ກອງປະຊຸມທ້ອນໂຮມ ຊາວລາວ ໃນຕ່າງແດນ
ໄມຊູລີ
2017.10.22
2017.10.22

ກອງປະຊຸມ ທ້ອນໂຮມ ຊຸມຊົນຊາວລາວ ໃນຕ່າງແດນ ຈະຈັດຂຶ້ນ ໃນວັນເສົາ ທີ 28 ຕຸລາ 2017 ນີ້, ຢູ່ທີ່ຫ້ອງປະຊຸມ ສີສະຫວ່າງ ວັທທະນາ, ເມືອງ Fresno, ຣັັຖ California ສະຫະຣັຖ ອະເມຣິກາ. ກ່ຽວກັບວ່າເປົ້າໝາຍສຳຄັນ ຂອງກອງປະຊຸມຄັ້ງນີ້ ມີແນວໃດນັ້ນ ໄມຊູລີ ມີບົດສັມພາດ ທ່ານ ອຸດົງ ໄຊຊະນະ ຄນະປະສານງານ ຂອງກອງປະຊຸມ ມາສເນີທ່ານ ໃນຣາຍການ “ລາວໃນຕ່າງປະເທດ” ປະຈຳສັປດານີ້. ເຊີນທ່ານ ຮັບຟັງໄດ້ເລີຍ.