ກົດໝາຍໃໝ່ໃຜໄດ້ປໂຍດ

ຈໍາປາທອງ
2015.12.14
F-NA ພາຍໃນຂອງ ສະພາແຫ່ງຊາດ ສປປ ລາວ
Screen captured from LNTV News video

ສະມາຊິກ ສະພາ ແຫ່ງຊາດ ສ່ວນຫຼາຍ ເຫັນດີ ຮັບຮອງ ເອົາຮ່າງ ກົດໝາຍ ວ່າດ້ວຍ ສະພາ ແຫ່ງຊາດ ສະບັບ ປັບປຸງ ໃນ ວັນທີ 9 ທັນວາ 2015 ຄື ເປັນມື້ທີ 3 ຂອງການ ດຳເນີນ ກອງປະຊຸມ ສະໄໝ ສາມັນ ເທື່ອທີ 10 ຂອງ ສະພາ ແຫ່ງຊາດ ຊຸດທີ VII ພາຍຫຼັງ ທີ່ຖືກ ປະກາດໃຊ້ ມາແຕ່ ປີ 2010 ຊຶ່ງ ປະກອບດ້ວຍ 14 ໝວດ 76 ມາດຕຣາ. ກົດໝາຍ ສະບັບ ປັບປຸງ ນີ້ ປະກອບ ດ້ວຍ 9 ພາກ, 105 ມາດຕຣາ. ຕາມຣາຍງານ ຂອງ ວຽງຈັນໃໝ່ ວັນທີ 10 ທັນວາ 2015.

ຣາຍງານວ່າ ກອງປະຊຸມ ໃນພາກບ່າຍ ຂອງ ວັນດຽວກັນ ນັ້ນ ສະມາຊິກ ສະພາ ແຫ່ງຊາດ ໄດ້ສືບຕໍ່ ຮັບຟັງ ແລະ ປະກອບ ຄຳຄິດ ເຫັນ ໃສ່ ຮ່າງກົດໝາຍ ວ່າດ້ວຍ ສະພາ ປະຊາຊົນ ຂັ້ນແຂວງ ແລະ ຄາດວ່າ ຮ່າງ ກົດໝາຍ ສະບັບ ດັ່ງກ່າວ ຖືກ ພິຈາຣະນາ ລົງ ຄະແນນສຽງ ຮັບຮອງ ເອົາ ໃນວັນທີ 10 ທັນວາ 2015 ຊຶ່ງເປັນມື້ ທີ 4 ຂອງ ການດຳເນີນ ກອງປະຊຸມ ສະໄໝ ສາມັນ ເທື່ອທີ 10 ຂອງ ສະພາ ແຫ່ງຊາດ ຊຸດທີ VII. ຈຳປາທອງ ມີຣາຍງານ ມາ ສເນີທ່ານ ເຊີນ ຮັບຟັງໄດ້…

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.