ກອງປະຊຸມ ທຳອິດ ຂອງອາຊ່ຽນ

ອາ​ວະ​ຣີ
2016.09.03
asean first meeting ຄະນະກັມມະການ ຜູ້ຕາງໜ້າ ຖາວອນ ປະຈຳອາຊ່ຽນ
RFA/Avary

ກອງປະຊຸມ ທຳອິດ ກ່ອນຈະເຖິງ ກອງປະຊຸມ ສຸດຍອດ ອາຊ່ຽນ ແມ່ນກອງປະຊຸມ ຄະນະກັມມະການ ຜູ້ຕາງໜ້າ ຖາວອນ ປະຈຳອາຊ່ຽນ ຊຶ່ງໄດ້ເປີດຂຶ້ນ ໃນວັນທີ 3 ກັນຍາ ປີ 2016 ນີ້ ທີ່ໂຮງແຮມ ລາວພລາຊາ ນະຄອນຫລວງວຽງຈັນ ພາຍໃຕ້ ການເປັນປະທານ ຂອງທ່ານ ລັດສະໝີ ແກ້ວມະນີ ເອກອັກຄະຣັຖທູດ ຜູ້ຕາງໜ້າ ຖາວອນແຫ່ງສປປລາວ ປະຈຳອາຊ່ຽນ ໂດຍມີບັນດາເອກອັກຄະຣາຊທູດ ແລະ ຜູ້ຕາງໜ້າຖາວອນ ຂອງທັງສິບປະເທດ ສະມາຊິກອາຊ່ຽນ, ຮອງເລຂາທິການໃຫຍ່ອາຊ່ຽນ ແລະ ພະນັກງານການທູດ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງຫລັກ ຂອງກອງປະຊຸມ ເທື່ອນີ້ ແມ່ນເພື່ອແກ້ໄຂ ບັນຫາຄົງຄ້າງ ພາຍໃຕ້ ຂອບຄວາມຮັບຜິດຊອບ ຂອງຄະນະກັມມະການ; ພິເສດ ກອງປະຊຸມ ໄດ້ຮ່ວມກັນ ຮ່າງເອກກະສານ ສຳຣັບກອງປະຊຸມ ເຈົ້າໜ້າທີ່ ຂັ້ນສູງ ກອງປະຊຸມ ສະພາ ປະສານງານ ກອງປະຊຸມ ສຸດຍອດ ອາຊ່ຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມ ສຸດຍອດອື່ນໆ ທີ່ດຳເນີນໄປ ໃນຣະຫວ່າງ ວັນທີ 6 ຈົນເຖິງວັນທີ 8 ເດືອນກັນຍານີ້ ທີ່ນະຄອນຫລວງວຽງຈັນ.
ໃນມື້ກອງປະຊຸມ ຄັ້ງທຳອິດ ຊຶ່ງຈັດຂຶ້ນ ເມື່ອວັນເສົາ ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີສປປລາວ, ໄດ້ກ່າວ ກ່ຽວກັບ ກອງປະຊຸມອາຊ່ຽນ ທາງໂທຣະທັດ ແຫ່ງຊາດລາວ ຕອນນຶ່ງວ່າ:
“ເພື່ອຕ້ອນຮັບ ກອງປະຊຸມສຸດຍອດ ອາຊ່ຽນ ຂ້າພະເຈົ້າ ຂໍເຊີນຊວນ ພໍ່ແມ່ພີ່ນ້ອງ ປວງຊົນລາວ ໃນທົ່ວປະເທດ, ໂດຍສະເພາະ, ປວງຊົນລາວ ນະຄອນຫລວງວຽງຈັນ ຂອງພວກເຮົາ ຂໍໃຫ້ເປັນເຈົ້າພາບທີ່ດີ ຕ້ອນຮັບແຂກດ້ວຍອັດທະຍາສັຍໄມຕຣີ ອັນຈົບງາມ ຕາມຮີດຄອງປະເພນີ ຂອງຊາດລາວເຮົາ ແລະ ປະຊາຊົນລາວເຮົາ ຂໍຂອບໃຈ.”
ເອກອັກຄະຣາຊທູດ ຫລື ຜູ້ຕາງໜ້າຖາວອນ ປະຈຳອາຊ່ຽນ ແມ່ນເຈົ້າໜ້າທີ່ ທາງການຂອງ ແຕ່ລະປະເທດ ສະມາຊິກ ອາຊ່ຽນ ທີ່ໄປເຮັດວຽກ ປະຈຳ ຢູ່ກອງເລຂາອາຊ່ຽນ ທີ່ນະຄອນຫລວງ ຈ່າກາກຕ່າ ປະເທດອິນໂດນີເຊັຍ. ສ່ວນເຈົ້າໜ້າທີ່ ຂັ້ນສູງນັ້ນ ສ່ວນຫລາຍແລ້ວ ຈະແມ່ນ ຫົວໜ້າກົມ ອາຊ່ຽນ ຂອງແຕ່ລະປະເທດ.

ອາວະຣີ RFA ຣາຍງານຈາກ ນະຄອນຫລວງວຽງຈັນ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.