ຈ.ມ ຈາກຜູ້ຟັງ 02/12/2014
2014.02.12

ຈົດໝາຍ ຈາກຜູ່ຟັງ ປະຈຳສັປດາ.
ຈົດໝາຍ ຂອງທ່ານ ວັງນໍ້ເລິກ ຈາກປະເທດລາວ, ຄວາມຄິດຄວາມເຫັນ ໃນເວັບໄຊທ໌ ຂອງວິທຍຸ ເອເຊັຍເສຣີ ທີ່ຜູ່ອ່ານໄດ້ສະແດງອອກ ພາຍຫລັງ ທີ່ອ່ານຂ່າວຄາວ ເຫດການ ທີ່ເກີດຂຶ້ນ ໃນປະເທດລາວ ພາຍໃນ ສັປດາ…
ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ຂໍຕ້ອນຮັບ ທຸກທ່ານ ເຂົ້າສູ່ ຣາຍການຈົດໝາຍ ຈາກຜູ້ຟັງ ປະຈຳສັປດາ, ຊຶ່ງຂ້າພະເຈົ້າ ຈະເຣີນສຸຂ ຮັບ ໜ້າທີ່ ແທນ ໄມໂຊລີ ໃນສັປດານີ້.
ທ່ານຜູ່ຟັງທີ່ເຄົາຣົບ ໃນລະຍະນີ້ ອາກາດ ທີ່ນະຄອນຫລວງວໍຊິງຕັນ ຍັງໜາວ ຢູ່ເກົ່າປະມານ 23 ອົງສາ ຟາເຣັນຮາຍ ຫລືເທົ່າກັບ ລົບ 5 ອົງສາແຊວຊິສ ຕາມພຍາກອນ ອາກາດ ຫລ້າສຸດ ໃນຂົງເຂດ ນະຄອນຫລວງວໍຊິງຕັນ ແລະ ຣັດໃກ້ຄຽງຈະປະເຊີນກັບພະຍຸຫິມະ.
ເອົາບັດນີ້ ມາເຣີ້ມເຂົ້າຣາຍການ ກັນເລີຍ ຈົດໝາຍ ສບັບທຳອິດ ແມ່ນຂອງທ່ານ ວັງນ້ຳເລິກ, ຈາກປະເທດລາວ. ຈົດໝາຍ ຂອງທ່ານ ຂຽນມາແຕ່ຕົ້ນເດືອນມົກກະຣາ ແຕ່ພວກເຮົາ ຫາກໍ່ໄດ້ຮັບ… ຊຶ່ງບາງເທື່ອຈົດໝາຍ ອາດຈະ ຊັກຊ້າແດ່… ທ່ານຂຽນວ່າ ສະບາຍດີ ປີໃໝ່ ໄມໂຊລີ ທີ່ນັບຖື ພ້ອມດ້ວຍ ທິມງານ, ຂ້າພະເຈົ້າ ຟັງຣາຍການກະຈາຍສຽງ ຂອງພວກທ່ານ ເວລາ 6 ໂມງ ຫາ 7 ໂມງແລງ. ຂໍຂອບໃຈ ຫລາຍໆ ທີ່ຣາຍການ ຂອງພວກທ່ານ ໄດ້ສເນີ ຂ່າວ ທັງພາຍໃນ ແລະ ທົ່ວໂລກ ໃຫ້ຮູ້ທັງ ຈຸດແຂງ ແລະ ຈຸດອ່ອນ ຂອງແຕ່ລະ ເຫດການ.
ພ້ອມດຽວກັນນັ້ນ, ທ່ານຍັງຂຽນຕື່ມວ່າ ຂໍສົ່ງຄວາມຢື້ຢາມຖາມຂ່າວ ຫາ ທ່ານອຸ່ນແກ້ວ ແດ່ເນີ ວ່າ ແຟນຣາຍການ ວິທຍຸເກົ່າ ຢູ່ວຽງຈັນ ເມື່ອ ກ່ອນ ຍັງຄິດຮອດຄິດເຖິງທ່ານຢູ່ ໃຜໆກໍຈົ່ມວ່າ ເສັຍດາຍ ເພາະມັນໄດ້ເປີດໃຫ້ປະຊາຊົນ ສະແດງຄວາມເຫັນທາງໜ້າໄມ໋ ແລະ ອວຍໄຊ ໃຫ້ທ່ານ ຈົ່ງປະສົບຄວາມສຳເຣັດ ໃນໜ້າທີ່ວຽກງານ ຂອງທ່ານ ໃນ ສະຫະຣັຖ. ສ່ວນຣາຍການ ລົມເຣື້ອງຂ່າວ ທີ່ຢາກໃຫ້ຄົນລາວ ອອກຄວາມຄິດຄວາມເຫັນ ນັ້ນ ທີ່ຈິງແລ້ວ ຂະເຈົ້າ ກໍຢາກອອກຄວາມເຫັນ ແຕ່ກໍຢ້ານຜົລກະທົບ ຕໍ່ຕົນເອງ ຈຶ່ງໄດ້ງຽບໆເອົາໄວ້ ແລະ ຕ້ອງການຟັງຫລາຍກ່ວາ ຈົນວ່າ ຈະມີອິສຣະ ພຸ້ນລະ.
ທ່ານ ຖາມຕື່ມວ່າ ເປັນຫຍັງ ຄົນລາວ ທີ່ນັບຖື ສາສນາ ພຸດ ຈິ່ງຈັດພິທີ ຄຣິສມາສ ແລະ ວັນຂຶ້ນປີໃໝ່ ສາກົນ ກັນແທ້… ແຕ່ບໍ່ຈັດພິທີ ຕ້ອນຮັບ ປີໃໝ່ລາວ ຄ໋າວດ໋າວ (countdown) ຄືປີໃໝ່ສາກົນ ເພາະ ວັນຄຣິສທ໌ມາສ ແລະ ປີໃໝ່ ສາກົນ ເປັນຂອງພວກທີ່ນັບຖື ພຣະເຢຊູ ແລະ ຊາວຄຣິສທ໌?
ຂ້າພະເຈົ້າ ກໍບໍ່ສາມາດ ຕອບແທນຫລາຍໆທ່ານໄດ້ ທີ່ນິຍົມຈັດງານດັ່ງກ່າວ… ແຕ່ຂໍຕອບສັ້ນໆ ຕາມປະສົພການສ່ວນຕົວ ທີ່ໄດ້ສັງເກດມາ… ຄົນລາວຊາວພຸດ ທີ່ຕັ້ງຖິ່ນຖານ ຢູ່ຕ່າງປະເທດ ທີ່ສລອງວັນຄຣິສມາດ ແລະ ປີໃໝ່ ສາກົນນັ້ນ… ກໍສລອງຕາມປະເທດ ທີ່ຕົນອາສັຍຢູ່, ຫລາຍໆຄົນ ກໍມີໝູ່ເພື່ອນເປັນຊາວຄຣິສ, ແລະ ວັນຄຣິສທ໌ມາສ ກໍເປັນສຳຄັນ ແລະ ມື້ພັກ ສຳລັບຊາວຄຣິສທ໌. ສ່ວນປີໃໝ່ສາກົນນັ້ນ… ຫລາຍປະເທດກໍໃຊ້ ປະຕິທິນສາກົນ, ຕາມຫ້ອງການຕ່າງໆ ກໍນັບຕາມ ປະຕິທິນສາກົນ ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າ ທຸກໆຄົນ ກໍສລອງປີໃໝ່ ສາກົນ ຮ່ວມກັນ… ພ້ອມດຽວກັນນັ້ນ, ຄົນລາວ ທີ່ຢູ່ຕ່າງປະເທດຫລາຍຄົນ ກໍເຊື່ອຖືສາສນາ ຄຣິສທ໌ ກໍມີ…
ນອກຈາກນັ້ນ, ທ່ານ ວັງນ້ຳເລິກ ຍັງໄດ້ແນະນຳ ການໃຊ້ຄຳສັບພາສາລາວ ຂອງວິທຍຸ ເອເຊັຍເສຣີ… ເຖິງຢ່າງໃດ ກໍດີ, ພວກເຮົາ ຈະເອົາໄປສຶກສາ ເບິ່ງ ຖ້າຫາກວ່າ ຄຳສັບໃດ ທີ່ຖືກຕ້ອງ ແລະ ເໝາະສົມ ກໍຈະເອົາໄປ ນຳໃຊ້… ຂອບໃຈນຳທ່ານຫລາຍໆ ທີ່ໄດ້ສົ່ງຈົດໝາຍ ມາຮ່ວມໃນຣາຍການ ຂອງພວກເຮົາ ໃນສັປດານີ້.
ບັດນີ້ ຂ້າພະເຈົ້າ ຈະນຳເອົາຄວາມຄິດເຫັນ ຂອງ ຜູ່ທີ່ຂຽນລົງທາງເວັບໄຊທ໌ ຂອງພວກເຮົາ ພາຍຫລັງ ທີ່ໄດ້ອ່ານຂ່າວ… ກ່ຽວກັບຫົວຂໍ້ ທີ່ດິນ ບ້ານນ້ອຍຊຽງດາ ຈະຖືກຍຶດ… ທ່ານ ຄົນລາວ ວຽງຈັນ ເວົ້າວ່າ ຕົວຢ່າງ ການເອົາດິນ ປະຊາຊົນ ຂອງລູກຫລານ ດອງກັນ ຂອງນັກການເມືອງລາວ ແລະ ນັກທຸຣະກິຈ, ມັນມີມາແຕ່ສມັຍອະດີດ ຜູ່ນຳລາວ ແລະ ປັຈຈຸບັນ ຂັ້ນເບີ 1 ຮອດເບີຫຍັງ ກໍໄດ້ ຖ້າມີອຳນາດ ແລະ ມີໂຄງການ ແອບແຝງ ເອົາດິນປະຊາຊົນ ຫລື ດິນຣັຖ ມາເປັນຂອງຕົນ ມີມາແຕ່ປີ 1975 ແລ້ວ, ຕົວຢ່າງ ໃຜບໍ່ເຂົ້ານາລວມ, ບັນດາ ທະຫານ ແລະ ຕຳຣວດ ຂອງເຈົ້ານາຍ ຫາວິທີ ຂົ່ມຂູ່ຍຶດເອົາ. ແຕ່ດຽວນີ້ ມີຮູບແບບ ທີ່ຮູ້ກັນດີ ໃນລູກຫລານ ຜູ່ໃຫຍ່ ແລະ ທາງດອງກັນ, ນັກລົງທຶນ ຕ່າງປະເທດ ກໍຖືກພວກນີ້ ຫລອກ ຂົ່ມຂູ່ ໜ້າຢ້ານກົວ ກ່ວາ ມ໋າເຟັຍ ອີກ ເພາະມັນມີກົດໝາຍ ໃນມື ອຳນາດ ເຈົ້າໜ້າທີ່ຣັຖ ບໍ່ກ້າ ແລະ ຕ້ອງຍອມ ຜູ່ໃຫຍ່ ມີອຳນາດ ຢູ່ດີ.
ກ່ຽວກັບ ຂ່າວຫົວຂໍ້ ຊາຈີນ 400 ປີ ຢູ່ແຂວງຜົ້ງສາລີ, ທ່ານ ຄຳຫລ້າ ຂຽນວ່າ ຣັຖບານລາວ ຂອງພວກເຮົາ ບໍ່ສລາດເລີຍ, ໄປເອົາດິນ ຂອງພວກເຮົາ ໃຫ້ ຊາວຈີນ ເຊົ່າ ເປັນເວລາ 50 ປີ ເພື່ອປູກຕົ້ນກ້ວຍ ແລະ ຕົ້ນໄມ້ ເສຖກິຈ, ແລະ ດຽວນີ້ ພວກເຮົາ ບໍ່ມີດິນ ທີ່ຈະປູກເຂົ້າ. ຕົ້ນຊາ ທີ່ພວກເຮົາ ປູກ ໃຫ້ຊາວຈີນ ກໍໄດ້ຣາຄາຕ່ຳຫລາຍ ແຕ່ວ່າ ຣັຖບານ ບໍ່ສາມາດ ເຮັດສິ່ງໃດສິ່ງນຶ່ງ ເພື່ອຊ່ອຍພວກເຮົາໄດ້. ຊາວຈີນ ມອບຂອງຂວັນ ໃຫ້ເຈົ້າໜ້າທີ່ ຣັຖບານ ແຕ່ລະຄົນ ເປັນຣົຖ ຄັນງາມໆ ເພື່ອຈະໄດ້ຮັບຜົລປໂຍດ ແລະ ລົງນາມ ສັນຍາເຊົ່າດິນ ຕາມທີ່ພວກຂະເຈົ້າ ຕ້ອງການ. ເປັນເຣື້ອງທີ່ໜ້າເສົ້າໃຈຫລາຍ ທີ່ປະຊາຊົນ ຜູ່ທຸກຍາກ ຕ້ອງໄດ້ເສັຍດິນປູກຝັງ ໃຫ້ຊາວຈີນ ແລະ ບໍ່ມີສິດ ທີ່ຈະເວົ້າ ຫຍັງໄດ້ ເນື່ອງຈາກວ່າ ຢ້ານ ເຈົ້າໜ້າທີ່ ຈະເຮັດໃຫ້ ພວກຂະເຈົ້າ ຫາຍສາບສູນ ຄືກັນກັບ ທ່ານ ສົມບັດ ສົມພອນ.
ສຳລັບ ຂ່າວຫົວຂໍ້ ລາວ ພຍາຍາມ ເປັນຣັຖ ແຫ່ງກົດໝາຍ, ຊາວລາວ ທ່ານນຶ່ງ ຂຽນວ່າ ກົດໝາຍລາວ ແມ່ນກົດໝາຍ ເກງໃຈ, ມີໄວ້ ເພື່ອ ປະຕິບັດ ກັບຄົນທຸກຄົນຈົນ ທີ່ບໍ່ມີທີ່ເພິ່ງພາ ຫລື ບໍ່ມີຜູ່ໃຫ້ ການຄຸ້ມຄອງ ຜູ່ໃດຮັ່ງມີ ຜູ່ມີອິດທິພົນ ຄຸ້ມກັນແລ້ວ ກໍເອົາຜິດ ບໍ່ໄດ້.
ສ່ວນທ່ານ ສີ (ວຽງຈັນ) ຂຽນວ່າ ພວກທ່ານ ເຊື່ອ ສປປລາວ ຢູ່ບໍ? ທຸກສິ່ງທຸກຢ່າງ ແມ່ນການຂີ້ຕົວະ ເພື່ອໄດ້ຮັບການຊ່ອຍເຫລືອ ຈາກຊາວ ໂລກ. ຂ້າງນອກເປັນສີຂາວ ແຕ່ທາງໃນ ເປັນສີດຳ. ຣັຖບານ ອອກກົດໝາຍ ເພື່ອຄວບຄຸມ ປະຊາຊົນ ແຕ່ວ່າ ຣັຖບານ ຢູ່ນອກກົດໝາຍ. ປັຈຈຸບັນ ກົດໝາຍລາວ ສະບັບໃໝ່ ຈະບໍ່ມີຫຍັງດີ ສຳລັບ ປະຊາຊົນ ໃນປະເທດລາວ ຫລືວ່າ ຈະບໍ່ມີຜົນປະໂຍດຫຍັງ ສຳລັບ ສາກົນ. ບໍ່ມີໃຜເຊື່ອຣັຖບານລາວ ອີກແລ້ວ, ປັຈຈຸບັນ ທຸກໆຄົນ ພວມຊອກຫາ ທ່ານ ສົມບັດ ສົມພອນ ທີ່ຫາຍສາບສູນໄປ.
ສ່ວນທ່ານ ຄົນລາວ ອີກທ່ານນຶ່ງ ຂຽນວ່າ ຖ້າຫາກວ່າ ບັນດາຜູ່ນຳລາວ ຄອມມິວນິສ ຕ້ອງການປະຕິບັດ ກົດໝາຍ ຢ່າງເປັນທັມ ໃນການ ປົກຄອງປະເທດ, ພວກທ່ານ ຕ້ອງປ່ອຍຄົນທີ່ຫາຍສາບສູນໄປ ທີ່ທ່ານ ຈັບຂັງຄຸກລັບ. ຖ້າບໍ່ດັ່ງນັ້ນ, ກົດໝາຍ ຈະບໍ່ຖືກຮັບຜ່ານ. ຖ້າຫາກວ່າ ກົດໝາຍ ດັ່ງກ່າວ ຜ່ານ, ກໍເປັນການລວງຕາ ຊາວໂລກ ຊື່ໆ, ແຕ່ໃນຄວາມເປັນຈິງແລ້ວ ຍັງມີການທໍຣະມານ ນັກໂທດຄືເກົ່າ.
ສ່ວນທ່ານ ນັກສຶກສາດົງໂດກ ຂຽນວ່າ ຄອມມິວນິສລາວ ບໍ່ເຄີຍໄດ້ຮັບຜົນສຳເຣັດ ໃນການປົກຄອງປະເທດ ຢ່າງຍຸຕິທັມ. ປັຈຈຸບັນ ຊາວຈີນ ແລະ ວຽດນາມ ຫລັ່ງໄຫລເຂົ້າມາລາວ ເພີ້ມຂຶ້ນ. ລາວ ຈະກາຍເປັນປະເທດນ້ອຍໆ ສ່ວນນຶ່ງ ຂອງວຽດນາມ ແລະ ຈີນ. ທ່ານ ຈູມມະລີ ໄຊຍະສອນ ກໍໄດ້ລົງນາມ ແລະ ອະນຸຍາດ ໃຫ້ຈີນ ມາລົງທຶນ ເປັນເວລາ 90 ປີ. ປັຈຈຸບັນ ຫລາຍໆພື້ນທີ່ ທາງພາກເໜືອ ຂອງລາວ ຕົກເປັນຂອງຈີນແລ້ວ.
ທ່ານຜູ່ຟັງທີ່ເຄົາຣົບ ນັ້ນກໍແມ່ນຄວາມຄິດຄວາມເຫັນ ຂອງຊາວລາວ ຕໍ່ເຫດການຕ່າງໆ ພາຍຫລັງ ທີ່ພວກທ່ານ ໄດ້ອ່ານຂ່າວ ທີ່ເກີດຂຶ້ນ ໃນປະເທດລາວ. ພວກເຮົາ ຄະນະຈັດຣາຍການ ວິທຍຸເອເຊັຍເສຣີ ກໍມີໜ້າທີ່ ນຳມາອ່ານ ໃຫ້ພີ່ນ້ອງຊາວລາວ ໄດ້ຮັບຟັງກັນ… ສ່ວນວ່າ ຈະເປັນຄວາມຈິງຫລາຍໜ້ອຍປານໃດ ຫລືວ່າ ທ່ານຈະເຊື່ອໃນສິ່ງໃດສິ່ງນຶ່ງນັ້ນ ກະຣຸນາ ທົບທວນ ແລະ ໄຕ່ຕອງ ດ້ວຍເຫດດ້ວຍຜົນ ໃຫ້ດີເສັຍກ່ອນ.
ກ່ອນຈາກກັນ ມື້ເນີ້, ມາຟັງຜົລງານເພງ ຂອງທ່ານ ພົມມະ ພິມມະສອນ, ມາໃນເພງ ທັມ ຍ່ອມຊະນະ ອະທັມ… ເຊີນທ່ານ ຮັບຟັງໄດ້ເລີຍ…
ຈົບລົງໄປນັ້ນ ກໍແມ່ນເພງ ທັມ ຍ່ອມ ຊະນະ ອະທັມ… ຜົລງານເພງ ຂອງທ່ານ ພົມມະ ພິມມະສອນ, ສິລປິນ ຮຸ່ນອາວຸໂສ, ຕັ້ງຖິ່ນຖານ ທີ່ນະຄອນ ມົງເຣອານ ປະເທດ ການາດາ…
ທ່ານຜູ້ຟັງທີ່ເຄົາຣົບ, ມາຮອດນີ້ ຣາຍການ ຈົດໝາຍ ຈາກຜູ້ຟັງ ກໍໝົດລົງພຽງເທົ່ານີ້ ເຊີນທ່ານ ຕິດຕາມຮັບຟັງ ຣາຍການ ຕອບຈົດໝາຍໄດ້ ໃນສັປດາໜ້າ. ສຳຣັບ ສັປດານີ້ ຂໍຄວາມສຸກສົມຫວັງ ຈົ່ງເປັນຂອງທ່ານ ຜູ້ຟັງ ທຸກໆທ່ານ..