ຄົນລາວລັກເຂົ້າໄທຍ ຖືກຈັບ 30 ຄົນ

ຈໍາປາທອງ
2020.09.10
f-workers ຄົນງານລາວ ໃນແຂວງ ພາກໃຕ້ ທີ່ຂ້າມໄປມາ ຣະຫວ່າງ ຊາຍແດນ ລາວ-ໄທ ເພື່ອປະກອບອາຊີພ ທໍາມາຫາກິນ
RFA

ເຈົ້າໜ້າທີ່ທາງການໄທຍ ຈັບຊາວລາວ ທີ່ຫວັງໄປເຮັດວຽກຢູ່ບາງກອກ 30 ຄົນ ຢູ່ຣົດທົວ ຢູ່ບ້ານໂບກມ່ວງ ແຂວງອຸບົນ ປະເທດໄທຍ, ດັ່ງ ເຈົ້າໜ້າທີ່ໜ່ວຍປະຕິບັດງານ ຕາມລໍາແມ່ນໍ້າ ຂອງ ແຂວງອຸບົນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 8 ກັນຍາ ນີ້ວ່າ:

”ໃນຖານະຄົນຈັບ ຂ້າພະເຈົ້າ ກໍຮັບຊາບ ຈາກສາຍຂ່າວວ່າ ຈະມີການຂ້າມມາ ແລ້ວເຮົາກໍບໍ່ທໍາການຈັບ ເຂົ້າຢູ່ໃນຣົດ. ແລ້ວຣົດນີ້ ຈະມາຈາກທາງປາກແຊງ. ແລ້ວຜ່ານມາ ຂ້າພະເຈົ້າ ກໍມາດັກກວດ ທີ່ບໍຣິເວນຈຸດກວດໂດຍກົງ. ເຂົາເອີ້ນວ່າ 3 ແຍກ ໂບກມ່ວງ ບ້ານໂບກມ່ວງ.”

ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ຕໍາຣວດ ເມືອງເຂັມມະຣາດ ແຂວງອຸບົນ ກ່າວວ່າ ໃນມື້ວັນທີ 8 ກັນຍາ ນີ້ໄດ້ມີການແຈ້ງຂໍ້ຫາ ກັບ ຊາວລາວ 30 ຄົນ ຄືເຂົ້າເມືອງຜິດກົດໝາຍ ແລ້ວໄດ້ສົ່ງໃຫ້ ດ່ານກັກໂຕໄວ້ ເພື່ອກຽມສົ່ງພວກເຂົາເຈົ້າ ກັບຄືນໄປປະເທດລາວ, ດັ່ງ ທີ່ທ່ານກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

“ສອບສວນ ແລະສົ່ງໄປດໍາເນີຄະດີ ເປັນທີ່ຮຽບຮ້ອຍແລ້ວ. ລັກເຂົ້າເມືອງຜິດກົດໝາຍ ຕອນນີ້ ໄດ້ສົ່ງທັງໝົດ ໄປກັກຕົວໄວ້ທີ່ດ່ານ ກັກຕົວ ທີ່ດ່ານ ກວດຄົນເຂົ້າເມືອງ ພິບູນ. ໂທດເຂົາກໍ ຖືກປັບໃໝ ຄະດີເຂົ້າເມືອງຜິດກົດໝາຍ ມັນກໍມີໂທດປັບໃໝ ກັບອີກໂທດນຶ່ງ ຄືສົ່ງກັບ.”

ທ່ານກ່າວຕື່ມວ່າ ຈາກການສອບສວນ ຂອງ ເຈົ້າໜ້າທີ່ໄທຍ, ຊາວລາວທັງໝົດ ທີ່ລັກເຂົ້າມາໄທຍ ນັ້ນແມ່ນເພື່ອມາເຮັດວຽກ. ສ່ວນເຣຶ່ອງ ວິທີການລັກເຂົ້າໄທຍນັ້ນ ຍັງຢູ່ໃນຣະຫວ່າງ ການສອບສວນ.

ເພື່ອສະກັດກັ້ນ ບໍ່ໃຫ້ຄົນລາວ ລັກໄປເຮັດວຽກຢູ່ປະເທດໄທຍ ເຈົ້າໜ້າທີ່ແຂວງຈໍາປາສັກ ຂອງລາວ ເວົ້າວ່າ ທາງເຈົ້າໜ້າທີ່ ກໍໄດ້ອອກ ກວດກາຢ່າງເຂັ້ມງວດຢູ່ ແລະ ໄດ້ມີການ ປະສານງານ ກັບ ເຈົ້າໜ້າທີ່ໄທຍ ໃນການກວດກາ ນໍາດ້ວຍ. ແລະວ່າ ເຣຶ່ອງການລົງໂທດ ຜູ້ກະທໍາຜິດ ເມື່ອທາງການໄທຍ ສົ່ງໂຕກັບມາ ທາງການລາວ ກໍບໍ່ໄດ້ລົງໂທດ ພຽງແຕ່ໃຫ້ ກັກໂຕ 14 ມື້ ຕາມມາຕການ ປ້ອງກັນ ໂຄວິດ-19, ດັ່ງເຈົ້າໜ້າທີ່ລາວ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 8 ກັນຍາ ນີ້ວ່າ:

”ປົກກະຕິ ມັນກໍຕ້ອງໄດ້ມີຫັ້ນແຫລະ. ສະພາບປົກກະຕິ ເຂົາກໍໄດ້ຕວດ ກໍຕ້ອງເຂັ້ມງວດກວດຂັນ ທັງ 2 ຝ່າຍຫັ້ນແຫລະ ກໍຕ້ອງມີຕຣວດ ຢູ່ແລ້ວ ບໍ່ໄດ້ມີການດໍາເນີນ ຄະດີດອກ ຕາມ ຂໍ້ຕົກລົງ ຕາມຄໍາສັ່ງ ຂອງ ທ່ານນາຍົກ ມີແຕ່ວ່າເພິ່ນ ກັກໂຕ ເຣື່ອງຂອງການກັກໂຕ ຂອງໂຄວິດ ນັ້ນແຫລະ ບໍ່ມີດໍາເນີນ ຄະດີ.”

ສໍາລັບຄົນງານລາວ ທີ່ໄປເຮັດວຽກແບບຖືກຕ້ອງຕາມກົດໝາຍ ຢູ່ໄທຍ ເວົ້າວ່າ ເຫດຜົລທີ່ຕ້ອງເຂົ້າມາ ເຮັດວຽກຢູ່ໄທຍ ແມ່ນວຽກຢູ່ລາວ ຫາຍາກຫລາຍ ແລະຄ່າແຮງງານກໍໜ້ອຍ, ຢູ່ໄທຍ ມີວຽກເຮັດຫລາຍກວ່າ ແລະຄ່າແຮງງານກໍດີກວ່າຢູ່ລາວຫລາຍ ດັ່ງຄົນງານລາວ ຜູ້ນຶ່ງເວົ້າວ່າ:

”ຄ່າແຮງມັນໜ້ອຍ ງານກໍຫາຍາກ ຄືຄ່າແຮງຂັ້ນຕໍ່າຫັ້ນ ໝື່ນນຶ່ງຕົກປະມານ ຖ້າສະເລັ່ຽກໍປະມານ 100 ກວ່າບາດ 150 ມັນຫາເງິນຍາກ ຂອງມັນແພງ ຄ່າແຮງມັນຖືກ ເຂົາກໍເລີຍຢາກ ມາເຮັດງານຢູ່ໄທຍ.”

ເວົ້າເຖິງຂໍ້ດີ ແລະຂໍ້ເສັຍ ໃນການໄປເຮັດວຽກຢູ່ໄທຍ ໂດຍຜ່ານດ່ານແບບ ຖືກຕ້ອງຕາມກົດໝາຍ ທ່ານເວົ້າວ່າ ຂໍ້ດີ ແມ່ນຖ້າທໍາຕາມ ກົດໝາຍ ຄົນງານລາວ ຈະໄດ້ຮັບການຄຸ້ມຄອງ ຕາມກົດໝາຍ ຈາກທາງການ ແຕ່ກໍມີຂໍ້ເສັຽ ຄືຕ້ອງໄດ້ດໍາເນີນຂັ້ນຕອນ ທີ່ຫຍຸ້ງຍາກ ແລະມີຄ່າໃຊ້ຈ່າຍຫລາຍ.

ອີງຕາມການຣາຍງານຂອງໜ່ວຍປະຕິບັດງານ ຕາມລໍາແມ່ນໍ້າຂອງ ແຂວງອຸບົນ ເມື່ອວັນທີ 4 ກັນຍານີ້, ມີການຈັບຄົນງານລາວ 30 ຄົນ ທີ່ລັກເຂົ້າມາໄທຍ ຊຶ່ງໃນນັ້ນ ເປັນຍິງ 17 ຄົນ, ຊາຍ 9 ຄົນ ແລະເດັກນ້ອຍ 4 ຄົນ. ພວກກ່ຽວຖືກຈັບຢູ່ເສັ້ນທາງ ສາຍເຂັມມະຣາດ -ໂຂງຈຽມ ຢູ່ບໍຣິເວນຈຸດກວດກາ ສາມແຍກບ້ານໂບກມ່ວງ ເມືອງ ເຂັມມະຣາດ

ຂນະທີ່ນັ່ງຢູ່ໃນຣົດທົວ ເພື່ອໄປເຮັດວຽກຢູ່ບາງກອກ. ຂນະນີ້ຢູ່ໃນຣະຫວ່າງ ການສອບສວນ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອຮູ້ຣາຍຣະອຽດ ກ່ຽວກັບການລັກເຂົ້າມາໄທຍ ຂອງພວກ ເຂົາເຈົ້າ. ແລະ ອີງຕາມຣາຍງານ ຂອງໜັງສືພິມ ສຍາມຣັຖ ວັນທີ 9 ກັນຍາ 2020, ໃນມື້ວັນທີ 4 ກັນຍາ ນີ້ ເຈົ້າໜ້າທີ່ໄທຍ ກໍຈັບຄົນງານລາວ ທີ່ລັກເຂົ້າມາໄທຍ ເພື່ອໄປເຮັດວຽກ ຢູ່ ບາງກອກ ໄດ້ຕື່ມອີກ 26 ຄົນ. ຜູ້ຕ້ອງຫາຖືກຕັ້ງ ຂໍ້ຫາບໍ່ມີໜັງສືເດີນທາງ, ເຂົ້າເມືອງຜິດກົດໝາຍ ແລະ ຈະຖືກດໍາເນີນຄະດີ ຕາມຣະບຽບກົດໝາຍໄທຍ.

ກ່ອນໜ້ານີ້ ເມື່ອເດືອນມິຖຸນາ ຜ່ານມາ ທາງການໄທຍ ໄດ້ຣາຍງານວ່າ ມີຄົນລາວລັກເຂົ້າມາໄທຍ ຕາມເສັ້ນທາງ ທໍາມະຊາດ 142 ຄົນ ແລະ ຖືກຈັບໃນຂໍ້ຫາລັກ ເຂົ້າປະເທດໄທຍ ແລະ ເມື່ອເດືອນສິງຫາ ທີ່ຜ່ານມານີ້ ຊາວລາວທີ່ລັກເຂົ້າໄທຍ ທີ່ແຂວງອຸບົນ ກໍຖືກທາງການ ໄທຍຈັບອີກ ຊຶ່ງຕາມປົກກະຕິ ກໍມີຂ່າວກ່ຽວກັບ ເຣຶ່ອງທີ່ວ່ານີ້ມາ ໂດຍຕລອດ.

ອີງຕາມການຣາຍງານ ຂອງສໍານັກງານ ນາຍົກຣັຖມົນຕຣີລາວ ໃນມື້ວັນທີ 31 ສິງຫາ ທີ່ຜ່ານມາ, ທາງການລາວ ຍັງສືບຕໍ່ປິດທຸກດ່ານ ປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນຕໍ່ໄປ, ຍັງບໍ່ອະນຸຍາດ ໃຫ້ຄົນເຂົ້າ-ອອກ ຍົກເວັ້ນບາງດ່ານ ສາກົນ ທີ່ອະນຸຍາດ ໃຫ້ຣົດຂົນສົ່ງ ສິນຄ້າເຂົ້າ-ອອກໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.