ທ່ານທູດສະຫະຣັດປະຈໍາ ລາວ ຮຽກຮ້ອງ
ເອກ ອັຄຣັຖທູດ ສະຫະຣັຖ ອະເມຣິກາ ປະຈໍາ ລາວ ທ່ານ ເດນຽນ ເອ ຄລູນ ຢາກໃຫ້ ຊາວລາວ ອະເມຣິກັນ ມີການ ພົວພັນ ກັບ ປະເທດ ລາວ ຫຼາຍຂຶ້ນ.
-
ສົມເນ
2015-11-02 -
-
-
Your browser doesn’t support HTML5 audio
ເອກ ອັຄຣັຖທູດ ສະຫະຣັຖ ອະເມຣິກາ ປະຈໍາ ລາວ ທ່ານ ເດນຽນ ເອ ຄລູນ ຢາກໃຫ້ ຊາວລາວ ອະເມຣິກັນ ມີການ ພົວພັນ ກັບ ປະເທດ ລາວ ຫຼາຍຂຶ້ນ.
ໃນ ວັນເສົາ ວັນທີ 31 ຕຸລາ ນີ້ ໄດ້ໄປ ຢ້ຽມຢາມ ຊາວລາວ ອະເມຣິກັນ ຢູ່ ເມືອງ Sacramento ຣັຖ California ພ້ອມໄດ້ຮ່ວມ ສົນທະນາ ກັບ ຊຸມຊົນ ລາວລຸ່ມ ມົ້ງ ແລະ ມ້ຽນ ປະມານ 250 ຄົນ. ຈຸດປະສົງ ຂອງ ການ ພົບປະ ຊາວລາວ-ອະເມຣິກັນ ເທື່ອນີ້ ອັນນຶ່ງ ແມ່ນ ເວົ້າເຖິງ ນະໂຍບາຍ ການ ຕ່າງ ປະເທດ ສະຫະຣັຖ ຕໍ່ລາວ ເຊັ່ນວ່າ ການຊອກຫາ ຊາກສົບ ທະຫານ ອະເມຣິກັນ ທີ່ ຫາຍສາບສູນ ປາງ ສົງຄາມ ຢູ່ລາວ, ການ ໃຫ້ທຶນ ເກັບ ກູ້ ຣະເບີດ ບໍ່ທັນແຕກ ທີ່ ຕົກຄ້າງ ຢູ່ໃນ ຫຼາຍແຂວງ ຂອງ ລາວ ແລະ ນະໂຍບາຍ ຂອງ ສະຫະຣັຖ ຕໍ່ລາວ ໃນ ຂັ້ນຕໍ່ໄປ.
ໃນນັ້ນ ທ່ານ ຄລູນ ໄດ້ ຮຽກຮ້ອງ ໃຫ້ ຊາວ ລາວ-ອະເມຣິກັນ ມີການ ພົວພັນ ເລິກເຊິ່ງ ຂຶ້ນ ກວ່າເກົ່າ ທຸກ ຮູບແບບ ໂດຍຜ່ານ ສະຖານທູດ ອະເມຣິກາ ຢູ່ ປະເທດ ລາວ, ຕາມ ການເປີດເຜີຍ ຂອງ ທ່ານ ເສລີ ເທບພາພອນ ຜູ້ທີ່ເຂົ້າ ຮ່ວມ ປະຊຸມ.
"ທີສາມມາ ເພິ່ນວ່າ ນະໂຍບາຍ ຂອງ ອະເມຣິກັນ ນີ້ ຄ້າຍໆວ່າ ໃຫ້ມີ ຄວາມສັມພັນ ເລິກເຊິ່ງ ເຂົ້າກັບ ປະເທດລາວ ຫັ້ນ ຫຼາຍຂຶ້ນ ກວ່າເກົ່າ ຈຸດໜັກ ທີ່ ຂ້າພະເຈົ້າ ມັກ ກໍຄືວ່າ ເພິ່ນ ເວົ້າວ່າ ນະໂຍບາຍ ຂອງ ອະເມຣິກາ ນີ້ ຢາກ ຊ່ວຍ ໃຫ້ ປະເທດ ລາວ ແມ່ນໃຫ້ ເປັນຕົວ ຂອງຕົວເອງ ຫຼາຍຂຶ້ນ ເປັນ ເອກກະຣາຊ ບໍ່ຢາກໃຫ້ ໄປ ເພິ່ງພາ ອາໄສ ຫລືວ່າ ອີງກັບ ປະເທດໃດ ປະເທດນຶ່ງ ຫຼາຍ ຈົນເກີນໄປ".
ທ່ານ ເສລີ ໄດ້ເລົ່າ ຕາມຄໍາເວົ້າ ຂອງ ທ່ານ ເອກ ອັຄຣັຖທູດ ຄລູນ ທີ່ ເວົ້າວ່າ ການ ພັທນາ ໃນລາວ ມີການ ຂຍາຍຕົວ ຫຼາຍ ໃນ ຣະຍະ 40 ປີ ມານີ້ ແຕ່ ຂຍາຍຕົວ ໃນເມືອງ ຫຼາຍກວ່າ ໃນເຂດ ຊົນນະບົດ ຊຶ່ງ ປະຊາຊົນ ຍັງ ທຸກຍາກ ຫຼາຍຢູ່. ທ່ານ ຈຶ່ງ ຢາກໃຫ້ ຊາວລາວ-ອະເມຣິກັນ ເຂົ້າໃຈ ໃນ ບັນຫານີ້ ແລະ ຢາກໃຫ້ ມີ ສ່ວນຮ່ວມ ນໍາ ກິຈກັມ ຕາມຄວາມ ສາມາດ ຂອງ ໃຜລາວ. ໃນ ຕອນນຶ່ງ ອີກ ທ່ານ ສາລີ ເລົ່າຕາມ ຄວາມເວົ້າ ຂອງ ທ່ານ ທູດ ອີກວ່າ:
"ອັນ ເພິ່ນເວົ້າ ຈັ່ງຊີ້ ໝາຍຄວາມ ວ່າ ຄວາມຜູກພັນ ຫລືວ່າ ສາຍ ພົວພັນ ຣະຫ່ວາງ ລາວ ກັບ ອະເມຣິກາ ນີ້ແມ່ນວ່າ all time high ໝາຍຄວາມ ວ່າ ໃນ ຣະຍະ ເວລາ 40 ປີ ຜ່ານ ມານີ້ ເວລາ ນີ້ ເປັນເວລາ ດີ ທີ່ສຸດ ສົມທຽບ ໃສ່ 40 ປີ ຜ່ານມາ ແລ້ວເພິ່ນ ກໍເວົ້າວ່າ ເດືອນ ເສັດທັມເບີ້ ປີ ໜ້ານີ້ ປີ 2016 ນີ້ ໂອບາມາ ຊິ ໄປຮ່ວມ ປະຊຸມ ຜູ້ນໍາ ອາຊຽນ ຢູ່ ລາວ ຫັ້ນ ກ່າຊິເປັນ ປະທານາທິບໍດີ ສະຫະຣັຖ ຄົນທໍາອິດ ທີ່ ໄປຢ້ຽມຢາມ ລາວ ຈັ່ງຊັ້ນ ເພິ່ນ ເວົ້າ ຈັ່ງຊັ້ນ".
ໃນເວລາ ການ ພົບປະກັນ ເປັນ ເວລາ ປະມານ 2 ຊົ່ວໂມງ ນັ້ນ ທ່ານ ສາລີ ວ່າ ຫຼາຍຄົນ ມີຄວາມ ສົນໃຈ ແລະ ມີ ປະມານ 40 ຄົນ ຕັ້ງ ຄໍາຖາມ ທ່ານ ທູດ ໃນ ບັນຫາ ຕ່າງໆ. ນຶ່ງ ໃນ ຄໍາຖາມ ແມ່ນ ເຣື້ອງ ຄວາມ ປອດພັຍ. ທ່ານ ສາລີວ່າ ບັນຫາ ນີ້ ທ່ານ ທູດ ບອກວ່າ ປະເທດ ລາວ ມີ ຄວາມສງົບ ເພິ່ນ ຈະໄປໃສ ເພິ່ນກ່າ ບໍ່ຢ້ານກົວ ໄປຜູ້ດຽວ ກ່າໄດ້ ໂດຍ ທີ່ ທ່ານ ບໍ່ເຄີຍມີ ຜູ້ ປ້ອງກັນ ປະຈໍາຕົວ ຈັກເທື່ອ.