ວັນແຫ່ງຄວາມສເມີພາບຂອງຊາວ ອະເມຣິກັນ
2013.08.29

ຍານາງມີມົວ ຊາວມົ້ງລາວອະເມຣິກັນ ໄດ້ຮັບກຽດໄປກ່າວຄຳປາໃສ ໃນພິທີສລອງວັນຄົບຮອບ 50 ປີ ຂອງການເດີນຂະບວນ ຄັ້ງໃຫຍ່ຢູ່ ນະຄອນຫລວງວໍຊິງຕັນ ຊຶ່ງເປັນພິທີສລອງທີ່ມີຄວາມໝາຍສຳຄັນ ໃນປະຫວັດສາດ ອະເມຣິກາ.
ຍານາງມີມົວ ກ່າວຕອນນຶ່ງວ່າ ຍານາງເກີດຢູ່ລາວ; ໃນສມັຍສົງຄາມ ພໍ່ຂອງຍານາງເຮັດວຽກ ກັບ USAID. ຫລັງຈາກສົງຄາມສິ້ນສຸດລົງ ພໍ່ແມ່ແລະຄອບຄົວຂອງນາງ ຈຳເປັນຕ້ອງອົພຍົບໄປຢູ່ໄທ ແລ້ວໄດ້ມາຕັ້ງຖິ່ນຖານ ຢູ່ສະຫະຣັຖອະເມຣິກາ; ຍ້ອນຄວາມຝັນຂອງດຣ. King ນາງຈຶ່ງມີໂອກາດ ໄດ້ມາຢືນກ່າວຄຳປາໃສ ໃນມື້ນີ້. ຍານາງມີມົວກ່າວອີກວ່າ ດຣ. King ຄົງຈະພູມໃຈຫລາຍຖ້າທ່ານໄດ້ເຫັນ ຂ້າພະເຈົ້າ ຊຶ່ງເປັນຜູ້ຕາງໜ້າ ໃຫ້ແກ່ຊາວເອເຊັຍ ແລະ ຊາວເກາະດອນປາຊີຟິກອະເມຣິກັນ ໄດ້ມາກ່າວຄຳປາໃສ ໃນວັນນີ້.
ປັດຈຸບັນ ຍານາງມີມົວ ເປັນຜູ້ອຳນວຍການ ອົງການຊາວເອເຊັຍ ອະເມຣິກັນ ເພື່ອສົ່ງເສີມ ຄວາມຍຸຕິທັມ ທີ່ມີສຳນັກງານຢູ່ນະຄອນຫລວງ ວໍຊິງຕັນ. ເວັບໄຊຕ໌ ຊາວເອເຊັຍອະເມຣິກັນ ໄດ້ບັນທຶກປວັດຍານາງມີມົວໄວ້ວ່າ ຮຽນຈົບວິຊາກົດໝາຍ ທີ່ມະຫາວິທຍາໄລ ມິນີໂຊຕາ ແລະ ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາສູງຣັດມີນີໂຊຕາ ນັບແຕ່ປີ 2002 ຈົນເຖິງປີ 2010.