ການຊື້ຈ້າງເຂົ້າຮຽນ ຢູ່ລາວ
ການເຂົ້າຮຽນ ໃນ ມະຫາວິທຍາລັຍ ຢູ່ ສປປລາວ ຈໍານວນ ບໍ່ໜ້ອຍ ທີ່ຍັງມີການ ຊື້ຈ້າງກັນຢູ່
-
ຈໍາປາທອງ
2018-08-28 -
-
-
Your browser doesn’t support HTML5 audio
ການເຂົ້າຮຽນມະຫາວິທຍາລັຍ ຢູ່ ສປປລາວ ເປັນຕົ້ນມະຫາວິທຍາລັຍແຫ່ງຊາດ ຈໍານວນບໍ່ໜ້ອຍ ຍັງມີການຈ້າງເຂົ້າຢູ່ຄືເກົ່າ ໂດຍສະເພາະ ພວກລູກຫຼານຂອງຄົນຮັ່ງມີ ຖ້າບໍ່ເປັນລູກຫຼານ ຂອງເຈົ້າໜ້າທີ່ຣະດັບສູງ ຫລື ຜູ້ມີເສັ້ນສາຍໃຫຍ່ ເຮັດໃຫ້ນັກຮຽນ ເກັ່ງ ເສັງໄດ້ ບໍ່ມີໂອກາດ ໄດ້ຮຽນຕໍ່. ຕາມຄໍາເວົ້າຂອງອະດີດນັກສຶກສາລາວ ຄົນນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 27 ສິງຫາ ນີ້:
"ສ່ວນຫຼາຍຂະເຈົ້າກະຊື້ຈ້າງໝົດຫັ້ນແຫຼະ ເຟສກະເຫັນຂະເຈົ້າໂພສກັນລົງຫຼາຍ ກະໂຈມຕີກັນຫລາຍເດ້ ບາງຄົນຈ້າງເຂົ້າບໍ່ໄດ້ ຕ້ອງໄດ້ໃຊ້ ເງິນຫລາຍ."
ນາງເວົ້າວ່າ ສ່ວນຫລາຍແລ້ວ ການຊື້ຈ້າງເຂົ້າມະຫາວິທຍາລັຍ ຕ້ອງໄດ້ເສັຍເງິນຫຼາຍແສນບາດ. ແຕ່ຖ້າຈ້າງເຂົ້າຮຽນບາງຂແນງ ເປັນຕົ້ນ ຂແນງແພດສາດ ແມ່ນຕ້ອງໄດ້ເສັຍເງິນຫຼາຍກວ່ານັ້ນ ຈຶ່ງໄດ້ເຂົ້າແບບບໍ່ຕ້ອງຜ່ານ ການສອບເສັງປົກກະຕິ ເຮັດໃຫ້ນັກຮຽນເກັ່ງແລະຕັ້ງໃຈ ຮຽນແທ້ໆ ແຕ່ເປັນຄົນທຸກຍາກ ຈໍານວນບໍ່ໜ້ອຍບໍ່ໄດ້ຮຽນຕໍ່, ຕ້ອງໄດ້ໄປຊອກເຮັດວຽກ ຫາເງິນພໍລ້ຽງຊີບ.
ນາງຄິດວ່າ ບັນຫາຊໍາເຮື້ອທີ່ວ່ານີ້ ຍັງຈະມີຕໍ່ໆໄປເລຶ້ອຍໆ ຈົນກວ່າວ່າຈະລົບລ້າງການສໍ້ຣາດບັງຫລວງ ໃນຣະບົບການສຶກສາ ທຸກຣະດັບໄດ້ ຊຶ່ງທາງກະຊວງສຶກສາທິການ ແລະກິລາ ສປປລາວ ຈະຕ້ອງໄດ້ກວດກາເຂັ້ມງວດ ແລະແກ້ໄຂເດັດຂາດ ຍ້ອນວ່າ ມັນເປັນສິ່ງທ້າທາຍ ຕໍ່ ການພັທນາການສຶກສາໃນລາວ.
ຄຽງຄູ່ກັນໄປກັບບັນຫາທີ່ວ່ານີ້ ກໍຍັງມີບັນຫາກ່ຽວກັບນັກສຶກສາ ທີ່ຮຽນຈົບຈາກມະຫາວິທຍາລັຍ ຈໍານວນຫລວງຫລາຍ ບໍ່ຖືກທາງການ ສປປລາວ ບັນຈຸເຂົ້າເຮັດວຽກງານ ເຮັດໃຫ້ຜູ້ມີເງິນແດ່ກໍຈ້າງເຂົ້າເຮັດວຽກນໍາຣັຖ ຂນະທີ່ມີບໍ່ໜ້ອຍ ທີ່ຮຽນເກັ່ງ ມີຄວາມຮູ້ຄວາມສາມາດ ບໍ່ມີໂອກາດໄດ້ເຂົ້າເຮັດວຽກນໍາຣັຖ, ຕ້ອງໄດ້ໄປເຮັດວຽກນໍາ ບໍຣິສັດເອກກະຊົນ ຫລືບໍ່ກໍໄປຊອກຫາເຮັດວຽກໃດວຽກນຶ່ງ ເຮັດພໍໄດ້ຢູ່ໄດ້ກິນ ໄປຕາມຍັດຖາກັມຂອງຕົນ.