ຄະດີ ນາງໝວຍ ຂັດສາຍຕາ ສາກົນ ແລະ ນັກກົດໝາຍ

ມີຣາຍງານວ່າ ນາງ ຮວາຍເຮືອງ ໄຊຍະບູລີ ຫລື ນາງ ໝວຍ ທີ່ຖືກຈັບ ໃນວັນທີ 12 ກັນຍາ ໃນຂໍ້ຫາ ໂຄສະນາ ໃສ່ຮ້າຍ ສປປ ລາວ ຍອມຮັບ ສາຣະພາບ ຕໍ່ການກະທຳ ທີ່ ຜິດກົດໝາຍ.

ສະຫະພັນ ສິດທິມະນຸດ ນາໆຊາດ (FIDH) FIDH

ມີຣາຍງານວ່າ ນາງ ຮວາຍເຮືອງ ໄຊຍະບູລີ ຫລື ນາງ ໝວຍ ທີ່ຖືກຈັບ ໃນວັນທີ 12 ກັນຍາ ໃນຂໍ້ຫາໂຄສະນາ ໃສ່ຮ້າຍ ສປປ ລາວ ຍອມຮັບສາຣະພາບ ຕໍ່ການກະທຳທີ່ຜິດກົດໝາຍ ແລະ ມີການພົວພັນກັບ ກຸ່ມຄົນບໍ່ດີທັງພາຍໃນ ແລະ ຕ່າງປະເທດ.

ໜັງສືພິມວຽງຈັນທາມ ໄດ້ຣາຍງານໃນວັນທີ 17 ກັນຍາ ໂດຍອ້າງຄຳໃຫ້ສຳພາດ ທ່ານ ພັນໂທ ໄພຈິດ ໄຊຍະເດດ ຮອງຫ້ອງຕຳຣວດ ປກສ ແຂວງຈຳປາສັກ ວ່າ:

“ພາຍຫຼັງທີ່ ເຈົ້າໜ້າໄດ້ມີການສືບສວນ-ສອບສວນ ນາງ ຮວາຍເຮືອງ ໄຊຍະບູລີ (ໝວຍ), ອາຍຸ 30 ປີ ອາຊີບ ຄ້າຂາຍ ຢູ່ ບ້ານສະເຫຼົ້າ, ເມືອງໂພນທອງ ແຂວງຈຳປາສັກ ເຊິ່ງຜູ້ກ່ຽວໄດ້ຖືກ ກັກຕົວ ໃນວັນທີ 12 ກັນຍາ 2019 ທີ່ຜ່ານມານັ້ນ, ນາງ ໝວຍ ໄດ້ຮັບສາຣະພາບ ຕໍ່ການ ກະທຳທີ່ຜິດກົດໝາຍ ແລະ ຍັງໄດ້ຂໍ້ມູນ ທີ່ສຳຄັນ ຈາກຜູ້ກ່ຽວທີ່ມີການພົວພັນ ກັບບັນດາກຸ່ມຄົນບໍ່ດີ ທີ່ຢູ່ທັງພາຍໃນ ແລະ ຕ່າງປະເທດ.”

ເຖິງຢ່າງໃດກໍຕາມ, ຂະບວນການສືບສວນສອບສວນ ຍັງບໍ່ເປັນທີ່ຍອມຮັບ ຂອງອົງການຈັດຕັ້ງສາກົນ ແລະ ນັກກົດໝາຍພາຍໃນ ຍ້ອນວ່າ ນາງ ໝວຍ ຜູ້ຕ້ອງຫາ ບໍ່ສາມາດເຂົ້າເຖິງຂະບວນການຍຸຕິທັມ.

ທ່ານ Andrea Giogetta ຜູ່ອຳນວຍການອົງການ ສະຫະພັນສາກົນ ເພື່ອ ສິດທິມະນຸດ ທີ່ມີຫ້ອງການຢູ່ ປາຣີ ປະເທດຝຣັ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 17 ກັນຍາວ່າ:

"ຂ້າພະເຈົ້າບໍ່ຄິດວ່າ ຜູ່ຕ້ອງຫາໃນຄະດີອາຍາ ຂໍ້ຫາຕິຕຽນຣັຖບານ ຈະໄດ້ຮັບການປົກປ້ອງ ທາງກົດໝາຍ ແລະ ການຊ່ວຍເຫລືອ ຈາກ ທະນາຍຄວາມ. ຈາກກໍຣະນີທີ່ຜ່ານມາ, ບໍ່ມີຜູ່ຕ້ອງຫາຄົນໃດເລີຍ ທີ່ຈະໄດ້ຮັບການຊ່ວຍເຫລືອ ທາງກົດໝາຍ ເຖີງວ່າ ຣັຖບານຈະເວົ້າວ່າ ໄດ້ຮັບກໍຕາມ. ຜູ່ທີ່ຖືກຈັບໃນຄະດີແບບນີ້ ຕ້ອງຖືກໃສ່ຂໍ້ຫາຂໍ້ຫາ ໂຄສະນາໃສ່ຮ້າຍ ສປປລາວ ແລະ ພົວພັນກຸ່ມຄົນບໍ່ດີ ຊຶ່ງເປັນຂໍ້ຫາ ແບບບໍ່ຕ້ອງ ມີການພິສູດ."

ທ່ານ Andrea ກ່າວຕື່ມອີກວ່າ:

"ມັນບໍ່ເປັນເລື້ອງທີ່ແປກເລີຍ ທີ່ຜູ່ທີ່ຕິຕຽນຣັຖບານ ຈະຕິດຄຸກເປັນເວລາດົນນານ ນັ້ນເປັນເລື້ອງຈິງແທ້. ຂໍ້ຫາທ້າທາຍ [ພັກ-ຣັຖ], ທໍຣະຍົດຊາດ ແລະ ກຸ່ມພັດຖິ່ນ ແມ່ນມີໄວ້ສຳລັບຄົນ ທີ່ບໍ່ມັກຣັຖບານ."

ການສືບສວນ-ສອບສວນ ໃນຄັ້ງນີ້ ມີຄວາມເປັນໄດ້ທີ່ ນາງ ໝວຍ ຈະຖືກນາບຂູ່ ເພື່ອໃຫ້ຮັບສາຣະພາບ.

ນັກກົດໝາຍ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 17 ກັນຍາ ວ່າ: ຜູ້້ເປັນໂຈດ ໝາຍເຖີງເຈົ້າໜ້າຣັຖ ຕ້ອງໃຊ້ທຸກທ່າແຮງ ທຸກອຳນາດທີ່ມີ ສ້າງພາບປົກປ້ອງໂຕເອງໃຫ້ເຖິງທີສຸດ ດ້ວຍການບີບບັງຄັບ ແລະ ນາບຂູ່ ໃຫ້ ນາງ ໝວຍ ຕ້ອງຮັບສາຣະພາບ.

ປັດຈຸບັນ ນາງ ໝວຍ ຍັງຖືກກັກຂັງ ຢູ່ ຄ້າຍ-ຄຸມຂັງ ຫລື ຄຸກ ແຂວງຈຳປາສັກ ແລະ ເຈົ້າໜ້າທີ່ຕຳຣວດ ກຳລັງດຳເນີນຄະດີ ລາວ ແລະ ບໍ່ອະນຸຍາດໃຫ້ພົບຍາດພີ່ນ້ອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org