ປະຊາຊົນຫວັງວ່າ ຄະນະຣັຖມົນຕຣີ ຊຸດໃໝ່ ຈະແກ້ໄຂບັນຫາ ເສຖກິຈໄດ້
ປະຊາຊົນຊາວລາວ ໃຫ້ທັດສະນະ ທາງຄວາມຄິດ ຕໍ່ການປັບປ່ຽນໂຍກຍ້າຍ ຄະນະຣັຖມົນຕຣີ ຈາກ 3 ກະຊວງ ແລະ ຫລາຍຄົນໄດ້ພຽງແຕ່ຫວັງວ່າ ຄະນະຣັຖມົນຕຣີຊຸດໃໝ່ ໂດຍສະເພາະຣັຖຕຣີ ກະຊວງການເງິນ ທີ່ເປັນລູກຊາຍ ຂອງອະດີດ ປະທານປະເທດ ຈະສາມາດປັບປຸງ ເສຖກິຈລາວໃຫ້ດີຂຶ້ນ.
-
ພອນ ພູມມີທອນ
2023-01-31 -
-
-
Your browser doesn’t support HTML5 audio
ໃນວັນທີ 30 ມົກກະຣາ 2023 ກອງປະຊຸມ ຄະນະປະຈໍາສະເພາະແຫ່ງຊາຕ ຊຸດທີ 9 ປະຈໍາເດືອນ ມົກກະຣາ ປີ 2023 ໄດ້ຕົກລົງເຫັນດີ ຮັບຮອງເອົາການໂຍກຍ້າຍ ແລະແຕ່ງຕັ້ງສມາຊິກຣັຖບານໃໝ່ 3 ກະຊວງ ໂດຍແຕ່ງຕັ້ງ ໃຫ້ລູກຫລານ ຂອງເພິ່ນຜູ້ນໍາ ພັກປະຊາຊົນ ປະຕິວັດລາວ 2 ຄົນ ເຂົ້າຮັບຕໍາແໜ່ງ ຣັຖມົນຕຣີ ໃນຄະນະຣັຖບານໃໝ່.
ໃນນີ້ໄດ້ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ແຂວງສວັນນະເຂດ ໄປເປັນ ຣັຖມົນຕຣີກະຊວງການເງິນ ເຊິ່ງທ່ານເປັນ ລູກຊາຍຂອງ ທ່ານໄກສອນ ພົມວິຫານ ເພິ່ນປະທານ ປະເທດລາວ, ນອກຈາກນີ້ ຍັງແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງ ແຂວງສາຣະວັນ ເປັນຣັຖມົນຕຣີ ກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງທ່ານເປັນລູກຊາຍ ຂອງທ່ານ ຈູມມາລີ ໄຊຍະສອນ ເພິ່ນປະທານ ປະເທດລາວ ແລະ ຍັງໄດ້ແຕ່ງຕັ້ງ ທ່ານ ງາມປະສົງ ເມືອງມະນີ ຮອງຣັຖມົນຕຣີ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຣັຖມົນຕຣີ ກະຊວງໂຍທາທິການ ແລະ ຂົນສົ່ງ
ໃນເຣື່ອງດັ່ງກ່າວນີ້ ຊາວລາວ ທ່ານນຶ່ງ ກ່າວຕໍ່ ວິທຍຸເອ ເຊັຽເສຣີ ໃນວັນທີ 31 ມົກຣາ ນີ້ວ່າ ການໂຍກຍ້າຍ ປັບປ່ຽນ ຕໍາແໜ່ງຣັຖມົນຕຣີ ທັງ 3 ກະຊວງນີ້ ກໍເປັນໄປຕາມລະບົບ ຂອງຣັຖບານ ວາງໄວ້ຢູ່ແລ້ວ ໂດຍສະເພາະ ທ່ານສັນຕິພາບ ພົມວິຫານ ທີ່ມາຮັບຕໍາແໜ່ງ ຣັຖມົນຕຣີ ກະຊວງການເງິນ ຖ້າທ່ານຕັ້ງໃຈບໍຣິຫານປະເທດໃຫ້ດີຂຶ້ນ ກໍຖືວ່າເໝາະສົມ ແຕ່ຫລາຍຄົນ ລໍຖ້າຕິດຕາມຜົລງານ ແລະ ຫວັງວ່າເສຖກິຈລາວ ຈະດີຂຶ້ນ ໃນຕໍ່ໜ້າ.
“ເອອ ມັນເປັນລະບົບຂອງເພິ່ນເອງ ກະຖືວ່າ ເປັນຄົນຂອງເພິ່ນກໍແມ່ນເນາະ ເພາະວ່າເພິ່ນກະເປັນ ລູກຂອງທ່ານໄກສອນເນາະ ເພິ່ນກະຊິເໝາະສົມຫັ້ນແຫລະ ຕັ້ງໃຈຢາກຊ່ອຍປະຊາຊົນ ຖ້າເບິ່ງນ່າ ວ່າສ່ໍາໃດຫັ້ນນ່າ ຂຶ້ນໄປເຮັດໃຜກໍເວົ້າໄດ້ໝົດແຫລະ ຕິດຕາມໄປເບິ່ງນີ້ແຫລະ.”
ຂະນະ ທີ່ຊາວລາວ ໃນແຂວງສວັນນະເຂດ ທ່ານນຶ່ງກໍກ່າວວ່າ ການແຕ່ງຕັ້ງຣັຖມົນຕຣີ ໃໝ່ທັງ 3 ກະຊວງນີ້ ກໍເປັນເຣື່ອງທີ່ດີ ແລະ ເຫັນດີກັບຄະນະຣັຖບານລາວ ໂດຍສະເພາະ ການແຕ່ງຕັ້ງ ທ່ານສັນຕິພາບ ພົມວິຫານ ເຈົ້າແຂວງ ແຂວງສວັນນະເຂດ ໄປເປັນ ຣັຖມົນຕຣີ ກະຊວງການເງິນ ເຊິ່ງເປັນກະຊວງ ທີ່ສໍາຄັນຂອງປະເທດລາວ ທີ່ຕ້ອງບໍຣິຫານເງິນ ຂອງປະເທດນັ້ນ ທາງຄະນະຣັຖບານລາວ ກໍຄົງເຫັນວ່າເປັນເຣື່ອງທີ່ເໝາະສົມ ເພາະທີ່ຜ່ານມາ ທ່ານສັນຕິພາບ ພົມວິຫານ ກໍເຄີຍເປັນ ຮອງຣັຖມົນຕຣີ ກະຊວງການເງິນ ໃນປີ 2014 ມາກ່ອນ ແລະ ໄດ້ເຄີຍປະຕິບັດໜ້າທີ່ຊີ້ນໍາ ວຽກການເງິນມາແລ້ວ ເຊິ່ງກໍຫວັງວ່າ ຈະພັທນາປະເທດຊາຕໃຫ້ດີຂຶ້ນ.
ດັ່ງ ທ່ານກ່າວວ່າ:
“ກໍເຫັນດີນໍາເພິ່ນແຫລະ ເພາະວ່າ ກ່ອນໜ້ານັ້ນເພິ່ນ ກໍເປັນຮອງຣັຖມົນຕຣີ ປະຕິບັດມາແລ້ວຫັ້ນນ່າ ຂໍຝາກຄວາມຫວັງຫັ້ນແຫລະ ເພາະຢາກໃຫ້ເສຖກິຈ ບ້ານເຮົາຄົງດີເດ້ ກໍຊິແມ່ນຂັ້ນເທິງ ມອງການໄກຫັ້ນແຫລະ ເພິ່ນຊິມາຊ່ວຍແກ້ໄຂ ເພິ່ນຄ່ອຍແຕ່ງຕັ້ງຂຶ້ນມາເນາະ.”
ພ້ອມດຽວກັນນີ້ ຊາວລາວອີກທ່ານນຶ່ງ ກໍໃຫ້ຄວາມເຫັນວ່າ ການແຕ່ງຕັ້ງ ແລະ ປັບປ່ຽນຕໍາແໜ່ງຂອງ 3 ກະຊວງນີ້ ທາງຣັຖບານ ກໍແຕ່ງຕັ້ງຕາມລະບົບ ແລະ ເອົາພັກພວກຂອງເຂົາເຈົ້າເອງ ເປັນທັມມະດາ ຢູ່ແລ້ວ ເພາະເປັນລະບົບ ພັກດຽວ ກວດສອບໃນຄວາມໂປ່ງໃສບໍ່ໄດ້ ເຊິ່ງກໍບໍ່ຮູ້ວ່າ ປະເທດຊາຕຈະດີຂຶ້ນ ຫລື ບໍ່ ກໍຕ້ອງລໍຖ້າເບິ່ງຜົລງານຕໍ່ໄປ.
“ຈັ່ງວ່າ ມັນຊິດີຂຶ້ນບໍ່ ບໍ່ຮູ້ຄືກັນ ກໍພວກກຸ່ມເຂົາເນາະ ເຂົາກໍແບ່ງກັນກິນຫັ້ນແຫລະ ພວກເຂົາເອງ ຄົນເຂົາເອງ ໄປກ້າວກາຍບໍ່ໄດ້ ຈັບໂລດ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ນັກວິຊາການ ດ້ານເສຖກິຈ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກໍກ່າວວ່າ ການແຕ່ງຕັ້ງ ຣັຖມົນຕຣີ 3 ກະຊວງຜູ້ໃໝ່ນີ້ ກໍເປັນລະບົບ ຂອງຣັຖບານຢູ່ແລ້ວ ທີ່ເອົາລູກຫລານຂອງອະດີດປະທານ ປະເທດ ໃຫ້ມີສ່ວນຮ່ວມ ໃນການບໍຣິຫານປະເທດ ແລະ ສ່ວນນຶ່ງ ກໍຕ້ອງມີຄວາມຮູ້ ຄວາມສາມາດ ໃນວຽກງານນໍາດ້ວຍ ທາງຄະນະຣັຖບານ ຈຶ່ງແຕ່ງຕັ້ງຂຶ້ນມາ ແຕ່ໃນຄວາມຄິດເຫັນສ່ວນໂຕ ທ່ານຄິດວ່າ ໃນເມື່ອເປັນລູກຫລານ ຂອງອະດີດປະທານ ປະເທດແລ້ວ ກໍຄວນຈະບໍ່ອ້າງແຕ່ຊື່ ຂອງຄົນຣຸ້ນຫລັງ ແຕ່ຄວນຈະພັທນາຝີມື ແລະ ຜົລງານ ການບໍຣິຫານປະເທດ ໃຫ້ໄປໃນທິດທາງທີ່ດີຂຶ້ນນໍາດ້ວຍ.
“ທີ່ຈິງໂຕນີ້ມັນນັ້ນຢູ່ແລ້ວ ລູກຫລານເພິ່ນກໍຕ້ອງສົ່ງເສີມ ໃຫ້ມີຄວາມຮູ້ ຄວາມສາມາດຢູ່ແລ້ວ ຂັ້ນເທິງເພິ່ນຄືຊິເບິ່ງພາລະບົດບາດ ເບິ່ງຄວາມສາມາດ ຄືຊິອັນນັ້ນໄດ້ ແຕ່ວ່າບາດນີ້ ມີຜູ້ໜຸນຫລັງ ເຂົາເຈົ້າຕ້ອງເປັນກໍາລັງແຮງໃຫ້ເຂົາເອງ ບໍ່ແມ່ນວ່າ ຊິປ່ອຍໃຫ້ເພິ່ນອຸ້ມ ເພິ່ນຍູ້ ຫັ້ນບໍ່ໄດ້.”
ນອກຈາກນີ້ ຣັຖບານຍັງໄດ້ໂຍກຍ້າຍ ທ່ານ ວຽງສະຫວັດ ສີພັນດອນ ຣັຖມົນຕຣີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄປຮັບໜ້າທີ່ໃໝ່ ຢູ່ແຂວງຫລວງນ້ໍາທາ ພ້ອມດຽວກັນນີ້ ກໍໂຍກຍ້າຍ ທ່ານ ດຣ. ດາວວົງ ພອນແກ້ວ ຣັຖມົນຕຣີ ກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ໃໝ່ ຢູ່ແຂວງສາຣະວັນ ແລະ ໂຍກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີ ກະຊວງການເງິນ ໄປຮັບໜ້າທີ່ໃໝ່ ຢູ່ແຂວງສວັນນະເຂດ.
ສຳລັບປວັດໂດຍຫຍໍ້ ຂອງທ່ານ ສັນຕິພາບ ພົມວິຫານນັ້ນ, ປັດຈຸບັນ ທ່ານມີຕຳແໜ່ງໃນພັກ ປະຊາຊົນປະຕິວັດລາວ ໂດຍເປັນສະມະຊິກ ຄະນະບໍຣິຫານສູນກາງພັກ ແລະ ເປັນກັມມະການສູນກາງພັກ, ເປັນເລຂາພັກແຂວງ, ເຈົ້າແຂວງ ແຂວງສວັນນະເຂດ. ກ່ອນໜ້ານີ້, ທ່ານເຄີຍເປັນຮອງຣັຖມົນຕຣີ ກະຊວງການເງິນ ກ່ອນທີ່ທ່ານຈະໄປເປັນເຈົ້າແຂວງ ແຂວງສວັນນະເຂດ.
ປວັດໂດຍຫຍໍ້ ຂອງທ່ານ ໂພໄຊ ໄຊຍະສອນ, ປັດຈຸບັນ ທ່ານມີຕຳແໜ່ງໃນພັກ ປະຊາຊົນ ປະຕິວັດລາວ ໂດຍເປັນສະມະຊິກ ຄະນະບໍຣິຫານງານ ສູນກາງພັກ ແລະ ເປັນກັມມະການ ສູນກາງພັກ, ເປັນເລຂາພັກແຂວງ, ເຈົ້າແຂວງ ແຂວງສາຣະວັນ. ກ່ອນໜ້ານີ້, ທ່ານເຄີຍເປັນຮອງເຈົ້າແຂວງ ແຂວງສວັນນະເຂດ ກ່ອນທີ່ທ່ານຈະໄປເປັນເຈົ້າແຂວງ ແຂວງສາຣະວັນ.
ສ່ວນປວັດຫຍໍ້ ຂອງທ່ານ ງາມປະສົງ ເມືອງມະນີ, ປັດຈຸບັນ ທ່ານຍັງບໍ່ມີຕຳແໜ່ງ ໃນພັກປະຊາຊົນປະຕິວັດລາວ ໃນລະດັບສະມະຊິກ ຄະນະບໍຣິຫານງານ ສູນກາງພັກ ແລະ ຍັງບໍ່ເປັນກັມມະການ ສູນກາງພັກ ຢ່າງເປັນທາງການເທື່ອ, ແຕ່ກ່ອນຈະຖືກແຕ່ງຕັ້ງ ໃຫ້ຂຶ້ນເປັນ ຣັຖມົນຕຣີ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນຄັ້ງນີ້ ທ່ານດຳຣົງຕຳແໜ່ງ ເປັນຮອງຣັຖມົນຕຣີ ກະຊວງດັ່ງກ່າວນີ້ ມາກ່ອນແລ້ວ.