ຊາວຄຣິສຕຽນ ຖືກຈັບ ຢູ່ໂພນໂຮງ
ຊາວຄຣິສຕຽນລາວ ທີ່ບໍ່ເຫັນ ຢູ່ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ຈັບ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ພ້ອມກັບ ຫົວໜ້າໂບດ ອີກທ່ານນຶ່ງ.
-
ຈໍາປາທອງ
2016-09-19 -
-
-
Your browser doesn’t support HTML5 audio
ທ່ານ ແສງດາວ, ຊາວຄຣິສຕຽນລາວ, ທີ່ບໍ່ເຫັນ ຢູ່ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ທາງການລາວ ຈັບ ຢູ່ເມືອງໂພນໂຮງ, ແຂວງວຽງຈັນ ໃນຂໍ້ຫາ ເຜີຍແພ່ ສາສນາ ຄຣິສຕຽນ ຢູ່ເມືອງດັ່ງກ່າວ, ຕາມຄໍາເວົ້າ ຂອງທ່ານ ພາທຣິກຄ໌ ຄເລນ (Patrick Klein), ເຈົ້າໜ້າທີ່ ອົງການ ສາສານາ ຄຣິສຕຽນ (Vision Beyond Borders) ຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:
“ເມື່ອປະມານ ວັນທີ 29 ເດືອນກໍຣະກະດາ ທີ່ຜ່ານມາ ທ່ານແສງດາວ ຖືກຈັບກຸມ ໃນຂໍ້ຫາ ເຜີຍແພ່ສາສນາ ຄຣິສຕຽນ ໃຫ້ແກ່ຊາວບ້ານ ອັນມີທັງ ເອກກະສານ ກ່ຽວກັບ ຄໍາພີໄບເບິ້ນ, ແຜ່ນຊີດີ ແລະ ໃບຂ່າວ ກ່ຽວກັບ ສາສນາ ຄິສຕຽນ”
ທ່ານເວົ້າຕື່ມວ່າ ຈາກນັ້ນ ປະມານ ວັນທີ 31 ກໍຣະກະດາ ຫົວໜ້າໂບດ ແຫ່ງນຶ່ງ ຊຶ່ງເປັນແມ່ຍິງ ກໍໄດ້ໄປຢາມ ທ່ານແສງດາວ ຢູ່ຄຸກ ພ້ອມທັງ ເອົາອາຫານໄປໃຫ້. ແຕ່ ໃນຣະຫວ່າງ ກັບບ້ານ ກໍຖືກເຈົ້າໜ້າທີ່ ທາງການລາວ ກຸ່ມນຶ່ງ ຕິດຕາມໄປ ແລະ ຈັບນາງ ເຂົ້າຄຸກ.
ຫລັງຈາກ ນາງຖືກຂັງ ຢູ່ໃນຄຸກ ໄດ້ 7 ມື້ ກໍຖືກປ່ອຍຕົວ ເພາະໄດ້ຈ່າຍເງິນ ຈໍານວນນຶ່ງ ໃຫ້ເຈົ້າໜ້າທີ່ຢ່າງໃດກໍຕາມ ເມື່ອວັນທີ 14 ກັນຍານີ້ ນາງຜູ້ເປັນ ຫົວໜ້າໂບດ ຖືກນໍາສົ່ງ ໄປໂຮງໝໍ ແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ຍ້ອນນາງ ມີອາການຄຽດ ແລະ ມີບັນຫາ ກ່ຽວກັບ ຫົວໃຈ ຍ້ອນໄດ້ຮັບຜົລກະທົບ ຈາກການຖືກ ທາງການລາວ ຈັບກັກຂັງ.
ສ່ວນທ່ານ ແສງດາວ ຍັງຖືກກັກຂັງຢູ່ ແລະ ມີຂ່າວວ່າ ເຈົ້າໜ້າທີ່ ໄດ້ຕິດຕໍ່ ໄປຍັງຄອບຄົວ ຂອງທ່ານ ເພື່ອຂໍເງິນ ຄ່າປັບ ແລ້ວຈຶ່ງຈະປ່ອຍ, ແຕ່ທາງຄອບຄົວ ບໍ່ມີເງິນໃຫ້.
ກ່ຽວກັບ ເຣຶ່ອງທີ່ວ່ານີ້, ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຍັງ ຫ້ອງການປ້ອງກັນ ຄວາມສະຫງົບ ເມືອງໂພນໂຮງ ເພື່ອຂໍຮູ້ ຣາຍລະອຽດ ແຕ່ເຈົ້້າໜ້າທີ່ ບອກໃຫ້ຮູ້ແບບສັ້ນໆວ່າ ບໍ່ຮູ້ ກ່ຽວກັບ ຂ່າວນີ້ ແລະ ເວົ້າວ່າ ບໍ່ໄດ້ຈັບ ຊາວຄຣິສຕຽນ 2 ຄົນນັ້ນ ແຕ່ຢ່າງໃດ.