ປະ​ນາມ ການ​ຈັບຊາວບ້ານ​ຢຶບ, 1 ຄົນ ເສັຽ​ຊີ​ວິດ: ຖ​ແລງ​ການ

ຈຳປາທອງ
2018.02.21
f-dr bounthone ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານ ພັນທະມິດ ເພື່ອປະຊາທິປະໄຕ ໃນລາວ
Bounthone

ພັນທະມິດ ເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງ ຕັ້ງຢູ່ ປະເທສເຢັຽຣະມັນ ອອກຖແລງການ ເມື່ອວັນທີ 16 ກຸມພາ 2018 ປະນາມ ທາງການ ສປປລາວ ທີ່ໄດ້ຈັບ ຊາວບ້ານຢຶບ 14 ຄົນ ເຂົ້າຄຸກຄຸມຂັງ ເມື່ອປີ 2017 ແລະ ທໍຣະມານ ຈົນເຮັດໃຫ້ ຄົນນຶ່ງ ເສັຽຊີວິດ ຍ້ອນພວກ ເຂົາເຈົ້າ ຮຽກຮ້ອງ ຂໍຄວາມເປັນທັມ ໃນເຣຶ່ອງທີ່ດິນ, ຊຶ່ງຖືກບໍຣິສັດຢາງພາຣາ ວຽດນາມ ຍຶດເອົາ ເມື່ອປີ 2006. ຜູ້ທີ່ເສັຽຊີວິດ ຢູ່ໃນຄຸກ ເມື່ອວັນທີ 29 ມົກກະຣາ 2018 ນັ້ນ ຊື່ວ່າ ທ້າວ ສົມສະຫວັນ.

ກ່ຽວກັບ ຖແລງການ ຂອງພັນທະທິດ ທີ່ວ່ານັ້ນ ວິທຍຸ ເອເຊັຽ ເສຣີ ໄດ້ສຳພາດ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ໃນມື້ວັນທີ 21 ກຸມພາ ນີ້ ແລະ ໄດ້ຖາມເຖິງ ເປົ້າໝາຍ ວ່າ ມີຄືແນວໃດນັ້ນ ຍານາງຕອບວ່າ ປະນາມ ທາງການ ສປປລາວ ທີ່ໄດ້ຈັບກຸມ ແລະ ທໍຣະມານ ຊາວບ້ານຍຶບ ຈົນເຮັດໃຫ້ຄົນນຶ່ງ ເສັຽຊີວິດ ແລະ ທວງໃຫ້ທາງການ ສປປລາວ ຍອມໃຫ້ອົງການ ຈັດຕັ້ງສາກົລ ເຂົ້າໄປກວດກາ:

"ຖແລງການ ຂອງພວກເຮົານີ້ ອັນສໍາຄັນທີນຶ່ງ ກໍຄືປະນາມ ການກະທໍາ ຂອງທາງການ ສປປລາວ ທີ່ໄດ້ຈັບກຸມປະຊາຊົນຊາວບ້ານຢຶບຈໍານວນ 14 ຄົນແລ້ວໄດ້ຄຸມຂັງທໍຣະມານ ເຂົາເຈົ້າ ລະນຶ່ງຄົນ ເສັຽຊີວິດ ຄືທ້າວ ສົມສະຫວັນ; ພວກເຮົາ ຕ້ອງການຢາກໃຫ້ທາງການ ສປປລາວ ນີ້ ຍອມໃຫ້ ອົງການສາກົນ ທີ່ກ່ຽວຂ້ອງທາງດ້ານສິດທິມະນຸດ ເຈົ້າໜ້າທີ່ ຂອງສະຫະປະຊາຊາດ ຂອງຫຼາຍປະເທສ ທີ່ສົນໃຈ ກ່ຽວກັບບັນຫາ ສິດທິມະນຸດ ໃນລາວນີ້ ມີສິດເຂົ້າໄປກວດກາ."

ພ້ອມກັນ ກັບການສົ່ງຖແລງການ ສະບັບດັ່ງກ່າວ ເຖິງນາຍົກຣັຖມົນຕຣີ, ກະຊວງການຕ່າງປະເທສ, ກະຊວງຍຸຕິທັມ ແລະ ທູດ ສປປລາວ ຢູ່ ປະເທສຕ່າງໆ ຮວມທັງ ໃນສະຫະຣັຖອາເມຣິການັ້ນ ອົງການພັນທະມິດ ກໍໄດ້ແຈ້ງຖແລງການນັ້ນ ໄປຍັງອົງການສິດທິມະນຸດສາກົນຕ່າງໆ ຮວມທັງ ອົງການສະຫະປະຊາຊາດ ດ້ານສິດທິມະນຸດ ດັ່ງ ດຣ. ບຸນທອນ ກ່າວວ່າ:

"ພວກເຮົາ ແຈ້ງຖແລງການ ຂອງພວກເຮົານີ້ ໄປຫາບັນດາອົງການຈັດຕັ້ງສາກົນ ຕ່າງໆ ເຊັ່ນວ່າ ອົງການ ນີຣະໂທດກໍາສາກົນ ອົງການ ສະຫະປະຊາຊາດ ທີ່ກ່ຽວຂ້ອງ ທາງດ້ານສິດທິມະນຸດ ແລະ ຣັຖບາລປະເທສຕ່າງໆ ທີ່ຮັກຫອມ ຄວາມເປັນທັມ ເພື່ອໃຫ້ພວກເພີ່ນຫັ້ນ ເອົາໃຈໃສ່ ໃນການຜັກດັນ ທາງການ ສປປລາວ ໃຫ້ມີການນັບຖືສິດທິມະນຸດ ຕາມກົດບັດ ສະຫະປະຊາດ."

ພາຍຫລັງ ທີ່ພັນທະມິດ ໄດ້ສົ່ງຖແລງການ ເພື່ອແຈ້ງໃຫ້ອົງການຕ່າງໆ ທີ່ວ່ານັ້ນຊາບ ພຽງ 4 ມື້ ວິທຍຸ ເອເຊັຽ ເສຣີ ກໍໄດ້ຖາມໄປຍັງ ພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ກ່ຽວກັບ ຄວາມຄິດເຫັນ ຂອງພວກເພີ່ນ ຕໍ່ຖແລງການ ເປັນຄືແນວໃດນັ້ນ ດຣ. ບຸນທອນ ຕອບວ່າ ເທົ່າທີ່ຜ່ານມາ ພວກເພິ່ນ ຮວມທັງ ອົງການ ນີຣະໂທດກັມສາກົລ ກໍໄດ້ເອົາໃຈໃສ່ ຕິດຕາມ ບັນຫາ ການລະເມີດສິດທິມະນຸດ ຢູ່ ສປປລາວ ຕລອດ ມາ ຊຶ່ງມີທັງ ການຮວບຮວມ ລາຍເຊັນ ຂອງຊາວໂລກ ເພື່ອຜັກດັນທາງການ ສປປລາວ ໃຫ້ປ່ອຍ ນັກໂທດການເມືອງ ຢ່າງຮີບດ່ວນ ແລະ ບໍ່ມີເງື່ອນໄຂ ແລະ ສຳລັບ ອົງການສະຫະປະຊາຊາດ ຍານາງ ກໍກ່າວວ່າ ເພີ່ນສົນໃຈ ແລະ ເອົາໃຈໃສ່ບັນຫານີ້:

"ອົງການ ສະຫະປະຊາຊາດ ສັງເກດເຫັນວ່າ ປັດຈຸບັນ ພວກເພີ່ນ ກໍມີຄວາມເອົາໃຈໃສ່ ສົນໃຈຕໍ່ບັນຫານີ້ ໂດຍສະເພາະ ບັນຫາປະຊາຊົນ ຊາວບ້ານຢຶບ ພວກເຮົາໄດ້ສົ່ງຂໍ້ມູນ ໄປໃຫ້ເພີ່ນ 2 ເດືອນຜ່ານມາ ທີ່ກ່ຽວ ຂ້ອງກ່ຽວກັບສິດທິຂອງເດັກນ້ອຍ ເພາະວ່າໃນຈໍານວນ 14 ຄົນນັ້ນ 2 ຄົນມີອາຍຸ ຕໍ່າກວ່າ 18 ປີທີ່ຖືກທາງການ ສປປລາວ ຈັບກຸມ ໄປທໍຣະມານຢູ່ໃນຄຸກ."

ພ້ອມກັນນັ້ນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ກໍກ່າວວ່າ ການຈັບກຸມຄຸມຄັງ ແລະ ທໍຣະມານຊາວບ້ານຢຶບ ທີ່ບໍ່ມີຄວາມຜິດຫຍັງໝົດ ຈົນເຮັດໃຫ້ທ້າວ ສົມສະຫວັນ ເສັຽຊີວິດນັ້ນ ເປັນການກໍທຳ ທີ່ໂຫດຮ້າຍປ່າເຖື່ອນ ທີ່ສຸດຂອງທາງການ ສປປລາວ ຕໍ່ຊາວບ້ານ ທີ່ເສັຽດິນ ທຳກິນ ຂອງພວກຕົນ ໃຫ້ນັກລົງທຶນຕ່າງປະເທສນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.