ປະເດັນທ່ານສົມບັດຕ້ອງເພີ້ມ ມາຕການ
2013.11.18
ທ່ານ Mugiyanto ປະທານສະຫາພັນ ຕ້ານການບັງຄັບການຫາຍສາບສູນເອເຊັຽ ໄດ້ຮຽກຮ້ອງ ຫນ່ວຍງານຕ້ານການບັງຄັບການຫາຍສາບ ສູນສາກົນໃຫ້ດຳເນີນມາຕການຢ່າງເດັດຂາດໃນການແກ້ໄຂກໍຣະນີ ການຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ. ອິງຕາມຂໍ້ມູນທີ່ໄດ້ມາ ສະແດງໃຫ້ເຫັນວ່າຣັຖ ມີສ່ວນພົວພັນໃນການຫາຍສາບສູນ.
ອົງການຕ້ານການບັງຄັບການຫາຍສາບສູນເອເຊັຽ ໄດ້ຂໍ້ມູນຈາກແຫລ່ງຂ່າວທີ່ເຊື່ອຖືໄດ້ຣະບຸວ່າ ເຈົ້າຫນ້າທີ່ລັບຂອງທາງການລາວໄດ້ກັກຕົວ ທ່ານ ສົມບັດນັກພັທນາຊຸມຊົນດີເດັ່ນ ຜູ້ທີິ່ໄດ້ຮັບລາງ ວັນແມັກໄຊໄຊ ໃນປີ 2005. ລາຍງານວ່າ ມີຄົນຜູ້ນຶ່ງຈາກກະຊວງ ຕ່າງປະເທດລາວ ໄດ້ໂທລະສັບ ໄປຫາເອກອັຄຣາຊທູດປະເທດນຶ່ງ ປະຈຳນະຄອນຫລວງວຽງຈັນ ໃນມື້ວັນທີ 19 ທັນວາ ປີ 2012 ຫລັງຈາກ 5 ມື້ ທີ່ ທ່ານ ສົມບັດ ຫາຍສາບສູນ ບອກວ່າທ່ານສົມບັດ ຈະຖືກປ່ອຍໂຕໃນມື້ຕໍ່ມາຄືໃນມື້ວັນ ທີ 20 ທັນວາ ປີ 2012. ເມື່ອຮອດຕອນທ່ຽງຂອງວັນດຽວ ກັນ ທ່ານ ສົມບັດ ຍັງບໍ່ຖືກປ່ອຍໂຕ ເອກອັຄຣາຊທູດປະເທດນັ້ນ ກໍໄດ້ໂທລະສັບ ຫາບຸກຄົນດັ່ງກ່່າວນັ້ນ ແຕ່ເຂົາປະຕິເສດວ່າບໍ່ເຄີຍໄດ້ເວົ້າ ກ່ຽວກັບກໍຣະນີ ທ່ານ ສົມບັດ ສົມພອນ ຈະຖືກປ່ອຍໂຕ.
ແຫລ່ງຂ່າວຈາກຫນ່ວຍງານຕຳຫຣວດ ກໍໄດ້ຢືນຢັນວ່າ ໄດ້ເຫັນທ່ານສົມບັດ ສົມພອນ ຢູ່ໃນທີ່ກັກຂັງຂອງຕຳຫຣວດ ແລະຣົຖຈີບຂອງທ່ານກໍ ຖືກຈອດໄວ້ໃນສະຖານທີ່ດັ່ງກ່າວ ຫລັງຈາກສອງສາມວັນທີ່ທ່ານຫາຍ ສາບສູນ. ສອງມື້ຕໍ່ມາແຫລ່ງຂ່າວດຽວກັນນັ້ນກໍບອກວ່າ ທ່ານ ສົມບັດ ສົມພອນຖືກຍ້າຍໄປຂັງໄວ້ ຢູ່ຄ້າຍທະຫານ ນອກນະຄອນຫລວງວຽງຈັນ. ໃນອາທິດຕໍ່ມາແຫລ່ງຂ່າວເດີມ ບອກວ່າ ທ່ານ ສົມບັດ ສົມພອນ ຖືກຍ້າຍອີກ ແຕ່ເທື່ອນີ້ລາວບໍ່ຮູ້ວ່າຖືກຍ້າຍໄປໃສ ແລະກໍບໍ່ສາມາດ ໃຫ້ຂໍ້ມູນເພີ້ມຕື່ມວ່າ ລາວຖືກຂັງໄວ້ຢູ່ບ່ອນໃດ.
ຂໍ້ມູນຂ້າງເທີງທັງຫມົດນີ້ ສະແດງໃຫ້ເຫັນ ຢ່າງຈະແຈ້ງວ່າ ທ່ານ ສົມບັດສົມພອນ ຖືກບີບບັງຄັບ ໃຫ້ຫາຍສາບສູນ ໂດຍທາງການລາວຢ່າງ ແທ້ຈີງດ້ວຍການກະທໍາຂອງຜຸ້ນໍາລາວບາງກຸ່ມ ທີ່ຢາກມິດງຽບ ທ່ານ ສົມບັດ ແລະກຸ່ມຜູ້ນໍາຊຸມຊົນໃນລາວ ໃຫ້ຢຸດຕິການ ດໍາເນີນງານ ທາງ ດ້ານສິດທິມະນຸດໃນລາວ. ອິງຕາມ Website ຂອງອົງການຕ້ານການບີບບັງຄັບຄົນຫາຍສາບສູນເອເຊັຽ ສະບັບວັນທີ 18 ພຶສຈິກາ ປີ 2013.