ສັມພາດ ຕູ້ຍຕຸລາ ມະນີຄໍາ
2016.03.18
ຕລອດຣະຍະ 40 ປີ ທີ່ ປະເທດລາວ ຖືກປົກຄອງ ດ້ວຍຣະບອບ ຜະເດັດການ ພັກດຽວ ຜູກຂາດ ອຳນາດ ມານີ້ ປະຊາຊົນ ລາວ ຫຼາຍແສນຄົນ ຈຳຕ້ອງໄດ້ ອົພຍົບ ຫລົບພັຍ ໄປອາສັຍ ຢູ່ ຕ່າງປະເທສ ທີ່ມີການ ປົກຄອງ ດ້ວຍ ຣະບອບ ປະຊາທິປະຕັຍ ເກືອບວ່າ ຢູ່ທົ່ວ ຫົນແຫ່ງ ໃນໂລກ. ໃນນັ້ນ ກໍມີຮວມທັງ ທ່ານ ຕຸ້ຍຕຸລາ ມະນີຄຳ ພ້ອມດ້ວຍ ຄອບຄົວ ທີ່ມີ ທຸຣະກິຈ ເປັນຂອງ ຕົນເອງ ຢູ່ປະເທສ ນິວຊິແລັນ.
ນອກຈາກ ຂຍັນໃນວຽກງານ ທຸຣະກິຈ ສ່ວນຕົວ ແລ້ວ ທ່ານ ຕຸ້ຍຕຸລາ ມະນີຄໍາ ກໍຍັງໄດ້ ປະກອບສ່ວນ ເຂົ້າໃນ ວຽກງານ ສັງຄົມ ຂອງ ຊຸມຊົນລາວ, ເຄື່ອນໄຫວ ວຽກງານ ການເມືອງ ຢ່າງຫ້າວຫັນ ຮ່ວມກັບ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ຕື່ມອີກ.
ການເຄື່ອນໄຫວ ຂອງ ທ່ານທີ່ວ່າ ນັ້ນ ມີທັງການ ພົບປະ ກັບ ຄນະຮັບຜິດຊອບ ບັນຫາ ສິດທິ ມະນຸດ ຂອງ ປະເທສ ຕ່າງໆ, ເຂົ້າຮ່ວມ ກອງປະຊຸມ ສາກົນ ກ່ຽວກັບ ບັນຫາ ສິດທິມະນຸດ ຕລອດເຖິງ ການຊຸມນຸມ ປະທ້ວງ ທັງໃນເຂດ ທີ່ ທ່ານຢູ່ ນິວຊິແລັນ ອອສເຕຣເລັຽ ແລະ ທັງຢູ່ໄກ ໄປກວ່ານັ້ນ ເຊັ່ນ ສະວິດເຊິແລັນ, ສະຫະຣັຖ ອະເມຣິກາ ເພື່ອຄວາມ ເປັນ ເອກກະຣາດ, ອະທິປະໄຕ ຂອງຊາດ ແລະ ປະຊາທິປະໄຕ ຂອງປວງຊົນລາວ ທັງມວນ.
ໃນມື້ນີ້ ຂ້າພະເຈົ້າ ຈະນຳເອົາ ບົດ ສຳພາດ ທ່ານ ຕຸ້ຍຕຸລາ ມະນີຄໍາ ກ່ຽວກັບ ການເຄື່ອນໄຫວ ວຽກງານ ການເມືອງ ຂອງທ່ານ ມາສເນີທ່ານ ຜູ້ຟັງ ກ່ອນ ແລະ ບົດຕໍ່ໄປ ຈຶ່ງ ຈະນໍາເອົາ ວຽກງານ ທີ່ທ່ານໄດ້ ເຮັດ ເມື່ອມາຢູ່ ນິວຊິແລັນ ໃໝ່ໆ ໃນປີ 1981 ແລະ ທຸຣະກິຈ ສ່ວນຕົວ ຂອງທ່ານ ມາເວົ້າສູ່ ທ່ານ ຟັງ.