ສົນທິສັນຍາມິຕພາບ ລາວ,ວຽດນາມ 1977

ຈໍາປາທອງ
2018.07.19
F-lao-viet ສປປ ລາວ ສສ ວຽດນາມ ມີຄວາມສັມພັນ ແບບພິເສດ
Screen captured : public domain

ສົນທິສັນຍາມິດຕະພາບ ແລະການຮ່ວມມືຣະຫວ່າງ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາຣະນະຣັຖ ສັງຄົມນິຍົມ ວຽດນາມ ທີ່ໄດ້ລົງນາມກັນ ຣະຫວ່າງ ນາຍົກຣັຖມົນຕຣີຂອງ 2 ປະເທສ ທ່ານ ໄກສອນ ພົມວິຫານ ແລະ ທ່ານ ຟາມ ວັນ ດົງ ທີ່ ນະຄອນຫລວງວຽງຈັນ ໃນມື້ວັນທີ 18 ກໍຣະກະດາ 1977. ມາເຖິງປີ 2018 ນີ້ກໍເປັນປີທີ 41 ແລ້ວທີ່ທາງການ ສປປ ລາວ ສລອງມາ. ແຕ່ໃນປີນີ້ສລອງແບບທັມດາ. ດັ່ງເຈົ້າໜ້າທີ່ພາກເໜືອຂອງລາວ ກ່າວໃນມື້ວັນທີ 18 ກໍຣະກະດາ ນີ້ວ່າ:

ສົນທິສັນຍາຂອງ 2 ປະເທສ ທີ່ມີການປົກຄອງແບບຜະເດັດການ ພັກດຽວຜູກຂາດອຳນາດ ບົ່ງໄວ້ວ່າ ສາຍພົວພັນແບບພິເສດຣະຫວ່າງ ລາວແລະວຽດນາມ, ຄວາມສາມັກຄີແບບສູ້ຣົບ ແລະມິດຕະພາບ ອັນບໍ່ມີສິ່ງໃດ ສັ່ນສະເທືອນໄດ້ ຣະຫວ່າງ ປະຊາຊົນລາວ ແລະ ປະຊາຊົນວຽດນາມ; ຈົງຮັກພັກດີ ຕໍ່ຣັດທິ ມາກ-ເລນິນ, ສືບຕໍ່ເຊີດຊູຄັນທຸງຊາດ ແລະສັງຄົມນິຍົມ, ສົມທົບ ຣະຫວ່າງຣັດທິຮັກຊາດ ອັນແທ້ຈິງ ແລະ ຣັດທິສາກົນກັມຊີບ ອັນດູດດື່ມ ແລະທັງວ່າບົນຈິດໃຈ ຂອງຖແລງການຮ່ວມ ລາວ-ວຽດນາມ ວັນທີ 11 ກຸມພາ 1976 ເພື່ອເພີ້ມທະວີຄວາມສາມັກຄີ, ການຮ່ວມມືກັນຍາວນານ ແລະການຊ່ວຍເຫລືອຊຶ່ງກັນແລະກັນ ໃນພາຣະກິດສ້າງສາ ແລະປົກປັກຮັກສາ ປະເທສຊາດ ເພື່ອຄວາມເປັນເອກກະຣາດ ແລະວັທນາຖາວອນ ຂອງແຕ່ລະປະເທສ, ປະກອບສ່ວນເຂົ້າໃນການ ປົກປັກຮັກສາ ແລະ ປັບປຸງສັນຕິພາບ ຢູ່ໃນເອເຊັຍຕາເວັນອອກສ່ຽງໃຕ້ ແລະໃນໂລກ.

ແຕ່ໃນຄວາມເປັນຈິງແລ້ວ ຊາວລາວຢູ່ນອກປະເທສ ກ່າວວ່າສົນທິສັນຍາທີ່ ວ່ານີ້ ບໍ່ມີຜົນດີຫຍັງໃຫ້ແກ່ປະເທສຊາດ ແລະປະຊາຊົນລາວ ດັ່ງທີ່ທ່ານ ສົມດີ ຣາສີ ປະທານຂະບວນການລາວ ເປັນລາວຍຸກໃໝ່ ທີ່ສະຫະຣັຖອາເມຣິກາກ່າວ ວ່າ:

ມາດຕຣາ 1 ຂອງສົນທິສັນຍາ ສະບັບນີ້ ບົ່ງໄວ້ວ່າ ການຮ່ວມມືກັນຢ່າງຍາວນານ ແລະການຊ່ວຍເຫລືອຊຶ່ງກັນ ແລະກັນໃນທຸກດ້ານ ບົນຈິດໃຈຣັດທິສາກົນກັມຊີບ ແລະຕາມຫຼັກການສເມີພາບ, ເຄົາຣົບເອກກະຣາດ, ອະທິປະໄຕ ແລະຜືນແຜນດິນ ອັນຄົບຖ້ວນຂອງກັນ; ເຄົາຣົບຜົລປໂຍດອັນຊອບທັມຂອງກັນ, ບໍ່ແຊກແຊງເຂົ້າກິຈການພາຍໃນຂອງກັນ…

ຊາວລາວຢູ່ພາກເໜືອຂອງປະເທສເວົ້າວ່າ ໃນພາກປະຕິບັດຕົວຈິງ ສົນທິສັນຍານີ້ ວຽດນາມມີຜົລປໂຍດຫຼາຍກວ່າລາວ, ປະຊາຊົນວຽດນາມ ມີສິດພິເສດຢູ່ລາວ ດັ່ງທີ່ທ່ານກ່າວວ່າ:

ແລະ ທ່ານ ອູດົງ ໄຊຊະນະ ເຈົ້າໜ້າທີ່ທາງການ ຣັຖວໍຊິງຕັນ ສະຫະຣັຖອາເມຣິກາ ກໍກ່າວວ່າ ສົນທິສັນຍາທີ່ວ່ານີ້ ລາວບໍ່ມີຄວາມ ສເມີພາບ ກັບວຽດນາມ ດັ່ງທີ່ທ່ານກ່າວວ່າ:

ແຕ່ເຖິງຢ່າງໃດກໍຕາມ ສົນທິສັນຍານັ້ນ ຍັງບົ່ງໄວ້ວ່າ ທັງສອງຝ່າຍໃຫ້ຄຳໝັ້ນສັນຍາວ່າ ຈະສນັບສນູນ ແລະຊ່ວຍເຫລືອຊຶ່ງກັນແລະກັນ ຢ່າງສຸດອົກສຸດໃຈ, ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເພີ້ມຄວາມສາມາດ ໃນການປ້ອງກັນປະເທສ… ຕ້ານທຸກເລ້ຫລ່ຽມກົນອຸບາຍ ແລະ ການກະທຳອັນເປັນການທຳຣາຍ ຂອງຈັກກະພັດ ແລະກຳລັງປະຕິການ ນອກປະເທສ ດັ່ງທີ່ໄດ້ກຳນົດໄວ້ຢູ່ໃນມາດຕຣາ 2 ຊຶ່ງໃນຣະຍະນັ້ນ ຜູ້ນຳພັກຄອມມິວນິສວຽດນາມ ແລະ ພັກປະຊາຊົນ ປະຕະວັດລາວ ຕີຣາຄາຈີນວ່າ ເປັນປະຕິການສາກົນ ທີ່ມີຍຸທສາດຂຍາຍອານາເຂດ ໄປທົ່ວເອເຊັຍຕາເວັນອອກສ່ຽງໃຕ້.

ເວົ້າເຖິງບັນຫາຊາຍແດນຣະຫວ່າງ 2 ປະເທສ ລາວແລະວຽດນາມ ສົນທິສັນຍາບົ່ງໄວ້ໃນມາດຕຣາ 4 ວ່າ 2 ຝ່າຍຢືນຢັນເຖິງຄວາມ ຕັດສິນໃຈ ເຮັດໃຫ້ຊາຍແດນລາວ-ວຽດນາມ ເປັນຊາຍແດນມິຕພາບ ຖານອ້າຍນ້ອງອັນຍາວນານ ແຕ່ ພັນເອກ ຂາວ ອິນສີຊຽງໃໝ່ ອາດີດຜູ້ບັນຊາການໜ່ວຍຣົບ ພິເສດ ໝາຍເລກ 33 ທີ່ຣັຖ ມິນນິໂຊຕາ ສະຫະຣັຖອາເມຣິກາ ກ່າວເຖິງການມອບດິນ ຕາມຊາຍແດນ ຂອງລາວ ໃຫ້ວຽດນາມ ນັ້ນວ່າ:

ແຕ່ເຖິງຢ່າງໃດກໍຕາມ ເວົ້າເຖິງນະໂຍບາຍການຕ່າງປະເທສຂອງ ສປປລາວ ມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກປະຊາຊົນ ປະຕິວັດລາວ ກຳນົດເອົາໄວ້ວ່າ ຈະເພີ້ມທະວີການເສີມຂຍາຍ ສາຍພົວພັນມິຕພາບ ຄວາມສາມັກຄີ ແລະການຮ່ວມມື ກັບບັນດາປະເທດ ເພື່ອນມິດຍຸທສາດ. ໃນນັ້ນຈະສືບຕໍ່ປົກປັກຮັກສາ ແລະ ເສີມຂຍາຍສາຍພົວພັນມິຕພາບ ອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ກັບ ສສ ວຽດນາມ ໃຫ້ເຂົ້າສູ່ລວງເລິກ, ຂນະທີ່ກ່ອນໜ້ານັ້ນຄື ມະຕິ 9 ກໍບົ່ງໄວ້ວ່າ ພັກແລະຣັຖສປປລາວ ໄດ້ຍຶດໝັ້ນຢ່າງສເມີຕົ້ນ ສເມີປາຍ ສາຍພົວພັນມິຕພາບ ອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ກັບ ສສວຽດນາມ.

ອັນພົ້ນເດັ່ນແມ່ນໄດ້ສຳເຣັດ ໂຄງການຮຽບຮຽງປວັດສາດ ການຮ່ວມສັມພັນສູ້ຣົບ ແລະຄວາມສາມັກຄີພິເສດ ໃນຫລາຍສິບປີ ທີ່ຜ່ານມາ ເພື່ອເປັນເອກສານ ສຳລັບ ການຮຽນຮູ້ແລະສຶກສາ ອົບຮົມປະຊາຊົນ 2 ຊາດ ໂດຍສະເພາະ ຄົນລຸ້ນໜຸ່ມ ໃຫ້ປົກປັກຮັກສາ ແລະເສີມຂຍາຍມູນເຊື້ອ ອັນດີງາມນັ້ນຕໍ່ໆໄປ.

ແຕ່ຫລາຍຄົນເວົ້າວ່າ ນະໂຍບາຍການຕ່າງປະເທສຂອງຜູ້ນໍາພັກປະຊາຊົນປະຕິວັດລາວ ເປັນພຽງນະໂຍບາຍ ທີ່ເວົ້າຕາມທິສດີ, ແຕ່ພາກປະຕິບັດ ແມ່ນບໍ່ ເປັນຄືດັ່ງວ່າ. ເວົ້າສະເພາະ ກັບ ສສວຽດນາມ ແມ່ນເຮັດໃຫ້ປະເທສລາວ ກາຍເປັນເມືອງຂຶ້ນ ແບບໃໝ່ ຖືກນາບຂູ່ທາງທະຫານ ຊຶ່ງວຽດນາມ ທວງເອົາສິດພິ ເສດທຸກຢ່າງຢູ່ ສປປລາວ ທັງໃນດ້ານການດໍາເນີນທຸຣະກິດ ແລະການທໍາມາຫາກິນ ແລະການເປັນຢູ່ຂອງຄົນວຽດນາມ ຢູ່ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.