປະເທດ ທີ່ເປັນ ພາຄີ ກັບອາຊຽນ ຫລືບໍ່? ຊຶ່ງໃນ ປະຈຸບັນ ກໍແມ່ນ ເຣື້ອງ ທ່ານ ສົມບັດ ສົມພອນ ເຮົາເວົ້າໄດ້ ເຕີມປາກ ເຕັມຄໍາ ເລີຍວ່າ ອາຊຽນ ລົ້ມເຫລວ ອາຊຽນ ບໍ່ໄດ້ເຣື້ອງ, ອາຊຽນ ປ່ອຍໃຫ້ ເຣື້ອງນັ້ນ ຜ່ານໄປ ໂດຍ ອ້າງວ່າ ໄປ ແຊກແຊງ ເຣື້ອງ ພາຍໃນ ຂອງ ສປປລາວ ບໍ່ໄດ້. ອາຊຽນ ເອງກໍມີ ຣັຖທັມນູນ ທີ່ຍົກເອົາ ເຣື້ອງ ສິດທິມະນຸສ ເປັນນຶ່ງ ໃນຫລັກ ຂອງ ອາຊຽນ ແຕ່ເມື່ອເຮົາ ເບິ່ງພາກ ປະຕິບັດ ຂອງ ອາຊຽນ ແລ້ວ ອາຊຽນ ກໍຄືເກົ່າ ອາຊຽນ ບໍ່ມີຫຍັງ ປ່ຽນແປງ".
ກໍຣະນີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນີ້ ທ່ານ Phil Robertson ໄດ້ສົ່ງ ຈົດໝາຍ ເຖິງ ກັມມາທິການ ອາຊຽນ ປະຈໍາລາວ. ໃນຈົດໝາຍ ລົງວັນທີ່ 20 ກຸມພາ ປີ 2013 ໄດ້ຮຽນ ເຖິງ ທ່ານ ບຸນເກີດ ສັງສົມສັກ ຮອງ ຣັຖມົນຕຣີ ຕ່າງປະເທດ ສປປ ລາວ ແຕ່ບໍ່ໄດ້ ຮັບຄໍາຕອບ ແນວໃດ ຊຶ່ງ ທ່ານເວົ້າວ່າ ຣັຖບານລາວ ບໍ່ພຽງແຕ່ ປະຕິເສດ ເທົ່ານັ້ນ ແຕ່ຍັງ ບໍ່ຮັບຟັງ ຄໍາຮຽກຮ້ອງ ຂອງ ປະຊາຊົນ. ທີ່ທ່ານ ໄດ້ຟັງໄປນີ້ ເປັນພຽງ ກໍຣະນີ ດຽວເທົ່ານັ້ນ.
ກັມມາທິການ ສິດທິມະນຸດ ອາຊຽນ AICHR ເປັນການ ຈັດຕັ້ງ ສິດທິມະນຸດ ພູມີພາກ ປະກອບດ້ວຍ ຜູ້ຕາງໜ້າ ຣັຖບານ ຈາກ ປະເທດ ສະມາຊິກ ອາຊຽນ. ຢູ່ໃນ ກອງປະຊຸມ ຄັ້ງຫລ້າສຸດ, ໝາຍເຖິງ ກອງ ປະຊຸມ ຄັ້ງທີ່ 14 ໃນວັນທີ່ 11 ກຸມພາ ປີ 2014 ຢູ່ນະຄອນ ຢ້າງກຸ້ງ ປະເທດ ພະມ້າ, ກັມມາທິການ ສິດທິມະນຸດ ອາຊຽນ AICHR ໄດ້ ສົນທະນາ ການຂຽນ ຮ່າງຊີ້ນໍາ ສິດທິມະນຸດ ກ່ຽວກັບ ຄວາມສັມພັນ ກັບ ການຈັດຕັ້ງ ທາງສັງຄົມ ໂດຍມີ ຈຸດປະສົງ ປັບປຸງ ວິທີການ ພົວພັນ ແລະ ເຮັດວຽກ ຮ່ວມກັນກັບ ອົງການ ຈັດຕັ້ງ ທາງສັງຄົມ. ແຕ່ວ່າ ມາຮອດ ເທົ່າ ທຸກວັນນີ້ ບໍ່ທັນ ກໍານົດ ເປົ້າໝາຍ ເວລາເທື່ອ ກ່ຽວກັບວ່າ ຮ່າງຊີ້ນໍາ ຫລື ບົດແນະນໍາ ນີ້ຈະສໍາເຣັດ ໃນມື້ໃດ.
ບົດຄວາມ ຂອງ Emerlynne Gil ຈາກ ກັມມາທິການ ນັກກົດໝາຍ ສາກົນ ICJ ເຂດ ເອເຊັຽວ່າ ກັມມາທິການ ສິດທິມະນຸດ ອາຊຽນ AICHR ບໍ່ສາມາດ ຕົກລົງ ກັນໄດ້ເຣື້ອງ ການ ຕັ້ງຂັ້ນຕອນ ວິທີການ ໃນການ ພົວພັນ ກັບອົງການ ຈັດຕັ້ງ ທາງສັງຄົມ. ອັນນີ້ເປັນ ສິ່ງທີ່ ຮັບບໍ່ໄດ້. ທີ່ຜ່ານມາ ກັມມາທິການ ບາງປະເທດ ໄປພົບປະ ພົວພັນ ກັບ ອົງການ ຈັດຕັ້ງ ທາງສັງຄົມ ໃນຖານະ ສ່ວນໂຕ ຢູ່ໃນ ປະເທດ ຂອງໃຜລາວ ເພາະວ່າ ກັມມາທິການ ປະເທດນັ້ນ ເຂົ້າໃຈເຖິງ ຄວາມສໍາຄັນ ໃນການ ພົວພັນ ແລະ ເຮັດວຽກ ຮ່ວມກັບ ອົງການ ຈັດຕັ້ງ ທາງສັງຄົມ ແລະ ຫລັກການ ຂອງການ ເຂົ້າຮ່ວມ ແບບມີຄວາມ ໂປ່ງໄສ, ແຕ່ ກັມມາທິການ ບາງປະເທດ ບໍ່ຄິດ ແບບນັ້ນ ແລະ ບໍ່ພົວພັນ ກັບການ ຈັດຕັ້ງທາງ ສັງຄົມເລີຽ.
ທ່ານວ່າ ກັມມາທິການ ສິດທິມະນຸດ ອາຊຽນ aichr ບໍ່ແມ່ນ ນັກຊ່ຽວຊານ ສິດທິມະນຸດ ອິສຣະ, ພວກເພິ່ນ ເປັນ ຜູ້ຕາງໜ້າ ຣັຖບານ ທີ່ຕ້ອງ ໃຫ້ຄໍາຕອບ ແທນ ອໍານາດ ການປົກຄອງ ຣັຖ. ວິທີພົວພັນ ກັບການ ຈັດຕັ້ງ ທາງສັງຄົມ ຂອງ aichr ສ່ວນຫລາຍ ແລ້ວ ເປັນຣະບົບ ອຸປຖັມ ຊຶ່ງ ມີຮາກເຫງົ້າ ຝັງເລິກ ຢູ່ໃນຫລາຍ ປະເທດ ເອເຊັຽ ມາຫລາຍປີ. ກຸ່ມການ ຈັດຕັ້ງທີ່ ກັມມາທິການ ສິດທິມະນຸດ ອາຊຽນ ໃຫ້ກຽດ ເຂົ້າຮ່ວມ ເຮັດວຽກ ສົນທະນາ ສ່ວນຫລາຍ ເປັນກຸ່ມ ທີ່ ບໍ່ຕໍານິ ຕິຕຽນ ກັມມາທິການ ທັງນັ້ນ. ອັນນີ້ ນາງວ່າ ມັນສ້າງຄວາມ ແຕກແຍກ ຢູ່ພາຍໃນ ຂະບວນ ການປົກປ້ອງ ສິດທິມະນຸດ ໃນ ພູມີພາກ ແລະ ໜ້າເສັຽດາຍ ທີ່ມັນ ກົງກັນຂ້າມ ກັບ ຖ້ອຍຖະແຫລງ ຂອງ ກັມມາທິການ ສິດທິມະນຸດ ອາຊຽນ ທີ່ ມີຈຸດປະສົງ ຢາກ ປະກອບສ່ວນ ເຂົ້າໃນ ການພັທນາ ພາຍຫລັງ ທີ່ ອາຊຽນ ຮວມໂຕກັນ ເປັນ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015 ແລ້ວ. ຄວາມລົ້ມເຫລວ ໃນການພົວພັນ ຢ່າງ ມີຄວາມໝາຍ ກັບການ ຈັດຕັ້ງ ທາງສັງຄົມ ມີຜົນ ສະທ້ອນໃສ່ ກັມມາທິການ ສິດທິມະນຸດ ອາຊຽນ ເອງ ໃນການ ແກ້ໄຂ ບັນຫາ
ສິດທິມະນຸດ ໃນ ພູມີພາກ ຮ່ວມທັງ ວິກິດການ ດ້ານ ສິດທິມະນຸດ ໃນ ບັນດາ ປະເທດ ສະມາຊິກ ດ້ວຍ.
ບົດຄວາມຂອງ Emmerlynne Gil ກ່າວ ຕໍ່ໄປວ່າ ໃນເດືອນ ມົກກະຣາ ປີ 2013 ກັມມາທິການ ນັກກົດໝາຍ ສາກົນ ໄດ້ອອກ ຖ້ອຍຖແລງ ຕໍ່ ສາທາຣະນະ ຊົນ ໂດຍ ຊີ້ໃຫ້ ກັມມາທິການ ສິດທິມະນຸດ ອາຊຽນ ເຫັນ ພາຍໃຕ້ ບົດບາດ ພາລະ ໜ້າທີ່ ຂອງຕົນ ເພື່ອ ສົນທະນາ ກັນ ກ່ຽວກັບ ການບັງຄັບ ໃຫ້ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ຈາກ ສປປ ລາວ ຕາມວັກ TOR 4.11 ໃນນັ້ນ ກັມມາທິການ ສິດທິມະນຸດ AICHR ຄວນ ພັທນາ ວິທີການ ແລະ ທ່າທີ ກ່ຽວກັບ ເຣື້ອງ ສິທິມະນຸດ ທີ່ ເປັນປໂຍດ ແກ່ອາຊຽນ. ໃນເວລາ ກອງປະຊຸມ ວຽກງານ Workshopທີ່ຈັດຂຶ້ນ ໂດຍຄະນະ ເຮັດວຽກ ສໍາລັບ ກົນໄກ ສິດທິມະນຸດ ອາຊຽນ ຢູ່ທີ່ ບາງກອກ ເດືອນ ມີຖຸນາ ປີ 2013 ກັມມາທິການ ນັກ ກົດໝາຍ ສາກົນ ໄດ້ ຍົກຂຶ້ນມາ ເວົ້າຕໍ່ ກັມມາທິການ ສິດທິມະນຸດ ອາຊຽນ AICHR ວ່າ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ແລະ ຄົນອື່ນໆ ຕ້ອງນໍາ ຂື້ນມາ ສົນທະນາ ກັນໃນຖານະ ເປັນບັນຫາ ຮີບດ່ວນ.
ພາຍໃຕ້ ກົດໝາຍ ສາກົນນັ້ນ ການບັງຄັບ ໃຫ້ ຫາຍສາບສູນ ເປັນ ການຣະເມີດ ສິດທິມະນຸດ ທີ່ຮ້າຍແຮງ ແລະ ເປັນ ອາຊຍາກັມ. ເອກອັຄຣາຊທູຕ ຈາກ ຟີລລິປປິນ ທ່ານ Rosario Manalo ຕອບວ່າ ກັມມາທິການ ສິດທິມະນຸດ ຈາກ ສປປ ລາວ ຄວນໃຫ້ ຄໍາຕອບ ແຕ່ ຄໍາທວງຖາມ ຂອງ ກັມມາທິການ ນັກກົດໝາຍ ສາກົນ ICJ, ແຕ່ວ່າ ຜູ້ຕາງໜ້າ ສິດທິມະນຸດ ຈາກ ສປປ ລາວ ໄດ້ຍົກເອົາ ຫລັກການ ບໍ່ ແຊກແຊງ ຂຶ້ນມາເປັນ ຂໍ້ອ້າງ ໂດຍເວົ້າວ່າ ສປປ ລາວ ຖືວ່າ ບັນຫານີ້ ເປັນການ ເຂົ້າໄປ ຫຍຸ້ງກ່ຽວ ໃນກິຈການ ພາຍໃນ ຂອງຕົນ.
ບົດຄວາມວ່າ ກັມມາທິການ ສິດທິມະນຸດ ອາຊຽນ AICHR ຕ້ອງຮັບຮອງ ເອົາບົດ ແນະນໍາ ຢ່າງ ເປັນທາງການ ສໍາລັບ ການພົວພັນ ກັບ ການຈັດຕັ້ງ ທາງສັງຄົມ ພົລເຮືອນ ທີ່ ອະນຸຍາດ ໃຫ້ມີການ ເປີດກວ້າງ ຄວາມໂປ່ງໄສ ແລະ ການພົວພັນ ແລະ ດໍາເນີນງານ ທີ່ ມີຄວາມໝາຍ. ທ່ານວ່າ ບົດແນະນໍາ ຢ່າງດຽວ ຍັງຈະບໍ່ ພຽງພໍ ໃນເມື່ອວ່າ ກັມມາທິການ ສິດທິມະນຸດ ຕາງໜ້າ ປະເທດ ສະມາຊິກ ອາຊຽນ ປະຕິເສດ ຂໍ້ ສະເໜີ ເພື່ອ ສົນທະນາ ບັນຫາ ສໍາຄັນ ກ່ຽວກັບ ສິດທິມະນຸດ ໂດຍຍົກເອົາ ຫລັກການ ບໍ່ແຊກແຊງ ຂຶ້ນມາເປັນ ຂໍ້ອ້າງ.
ທ່ານວ່າ ຕາບໃດທີ່ ປະເທດ ສະມາຊິກ ອາຊຽນ ບໍ່ມີການ ຕັດສີນໃຈ ໜັກແໜ່ນ ໃນການ ແກ້ໄຂ ບັນຫາ ສິດທິມະນຸດ ແລ້ວ ກັມມາທິການ ສິດທິມະນຸດ ອາຊຽນ AICHR ຈະຖືກ ຕໍານິ ຕິຕຽນ ວ່າ ຂາດຄວາມ ເຊື່ອຖື ແລະ ຄວາມສາມາດ ບໍ່ມີ ປະສິດທິພາບ ໃນການ ດໍາເນີນ ວຽກງານ ແລະ ແກ້ໄຂ ບັນຫາ ສິດທິມະນຸດ ໃນເອເຊັຽ ຕະເວັນອອກ ສ່ຽງໃຕ້ ຢ່າງຈິງຈັງ.