ມາຟັງນໍາກັນ 12/15/19
2019.12.15

ປັດຈຸບັນ, ແມ່ຍິງລາວ ຈຳນວນຫຼາຍ ຕົກເປັນເຫຍື່ອ ຂອງກຸ່ມຂະບວນການ ຄ້າມະນຸດຂ້າມຊາດ, ໂດຍຜ່ານການຕົວະຍົວະ ໃຫ້ໄປແຕ່ງດອງ ກັບຄົນຈີນ ຢູ່ປະເທດຈີນ. ຫຼາຍຄົນ ຫວັງວ່າ ເມື່ອໄດ້ສ້າງຄອບຄົວ ກັບສາມີຄົນຈີນແລ້ວ ຈະໄດ້ມີຊີວິດ ທີ່ດີຂຶ້ນ. ແຕ່ໃນທາງກົງກັນຂ້າມ, ພັດຕ້ອງໄດ້ພົບພໍ້ ກັບຄວາມທຸກທໍຣະມານ ຫຼາຍຮູບແບບ ເຊັ່ນວ່າ ຖືກຂາຍເຂົ້າ ຊ່ອງໂສເພນີ, ບັງຄັບໃຊ້ແຮງງານ ດັ່ງຂ້າທາດ, ບັງຄັບໃຫ້ຖືພາ ໃຫ້ຄົນຈີນ, ຖືກທຳຮ້າຍຮ່າງກາຍ ແລະ ອີກຫຼາຍຢ່າງ. ຫຼາຍຄົນທີ່ຕົກເປັນເຫຍື່ອ ໂຊກດີ ກໍໄດ້ຖືກຊ່ອຍເຫຼືອ ແລ້ວກັບມາບ້ານ ຢ່າງປອດພັຍ, ໃນຂນະທີ່ ຈຳນວນບໍ່ໜ້ອຍ ກໍຫາຍສາບສູນໄປເລີຍ ແລະ ບໍ່ຮູ້ຊະຕາກັມວ່າ ເປັນແນວໃດ ຈົນຮອດທຸກມື້ນີ້.
ແມ່ຍິງລາວ ນາງນຶ່ງ ທີ່ຕົກເປັນເຫຍື່ອ ຂອງພວກຂະບວນການ ຄ້າມະນຸດ ທີ່ຕວົະແມ່ຍິງລາວ ໄປແຕ່ງດອງ ກັບຄົນຈີນ ຢູ່ປະເທດຈີນ ໄດ້ໃຫ້ສັມພາດ ແກ່ວິທຍຸ ເອເຊັຽເສຣີ, ໂດຍແມ່ນທ່ານ ໄຊຍາ ໄດ້ສັມພາດ ເມື່ອບໍ່ດົນມານີ້.
ສຽງ1: “ເລົ່າເຫຕການໃນການຖືກຕົວະ ຕັ້ງແຕ່ຕົ້ນຈົນໄປຮອດຈີນ ຜ່ານຂະບວນການນາຍໜ້າ ຄ້າມະນຸດ.”
ສຽງ2: “ເລົ່າເຫຕການ ເວລາຢູ່ກັບຄົນຈີນ ວ່າທຸກທໍຣະມານ ແນວໃດ? ກິນຢູ່ ແນວໃດ? ຄົນຈີນ ປະພຶຕຕໍ່ແມ່ຍິງລາວແນວໃດ? ແລະ ເຮັດວຽກແນວໃດ?”
ນອກຈາກນີ້ແລ້ວ ຍັງມີກໍຣະນີ ແມ່ຍິງລາວ ຖືກຕວົະ ໄປຮັບຈ້າງຖືພາ ໃຫ້ຄົນຈີນ, ອັນເປັນນຶ່ງ ໃນຂະບວນການ ຄ້າມະນຸດ. ອັນນີ້ແມ່ນອີງຕາມທີ່ ນັກສຶກສາລາວ ຂັ້ນປຣິນຍາໂທ ທີ່ເມືອງເຫີໜານ ປະເທດຈີນ ນາງນຶ່ງ ເຊິ່ງນາງໄດ້ຮັບຣາຍງານ ຈາກຕຳຣວດຈີນ ແລະ ໄດ້ກ່າວຕໍ່ ຜູ້ສື່ຂ່າວວິທຍຸ ເອເຊັຽເສຣີ ພວກເຮົາ ໃນມື້ວັນທີ 14 ພຶສຈິກາ ຜ່ານມານີ້.
ສຽງ3: “ເຂົາຣາຍງານ ມາບອກວ່າ ເດັກນ້ອຍ 2 ຄົນນີ້ ຖືກຕົວະ ໃຫ້ໄປເຮັດວຽກ, ແຕ່ວ່າ ໄປຮອດແລ້ວວ່າ ໃຫ້ຮັບຈ້າງຖືພາ, ອຸ້ມທ້ອງ ຊີ້ນ່າ. ຢູ່ເມືອງເຫີໜານ ຢູ່ຈີນພຸ້ນນາ. ແລ້ວໜີອອກມາແລ້ວ ຢູ່ໃນການດູແລຂອງເຈົ້າໜ້າທີ່ຕຳຣວດແລ້ວ”
ໃນກໍຣະນີ້, ມີແມ່ຍິງລາວ 2 ຄົນ, ຜູ້ນຶ່ງ ອາຍຸ 17 ປີ ຈາກບ້ານທົ່ງ, ເມືອງປາກຊັນ ແຂວງບໍຣິຄໍາໄຊ ແລະ ອີກຜູ້ນຶ່ງ ອາຍຸ 22 ປີ ຈາກບ້ານທົ່ງຫົວເມືອງເໜືອ, ນະຄອນ ໄກສອນພົມວິຫານ ແຂວງສວັນນະເຂດ ທີ່ໄດ້ຖືກ ຕົວະຍົວະໄປ. ແຕ່ກໍຍັງໂຊກດີ ທີ່ພວກນາງ ໄດ້ໄປພໍ້ເຈົ້າໜ້າທີ່ຕຳຣວດຈີນ ແລະ ໄດ້ຮັບການຊ່ອຍເຫຼືອ ເພື່ອໃຫ້ໄດ້ ກັບຄືນບ້ານເກີດ.
ເຈົ້າໜ້າທີ່ທ່ານນຶ່ງ ທີ່ຄຸ້ນເຄີຍກັບ ວຽກງານຕໍ່ຕ້ານ ແລະ ສະກັດກັ້ນ ການຄ້າມະນຸດ ແລະ ຊ່ອຍເຫຼືອແມ່ຍິງລາວ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວພວກເຮົາ, ໂດຍແມ່ນທ່ານ ໄຊຍາ ສັມພາດ, ເຊິ່ງເພິ່ນກໍໄດ້ ເລົ່າວ່າ ມີນາຍໜ້າ ມາເຄື່ອນໄຫວຕວົະຍວົະ ແມ່ຍິງລາວ ຈຳນວນຫຼາຍ ໄປແຕ່ງດອງ ກັບຄົນຈີນ.
ສຽງ4: “ເລົ່າເຖິງວິທີ ຂອງກຸ່ມນາຍໜ້າ ທີ່ມາຕົວະຍົວະແມ່ຍິງລາວ ໄປແຕ່ງດອງກັບຄົນຈີນ.”