AFAD ຈະສົ່ງສານຫາທູຕລາວ ໃນ ເອເຊັຽ


2013.11.27
F-Sombat ທ່ານ Mugiyanto (ກາງ) ປະທານມູນນິທິ ຕໍ່ຕ້ານການຖືກບັງຄັບ ໃຫ້ຫາຍສາບສູນ ແຫ່ງເອເຊັຽ ຈະສົ່ງສານ ຫາທູຕລາວ ໃນ 8 ປະເທດເອເຊັຽ
RFA

 

ການຫາຍສາບສູນ ຂອງທ່ານສົມບັດສົມພອນ ທີ່ນະຄອນຫລວງວຽງຈັນ ເມື່ອວັນທີ 15 ທັນວາ 2012 ແມ່ນເປັນກໍຣະນີ ຣະຫວ່າງປະເທດ ໄປແລ້ວ. ໃນວັນທີ 10 ທັນວາ ທີ່ຈະມາເຖິງນີ້ ມາດາມ ແມຣີ ອາຍລີນ ບາກາໂຊ ເລຂາທິການ ສະຫະພາບ ເອເຊັຽ ຕ້ານການບັງຄັບໃຫ້ ຫາຍສາບສູນ ຫລື AFAD ຈະໄປຮັບລາງວັນ ສິດທິມະນຸດ ສາກົລ ແອມີລີໂອ ມີຢອນ ທີ່ປະເທດອາເຢັນທີນາ ກໍຈະຍົກກໍຣະນີ ຂອງທ່ານ ສົມບັດ ສົມພອນ ຂຶ້ນຂໍການສນັບສນູນ. ຕາມຄໍາເວົ້າຂອງທ່ານ ມູຟີຍານໂຕ ປະທານ ເອແຟັດ ຕໍ່ ເອເຊັຽເສຣີ ເມື່ອມໍ່ໆມານີ້:

“ທ່ານ ກ່າວວ່າ ໃນທີ່ນັ້ນ ມາດາມ ຈະຍົກກໍຣະນີ ທ່ານ ສົມບັດ ສົມພອນ ຂຶ້ນ ເພື່ອຮຽກຮ້ອງຂໍ ການສນັບສນູນ ຈາກບັນດາປະເທດລາຕິນ ອະເມຣິກາ ປະເທດແຖວໜ້າ ໃນການຕ້ານການບັງຄັບ ໃຫ້ຫາຍສາບສູນ ຊຶ່ງກໍຣະນີ ທ່ານ ສົມບັດ ສົມພອນ ຈະເປັນຄວາມພຍາຍາມຂອງ ທົ່ວທຸກ ແຫ່ງຫົນ ທີ່ຕ້ອງການສ້າງໂລກ ປອດຈາກການບັງຄັບ ໃຫ້ຫາຍສາບສູນ ແລະຣັຖບານລາວ ທີ່ເປັນສະມາຊິກສະຫະປະຊາຊາດນັ້ນ ກໍຄວນຮັບຟັງ ແລະແຈ້ງໃຫ້ຄອບຄົວຂອງ ທ່ານ ສົມບັດ ຮູ້ກ່ຽວກັບບ່ອນຢູ່ ແລະຊະຕາກັມຂອງທ່ານ". ທ່ານ ມູກິຢານໂຕະ ກ່າວຕື່ມອີກວ່າ:

“ໃນວັນຄົບຮອບ 1 ປີ ຂອງ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ວັນທີ 15 ທັນວາ 2013 ເອແຟັດ ຈະໄດ້ປະສານກັນໃຫ້ ມີການສົ່ງໜັງສື ເຖິງສະຖານ ທູດລາວ ປະຈໍາປະເທດໃນເອເຊັຽ ທີ່ມີສະມາຊິກຂອງຕົນຢູ່  ເພື່ອຮຽກຮ້ອງໃຫ້ ຣັຖບານລາວແກ້ໄຂ ກໍຣະນີ ທ່ານ ສົມບັດ ສົມພອນ".

ອົງການເອແຟັດ ມີສະມາຊິກຢູ່ 8 ປະເທດເອເຊັຽ ຄື ອິນໂດເນເຊັຽ ໄທ ຕີມໍຣແລສເຕ ເກົາຫລີໃຕ້ ເນປານ ບັງກລາເທດ ສຣີລັງກາ ແລະ ຟີລິບປິນ. ກ່ອນໜ້ານີ້ ເອແຟັດ ໄດ້ພົບປະກັບຄະນະທີ່ເຮັດວຽກງານ ກ່ຽວກັບ ບັງຄັບໃຫ້ຫາຍສາບສູນ ຂອງສະຫະປະຊາຊາດ ທີ່ນະຄອນ ເຈນີວາ ເພື່ອຂໍໃຫ້ຮຽກຮ້ອງ ຕໍ່ຣັຖບານລາວ ໃຫ້ແຈ້ງກ່ຽວກັບສະພາບຂອງທ່ານ ສົມບັດ ສົມພອນ ໃຫ້ທາງຄອບຄົວ ຂອງທ່ານຮູ້ ຂະນະທີ່ ຣັຖບານລາວ ປະຕິເສດຕລອດມາວ່າ ບໍ່ຮູ້ບໍ່ເຫັນ ບໍ່ມີສ່ວນກ່ຽວຂ້ອງນໍາ ການຫາຍສາບສູນຂອງ ທ່ານ ສົມບັດສົມພອນ ຖ້າມກາງການຮຽກ ຮ້ອງ ຂອງຫລາຍປະເທດ ແລະອົງການສາກົລຕ່າງໆໃຫ້ຣັຖບານລາວ ໃຫ້ຄໍາຕອບກ່ຽວກັບ ສະພາບຄວາມເປັນຢູ່ ຂອງທ່ານ ຢ່າງຮີບດ່ວນ ແລະໃຫ້ທ່ານກັບຄືນ ສູ່ຄອບຄົວ ດ້ວຍຄວາມສວັດດີພາບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.