ຄຳເຫັນ ຕໍ່ບົດຣາຍງານ ຂອງ ສປປ ລາວ ໃນເວທີສາກົລ

ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 77 ຂອງສະຫະປະຊາຊາຕ ທີ່ນະຄອນນິວຢ໊ອກ ຄະນະຜູ້ແທນພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ມີໂອກາດໄດ້ເຂົ້າຮ່ວມ ແລະທັງໄດ້ຈັດກອງປະຊຸມ ນອກເວທີໃຫຍ່ 2 ຄັ້ງ, ປະເມີນບົດຣາຍງານ ຂອງ ສປປ ລາວ ວ່າເປັນຣາຍງານດອກໄມ້.

ອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ເຂົ້າຮ່ວມກອງປະຊຸມ ທວງຄວາມເປັນທັມ ໃຫ້ກັບນັກເຄື່ອນໄຫວ ຮຽກຮ້ອງສິທທິມະນຸສໃນລາວ ທີ່ຖືກຈັບ. ສຳນັກງານໃຫຍ່ ອົງການສະຫະ ປະຊາຊາຕິ ນະຄອນນິວຢ໊ອກ ສະຫະຣັຖອາເມຣິກາ, ວັນທີ 25 ກັນຍາ 2022. ຮູບພາບ: ADL

ຄະ​ນະ​ຜູ້​ແທນ ອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ  ທີ່ມີສູນກາງຢູ່ປະເທດເຢັຍຣະມັນ  ນຳ​ໂດຍ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ​ຜູ້​ເປັນປະທານ ​ໄດ້ເຂົ້າ​ຮ່ວມກອງ​ປະຊຸມ ສະມັດຊາໃຫຍ່ ຄັ້ງທີ 77 ຂອງສະຫະ ປະຊາຊາຕ  ທີ່ນະຄອນນິວຢ໊ອກ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໃນ​ມື້​ວັນ​ທີ 20 ກັນ​ຍານີ້.   

ດ​. ບຸນທອນ ໄດ້​ກ່າວຕໍ່ວິຍຸ ເອເຊັຽເສຣີ ພາຍຫລັງທີ່ ທ່ານ ສະເຫລີມໄຊ ກົມມະສິດ ຣອງນາຍົກຣັຖມົນຕຣີ, ຣັຖມົນຕຣີກະຊວງ ການຕ່າງປະເທດ ໄດ້​ກ່າວ​ຕໍ່ກອງປະຊຸມ ສະມັດຊາໃຫຍ່ ຄັ້ງທີ 77 ຂອງສະຫະປະຊາຊາຕ ໃນຕອນ​ເຊົ້າ​ຂອງມື້ວັນທີ 24 ກັນຍານີ້ ເຖິງກອງປະຊຸມ ສະມັດຊາໃຫຍ່ ນັ້ນວ່າ ກອງປະຊຸມ ໄດ້ເວົ້າເຖິງຫລາຍບັນຫາ ສຳຄັນຂອງໂລກ ທີ່​​ແຕ່ລະປະເທດ ຈະຕ້ອງໄດ້ເອົາໃຈໃສ່ ແກ້ໄຂ.

ພວກຂ້າພະເຈົ້າຄະນະອົງ ການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ໄດ້ເດີນທາງມາຮ່ວມກອງປະຊຸມສະມັດຊາ ໃຫຍ່ສະຫະປະຊາຊາຕ ຄັ້ງທີ 77 ທີ່ນະຄອນນິວຢັອກ ຕັ້ງແຕ່ວັນທີ 20 ເດືອນກັນຍາ ປີ 2022 ໄດ້ເຂົ້າຮ່ວມກອງປະຊຸມ ພາກຕ່າງໆຂອງພວກເພິ່ນ ທີ່ຈັດຂຶ້ນ. ກອງປະຊຸມໃຫຍ່ກ່າວເຖິງຫລາຍບັນຫາ. ໃນນັ້ນກໍແມ່ນກ່າວເຖິງ ບັນຫາການພັທນາແບບຍືນຍົງ ໂດຍສະເພາະແມ່ນບັນຫາຄວາມທຸກຈົນ, ບັນຫາການສຶກສາ, ບັນຫາການທໍາລາຍສະພາບແວດລ້ອມ ລະກັນຫາຄວາມເປັນທັມ. ການຍົກເອົາບັນຫາ ປະເທດຕ່າງໆຊຶ່ງວ່າ ໄດ້ຍົກເອົາບັນຫາເຣື່ອງສົງຄາມ ຢູເຄຣນ ຊຶ່ງວ່າມັນເປັນປະເດັນຊຶ່ງເຮັດໃຫ້.  ຊາວໂລກຕ້ອງໄດ້ຮຽນຮູ້ ຫລາຍພາກສ່ວນມີການສເນີວ່າ ເມິດທັງໂລກນີ້ ຕ້ອງໄດ້ມີການຊຸກຍູ້ ລະກະຜັກດັນ ໃຫ້ມີການປ່ຽນແປງໄປສູ່ປະຊາທິປະໄຕ ໂດຍສະເພາະບົດປາສັຍຂອງປະທານາທິບໍດີ ໂຈ ໄບເດັນ (Joe Biden) ເພິ່ນໄດ້ເນັ້ນໜັກວ່າ ທຸກປະເທດ ທີ່ເປັນສະມາຊິກຂອງສະຫະ ປະຊາຊາຕ ບໍ່ພຽງແຕ່ວ່າເຊັນເອົາ ສົນທິສັນຍາ ສະຫະປະຊາຊາຕ ວ່າດ້ວຍສິທທິມະນຸສ ຕ້ອງມີການປະຕິບັດ ໃຫ້ເກີດຜົນເປັນຈິງ ຊຶ່ງມັນກະແທດເໝາະ ກັບບັນຫາທີ່ວ່າເກີດຂຶ້ນ ຢູ່ໃນປະເທດລາວ ເໝືອນກັນ ຊຶ່ງວ່າເຊັນໄປແລ້ວ ບໍ່ມີການປະຕິບັດ ບໍ່ມີການນັບຖືສິທທິມະນຸສ ມັນກະເປັນການຢຽບຍໍ່າ ສິທທິຂອງປະຊາຊົນ ທໍາລາຍຫລາຍ ດ້ານການພັທນາແບບຍືນຍົງ.

ອົງ​ການ​ ພັນ​ທະ​ມິຕ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ​ຄົ້ນ​ຄວ້າ​ຫາ​ວິ​ທີ​ແກ້​ໄຂ​ບັນ​ຫາ​ ໂລກ​ຮ້ອນ ຊຶ່ງ ດ​. ບຸນທອນ ກ່າວ​ວ່າ:

ພວກເຮົາໄດ້ເຂົ້າຮ່ວມກອງປະຊຸມ ພາກທີ່ຄົ້ນຄວ້າຫາວິທີແກ້ໄຂບນຫາໂລກຮ້ອນ ມີ 2 ພາກ ກອງປະຊຸມ ພາກ1. ເພິ່ນຄົ້ນຄວ້າວ່າຈະມີການລົງມືປະຕິບັດຕົວຈິງ ລະການສະກັດກັ້ນບໍ່ໃຫ້ບັນຫໂລກຮ້ອນເກີດຂຶ້ນໄອີກ ກະໄດ້ບົດຮຽນຊຶ່ງວ່າຢູ່ປະເທດລາວ ເຮົາຄວນຍໍ້າ ມີການລົງມືປະຕິບັດ ໂດຍສະເພາະການປູກຕົ້ນໄມ້ຄືນ. ອັນນີ້ແມ່ນເປັນເຣື່ອງທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດກັນໃຫ້ໄວທີ່ສຸດ ເຖິງວ່າຜູ້ນໍາພັກ-ຣັຖເພິ່ນບໍ່ໄດ້ເອົາໃຈໃສ່ ຫລືວ່າເພິ່ນບໍ່ໄດ້ດູແລໃນການຈັດຕັ້ງການປະຕິບັດດ້ານນີ້ກັບປະຊາຊົນ ແຕ່ວ່າພວກເຮົາຈະຕ້ອງມີການນໍາພາປະຊາຊົນ ປະຕິບັດຢູ່ຕາມທ້ອງຖິ່ນຕ່າງໆ. ແລະກະໂຄງການທີ 2. ກະຄວນຈະເປັນໄປໄດ້ແມ່ນຕ້ານເຣື່ອງຂອງບັນຫາ plastic ເນາະ. ອັນນີ້ແມ່ນຄວນເກີດຂຶ້ນ ຈັດຕັ້ງຂຶ້ນໃນລາວຢ່າງວ່ອງໄວ. ອັນນີ້ພວກເຮົາກະເຫັນວ່າ ມີຄວາມຈໍາເປັນທີ່ຈະສະກັດກັ້ນບັນຫາໂລກຮ້ອນ. ແລະໂຄງການໃຫຍ່ທີ່ເພິ່ນສົນທະນາກັນເນາະ ມັນກໍຈະຕ້ອງມີການປະຕິບັດ ໂດຍສະເພາະໜ້າທີ່ຂອງພວກຜູ້ນໍາພັກຣັຖ ທີ່ເພິ່ນຈະຕ້ອງປະຕິບັດກໍຄື ຈະຕ້ອງມີການຍຸຕິໃນການຕັດໄມ້ທໍາລາຍປ່າເນາະ ເຖິງວ່າເພິ່ນຈະປະກາດໄປແລ້ວປານໃດກໍຕາມ ແຕ່ພາກປະຕິບັດຕົວຈິງແມ່ນເພິ່ນຍັງປະຕິບັດບໍ່ໄດ້ ເພາະວ່າເພິ່ຍັງມີການ ທີ່ດິນໃຫ້ນາຍທຶນຕ່າງຊາຕ ມາຍຶດຄອງເອົາລະກະສ້າງເຂື່ອນແບບບໍ່ມີຂອບເຂດ ຕັດໄມ້ທໍາລາຍປ່າໄປໃນໂຕເລີຍ. ອັນທີ່ຄວນແກ້ໄຂ ລະກະບັນຫາທີ່ວ່າປ່ອຍໃຫ້ນາຍທຶນຕ່າງຊາຕ ມາປູ້ພືດ ເຊັ່ນວ່າປູກຕົ້ນກ້ວຍບໍ່ ມີສານເຄມີທໍາລາຍທັມຊາຕ ບັນຫາທີ່ວ່າເພິ່ນຂຸດຄົ້ນບໍ່ແຮ່ ປ່ອຍໃຫ້ນໍ້າເປື້ອນໄຫລໄປຕາມແມ່ນໍ້າລໍາເຊ ທໍາລາຍທັມຊາຕ. ອັນນີ້ແມ່ນບັນຫາທີ່ຣັຖຄວນຈະແກ້ໄຂ.

ອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ໄດ້​ຮ່ວມ​ກັບ​ຜູ້​ປະ​ສານ​ງານ​ ຂອງ​ອົງ​ການ​ ສະ​ຫະ​ປ​ະ​ຊາ​ຊາຕ​ ກັບ​ອົງ​ການ​ຈັດ​ຕັ້ງ ​ທີ່ບໍ່​ຂຶ້ນ​ກັບ​ຣັ​ຖ​ບານ ຈັດ​ກອງ​ປະ​ຊຸມນອກ​ເວ​ທີ​ໃຫ​ຍ່ ຫລື Side events ​ກ່ຽວ​ກັບ​ບັນ​ຫາ​ລາວ 2 ມື້.

ພວກເຮົາ ພັນທະມິຕ ປະຊາທິປະໄຕໃນລາວ ຮ່ວມກັບທ່ານ ໂຈຊົວ ກຸບເປີ ເປັນຜູ້ປະສານງານຂອງອົງການສະຫະປະຊາຊາຕ ກັບອົງການບໍ່ຂຶ້ນກັບຣັຖບານ. ພວກເຮົາໄດ້ພາກັນຈັດ side events ຂອງພວກເຮົາ 2 ຄັ້ງທີ່ວ່າ ພາກທໍາອິດແມ່ນເວົ້າເຖິງເຣື່ອງສິທທິ ທາງດ້ານທີ່ດິນ ວັນທີ 21 ກັນຍາ ຈະໄດ້ເນັ້ນໜັກບັນຫາທີ່ວ່າຢູ່ໃນລາວ ມີການທໍາລາຍທັມມະຊາຕ ການຕັດໄມ້ທໍາລາຍປ່າ ບັນຫາການສ້າງເຂື່ອນບໍ່ມີຂອບເຂດ ບັນຫາທີ່ວ່າຍຶດທີ່ດິນຂອງປະຊາຊົນ ບັນຫາທີ່ວ່າຈະຕ້ອງມີການແກ້ໄຂກັນ ການທໍາລາຍທັມຊາຕ ບັນຫາສິທທິມະນຸສຖືກລະເມີດບໍ່ ບັນຫາປະຊາຊົນນີ້ຮ້ອງຂໍ ຕໍ່ວ່າເອົາຄວາມເປັນທັມ ອັນໃດກະໄດ້ຖືກຈັບກຸມ ໄດ້ຍົກເອົາບັນຫານາງໝວຍ ຫລືນາງຮວຍເຮືອງ ໄຊຍະບູລີ ທີ່ຖືກຈັບກຸມຍ້ອນລາວໄດ້ມາຮຽກຮ້ອງ ເອົາການຊ່ວຍເຫລືອ ຊ່ວຍປະຊາຊົນທີ່ຖືກພັຍນໍ້າຖ້ວມປີ 2019 ເປັນປະເດັນສໍາຄັນເນາະ. ພວກເຮົາໄດ້ເອົາສັນຍານ ຈັບກຸມນາງໝວຍ ນີ້ເປັນສັນຍາລັກ ຂອງນັກຕໍ່ສູ້ທາງດ້ານສິທທິ ມະນຸສເພື່ອສະພາບແວດລ້ອມ ກໍໄດ້ຍົກເປັນປະເດນສໍາຄັນ ບັນຫາຄົນງານລາວ 3 ຄົນ ບັນຫາປະຊາຊົນຊາວບ້ານຍຶບ ທີ່ໄດ້ຖືກຈັບກຸມ. ອັນນີ້ພວກເຮົາກະໄດ້ຍົກຂຶ້ນກ່າວ ໃນກອງປະຊຸມພາກທໍາອິດ.

ພາກທີ 2 ຂອງກອງປະຊຸມ ທີ່ໄດ້ຈັດຂຶ້ນວັນທີ 22 ກັນຍາ ທ່ານກໍກ່າວວ່າ.

ພາກທີ 2. ແມ່ນຈັດຂຶ້ນວັນທີ 22 ກັນຍາ ແມ່ນກ່າວເຖິງບັນຫາ ການສຶກສລະກະບັນຫາ ການສໍ້ກົງ ໃນລາວ. ສໍາລັບດ້ານການສຶກສາເນາະ ຂ້າພະເຈົ້າຖືວ່າເປັນບັນຫາ ສໍາຄັນຫລາຍທີ່ວ່າຢູ່ໃນລາວ ຕ້ອງໄດ້ແກ້ໄຂ ເຣື່ອງການສຶກສາໂດຍທີ່ວ່າ ລູກຫລານ ຢູ່ເຂດຊົນນະ ບົດບໍ່ໄດ້ຮັບການສຶກສາ. ບັນຫາຄຣູອາຈານ ບໍ່ໄດ້ຮັບເງິນເດືອນ 9 ພັນກວ່າຄົນ. ຂ້າພະເຈົ້າໄດ້ພົບຜູ້ສໍາຄັນ ໂດຍສະເພາະຜູ້ທີ່ຮັບຜິດຊອບ UNICEF ຂອງສະຫະປະຊາຊາຕ ເພິ່ນໄດ້ມາເຂົາຮ່ວມກອງປະຊຸມພາກ 1 ທີ່ກ່າວເຖິງເຣື່ອງການພັທນາ ການສຶກສາ. ຫລັກຈາກເລີກກອງປະຊຸມແລ້ວ ຂ້າພະເຈົ້າກໍໄດ້ໄປໂອ້ລົມເພິ່ນພິເສດອີກ ວ່າຈະໄດ້ສົ່ງຂໍ້ມູນຫລັກຖານໄປໃຫ້ເພິ່ນ ແມ່ນພວກເຮົາໄດ້ກ່າວເຖິງ ບັນຫາຄວາມທຸກຈົນຢູ່ໃນລາວວ່າ ມາຈາກນາຍທຶນຕ່າງຊາຕທີ່ມາຍຶດຄອງທີ່ດິນ ມາທໍາລາຍບ່ອນທໍາມາຫາກິນ ຂອງປະຊາຊົນ ການປົກຄອງທີ່ບໍ່ມີຄວາມເປັນທັມ ພັກ-ຣັຖບໍ່ເອົາໃຈໃສ່ດູແລປະຊາຊົນ. ນອກຈາກນັ້ນ ກໍແມ່ນບນຫາ ການສໍ້ກົງທີ່ເກີດຂຶ້ນ ຢູ່ໃນລາວຢ່າງຮ້າຍແຮງ.

ໃນ​ລະ​ຫວ່າງກອງ​ປະ​ຊຸມ​ນັ້ນ ປະ​ທານ​ອົງ​ການ​ພັນ​ທະ​ມິດ ສັງ​ເກດ​ເຫັນ​ວ່າ ຜູ້​ເຂົ້າ​ຮ່ວມ​ມີ​ຄວາມ​ສົນ​ໃຈ ຍ້ອນ​ພວກ​ເຂົາ​ເຈົ້າ ​ບໍ່​ຮູ້​ເຣື່ອງ​ທີ່​ເກີດ​ຂຶ້ນ​ຢູ່​ປະ​ເທດ​ລາວ.

ສັງເກດເຫັນຜູ້ທີ່ຂະເຈົ້າມາຟັງເນຶ້ອໃນຕ່າງໆ ທີ່ກ່າວນັ້ນສ່ວນຫລາຍຂະເຈົ້າກະຕົກໃຈ ໂອ໋ ບັນຫາລາວ ມັນກະຮ້າຍແຮງເຖິງປານນີ້ບໍ່ ໂອ໋ ປະເທດລາວນີ້ເປັນປະເທດນ້ອຍນໍ໋ ລະກະບໍ່ມີຜູ້ໃດຮູ້ວ່າແມ່ນຫຍັງເກີດຂຶ້ນ. ຂະເຈົ້າກະຕົກໃຈເນາະ ເພາະວ່າທຸກໆຄັ້ງທີ່ກ່າວເຖິງຢູ່ໃນ event ເຮົາກະເວົ້າບັນຫາອິດທິພົນຈີນ ອິດທິພົນຣັສເຊັຽ ເມື່ອກ່ອນຫັ້ນແມ່ນບັນຫາວຽດ ນາມ ເຂົ້າມາລະຍັງມາມີບັນຫາອິດທິພົນ 2 ປະເທດມະຫາອໍານາດໃຫຍ່ ເຂົ້າມາອີກ. ລະປະຊາຊົນຢູ່ໃນປະເທດ ຖືກຢຽບຍໍ່າສິທທິ ເຮັດໃຫ້ຂະເຈົ້າຕົກໃຈໄດ໋ ຫລາຍພາກສ່ວນທີ່ເຂົ້າຮ່ວມ ຫລາຍຄົນຂະເຈົ້າກະວ່າຕ້ອງສົ່ງຂໍ້ມູນມາໃຫ້ພວກເຮົາ ພວກເຮົາຈະຫາທາງ ຈະຮ່ວມມື ຈະເຮັດວຽກຮ່ວມກັນໄປແບບນີ້ເນາະ. ອັນນີ້ກໍຖືວ່າເປັນພາບພົດ ທີ່ວ່າພວກເຮົາຈັດກອງປະຊຸມຕື່ມ ກໍຖືວ່າມັນສໍາຄັນເນາະ.

ນອກຈາກການເຂົ້າຮ່ວມ ກອງປະຊຸມຕ່າງໆທີ່ວ່າມານັ້ນແລ້ວ ໃນປີນີ້ ຄະນະຜູ້ແທນອົງການພັນທະມິຕ ກໍໄດ້ເຂົ້າຮ່ວມການເດີນຂະບວນ ປະທ້ວງໃຫຍ່ໃນມື້ວັນທີ 23 ກັນຍານີ້ ໂດຍໄດ້ທວງໃຫ້ທາງການລາວປ່ອຍຕົວ ນັກເຄື່ອນໄຫວເພື່ອສິທທິມະນຸສ ແລະປົກປັກຮັກສາ ສະພາບແວດລ້ອມ, ທວງໃຫ້ປ່ອຍຕົວຍານາງ ໝ້ວຍ ຫລື ຮວຍເຮືອງ ໄຊຍະບູຣີ ຢ່າງຮີບດ່ວນ.

ພວກເຮົາໄດ້ເຂົ້າຮ່ວມ ການເດີນຂະບວນປະທ້ວງຄັ້ງຍິ່ງໃຫຍ່ ຢູ່ນະຄອນນິວຢ໊ອກ ການປະທ້ວງເພື່ອສະກັດກັ້ນ ບັນຫາໂລກຮ້ອນ. ການປະທ້ວງຄັ້ງນີ້ ຈັດຂຶ້ນໃນວັນສຸກ ທີ 23 ກັນຍາ ຕອນບ່າຍຕັ້ງແຕ່ 2 ໂມງເຖິງ 5 ໂມງ, ມີຜູ້ເຂົ້າຮ່ວມຫລາຍພັນຄົນ. ການປະທ້ວງຄັ້ງນີ້ ທຸກພາກສ່ວນ ກະມີປ້າຍໄປດ້ວຍເພື່ອໃຫ້ຍຸຕິການທໍາລາຍທັມມະຊາຕ, ຍຸຕິການເຮັດໃຫ້ບັນຫາໂລກຮ້ອນຕໍ່ໄປ. ສໍາລັບພວກເຮົາ ອົງການພັນທະມິຕນີ້ ພວກເຮົາກະໄດ້ຍໍປ້າຍທວງ ໃຫ້ມີການປ່ອຍຕົວນັກເຄື່ອນໄຫວ ຕໍ່ສູ້ເພື່ອສິທທິມະນຸສ ເພື່ອສະພາບແວດລ້ອມ ເຊັ່ນວ່າ ເພື່ອໃຫ້ປ່ອຍຕົວນາງໝວຍ ຫລືນາງຫ້ວຍເຮືອງ ໄຊຍະບູລີ ເປັນປ້າຍທີ່ສໍາຄັນຊຶ່ງວ່າພວກເຮົາໄດ້ຍໍຂຶ້ນ. ໃນການປະທ້ວງຄັ້ງນີ້ ມີພວກນັກຂ່າວຕ່າງປະເທດ ຂະເຈົ້າກະມາຖ່າຍເອົາປ້າຍ ທີ່ພວກເຮົາຍໍຂຶ້ນ ລະຂະເຈົ້າກະຖາມ ມັນມີເຫດການຫຍັງເກີດຂຶ້ນເນາະ ຈຶ່ງຄ່ອຍເອົາປ້າຍນີ້ມາຍົກຂຶ້ນ. ຂ້າພະເຈົ້າກະມີໂອກາດ ກ່າວໃຫ້ພວກນັກຂ່າວຕ່າງປະເທດວ່າ ບັນຫາຢູ່ໃນລາວ ຄັນຄົນລາວຜູ້ໃດອອກມາຮ້ອງຂໍ ຕໍ່ວ່າໃຫ້ມີການຊ່ວຍເຫລືອ ເຣື່ອງພັຍທັມມະຊາຕ ກໍຖືກຈັບກຸມ. ຜູ້ໃດມາຮ້ອງຂໍຕໍ່ວ່າເພິ່ນຕັດໄມ້ທໍາລາຍປ່າ ກະຖືກຈັບກຸມ ຍ້ອນຈັ່ງຊັ້ນລະພວກເຮົາຈຶ່ງທວງວ່າ ຕ້ອງປ່ອຍຕົວພວກນັກເຂື່ອນໄຫວຮຽກຮ້ອງ ເອົາສິທທິມະນຸສ ເອົາການປົກປ້ອງທັມຊາຕໃນລາວ ຕ້ອງໃຫ້ເຂົາເຈົ້າມີອິສຣະພາບໃນການເຄື່ອນໄຫວ.

ໃນບົດຣາຍງານຂອງ ທ່ານ ສະເຫລີມໄຊ ກົມມະສິດ ໄດ້​ເວົ້າ​ເຖິງ​ຫລາຍ​ບັນ​ຫາ ທັງບັນ​ຫາ​ການ​ເມືອງ​ສາ​ກົນ, ບົດ​ບາດ​ຂອງ​ອາ​ຊ້ຽນ​ ໃນ​ການ​ແກ້​ໄຂບັນ​ຫາພະມ້າ, ​ກ່ຽວ​ກັບ​ບັນ​ຫາ​ຢູ່ຕາເວັນອອກກາງ, ​ເຣື່ອງຄິວບາ ແລະເຣື່ອງການພັທນາ ທີ່ໄດ້ຮັບຜົລກະທົບ ຈາກ ໂຄວິດ-19 ແລະພັຍທັມມະຊາຕຕ່າງໆ, ວິກິຕສະພາບພູມີອາກາດ, ບັນຫາໂລກຮ້ອນ, ສິ່ງແວດລ້ອມ, ອາຫານ, ພະລັງງານ ແລະອື່ນໆ ທີ່ກະທົບໃສ່ການພັທນາ​ແບບ​ຍືນ​ຍົງ, ເຮັດໃຫ້ເສຖກິຈຕົກຕໍ່າ ຊຶ່ງ​ເປັນ​ອຸ​ປະ​ສັກ​ຕໍ່​ການ​ພັ​ທ​ນາ​ ລະ​ດັບ​ໂລກ.

ທ່ານເວົ້າວ່າ ການດໍາເນີນການ ເພື່ອ​ເປົ້າ​ໝາຍ​ການ​ພັ​ທນ​ນາ ​ແບບ​ຍືນ​ຍົງ ຫລື SDGs ບໍ່ເຄີຍເຮັດໃຫ້ມົວໝອງມາກ່ອນ. ເປັນເຣື່ອງທີ່ໜ້າທໍ້ໃຈ ທີ່ປະຊາຊົນ ແລະປະເທດ ທີ່ບອບບາງທີ່ສຸດ ກຳ​ລັງ​ທຸກ​ທໍ​ຣະ​ມານ​ທີ່​ສຸດ.

ເວົ້າ​ເຖິງ​ຜົລກະທົບຈາກໂຄວິດ-19  ທ່ານ ສະ​ເຫລີມ​ໄຊ ກ່າວວ່າ:

ແຕ່ເຖິງຢ່າງກໍຕາມ ຕລອດໄລຍະ 3 ປີທີ່ຜ່ານມາ ການແພ່ຣະບາດ ຂອງໂຄວິດ-19 ໄດ້ສົ່ງຜົລກະທົບໂດຍກົງຕໍ່ ການພັທນາເສຖກິຈ ແລະສັງຄົມຂອງທຸກປະເທດ ໂດຍສະເພາະປະເທດ ທີ່ພັທນານ້ອຍທີ່ສຸດ ຮວມທັງ ສປປ ລາວ.

ແຕ່ອີງຕາມຄໍາເວົ້າຂອງ ປະທານອົງພັນທະມິຕ ແລ້ວແມ່ນວ່າ:

ເພິ່ນຄວນຍອມຮັບວ່າ ເພິ່ນບໍ່ສາມາດປະຕິບັດໄດ້ເນາະ ເພິ່ນກ່າວຢູ່ຕອນນຶ່ງວ່າ ສປປ ລາວ ບໍ່ສາມາດປະຕິບັດໄດ້ເນາະ. ສປປ ລາວ ບໍ່ສາມາດປະຕິບັດໄດ້ຕາມເປົ້າໝາຍ ຂອງການພັທນາແບບຍືນຍົງ ຍ້ອນບັນຫາໂຄວິດ ພວກເຮົາຕີລາຄາແລ້ວ່າ ການພັທນາແບບຍືນຍົງນີ້ ບໍ່ແມ່ນວ່າ ປະຕິບັດບໍ່ໄດ້ຢູ່ໃນລາວຍ້ອນບັນຫາໂຄວິດເທົ່ານັ້ນ. ບັນຫາໂຄວິດມັນກະມີສ່ວນຢູ່ ແຕ່ວ່າບັນຫາໃຫຍ່ແມ່ນບັນ ຫາການປົກຄອງທີ່ເພິ່ນບໍ່ໃຫ້ສິທທິປະຊາຊົນ. ເພິ່ນມອບໃຫ້ນາຍທຶນຕ່າງຊາຕນີ້ ມາຍຶດທີ່ດິນປະຊາຊົນ ມາມີສິທເໜືອປະຊາຊົນ ໂດຍສະເພາະຈີນ ພວກວຽດນາມ ອັນນີ້ເປັນຕົ້ນ ແລ້ວການປົກຄອງຂອງເພິ່ນນີ້ ເປັນຜະເດັດການ ຢຽບຍໍ່າສິທເສຣີພາບ ຂອງປະຊາຊົນລາວ ທີ່ບໍ່ມີສິທມາຮ້ອງຂໍຕໍ່ວ່າ ຫລືບໍ່ມີສິທທິຈັດຕັ້ງໂຄງ ການພັທນາ ແບບຍືນຍົງດ້ວຍປະຊາຊົນລາວ ຢ່າງມີເອກພາບ ແລະມີເສຣີພາບ ໃນການປະຕິບັດ.  

ຕໍ່​ຄຳ​ເຫັນ​ໃນ​ບົດ​ຣາຍງານ ​ຂອງ​ທ່ານ ສະເຫລີມໄຊ ກົມມະສິດ ​ຕໍ່ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 77 ຂອງສະຫະ ປະຊາຊາຕ ໃນມື້ວັນທີ 24 ກັນຍານີ້ນັ້​ນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ  ເວົ້າ​ວ່າ ເປັນ​ຣາຍ​ງານດອກ​ໄມ້.

ໃນບົດປາສັຍຂອງທ່ານ ສະເຫລີມໄຊ ກົມມະສິດ ຣັຖມົນຕຣີຕ່າງປະເທດ (ຮອງນາຍົກ) ສປປ ລາວ ທີ່ໄດ້ກ່າວ ຕໍ່ກອງປະຊຸມນັ້ນເນາະ ຂ້າພະເຈົ້າສັງເກດວ່າ ບົດປາສັຍຂອງເພິ່ນ ກະມາວ່າແບບສັ້ນໆ ເບິ່ງຄືຈັ່ງວ່າກ່າວແບບຕາມວາດ. ເນື້ອໃນທີ່ເພິ່ນກ່າວຫັ້ນກະ, ກະຄືເຄີຍທີ່ປະຕິບັດຜ່ານມາແຫລະ ທຸກຄັ້ງທີ່ເພິ່ນມາຮ່ວມກອງປະຊຸມສາກົລ ເພິ່ນກະມີແຕ່ລາຍງານດອກໄມ້ ມັນບໍ່ແທດເໝາະກັບຕົວຈິງ ປະການໃດດອກ ການພັທນາແບບຍືນຍົງ ຢູ່ໃນລາວ ກໍບໍ່ໄດ້ມີການລົງມືປະຕິບັດ.

ການ​ສັມ​ພາດ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ​​ເປັນປະທານອົງການ ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງຢູ່ປະເທດເຢັຍຣະມັນ ມີ​ຂຶ້ນໃນ​ມື້​ວັນ​ທີ 24 ກັນ​ຍາ 2022 ນີ້. ສະບາຍດີ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org