ສຳພາດທ່ານ ອິນຊີທອງ

ຈຳປາທອງ
2018.05.14
f-inxithong ທ່ານ ອິນຊີທອງ ຄະນະນຳ ອົງການລາວເສຣີ Free Laos Campaign ທີ່ສະຫະຣັຖອາເມຣິກາ
RFA

ຣັຖບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ເລກທີ 1 ທີ່ທ່ານ ບຸນຍັງ ວໍລິຈິດ, ເລຂາທິການໃຫຍ່ ຄນະບໍຣິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ  ປະທານປະເທສ ສປປລາວ, ວາງອອກ ໃນມື້ວັນທີ 20 ມິນາ 2018 ນີ້ ກໍານົດເອົາໄວ້ ເຖິງຫລັກການ, ຣະບຽບການ ແລະ ມາຕການຕ່າງໆ ທີ່ເວົ້າວ່າ ຮັບປະກັນນະໂຍບາຍມະນຸສທັມ, ສຶກສາອົບຮົມນັກໂທດ ໃຫ້ເຫັນໄດ້ແນວທາງນະໂຍບາຍ ອັນຖືກຕ້ອງ ຂອງຣັຖ ສປປລາວ, ກໍ່ສ້າງຕົນເອງ ໃຫ້ກາຍເປັນພົລເມືອງດີ ຂອງຊາດ ເພື່ອເຮັດໃຫ້ສັງຄົມ ມີຄວາມສງົບ ແລະ ຄວາມເປັນຣະບຽບຮຽບຮ້ອຍ ແຕ່ບໍ່ສັງເກດເຫັນວ່າ ໃນຈຳນວນນັກໂທດ ທີ່ໄດ້ຮັບອະໄພຍະໂທດ ໃນແຕ່ລະປີນັ້ນ ບໍ່ມີນັກໂທດການເມືອງຮວມຢູ່ດ້ວຍ ຂະນະທີ່ ຫຼາຍຄົນເວົ້າວ່າ ການທີ່ທາງການ ສປປລາວ ເຮັດຣັຖບັນຍັດ ນັ້ນອອກມາ ອັນສໍາຄັນ ແມ່ນເປັນພຽງ ເຄື່ອງມືກົດດັນ ນັກໂທດການເມືອງ ແລະ ປາບປາມຈິດໃຈ ນັກຕໍ່ສູ້ເພື່ອເປັນທັມ ໃນສັງຄົມລາວ ເທົ່ານັ້ນ.

ກ່ຽວກັບເຣຶ່ອງນີ້ ທ່ານ ອິນຊີທອງ ຄະນະນໍາ ແລະ ທັງເປັນໂຄສົກ ອົງການລາວ ເສຣີ FREE LAOS CAMPAIGN ທີ່ສະຫະຣັຖ ອາເມຣິກາ ກ່າວຕໍ່ວິທຍຸເອ ເຊັຍເສຣີ ໃນມື້ວັນທີ 18 ເມສານີ້.

(ສຽງ​ສັມ​ພາດ)

ແຕ່ເຖິງ​ຢ່າ​ງໃດ ກໍຕາມ, ໃນແຕ່ລະປີ ປະທານປະເທສ ສປປລາວ ປະກາດຫລຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ໃນວັນສໍາຄັນ ຂອງ ສປປລາວ ເປັນຕົ້ນ ວັນຊາດ ທີ 2 ທັນວາ. ປີ 2015 ປະກາດອະໄພຍະໂທດ ດ້ວຍການຜ່ອນໂທດ ແລະ ປ່ອຍຕົວນັກໂທດ 1,029 ຄົນ, ໃນນັ້ນ ມີແມ່ຍິງ 232 ຄົນ; ປີ 2016, ປ່ອຍ 1,450 ຄົນ, ໃນນັ້ນ ມີແມ່ຍິງ  310 ຄົນ ແລະ ປີ 2017 ທີ່ຫາກໍຜ່ານມານີ້ 1,800 ຄົນ, ໃນນັ້ນ ມີແມ່ຍິງ 400 ຄົນ. ແຕ່ທັງໝົດນັ້ນ ບໍ່ປາກົດວ່າ ມີນັກໂທດການເມືອງ ຈັກຄົນ ຮວມຢູ່ດ້ວຍ.

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການ ແລະ ກົມກົດໝາຍກະຊວງຍຸຕິທັມ, ໄປຍັງ ຫ້ອງການ ແລະ ຜແນກນິຕິກໍາ ຂອງອົງການໄອຍະການ ປະຊາຊົນສູງສຸດ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 18 ເມສານີ້. ແຕ່ບໍ່ມີ ເຈົ້າໜ້າທີ່ຮັບສາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.