ຫຼາຍພາກສ່ວນເປັນຫ່ວງນໍາ ຊາວບ້ານ ມ.ສນາມໄຊ

ໄຊຍາ
2018.09.19
f-korean-dam ເຄືອຂ່າຍ ປະຊາສັງຄົມເກົາຫລີໃຕ້ ແລະຊາວໄທ ທີ່ໄປຮຽກຮ້ອງ ຢູ່ຕໍ່ໜ້າບໍຣິສັດ SK
RFA/PN

ເຄືອຂ່າຍພາກປະຊາສັງຄົມ 3 ປະເທດ ໄດ້ແກ່ ເກົາຫລີໃຕ້ ໄທ ແລະກັມພູຊາ ຍັງເປັນຫ່ວງປະຊາຊົນລາວ 6 ພັນປາຍຄົນ ຢູ່ ເມືອງສນາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົລກະທົບຢ່າງໜັກໜ່ວງ ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ. ດັ່ງຍານາງ ເປັມລືດີ ດາວເຮືອງ ເຄືອຂ່າຍເຝົ້າຕິດຕາມເຂື່ອນໃນລາວ ປະເທດໄທ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 19 ກັນຍາ ນີ້ວ່າ:

"ແຕ່ວ່າ ປະເດັນທີ່ເປັນຫ່ວງ ຫລາຍທີ່ສຸດຂອງເຮົາ ໃນຂະນະນີ້ຄືເຮົາບໍ່ໄດ້ຍີນຖແລງການຂອງບໍຣິສັດ ເນື່ອງຈາກເຮົາເຫັນວ່າ ຄວາມເສັຍຫາຍນີ້ໜັກໜ່ວງແລ້ວ ປະຊາຊົນໃນພື້ນທີ່ ຫລື ຕອບຮັບ ຫລືຕອບສນອງທີ່ຈະແຈ້ງ ພວກເຮົາເອັງທີ່ຕິດຕາມຍັງບໍ່ຮູ້ວ່າໃຜ ຈະເປັນຜູ້ດູແລຄວາມເສັຍຫາຍ ຫລື ຮັບຜິດຊອບ ຢ່າງເຖິງທີ່ສຸດເພາະປະຊາຊົນຈຳນວນຫລາຍພັນ ທີ່ໄດ້ຮັບຜົລກະທົບ ຄິດວ່າຍາວນານ.”

ຍານາງກ່າວຕື່ມວ່າ ນັບແຕ່ມື້ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເຮັດໃຫ້ປະຊາຊົນລາວທີ່ອາໃສຢູ່ໃຕ້ເຂື່ອນໄດ້ຮັບຜົລກະທົບໃນທັນທີ ໂດຍບໍ່ມີໂອກາດຫລົບໜີໄປທາງໃດ ມີທັງຜູ້ເສັຍຊີວິດ ແລະຫາຍສາບສູນ ອີກຈຳນວນຫຼາຍ ທີ່ຍັງຊອກບໍ່ເຫັນໃນເວລານີ້.

ປະຈຸບັນ ບໍຣິສັດຮ່ວມທຶນ ທັງ 4 ບໍຣິສັດ ຄື ບໍຣິສັດ SK, ບໍຣິສັດ KOREA WESTERN ຈາກປະເທດເກົາຫລີໃຕ້, ບໍຣິສັດຣາຊບູຣີ ໂຮນດີ້ງ ຈາກປະເທດໄທ ແລະ ບໍຣິສັດ ວິສາຫະກິຈ ຖືຫຸ້ນລາວ ບໍ່ໄດ້ອອກມາສະແດງຄວາມຮັບຜິດຊອບແຕ່ຢ່າງໃດ ຮວມເຖິງສາເຫດ ທີ່ແທ້ຈິງ ທີ່ເຮັດໃຫ້ເຂື່ອນແຕກ. ສາເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນຄັ້ງນີ້ ຍັງເປັນຄໍາຖາມໃຫ້ກັບຫຼາຍພາກສ່ວນ ໂດຍສະເພາະ ປະຊາຊົນລາວ ເຊີ່ງເປັນຜູ້ໄດ້ຮັບຜົລກະທົບວ່າແທ້ຈິງແລ້ວ ສາເຫດເຂື່ອນແຕກມາຈາກພັຍທຳມະຊາດ ຫລື ມາຈາກການກໍ່ສ້າງເຂື່ອນ ທີ່ບໍ່ໄດ້ມາຕຖານຂອງບໍຣິສັດຜູ້ຮັບເໝົາ ບໍຣິສັດ SK ຈາກປະເທດເກົາຫລີໃຕ້ .

ຮວມເຖິງການເປີດເຜີຍຂໍ້ມູນ ເຣື່ອງການສຶກສາຄວາມເປັນໄປໄດ້ ມາຕຖານການກໍ່ສ້າງ ແລະ ຂໍ້ມູນຜົລກະທົບດ້ານສິ່ງແວດລ້ອມ ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍ ກໍຍັງບໍ່ເຄີຍເປີດເຜີຍໃຫ້ສັງຄົມໄດ້ຮັບຮູ້. ດັ່ງທ່ານກ່າວຕື່ມວ່າ:

"ເຮົາກໍ່ມີຄໍາຖາມກ່ຽວກັບເຣື່ອງຄວາມໂປ່ງໃສ ແນ່ນອນຄຳຖາມສ່ວນໃຫຍ່ ຈະມາຈາກຕັ້ງແຕ່ໃນໄລຍະເຣື່ອງ ການຮັກສາຄວາມເປັນໄປໄດ້ ການສຶກສາເຣື່ອງ ຜົລກະທົບທາງ ສີ່ງແວດລ້ອມ ຍັງເປັນຄໍາຖາມໃຫຍ່ກ່ວາ ຄົບຖ້ວນແລ້ວຫລືບໍ່ ມັນກໍ່ມີຂໍ້ພິສູດເຖິງຄຳຖາມເຖິງເຣື່ອງ ຄວາມເສັຍຫາຍ ເຣື່ອງການອົບພະຍົບທີ່ຍັງບໍ່ເປັນທີ່ຍອມຮັບ."

ການອອກມາເຄື່ອນໄຫວ ເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຂອງເຄືອຂ່າຍພາກປະຊາສັງຄົມ ທີ່ປະເທດເກົາຫລີໃຕ້ ໃນເທື່ອນີ້ ບໍ່ໄດ້ໂຈມຕີ ບໍຣິສັດ SK ແລະ ບໍຣິສັດຮ່ວມທຶນ ອີກ 3 ບໍຣິສັດ ພຽງແຕ່ເປັນ ການຕິດຕາມ ແລະເຂົ້າໃຈໃນຂະບວນການຮັບຜິດຊອບ ແລະການຊົດເຊີຍຕ່າງໆ ຂອງບໍຣິສັດກໍ່ສ້າງເຂື່ອນເຊປຽນ-ເຊນໍ້ານ້ອຍ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.