ພັນທະມິດຈະປະທ້ວງ ຢູ່ ຝຣັງເສສ

ຈໍາປາທອງ
2017.06.12
f-alliance ອົງການ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ
alliance for democracy in Laos

ໃນໂອກາດກອງປະຊຸມໃຫຍ່ ປະຈຳປີ 2017 ຂອງຣັຖສະພາຢູໂຣບ ອົງການພັນທະມິດ ເພື່ອ ປະຊາທະປະໄຕ ໃນລາວ ທີ່ມີສູນກາງຢູ່ ປະເທສ ເຢັຍຣະມັນ ໂດຍມີ ດຣ.ບຸນທອນ ຈັນທະລາວົງ-ວີເຊີ ເປັນປະທານ ຈະຈັດການເດີນ ຂະບວນປະທ້ວງ ທາງການ ສປປລາວ ຢູ່ຕໍ່ໜ້າຣັຖສະພາຢູໂຣບ ທີ່ເມືອງ ສະຕຣາສບວກ ປະເທສຝຣັ່ງເສສ ໃນມື້ວັນທີ 12 ມິຖຸນາ 2017 ນີ້.

ການປະທ້ວງຄັ້ງນີ້ ມີຈຸດປະສົງຫຼາຍຢ່າງ ຊຶ່ງ ທ່ານ ໂສວັດ ທົງສະວັດ ຮອງປະທານ ອົງການພັນທະມິດ ເພື່ອປະຊາທະປະໄຕ ໃນລາວ ປະຈຳປະເທສຝຣັ່ງເສສ ຕາງໜ້າຄນະ ກັມການຈັດການ ເດີນຂະບວນປະທ້ວງ ໃຫ້ສຳພາດ ວິທຍຸເອເຊັຍເສຣີ ວ່າມີຢູ່ 8 ຂໍ້: ສຽງ…

ທ່ານ ໂສວັດ ທົງສວັດ ເວົ້າວ່າມີອົງການຈັດຕັ້ງເພື່ອສິດທິມະນຸດ ແລະປະຊາທິປະໄຕຂອງລາວ ແລະຊຸມຊົນຊາວລາວ ຢູ່ ຢູໂຣບ ເປັນຕົ້ນ ຜູ້ທີ່ຢູ່ ເມືອງ ສະຕຣາສບວກ ປະເທສສຝຣັ່ງເສສ ເຂົ້າຮ່ວມ ການເດີນຂະບວນ ປະທ້ວງທາງການ ສປປລາວ ຢູ່ຕໍ່ໜ້າ ຣັຖສະພາ ຢູໂຣບ ໃນມື້ວັນທີ 12 ມິຖຸນາ 2017 ຄັ້ງນີ້ອັນເປັນການສະແດງ ໃຫ້ຜູ້ນຳລາວ, ສະຫະພາບຢູໂຣບ ແລະຊາວໂລກ ຮູ້ເຖິງຄວາມມຸ້ງມາດປາຖນາ ອັນແຮງກ້າ ຂອງຊາວລາວ ຜູ້ຮັກຫອມ ຄວາມສັນຕິສຸກ ແລະ ຄວາມຍຸຕິທັມ ທີ່ ພຍາຍາມເຄື່ອນໄຫວ ຕໍ່ສູ້ຕ້ານ, ຄັດຄ້ານ ຣະບອບການ ປົກຄອງ ແບບຜະເດັດການ ເຄົ້າດຽວ ພັກດຽວ ຂອງທາງການ ສປປລາວ ທີ່ລະເມີດ ສິດເສຣີພາບ ແລະ ປະຊາທິປະໄຕ ຂອງ ປະຊາຊົນ ຢ່າງຮ້າຍແຮງ, ທວງໃຫ້ມີ ການປ່ຽນແປງ ໄປສູ່ ປະຊາທິປະໄຕ ມີຫຼາຍພັກການເມືອງ, ມີການເລືອກຕັ້ງແບບເສຣີ ແລະທວງໃຫ້ຍົກເລີກ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ຣະຫວ່າງ ສປປລາວ ແລະ ສສວຽດນາມ ປີ 1977 ເພື່ອຄວາມເປັນ ເອກກະຣາດ ອັນແທ້ຈິງ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.