ຈ.ມ ຈາກຜູ້ຟັງ 04/10/2013


2013.04.10
F-mail ອ່ານຈົດໝາຍ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແພ່ ທັສນະ ແນວຄິດ ທີ່ສ້າງສັນ ແບ່ງປັນ ຄວາມຮູ້
RFA

ຣາຍການ ອ່ານຈົດໝາຍ ຈາກຜູ້ຟັງ ປະຈຳ ສັປດາ ຈັດສເນີ ທ່ານໂດຍ : ວຽງໄຊ

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ມື້ນິ້ ພົບກັບ ຂ້າພະເຈົ້າ ວຽງໄຊ ຊຶ່ງຈະເປັນ ຜູ້ດຳເນີນ ຣາຍການ ຈົດໝາຍ ຈາກຜູ້ຟັງ ປະຈຳ ສັປດາ ອາທິດນີ້ ເຖິງວ່ານານທີ ປີເທື່ອ ຂ້າພະເຈົ້າ ຈະໄດ້ມາ ດຳເນີນ ຣາຍການ ແທນ ໄມໂຊລີ ກໍຕາມ ແຕ່ກໍຕິດຕາມ ອ່ານໜັງສື ແລະ e-mail ທຸກສະບັບ ທີ່ສົ່ງເຖິງ ເອເຊັຍເສຣີ ທີ່ຮູ້ສຶກວ່າ ນັບມື້ຍິ່ງ ມີຫລາຍຂຶ້ນ ຢ່າງ ສມໍ່າສເມີ ຂ້າພະເຈົ້າ ຈຶ່ງ ຖືໂອກາດ ນີ້ ເພື່ອຂອບໃຈ ແລະ ສະແດງຄວາມ ຮູ້ບຸນຄຸນ ທີ່ພວກທ່ານ ໄດ້ໃຫ້ ຄວາມສົນໃຈ ຕິດຕາມ ຣາຍການ ຂອງເຮົາ ບໍ່ວ່າ ທາງວິທຍຸ ຫລື ທາງ internet ຍິ່ງໄປກວ່ານັ້ນ ຍັງໄດ້ ສລະເວລາ ສົ່ງຂ່າວຄາວ ຄຳຄິດຄຳເຫັນ ຄຳວິພາກ ວິຈານ ມາຫາ ພວກເຮົາອີກ.

ເພາະສະນັ້ນ ບໍ່ວ່າທ່ານ ຈະມີຄວາມຮູ້ສຶກ ຢ່າງໃດ ກ່ຽວກັບ ເຫດການ ບ້ານເມືອງ ຫລືເຫດການ ທົ່ວໄປ ກໍຕາມ ຢາປ່ອຍໃຫ້ ອັດອັນຕັນໃຈ ຢູ່ຕາມລຳພັງ ພວກເຮົາ ຂໍເປັນບ່ອນ ລະບາຍ ຄວາມໃນໃຈ ໃຫ້ພວກທ່ານ ດ້ວຍ ຄວາມຍິນດີ ຖ້າມັນຈະເຮັດ ໃຫ້ທ່ານ ສະບາຍໃຈ ຂຶ້ນໄດ້.

ໃນໂອກາດ ປີໃໝ່ ສົງການ ທີ່ໃກ້ ຈະມາເຖິງນີ້ ຂໍໃຫ້ ພີ່ນ້ອງລາວ ທຸກຖ້ວນໜ້າ ບໍ່ວ່າຢູ່ ໃນ ຫລື ນອກປະເທດ ຈົ່ງໄດ້ຮັບ ແຕ່ຄວາມສຸກ ຄວາມຈະເຣີນ ປາສຈາກ ພຍາດໂຣຄາ ທັງປວງ ຂໍໃຫ້ ປະເທດຊາຕ ລາວ ຂອງເຮົາ ຈົ່ງຄົງຢູ່ ຊົ່ວຟ້າ ດິນສລາຍ ທ້ອນ.
ຕໍ່ໄປນີ້ ຂໍເປີດຣາຍ ການດ້ວຍ ຈົດໝາຍ ຂອງ ທ່ານ ພີສິດ ເຣືອນຈາ ຈາກຣັຖ Rakhine ໃນປະເທດ  ພະມ້າ.

ກ່ອນອື່ນ ຕ້ອງຂໍໂທດ ນຳທ່ານ ພີສິຕຫລາຍໆ ທີ່ຈົດໝາຍ ຂອງທ່ານ ທີ່ຂຽນ ແລະ ສົ່ງແຕ່ເດືອນ ມົກຣາ 2013 ຫາ ກໍມາຮອດ Washington ເມື່ອໄດ້ຮັບແລ້ວ ຂ້າພະເຈົ້າ ກໍຮີບເອົາ ມາອ່ານ ອອກອາກາດ ຊຶ່ງກໍ ເຫມາະສົມກັບ ທີ່ທ່ານ ອ່ວຍພອນ ປີໃໝ່ມາ ແຕກຕ່າງ ກໍແມ່ນ ປີໃໝ່ລາວ ແລະ ພະມ້າ ແທນທີ່ ຈະແມ່ນ ປີໃໝ່ສາກົນ ພ້ອມດຽວກັນນີ້ ກໍຂໍອາພັຍ ຖ້າວ່າອ່ານ ຈົດໝາຍ ຂອງທ່ານ ທີ່ຂຽນເປັນ ພາສາໄທ ບໍ່ຕົກດີ ປານໃດ.

ທ່ານພີສິຕ ຂຽນວ່າ ຂໍອ່ວຍພອນ ໃຫ້ຜູ້ ຈັດຣາຍການ ທຸກທ່ານ ຈົ່ງປະສົບ ແຕ່ ຄວາມສຸກ ຄວາມຈເຣີນ ປາສຈາກ ໂຣກພັຍ ທັງຫລາຍ ຂໍຄຸນ ພຣະສີຣັຕນະໄຕຣ ຈົ່ງຄຸ້ມຄອງ ຕລອດປີ 2556 ນີ້ເທີ້ນ. ຂໍກ່າວ ສວັດດີ ຜູ້ຈັດຣາຍການ ວິທຍຸ ເອເຊັຍເສຣີ ເປັນເທື່ອທີ່ສອງ. ຣາຍການ ຮັບຟັງ ແຕ່ປາຍເດືອນ ທັນວາ ມາ ພາກເຊົ້າ ບໍ່ຄ່ອຍໄດ້ເລີຍ ຕັ້ງແຕ່ 7 ໂມງ 30 ນາທີ ເປັນຕົ້ນໄປ ພາກພາສາ ພະມ້າ ຂອງ ເອເຊັຍເສຣີ ເຂົ້າແຊກແຊງ ຢູ່ຕລອດ ເວລາ ໃນຂນາດ ຄື້ນ 15.69 MKH ໃຊ້ ວິທຍຸຣາຄາ 90 ບາດ ຕາມຕລາດ ໃນພະມ້າ ທົ່ວໄປ. ຂ່າວກ່ຽວກັບ ພະມ້າ ເວົ້າເຖິງ ມະນຸສທັມ ຊາວມູສລິມ ແລະ ອື່ນໆ ກໍເປັນໄປຕາມ ທີ່ທ່ານແຈ້ງ ທາງອາກາດນັ້ນ ແລ໊ະ ເວລາໃດ ຣະບົບ internet ດີຂຶ້ນ ຈະສົ່ງຂ່າວ ແລະ clip video ມາໃຫ້ຊົມກັນ ບາງເຫດການ ທີ່ບໍ່ເປັນຂ່າວ. ຂໍສະແດງ ຄວາມນັບຖື.

ເຮົາຂໍຂອບໃຈ ນຳ ທ່ານພີສິດ ຫລາຍໆ ທີ່ສົ່ງຂ່າວມາຫາເຮົາ ໂດຍສເພາະທີ່ໄດ້ຣາຍງານໃຫ້ຮູ້ ກ່ຽວກັບການ ຮັບຟັງຣາຍການຂອງພວກເຮົາ ແລະຫວັງຢ່າງຍິ່ງ ວ່າຣະບົບ internet ຂອງເພິ່ນຄົງຈະດີຂຶ້ນແລ້ວ ພວກເຮົາຈະລໍຖ້າອ່ານຂ່າວ ແລະຊົມ video clip ຈາກເພິ່ນຢູ່.

ຕໍ່ໄປແມ່ນ ຈົດໝາຍ ຈາກ ເມືອງ Milwaukee ຣັຖ Wisconsin ສະຫະຣັຖ ອະເມຣິກາ ຂອງ ຜູ້ໃຊ້ນາມວ່າ ເລືອດລາວ ຕ່າງແດນ ຊຶ່ງເຜີຍຄວາມ ນ້ອຍເນື້ອຕໍ່າໃຈ ໃນນາມ ນັກຣົບເກົ່າ ຜູ້ປະສົບ ເຄາະຮ້າຍ ຈາກສົງຄາມ ປິດລັບ ວຽດນາມ ອະເມຣິກັນ ຜູ້ຖືກຈັບ ເປັນສເລີຍເສິກ ຜູ້ເຫລືອຕາຍ ທີ່ຖືກຕ້ອນ ໄປຂັງໄວ້ ໃນສູນດັດສ້າງ ດັ່ງທີ່ໄດ້ຖືກ ເຜີຍແຜ່ອອກ ທາງປຶ້ມ ແລະ ຣາຍການ ວິທຍຸ ມາແລ້ວນັ້ນ. ຕໍ່ໄປແມ່ນ ຄວາມຄິດ ຄວາມເຫັນ ຂອງຜູ້ຟັງ  ກ່ຽວກັບ ຂ່າວຕ່າງໆ ທີ່ສົ່ງມາ ທາງ e-mail.

ນີ້ກໍໃກ້ ຈະຮອດ ປີໃໝ່ລາວ ແລ້ວ ຜູ້ຢູ່ໄກບ້ານ ໄກຄອບຄົວ ກໍຈະພຍາຍາມ ກັບເມື່ອ ສລອງປີໃໝ່ ຢູ່ບ້ານ ຖ້າມກາງ ຄອບຄົວ ໝູ່ເພື່ອນ ແຕ່ບໍ່ເປັນ ຈັ່ງບຸນ ພວກທີ່ໄປ ເຮັດວຽກ ຢູ່ເມືອງໄທ ທັງຖືກ ແລະ ຜິດກົດໝາຍ ຊຳພັດ ຖືກຈັບ ປັບໃໝ ເລວາ ເດີນທາງ ເມື່ອບ້ານ. ກ່ຽວກັບຂ່າວນີ້ ທ່ານທີ່ ໃຊ້ນາມວ່າ ຖືກປຸ້ນ ຈາກແຂວງ ສວັນນະເຂດ ຂຽນວ່າ ຖືກຈັບຢູ່ໄທ ເປັນຂອງ ທັມມະດາ ແຕ່ຖືກຈັບ ຢູ່ລາວ ເປັນເຣື້ອງແປກ ຂ້ອຍໂດນມາແລ້ວ ຖືກປັບໃໝ ໄປສີ່ພັນບາດ ບໍ່ມີ ປະເທດໃດ ບ້າປານນີ້ ອີກແລ້ວ.

ທ່ານໄກສອນ ຂຽນມາຈາກ ອຸດອນ ປະເທດໄທ ວ່າ ພວກຕຳຣວດ ຫາເງິນ ຮູ້ວ່າຄົນລາວ ມາແຕ່ເຮັດວຽກ ໃໝ່ໆ ມີເງິນແນ່ນອນ ເຂົາເລີຍຫາ ເຣື້ອງຈັບ ແລະ ຍັງແນະນໍາມາວ່າ.
1.    ຢາເອົາເງິນ ຕິດຕົວໄວ້ ຫລາຍ ສິ່ງຂອງ ມີຣາຄາ ຢ່າໃສ່ເດັດຂາດ

2.    ຖ້າມີເອກສານ ຖືກຕ້ອງ ຢ່າໄປຢ້ານ ແລະ ຢ່າໄປອອ່ນ ຂໍ້ໃຫ້ເຂົາ

3.    ໃຫ້ເຮັດໂຕ ຄືຄົນທຸກຍາກ ເວລາ ຂີ່ຣົຖມາ ໃຫ້ບອກວ່າ ມາແຕ່ຢາມ ພີ່ນ້ອງ ຢູ່ໂຮງໝໍ ຢາບອກວ່າ ໄປເຮັດວຽກມາ ບອກວ່າ ບໍ່ມີເງິນ

4.    ຖ້າເປັນໄປໄດ້ ໃຫ້ຮຽນປາກ ພາສາໄທ ໃຫ້ໄດ້ດີ.

ຕໍ່ຂ່າວ ລາວໄທ ຮ່ວມມືກັນ ແກ້ໄຂບັນຫາ ນັ້ນ ຜູ້ທີ່ບໍ່ຍອມ ບອກຊື່ ຂຽນມາວ່າ:

ກ່ອນປີ 1975 ມີຄົນລາວ ຫລາຍປານໃດ ທີ່ໄປລັກ ເຮັດວຽກ ແບບຜິດກົດໝາຍ ຢູ່ໄທ? ຕັງແຕ່ ປີ 1975 ມາຮອດດຽວນີ້ ເປັນຫຍັງຈຶ່ງມີ ຫລາຍຄົນແທ້ ຂ້າມຂອງໄປ ຊອກລັກ ເຮັດວຽກ ຢູ່ເມືອງໄທ? ລອງຖາມຕົນເອງ ເບິ່ງແດ່ ວ່າເປັນຫຍັງ ຈຶ່ງບໍ່ໄປ ວຽດນາມ ຈີນ ຫລື ຣັດເຊັຍ?

ສ່ວນຜູ້ໃຊ້ ນາມວ່າ W Go ມີຄວາມເຫັນວ່າ:

ການຮ່ວມມື ກັບໄທ ເປັນເຣື້ອງທີ່ດີ ເພາະ ລາວໄທ ມີປວັດສາຕ ຮ່ວມມືກັນ ມາຍາວນານ ຈຶ່ງບໍ່ຢາກໃຫ້ ທິສດີ Marx-Lenin ມາປິດກັ້ນ ຄວາມສໍາພັນ ລາວໄທ ແລະ ໄປຮ່ວມມື ກັບວຽດນາມ ທີ່ເຕັມໄປດ້ວຍ ການເອົາລັດ ເອົາປຽບລາວ. ດ້ານການເມືອງ ກໍຄືກັນ ເຖິງເວລາ ຕ້ອງປັບປຸງ ແກ້ໄຂ ໃຫ້ທັນໂລກ ແລະ ສາກົນ ຢ່າເຫັນແກ່ ອຳນາດ ແລະ ຜົນປະໂຫຍດ ສ່ວນຕົວ ຈົ່ງເຫັນແກ່ ປະເທດຊາຕ ບ້ານເມືອງ ເປັນຫລັກ ແລະ ໃຫ້ສິຫແກ່ ປະຊາຊົນ ເລືອກທາງເດີນ ຂອງຕົນເອງ ແລ້ວພ້ອມກັບ ໄທ ແລະ ປະເທດອື່ນໆ ໃນກຸ່ມອາຊຽນ ແລະ ໃນໂລກ ສ້າງສາ ປະເທດ ໃຫ້ຈະເຣີນ ຮອບດ້ານ ຄື ປະເທດອື່ນເຂົາ ຢ່າປັກໃຈ ເຊື່ອແຕ່ ວຽດນາມ ປະເທດດຽວ ຊຶ່ງຈະເປັນ ຕົວທ່ວງດຶງ ຄວາມຈະເຣີນ ຂອງຊາຕ.

ປາກວ່າໄທ ເປັນປະຕິການ ຫວັງມ້າງເພ ທຳລາຍລາວ ແຕ່ພັດແບມື ຂໍການ ຊ່ວຍເຫລືອລ້າ ຢ່າງໜ້າບໍອາຍ. ແຕ່ກ່ອນ ໄປຍົກຍ້ອງ ແຕ່ອ້າຍໃຫຍ່ ວຽດນາມ ວ່າເປັນເພື່ອນ ມິຕທີ່ດີ ສຸດທ້າຍ ເຫັນແລ້ວບໍ່ ອ້າຍວຽດຕົ້ມ ຈົນເປື່ອຍ ຊັພຍາກອນ ປ່າໃມ້ ຂອງລາວ ຈົນໝົດ ຍ້ອນອ້າຍໃຫຍ່ ວຽດນາມ ຍັງບໍ່ຮູ້ຕົວ.

ສ່ວນຜູ້ ໃຊ້ນາມວ່າ ລາວທາຕຫລວງ ຊໍ້າພັດວ່າ:

ດຽວນີ້ ພັກ ປະຊາຊົນ ປະຕິວັດລາວ ແຕກເປັນ ສອງກຸ່ມແລ້ວ ກຸ່ມນຶ່ງ ນີຍົມ ສປຈີນ ເພາະວ່າຈີນ ປົກຄອງ ດ້ວຍພັກດຽວ ຄື ສປປລາວ ອີກກຸ່ມນຶ່ງ ນີຍົມ ສສວຽດນາມ ລາວເປັນຜີ ສອງຫົວ ໃກ້ຈະລົ້ມ ສລາຍແລ້ວ ວ່າດັ່ງນັ້ນ.

ຜູ້ຂ້າ ຂໍເວົ້າຕື່ມວ່າ ໃນເມື່ອ ສສວຽດນາມ ກໍປົກຄອງ ດ້ວຍພັກໂທນ ເຊັ່ນດຽວກັບ ສປປລາວ ແລະ ສປຈີນ ເປັນໄປໄດ້ບໍ່ ວ່າອາດມີ ເຫດຜົນອື່ນ ທີ່ເຮັດໃຫ້ ໄດ້ຮັບ ຄວາມນີຍົມ ຈາກ ສະມາຊິກ ພັກ ປະຊາຊົນ ປະຕິວັດລາວ ອີກກຸ່ມນຶ້່ງ?

ກຽ່ວກັບເຣື້ອງ ໝາຍເຂດ ຊາຍແດນລາວ-ວຽດນາມ ນັ້ນ ທ່ານທີ່ ບໍ່ປະສົງ ບອກຊື່ ເວົ້າວ່າ:

ຕ້ອງໃຊ້ແຜນ ທີ່ ປີ 1954 ຂອງ ຝຣັ່ງເສສ ເປັນພື້ນຖານ.

ສ່ວນທ່ານ ບ້ານນອກ ສາຣະວັນ ມີຄວາມເຫັນວ່າ:

ບໍ່ຈຳເປັນ ຕ້ອງປັກປັນ ເຂດແດນ ຣະຫວ່າງ ລາວແລະວຽດນາມ ດອກ ເພາະ ເຖິງຢ່າງໃດ ໃນທີ່ສຸດ ລາວກໍຕ້ອງ ເປັນຫົວເມືອງຂຶ້ນ ຂອງວຽດນາມ ຢູ່ແລ້ວ ຊຶ່ງຄ້າຍ ກັບຄວາມເຫັນ ຂອງ ລາວຂາຍຊາຕ ຈາກວັງວຽງ ທີ່ວ່າ ບໍ່ຈຳເປັນ ປັກຫລັກ ປັກເລິກ ອີຫຍັງດອກ ພວກຜູ້ນຳລາວ ໄດ້ມອບປະເທດ ໃຫ້ ວຽດນາມເໜືອ ມາແຕ່ດົນແລ້ວ. ອີກບໍ່ນານ 5 ແຂວງ ພາກເໜືອ ກໍຈະມອບ ໃຫ້ຈີນແລ້ວ. ປະເທດລາວ ຈະເຫລືອແຕ່ ຊື່ ດິນດອນ ຕ່ອນຫຍ້າ ເປັນຂອ ງວຽດນາມ ແລະ ຈີນ ແລ້ວ.

ທ່ານຄົນລາວ ຜູ້ນຶ່ງ ຈາກ ນະຄອນຫລວງ ວຽງຈັນ ຂຽນມາວ່າ:

ສະໄໝໂບຣານ ເພິ່ນວ່າ ຊາຍແດນ ລາວ-ແກວ ຖືເອົາ ສັນພູຫລວງ ເປັນແດນ ຖ້າຫາກວ່າ ໃມ້ເນີ້ງໄປ ຫາລາວ ເບື້ອງນັ້ນ ເປັນດິນລາວ ຖ້າເນີ້ງໄປ ທາງແກວ ເປັນດິນແກວ. ແຕ່ມັນເປັນພຽງ ຕໍານານ ເພາະວ່າ ດຽວນີ້ ແກວແດງ ເອົາໝົດໜ່ວຍພູ ເລີຍ ລາວທຸກຄົນ ໃຜໆກໍຮຸູ້ ແຕ່ເຮັດຫຍັງ ບໍ່ໄດ້ ສຸດແຕ່ການ ນຳພາ ອັນສລາດສ່ອງໃສ ຂອງ ພປປລາວ ຖ້າຈະເວົ້າ ຫລາຍ ມັນກໍຈະຂັດ ແນວທາງ ຂອງພັກ.

ມື້ນີ້ ຮູ້ສຶກວ່າ ຈະເວົ້າຫລາຍ ແດ່ໜ້ອຍນຶ່ງ ຈຶ່ງຂໍຢຸດໄວ້ ເທົ່ານີ້ກ່ອນ ເພື່ອຈົ່ງເວລາ ໃຫ້ອາຈານ ຄຳຫລ້າ ໜໍ່ແກ້ວ ມາໃຫ້ຄວາມ ສຳຣານ ພ້ອມກັບ ພອນປີໃໝ່ ໃຫ້ຜູ້ຟັງ ຂອງເຮົາ ໃນທົ່ວໂລກ ດ້ວຍສຽງເພງ ໃໝ່ແລ້ວປີ ຊຶ່ງເປັນຜົນງານ ຂອງ ທ່ານເອງ.

ສະບາຍດີ ປີໃໝ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.