ຄອບຄົວ ສົມບັດ ຣຳລຶກ ເຖິງທ່ານ ຄົບ 7 ປີ ຫາຍ​ສາບສູນ

ສຸພັດຕາ
2019.12.16
F-191216-Sombath-Somphone-day ຄອບ​ຄົວ ແລະ ຫຼາຍ​ພາກ​ສ່ວນ ທັງ​ພາຍ​ໃນ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ເຂົ້າ​ຮ່ວມ ພິ​ທີ​ທາງ​ສາ​ສ​ນາ ເພື່ອ​ສູດ​ມົນ ແຜ່​ເມດ​ຕາ ໃຫ້​ແກ່​ທ່ານ ສົມ​ບັດ ສົມ​ພອນ ທີ່ວັດປ່າ ນາຄູນນ້ອຍ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
ຮູບ​ພາບ​ຈາກ: ຄອບ​ຄົວ​ທ່ານ ສົມ​ບັດ ສົມ​ພອນ

ໃນຕອນ​ເຊົ້າວັ​ນອາ​ທິດ ​ວັນທີ 15 ທັນ​ວາ ນີ້ ຄອບ​ຄົວ​ທ່ານ ສົມ​ບັດ ສົມ​ພອນ ໄດ້​ຈັດ​​ພິ​ທີທາງ​ສາ​ສ​ນາ ເຮັດ​ບຸນ​ກຸ​ສົນ ຈັດ​ພາ​ເຂົ້າ​ທິ​ພ ຖວາຍ​ແດ່​ພ​ຣະ​ພິ​ຂຸ​ສົງ ທີ່​ວັດ​ປ່າ​ ນາ​ຄູນ​ນ້ອຍ, ເມືອງ​ນາ​ຊາຍ​ທອງ ນະ​ຄອນຫຼວງວຽງ​ຈັນ ເພື່ອ​ເປັນ​ການສູ​ດ​ມົນ ອອຍ​ພອນ​ແດ່​ທ່ານ ສົມ​ບັດ ສົມ​ພອນ ແລະ ທັງ​ເປັນ​ການ​ຣຳ​ລຶກ​ເຖິງ ​ຄຸນ​ງານ​ຄວາມ​ດີ​ຂອງທ່ານ ພາຍຫຼັ​ງ​ທີ່​ທ່ານ ​ຖືກ​ລັກ​ພາ​ໂຕ ຄົບ​ຮອບ 07 ປີ​ເຕັມ.

ດັ່ງ​ຍາ​ນາງ ອຶ້ງ ຊຸຍ​ເມັ້ງ, ພັ​ລ​ຍາ ຂອງ​ທ່ານ ສົມ​ບັດ ສົມ​ພອນ ໄດ້​ກ່າວ​ຕໍ່​ຜູ້​ສື່​ຂ່າວ ​ວິ​ທ​ຍຸ​ເຊັຽ​ເສ​ຣີ ໃນ​ມື້​ວັນ​ທີ 16 ທັນ​ວ​າ ຕອນ​ນຶ່ງວ່າ:

“ໄປ​ເຮັດ​ພາ​ເຂົ້າ​ທິ​ພ ມັນ​ກະ​ເປັນ​ຕາມ​ສາ​ສ​ນາ ປົກ​ກະ​ຕິ. ບໍ່​ໄດ້​ຕັກ​ບາດ ເພາະ​ວ່າ​ຢູ່​ວັດ​ເດ ມັນ​ກະ​ມີ​ແຕ່​ເຮັດ​ພາ​ເຂົ້າ​ທິ​ພຊື່ໆ, ແຜ່​ເມດ​ຕາ. ຫຼັງ​ຈາກ​ຄ​ຣູ​ບາ​ສູ​ດ​ແລ້ວ ກະ​ນັ່ງ​ສະ​ມາ​ທິ.”

ຍາ​ນາງ​ກ່າວ​ຕື່ມວ່າ ພາຍຫຼັງ​ ມີ​ການ​ຖວາຍ​ ຈັງ​ຫັນ ​ດ້ວຍ​ພາ​ເຂົ້າ​ທິ​ພ​ແລ້ວ ພ​ຣະ​ອາ​ຈານ​ ທີ່​ວັດ​ປ່າ​ ນາ​ຄູນ​ນ້ອຍ ກໍ​ໄດ້​ທຳ​ພິ​ທີ​ສູດ​ມົນ ໂດຍ​ການພາ​ ອອກ​ໂຕນ​ຍາດ​ໂຍມ ທີ່​ມາ​ຮ່ວມ​ງານ ນັ່ງສະ​ມາ​ທິ ເພື່ອ​ຈະ​ເຣີນ​ສະ​ຕິ ແລະ ແຜ່​ເມດ​ຕາ ໃຫ້​ທ່ານ ສົມ​ບັດ ສົມ​ພອນ.

ສຽງ​ຄ​ຣູ​ບາ​ເທ​ສ​ນາ.

ພິ​ທີ​ດັ່ງ​ກ່າວ ໄດ້​ດຳ​ເນີນ​ໄປ ​ຢ່າງ​ລຽບ​ງ່າຍ ເປັນ​ກັນ​ເອງ ແບບ​ຄອບ​ຄົວ ອັນ​ເຕັມ​ໄປ​ດ້ວຍ ​ກຳ​ລັງ​ໃຈ ທີ່​ມີ​ຄວາມ​ໝາຍ ໃຫ້​ແກ່​ສະ​ມາ​ຊິກ​ ຄອບ​ຄົວ ຂອງ​ທ່ານ ສົມ​ບັດ ສົມ​ພອນ ທີ່​ຍັງ​ຄົງ​ ຄອງ​ຄອຍ​ໃຫ້​ທ່ານ ກັບຄືນ​ມາ ​ສູ່​ຄອບ​ຄົວ ​ຢ່າງ​ປອດ​ພັຍ.

ເຖິງວ່າ​ໃນ​ປີນີ້, ຈະ​ເປັນ​ການ​ຈັດ ​ພິ​ທີ​ທາງ​ສາ​ສ​ນາ ​ພຽງ​ເລັກ​ນ້ອຍ ເພື່ອ​ຣຳ​ລຶກ​ ເຖິງ​ທ່ານ​ ສົມ​ບັດ ສົມ​ພອນ, ແຕ່​ກໍມີ​ແຂກ​ ຈາກຫຼາຍ​ພາກ​ສ່ວນ ໄດ້​ເຂົ້າ​ຮ່ວມ​ງານ ເປັນ​ຕົ້ນ​ວ່າ ບັນ​ດາ​ທູ​​ຕາ​ນຸ​ທູ​ຕ ແລະ ໂຕ​ແທນຈາກ ​ສະ​ຖານ​ເອກ​ອັກ​ຄ​ຣັ​ຖ​ທູ​ຕ ​ຕ່າງໆປະ​ຈຳ​ລາວ ແລະ ສະ​ຫະ​ພາບ​ຢູ​ໂຣ​ປ ກໍມາ​ຮ່ວມ​ງານ​. ໂຕ​ແທນ​ຈາກ​ ອົງ​ກາ​ນ​ຈັດ​ຕັ້ງ​ສາ​ກົນ ແລະ ຄູ່​ຮ່ວມ​ພັທ​ນາ, ໂຕ​ແທນ​ຈາກ ອົງ​ການ​ຈັດ​ຕັ້ງ​ ພາກ​ປະ​ຊາ​ສັງ​ຄົມ, ບັນ​ດາ​ອະ​ດີດ​ ອາ​ສາ​ສ​ມັກ ຕລອດ​ເຖິງ​ ເພື່ອນ​ຮ່ວມ​ງານ ແລະ ສ​ມາ​ຊິກ​ຄອບ​ຄົວ ກໍ​ໄດ້​ເຂົ້າ​ຮ່ວມ​ ງານ​ຣຳ​ລຶກ​ເຖິງ​ທ່ານ ສົມ​ບັດ ສົມ​ພອນ ຢ່າງ​ພ້ອມ​ພຽງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.