ເຣື້ອງທີ່ເກັບບັນທຶກໄວ້
2024-03-10
ວຽກງານ ທີ່ທ່ານຄໍາບາງ ສີບຸນເຮືອງ ບໍ່ວ່າ ຈະເຮັດຢູ່ໂຮງງານ ຫລື ເປັນທະຫານ ກໍລ້ວນແລ້ວແຕ່ ໄດ້ຮັບຜົລປໂຍດ ເປັນຢ່າງດີ ໂດຍສະເພາະ ແມ່ນທະຫານ ຍິ່ງໄດ້ຮັບ ນະໂຍບາຍພິເສດ.
2024-03-09
ບໍຣິສັດຂຸດຄົ້ນແຮ່ເຫຼັກ ຂອງຈີນ ຢູ່ເມືອງກາສີ ແຂວງວຽງຈັນ ຍັງປ່ອຍນໍ້າລົງສູ່ລໍາຫ້ວຍ ແລະ ແມ່ນໍ້າທັມມະຊາຕ, ດ່ານສາກົລບໍ່ເຕັນ ບໍ່ປ່ອຍໃຫ້ແມ່ຍິງລາວ ທີ່ມີວີຊ້າຈີນ ອອກໄປຈີນ, ສິດທິມະນຸດສາກົນ ຮຽກຮ້ອງ ໃຫ້ທາງການລາວ ປ່ອຍຊາວບ້ານ 6 ຄົນ ທີ່ຖືກຈັບ ຍ້ອນປະທ້ວງ ເລື່ອງທີ່ດິນ.
2024-03-02
ຊາວບ້ານຊ້າງ ເມືອງຄູນ ແຂວງຊຽງຂວາງ 6 ຄົນ ຖືກຈັບ ພາຍຫຼັງ ພວກເຂົາເຈົ້າ ທວງເອົາທີ່ດິນຄືນ, ປາຫລາຍກວ່າ 230 ກິໂລ ຕາຍຢູ່ນໍ້າງາ, ປີ 2023 ພົບວ່າ ຍັງມີການລັກຕັດໄມ້ ແລະ ບຸກລຸກ ທີ່ດິນປ່າໄມ້ ຫລາຍກ່ວາ ປີ 2022, ນາຍົກຣັຖມົນຕຣີ ຮຽກຮ້ອງໃຫ້ ໃຊ້ທີ່ດິນ ຢ່າງເຂັ້ມງວດ ຍ້ອນມີການລະເມີດສັນຍາສັມປະທານ ດິນຣັຖຫລາຍ.